ການຮ່ວມມືດ້ານການຝຶກອົບຮົມແມ່ນຈຸດທີ່ສົດໃສໃນການຮ່ວມມືດ້ານປ້ອງກັນປະເທດຫວຽດນາມ - ອົດສະຕາລີ

07:44 | 10/06/2024

ຍສໝ - ຕາມ​ທ່ານ​ພົນ​ໂທ ຫງວຽນ​ຊວນ​ຟຸກ ​ແລ້ວ, ອົດ​ສະ​ຕາ​ລີ ​ແມ່ນ​ປະ​ເທດ​ນຳ​ໜ້າ​ໃນ​ການ​ໜູນ​ຊ່ວຍ​ດ້ານ​ພາສາ​ອັງກິດ ​ແລະ ວິຊາ​ສະ​ເພາະ​ໃຫ້​ທະຫານ​ຫວຽດນາມ ດ້ວຍ​ຈຳນວນ​ພົນລະ​ເມືອງ 3.500 ກວ່າ​ຄົນ.

ອົດ​ສະ​ຕາ​ລີ ໜູນ​ຊ່ວຍ​ແມ່​ຍິງ 30.000 ຄົນ​ຢູ່​ແຂວງ ລາວ​ກາຍ, ເຊີນ​ລາ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ
Future Queenslanders: ສະໜອງຄວາມຮູ້, ຄວາມຊຳນິຊຳນານ ໃຫ້ແກ່ນັກສຶກສາຕ່າງປະເທດ ຫວຽດນາມ ໃໝ່ຢູ່ ອົດສະຕາລີ

ໃນລະຫວ່າງວັນທີ 2 – 8 ມິຖຸນາ, ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ນໍາໜ້າໂດຍທ່ານພົນຕີ ຫງວຽນຢ້ວານແອັງ, ກໍາມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ອົດສະຕາລີ.

ທີ່​ການ​ພົບ​ປະ​ກັບ​ທ່ານ​ພົນ​ໂທ Anthony Rawlins, ຮອງ​ຜູ້​ບັນຊາ​ການ​ກຳລັງ​ປ້ອງ​ກັນ​ປະ​ເທດ ອົດ​ສະ​ຕາ​ລີ (ADF), ທ່ານພົນຕີ ຫງວຽນຢ້ວານແອັງ ​ໃຫ້​ຮູ້​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ຕີ​ລາຄາ​ສູງ​ການ​ພົວພັນ​ກັບ ອົດ​ສະ​ຕາ​ລີ ​ແລະ ຕີ​ລາຄາ​ສູງ​ທ່າ​ແຮງ ​ແລະ ທີ່​ຕັ້ງ​ຂອງ ອົດ​ສະ​ຕາ​ລີ ບົນ​ເວທີ​ສາກົນ. ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງກອງທັບສອງປະເທດໃນໄລຍະທີ່ຜ່ານມາ ເຊິ່ງໄດ້ຮັບການຈັດຕັ້ງປະຕິບັດຕາມບັນດາເອກະສານຮ່ວມມືທີ່ສອງຝ່າຍໄດ້ລົງນາມເຊັ່ນ: ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານປ້ອງກັນຊາດປີ 2010, ຖະແຫຼງການວິໄສທັດປີ 2010 ແລະ ໂດຍລວມ; ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ​ໃນ​ປີ 2018, ຫວ່າງ​ມໍ່ໆ​ມາ​ນີ້​ແມ່ນ​ສັນຍາ​ຄູ່​ຮ່ວມ​ມື​ຮັກສາ​ສັນຕິພາບ​ລະຫວ່າງ​ສອງ​ລັດຖະບານ. ກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ການ​ຮ່ວມ​ມື ​ແລະ ໜູນ​ຊ່ວຍ​ຢ່າງ​ມີ​ປະສິດທິ​ຜົນ​ຂອງ ADF ​ໃນ​ຫຼາຍ​ຂົງ​ເຂດ​ຄື: ການ​ຝຶກ​ອົບ​ຮົມ ​ແລະ ຮັກສາ​ສັນຕິພາບ ສປຊ.

ການຮ່ວມມືດ້ານການຝຶກອົບຮົມແມ່ນຈຸດທີ່ສົດໃສໃນການຮ່ວມມືດ້ານປ້ອງກັນປະເທດຫວຽດນາມ - ອົດສະຕາລີ

ທ່ານພົນຕີ ຫງວຽນຢ້ວານແອັງ (ຂວາ) ​ແລະ ຮອງ​ຫົວໜ້າ​ວິທະຍາຄານ​ກອງທັບ​ບົກ ອົດ​ສະ​ຕາ​ລີ.

