ນາມດິ້ງ ແລະ ແຂວງອຸດົມໄຊ ຂອງລາວ ຮ່ວມມືໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ

05:23 | 08/06/2024

ຍສມ - ໃນສົກຮຽນ 2024-2025, ນາມດິ້ງ ຄາດວ່າຈະເປີດຊຸດຝຶກອົບຮົມແບບເຊິ່ງໜ້າ ຫຼື ອອນລາຍ ໃຫ້ບັນດາພະນັກງານ, ຄູອາຈານແຂວງອຸດົມໄຊ ກ່ຽວກັບວຽກງານຄຸ້ມຄອງ ແລະ ການສອນ, ພິເສດ ແມ່ນວິຊາວິທະຍາສາດທຳມະຊາດ.

ຮັດແໜ້ນສາຍພົວພັນສາມັກຄີມິດຕະພາບລະຫວ່າງ ນາມດິ້ງ - ອຸດົມໄຊ (ລາວ)
ງານບຸນນະມັດສະການພະທາດຫຼວງ ຂອງລາວ

ວັນ​ທີ 7 ມິຖຸນາ, ທີ່​ການ​ພົບ​ປະເຮັດວຽກ​ລະຫວ່າງ​ການ​ນຳ​ຂອງ​ພະ​ແນ​ກສຶກສາ ​ແລະ ບຳລຸງ​ສ້າງແຂວງ ນາມ​ດິ້ງ ​ກັບ​ພະແນກ​ສຶກສາທິການ ​ແລະ ກິລາແຂວງ ອຸດົມ​ໄຊ (ສປປ ລາວ), 2 ຝ່າຍ​ໄດ້​ເຫັນ​ດີເປັນເອກະພາບ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດການສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ.

ທ່ານ ຫງວຽນວັນທ໋ວນ, ຮອງຫົວໜ້າພະແນກສຶກສາ ແລະ ບຳລຸງສ້າງແຂວງ ນາມດິ້ງ ໃຫ້ຮູ້ວ່າ ການປະຕິບັດຂໍ້ຕົກລົງວ່າດ້ວຍການຮ່ວມມືການບຳລຸງສ້າງນັກສຶກສາລາວ ລະຫວ່າງ ແຂວງ ນາມດິ້ງ ແລະ ອຸດົມໄຊ, ອີງຕາມບົດບັນທຶກຊ່ວຍຈຳວັນທີ 3 ສິງຫາ 2017 ລະຫວ່າງສອງແຂວງ ແລະ ບົດບັນທຶກຊ່ວຍຈຳວັນທີ 28 ມີນາ 2018 ລະຫວ່າງ ພະແນກສຶກສາ ແລະ ບຳລຸງສ້າງແຂວງ ນາມດິ້ງ ແລະ ພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ, ແຕ່ປີ 2018 ຫາ ເດືອນມິຖຸນາ 2024 ມີນັກສຶກສາລາວ 13 ຄົນ ທີ່ຮຽນຢູ່ ນາມດິ້ງ.

ນາມດິ້ງ ແລະ ແຂວງອຸດົມໄຊ ຂອງລາວ ຮ່ວມມືໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ
Quang cảnh buổi làm việc. (Ảnh: Nguyễn Lành/TTXVN)

ພາບທີ່ການເຮັດວຽກ. (ພາບ: ຫງວຽນແລ່ງ/TTXVN)

ໃນ​ນັ້ນ, ມີ​ນັກ​ສຶກສາ 12 ຄົນ​ຮຽນ​ຢູ່​ມະຫາວິທະຍາ​ໄລ​ພະຍາບານ ນາມດິ້ງ, ນັກ​ສຶກສາ 1 ຄົນ​ຮຽນ​ຢູ່​ມະຫາວິທະຍາ​ໄລ​ເສດຖະກິດ, ເຕັກນິກ ​ແລະ ອຸດສາຫະກຳ; ນັກ​ສຶກສາ 7 ຄົນທີ່ໄດ້ຮຽນຈົບການສຶກສາແລ້ວ.

