ສະຖານທູດ​ແຫ່ງ ລາຊະອານາຈັກ ມາຣົກ ເຄົາລົບ ​ແລະ ຕີ​ລາຄາ​ສູງ​ບັນດາ​ທ່ານ​ໝໍ ຫວຽດນາມ

13:51 | 11/06/2024

ຍສໝ - ສະຖານທູດ​ແຫ່ງ ​ລາຊະ​ອານາຈັກມາຣົກ ປະຈຳ ຫວຽດນາມ ຫາກໍມີຈົດໝາຍ​ສະແດງຄວາມຂອບ​ໃຈ​ຢ່າງ​ຈິງ​ໃຈ​ເຖິງ​ໂຮງໝໍ​ມິດຕະພາບ ຫວຽດດຶກ ພາຍຫຼັງທີ່​ໄດ້​ເບິ່ງແຍງໃຫ້ແກ່​ພົນລະ​ເມືອງ ມາຣົກ ສອງ​ຄົນ​ທີ່​​ປະສົບ​ອຸບັດ​ຕິ​ເຫດ​ເມື່ອ​ບໍ່​ດົນ​ມາ​ນີ້.

VASEA: ຈະ​ໃຫ້​ບຸລິມະສິດ​ບັນດາ​ການ​ເຄື່ອນ​ໄຫວ, ໂຄງການ​ທີ່ ອົດສະຕຣາລີ ​ແລະ ຫວຽດນາມ ​ໄດ້​ຕົກລົງ​ເປັນເອກະພາບກັນ​
ຫວຽດນາມ ສະໜັບສະໜູນ​ບັນດາ​ປະ​ເທດ​ ອາ​ຟຣິກາ ​ເພີ່ມ​ທະວີ​ບົດບາດ​​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ທົ່ວ​ໂລກ

ຫວ່າງມໍ່ໆມານີ້, ໂຮງໝໍມິດຕະພາບ ຫວຽດດຶກ ໄດ້ຮັບເອົາຄົນເຈັບ 2 ກໍລະນີເຊິ່ງເປັນຊາວ ມາຣົກ ຊື່ Hamza CHEKRAD ແລະ Lahoucine AALAMI ທີ່ປະສົບອຸບັດເຫດຕາມທ້ອງຖະໜົນ ແລະ ໄດ້ຮັບການຍົກຍ້າຍຈາກໂຮງໝໍຫຼາຍຂະແໜງແຂວງ ບັກຢາງ ດ້ວຍອາການບາດເຈັບທີ່ສັບຊ້ອນ ແລະ ຮ້າຍແຮງຢູ່ກະໂຫຼກຫົວ, ຄາງກະໄຕໃບຫນ້າ ແລະ ແຂນຂາ. ຢູ່​ຫ້ອງ​ສຸກ​ເສີນ, ກຳລັງພະນັກງານແພດໝໍຂອງໂຮງໝໍ​ມິດຕະພາບ ​ຫວຽດດຶກ ​ໄດ້​ປິ່ນປົວ​ຄົນເຈັບ​ຢ່າງ​ຮີບ​ດ່ວນ ​ແລະ ດຳ​ເນີນ​ການ​ຜ່າຕັດ​ສຸກ​ເສີນ.

ສະຖານທູດ​ແຫ່ງ ລາຊະອານາຈັກ ມາຣົກ ເຄົາລົບ ​ແລະ ຕີ​ລາຄາ​ສູງ​ບັນດາ​ທ່ານ​ໝໍ ຫວຽດນາມ

ທ່ານ​ເອກ​ອັກຄະ​ລັດຖະທູດ​ແຫ່ງ ​ລາຊະ​ອານາຈັກມາຣົກ ປະຈຳ ຫວຽດນາມ ໄດ້ຂຽນຈົດໝາຍ​ສະແດງຄວາມຂອບ​ໃຈ​​ເຖິງ​ໂຮງໝໍ​ມິດຕະພາບ ຫວຽດດຶກ.

ໃນໄລຍະການປິ່ນປົວຢູ່ໂຮງໝໍ, ຄົນເຈັບໄດ້ຮັບຄວາມເອົາໃຈໃສ່, ໜູນຊ່ວຍຫຼາຍຢ່າງຂອງພະແນກຜ່າຕັດແຂນຂາສ່ວນລຸ່ມ, ສູນໃສ່ຢາສະຫຼົບ ແລະ ສຸກເສີນຂະແໜງພາຍນອກ ແລະ ຫ້ອງການໂຮງໝໍ. ປະຈຸ​ບັນ, ສຸຂະພາບ​ຂອງ​ຄົນເຈັບ​ສອງ​ຄົນ​ນີ້ ໄດ້ດີຂຶ້ນ​ ແລະ ອອກ​ຈາກ​ໂຮງໝໍ​ແລ້ວ.