ຕາມ​ທ່ານ​ພົນ​ໂທ ຫງວຽນຢ້ວານແອັງ​ແລ້ວ, ການ​ຮ່ວມ​ມື​ດ້ານ​ການ​ຝຶກ​ອົບ​ຮົມ​ແມ່ນ​ຈຸດ​ທີ່​ສົດ​ໃສ​ໃນ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ 2 ຝ່າຍ. ອົດ​ສະ​ຕາ​ລີ​ແມ່ນ​ປະ​ເທດ​ນຳ​ໜ້າ​ໃນ​ການ​ໜູນ​ຊ່ວຍ​ພາ​ສາ​ອັງ​ກິດ​ແລະ​ການ​ຝຶກ​ອົບ​ຮົມ​ວິ​ຊາ​ຊີບ​ໃຫ້​ແກ່​ທະ​ຫານ​ຫວຽດ​ນາມ ດ້ວຍ​ຈຳ​ນວນ 3.500 ກວ່າ​ຄົນ. ກົມ​ໃຫຍ່​ປ້ອງ​ກັນ​ປະ​ເທດ ອົດ​ສະ​ຕາ​ລີ ​ແລະ ADF ມີ​ບັນດາ​ສະຖານ​ທີ່​ຝຶກ​ອົບຮົມ​ທີ່​ມີ​ຊື່​ສຽງ, ມີ​ອຸປະກອນ​ການ​ຝຶກ​ອົບຮົມ​ທີ່​ດີ, ພ້ອມ​ທັງ​ມີ​ຄະນະ​ອາຈານ​ທີ່​ມີ​ຄວາມ​ຮູ້ ​ແລະ ວິຊາ​ການ​ເພື່ອ​ຕອບ​ສະໜອງ​ບັນດາ​ຈຸດໝາຍ​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ທີ່​ເໝາະ​ສົມ​ກັບ​ຄວາມ​ຕ້ອງການ​ຂອງ​ຫວຽດນາມ.

ບົນ​ພື້ນຖານ​ນັ້ນ, ທ່ານ​ທ່ານພົນຕີ ຫງວຽນຢ້ວານແອັງ​ ໄດ້​ສະ​ເໜີ​ໃຫ້ 2 ຝ່າຍ​ມີ​ການ​ປຶກສາ​ຫາລື​ຢ່າງ​ກົງ​ໄປ​ກົງ​ມາ ​ແລະ ​ແບ່ງປັນ​ປະສົບ​ການ​ຕົວ​ຈິງ​ໃນ​ວຽກ​ງານ​ຝຶກ​ອົບຮົມ. ເຊື່ອໝັ້ນວ່າໃນໄລຍະຈະມາເຖິງ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດຈະສືບຕໍ່ພັດທະນາ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາລວມຂອງພາກພື້ນ ແລະ ໃນໂລກ.

ໃນຂອບເຂດການຢ້ຽມຢາມອົດສະຕາລີ, ທ່ານພົນຕີ ຫງວຽນຢ້ວານແອັງ​ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ວິທະຍາຄານກອງທັບລາດຊະວົງອົດສະຕາລີ, ວິທະຍາຄານປ້ອງກັນຊາດອົດສະຕຣາລີ ແລະອົງການກໍາລັງປະກອບອາວຸດກອງທັບອົດສະຕາລີ. ທີ່​ການ​ເຮັດ​ວຽກ, ຝ່າຍ​ອົດ​ສະ​ຕາ​ລີ​ໄດ້​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ປະສົບ​ການ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ; ຂະບວນການຝຶກອົບຮົມ ແລະເນື້ອໃນ; ລະດັບການສຶກສາ ແລະ ລະດັບການຝຶກອົບຮົມ; ຈ້າງພະນັກງານພາຍຫຼັງຮຽນຈົບຢູ່ໂຮງຮຽນທະຫານ; ການສ້າງ ແລະ ພັດທະນາທີມອາຈານ ແລະ ຜູ້ຈັດການດ້ານການສຶກສາໃນໂຮງຮຽນ ພ້ອມທັງການນຳ ໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການຫັນເປັນດີຈີຕອນເຂົ້າໃນການຮຽນການສອນ.

ຜູ້ຊ່ຽວຊານອົດສະຕາລີ: ຫວຽດນາມແມ່ນກາລະໂອກາດທີ່ດີຂອງອົດສະຕາລີ ຜູ້ຊ່ຽວຊານອົດສະຕາລີ: ຫວຽດນາມແມ່ນກາລະໂອກາດທີ່ດີຂອງອົດສະຕາລີ

ຍສໝ - ໃນວັນ​ທີ 9 ມີນາ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມ​ມິ​ງຈິງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ສິ້ນ​ສຸດ​ການ​ຢ້ຽມຢາມ ອົດ​ສະ​ຕາ​ລີ ຢ່າງ​ເປັນ​ທາງ​ການ, ​ເປີດ​ໜ້າ​ໄລຍະໃໝ່​ໃຫ້​ແກ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ.

ອົດສະຕາລີ ລົງທຶນກວ່າ 2 ຕື້ USD ເຂົ້າ 45 ແຂວງ, ນະຄອນຂອງ ຫວຽດນາມ. ອົດສະຕາລີ ລົງທຶນກວ່າ 2 ຕື້ USD ເຂົ້າ 45 ແຂວງ, ນະຄອນຂອງ ຫວຽດນາມ.

ຍສໝ - ຕາມກະຊວງແຜນການ ແລະ ການລົງທຶນແລ້ວ, ປະຈຸບັນ ບັນດາວິສາຫະກິດ ອົດສະຕາລີ ພວມລົງທຶນເຂົ້າ ຫວຽດນາມ 631 ໂຄງການ, ດ້ວຍຍອດຈຳນວນທຶນລົງທະບຽນ 2,037 ຕື້ USD ຢູ່ 45 ແຂວງ, ນະຄອນຂອງ ຫວຽດນາມ; ໃນນັ້ນ ນຳໜ້າແມ່ນ ບາເຣ້ຍ - ...

ຄຳຮຸ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.