ນັກ​ສຶກສາ​ລາວ​ທຸກ​ຄົນ​ທີ່​ຮຽນ​ຢູ່​ແຂວງ ນາມ​ດິ້ງ ລ້ວນ​ແຕ່​ໄດ້​ຈັດ​​ຫໍ​ພັກສະເພາະໃຫ້, ມີ​ອາຫານ​ການ​ກິນ ​ແລະ ການດຳເນີນຊີວິດທີ່ໄດ້ຮັບການຮັບປະກັນ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈໃສ່​, ເບິ່ງແຍງແບບພິ​ເສດຂອງ​ຝ່າຍ​ຫວຽດນາມ ​ສຳລັບ​ນັກສຶກສາປະ​ເທດເພື່ອນ​ມິດ​.

ນອກຈາກນັ້ນ, ບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາ, ເຂົ້າຮ່ວມການແຂງ່ຂັນເວົ້າພາສາ ຫວຽດນາມ ແລະ ຈັດງານບຸນປີໃໝ່ ກໍ່ໄດ້ຊ່ວຍເພີ່ມທະວີຄວາມສາມັກຄີ, ຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນສອງປະເທດ...

ທ່ານ ກ່າວຊວນຮຸ່ງ, ຫົວໜ້າ​ພະ​ແນ​ກສຶກສາ ​ແລະ ບຳລຸງ​ສ້າງແຂວງ ນາມ​ດິ້ງ ຂໍ້ມູນວ່າ ໃນ​ໄລຍະ​ຈະ​ມາ​ເຖິງ, ​ແຂວງ​ຈະ​ສືບ​ຕໍ່​ປັບປຸງ​ພື້ນຖານວັດຖຸ, ອຸປະກອນ​ການ​ສອນ, ຫໍ​ພັກ ​ເພື່ອ​ຮັບປະກັນ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ຮ່ຳຮຽນ​ ​ແລະ ການດຳລົງຊີວິດ​ທີ່​ດີ​ທີ່​ສຸດໃຫ້ແກ່ນັກ​ສຶກສາ​ຕ່າງປະເທດ.

ນອກຈາກນັ້ນ, ແຂວງກໍ່ຈະ​ຍູ້​ແຮງບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ດ້ານ​ວັດທະນະທຳ, ວິຊາ​ການສຶກສາ, ເພີ່ມ​ທະວີ​ການຈັດ​ຕັ້ງ​ບັນດາ​ຊຸດຮຽນພາສາ ​ຫວຽດນາມ ​ແລະ ບັນດາ​ການ​ເຄື່ອນ​ໄຫວນອກ​ຫຼັກສູດ ​ເພື່ອ​ຊ່ວຍ​ໃຫ້​ນັກ​ສຶກສາ​ລາວ ​ເຊື່ອມ​ຕົວ​ກໍ່ຄືຍົກສູງທັກສະສື່ສານ​ໃຫ້​ດີ​ຂຶ້ນ.

ໃນສົກຮຽນ 2024-2025, ນາມດິ້ງ ຄາດວ່າຈະເປີດຊຸດຝຶກອົບຮົມແບບເຊິ່ງໜ້າ ຫຼື ອອນລາຍ ໃຫ້ບັນດາພະນັກງານ, ຄູອາຈານແຂວງອຸດົມໄຊ ກ່ຽວກັບການປະຕິບັດງານຄຸ້ມຄອງ ແລະ ການສອນ, ພິເສດ ແມ່ນວິຊາວິທະຍາສາດທຳມະຊາດ.