"ຄວາມພະຍາຍາມ, ສຸດອົກສຸດໃຈ ແລະ ຄວາມເປັນມືອາຊີບຂອງພວກເພື່ອນທີ່ໄດ້ຊ່ວຍໃຫ້ພວກເຂົາຟື້ນຕົວຢ່າງມະຫັດສະຈັນ. ພວກຂ້າພະເຈົ້າ ມີຄວາມປະທັບໃຈແບບພິເສດກັບຄວາມເມດຕາປານີ ແລະ ຄວາມຈິງຈັງຂອງກຳລັງພະນັກງານແພດໝໍ, ສິ່ງນີ້ ມີບົດບາດສໍາຄັນໃນການຊ່ວຍເຫຼືອຄົນເຈັບສອງຄົນໃຫ້ຜ່ານຜ່າເວລາທີ່ຫຍຸ້ງຍາກນີ້".

ພວກຂ້າພະເຈົ້າ ໄດ້ຕີລາຄາສູງ ແລະ ເຄົາລົບຕໍ່​ການ​ໜູນຊ່ວຍຢ່າງຕໍ່ເນື່ອງຂອງ​ພວກເພື່ອນ ຈົນພວກເຂົາຟື້ນຕົວຢ່າງເຕັມທີ່". ທ່ານ​ເອກ​ອັກຄະ​ລັດຖະທູດ​ແຫ່ງ ​ລາຊະ​ອານາຈັກມາຣົກ ປະຈຳ ຫວຽດນາມ ​​ຂຽນ.

ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ໜູນ​ຊ່ວຍ​ປະຊາຊົນ​ໃນ​ການອອກ​ເອກະສານ​ຄືນ​ໃໝ່​ພາຍ​ຫຼັງທີ່ເສຍຫາຍຍ້ອນ​ໄຟ​ໄໝ້ ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ໜູນ​ຊ່ວຍ​ປະຊາຊົນ​ໃນ​ການອອກ​ເອກະສານ​ຄືນ​ໃໝ່​ພາຍ​ຫຼັງທີ່ເສຍຫາຍຍ້ອນ​ໄຟ​ໄໝ້

ຍສໝ - ວັນ​ທີ 17 ພຶດສະພາ​ນີ້, ສະຖານທູດ ​ຫວຽດນາມ​ ປະຈຳ ​ໂປໂລຍ ​ໄດ້​ເລີ່​ມດຳ​ເນີນ​ວຽກ​ງານ​ກົງສຸນ​ເພື່ອ​ຮັບ, ແກ້ໄຂເອກະສານ​ຂອງປະຊາຊົນທີ່​ຖືກ​ເສຍຫາຍ​ໃນ​ໄຟ​ໄໝ້​ສູນ​ການ​ຄ້າ Marywilska 44. ປະຊາຊົນຫຼາຍຄົນ ໄດ້ອອກ​ເອກະສານ​ໃໝ່ ຫລັງ​ຈາກໄດ້​ຍື່ນ​ເອກະສານ​ແລ້ວ​ປະມານ 1 ຊົ່ວ​ໂມງ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ສະພາ​ສັນຕິພາບ​ໂລກ ສືບ​ຕໍ່​ຮ່ວມ​ມື​ເພື່ອ​ສັນຕິພາບ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ສະພາ​ສັນຕິພາບ​ໂລກ ສືບ​ຕໍ່​ຮ່ວມ​ມື​ເພື່ອ​ສັນຕິພາບ

ຍສໝ - ຕອນ​ບ່າຍ​ວັນ​ທີ 8 ພຶດສະພາ ຢູ່​ຮ່າ​ໂນ້ຍ, ທ່ານ ຫງວຽນ​ງອກ​ຮຸ່ງ, ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Pallab Sengupta ປະທານ​ສະພາ​ສັນຕິພາບ​ໂລກ, ປະທານສະພາສັນຕິພາບໂລກ, ເລຂາທິການອົງການສາມັກຄີທົ່ວປວງຊົນ ອິນເດຍ (AIPSP).

ມິງດຶກ

ເຫດການ
302 Found

Found

The document has moved here.