ທີ່​ການ​ພົບ​ປະເຮັດວຽກ, ທ່ານ ສົມ​ສັກ ສຸ​ໄພ​ຍະ, ຫົວໜ້າ​ພະ​ແນ​ກສຶກສາທິການ ​ແລະ ກິລາ ແຂວງ ອຸດົມ​ໄຊ ​ໄດ້ສະແດງຄວາມ​ຂອບ​ໃຈ​ຄວາມ​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ, ຊ່ວຍເຫຼືອຂອງ​ແຂວງ ນາມດິ້ງ ແລະ ຂະ​ແໜງ​ສຶກສາ ​ແລະ ບຳລຸງ​ສ້າງແຂວງໃຫ້ແກ່ແຂວງ ອຸດົມ​ໄຊ ​ໃນ​ຂົງ​ເຂດ​ສຶກສາ, ບຳລຸງ​ສ້າງ.

ທ່ານ ສົມ​ສັກ ສຸ​ພະໄລ ຫົວໜ້າ​ພະ​ແນ​ກສຶກສາທິການ ​ແລະ ກິລາ ແຂວງ ອຸດົມ​ໄຊ ຫວັງ​ວ່າ ນາມ​ດິ້ງ ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ​ ອຸດົມ​ໄຊ ​ໃນ​ການ​ບຳລຸງ​ສ້າງ​ນັກ​ສຶກສາ​ລະດັບ​ປະລິນຍາຕີ ແລະ ຫຼັງມະຫາ.

2 ຝ່າຍໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ຊຸດ​ອົບຮົມ, ​ແລກປ່ຽນ​ວິຊາສະເພາະດ້ານການຄຸ້ມຄອງ, ການ​ສຶກສາບຳລຸງ​ສ້າງ, ຄົ້ນຄວ້າ​ວິທະຍາສາດ.

ເສດຖະກິດກາງຄືນ - ປັດໄຈທີ່ເຮັດໃຫ້ການທ່ອງທ່ຽວຫຼວງພະບາງ ຂອງລາວ ເປັນໜ້າສົນໃຈ ເສດຖະກິດກາງຄືນ - ປັດໄຈທີ່ເຮັດໃຫ້ການທ່ອງທ່ຽວຫຼວງພະບາງ ຂອງລາວ ເປັນໜ້າສົນໃຈ

ຍສໝ - ການຫັນເປັນຫຼາຍຮູບຫຼາຍແບບບັນດາຜະລິດຕະພັນທ່ອງທ່ຽວ ໃນນັ້ນມີເສດຖະກິດກາງຄືນ ບໍ່ພຽງແຕ່ຊ່ວຍສ້າງວຽກເຮັດງານທຳ ແລະ ລາຍຮັບໃຫ້ປະຊາຊົນຫຼາຍຂຶ້ນເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ຫຼວງພະບາງ ກາຍເປັນສະຖານທີ່ດຶງດູດແຂກທ່ອງທ່ຽວຫຼາຍຂຶ້ນ.

ຫາງສຽງໃນພາກພື້ນມີຄວາມປະທັບໃຈກ່ຽວກັບບັນຍາກາດຢູ່ສະໜາມກິລາບານເຕະ ທຽນເຈື່ອງ, ແຂວງ ນາມດິ້ງ ຫາງສຽງໃນພາກພື້ນມີຄວາມປະທັບໃຈກ່ຽວກັບບັນຍາກາດຢູ່ສະໜາມກິລາບານເຕະ ທຽນເຈື່ອງ, ແຂວງ ນາມດິ້ງ

ໃນ fanpage ທາງການຂອງສະຫະພັນບານເຕະລາວ ກໍ່ໄດ້ລົງພາບຖ່າຍ ແຟນບານ ຫວຽດນາມ, ພ້ອມກັບບັນດາຄຳຂໍຂອບໃຈກ່ຽວກັບການລະດົມກຳລັງໃຈຂອງ ແຟນບານ ຫວຽດນາມ ທີ່ສະຫງວນໃຫ້ບັນດານັກກິລາ ລາວ.

ມິງດຶກ

ເຫດການ
302 Found

Found

The document has moved here.