ອົງການຊ່ວຍເຫຼືອເດັກນ້ອຍຊ່ວຍເຫຼືອສຸກເສີນ 10 ຕື້ດົງ ໃຫ້ແກ່ປະຊາຊົນເຂດທີ່ປະສົບພາຍຸ ແລະ ໄພນ້ຳຖ້ວມຢູ່ ລາວກາຍ

11:12 | 05/10/2024

ຍສໝ - ວັນທີ 1 ຕຸລາ, ທີ່ເມືອງ ບາດຊາດ ແຂວງ ລາວກາຍ, ອົງການ Save the Children International - ສຳນັກງານປະຈຳ ປະເທດຫວຽດນາມ (ອົງການຊ່ວຍເຫຼືອເດັກນ້ອຍສາກົນ) ໄດ້ຮ່ວມມືກັບສະພາກາແດງແຂວງ ລາວກາຍ ຈັດພິທີເປີດໂຄງການ “ຊ່ວຍເຫຼືອສຸກເສີນໃຫ້ແກ່ບັນດາຄອບຄົວທີ່ໄດ້ຮັບຜົນກະທົບຈາກຝົນຕົກໜັກ ແລະ ນໍ້າຖ້ວມເນື່ອງມາຈາກພາຍຸເລກທີ 3 ປີ 2024 ຢູ່ ແຂວງ ລາວກາຍ”. ກິດຈະກຳນີ້ແມ່ນຢູ່ພາຍໃນຂອບເຂດຂອງໂຄງການຊ່ວຍເຫຼືອທີ່ໄດ້ຮັບການອະນຸມັດຈາກຄະນະກຳມະການປະຊາຊົນແຂວງ ລາວກາຍ ຕາມຂໍ້ຕົກລົງເລກທີ 2414/QĐ-UBND ລົງວັນທີ 24 ກັນຍາ 2024.

ສະມາຄົມມິດຕະພາບ ຫວຽດນາມ - ໄທ ເຂົ້າຮ່ວມໂຄງການ “ພົບປະໄທ” ຄັ້ງທີ 2 ຢູ່ແຂວງ ລາວກາຍ
ລາວກາຍ ຈັດການສະເຫລີມສະຫລອງ 120 ປີ ແຫ່ງການທ່ອງທ່ຽວຊາປາ

ໃນພິທີດັ່ງກ່າວ ທ່ານ ນາງ ເລທິແທັງເຮືອງ ຫົວໜ້າຜູ້ຕາງໜ້າຂອງອົງການຊ່ວຍເຫຼືອເດັກນ້ອຍ ໄດ້ມອບປ້າຍການບໍລິຈາກເງິນ 10 ຕື້ດົງ ເພື່ອໜູນ​ຊ່ວຍປະຊາຊົນ ແລະ ອຳນາດການປົກຄອງແຂວງ ລາວກາຍ ໃນການຟື້ນຟູຄືນໃໝ່ພາຍຫຼັງພາຍຸເລກທີ 3. ເງິນຊ່ວຍເຫຼືອນີ້ຈະມອບໃຫ້ແກ່ຫຼາຍກວ່າ 1.500 ຄອບຄົວ ທີ່ມີເດັກນ້ອຍທີ່ໄດ້ຮັບຜົນກະທົບ ຢູ່ເມືອງ ບາວອ່ຽນ, ບາດຊາດ, ເມືອງເຄືອງ, ບັກຮ່າ ແລະ ຊີມາກາຍ. ແຕ່ລະຄອບຄົວຈະໄດ້ຮັບເງິນ 1,5 ລ້ານດົງຕໍ່ຄົນ ໃນຂະນະທີ່ຄອບຄົວທີ່ບ້ານເຮືອນພັງທະລາຍທັງ$ົດຈະໄດ້ຮັບເພີ່ມ 6 ລ້ານດົງ ເຊິ່ງປະກອບມີຄ່າໃຊ້ຈ່າຍໃນການຊື້ເຄື່ອງໃຊ້ສຳລັບການຮຽນຂອງເດັກນ້ອຍ.

ອົງການຊ່ວຍເຫຼືອເດັກນ້ອຍຊ່ວຍເຫຼືອສຸກເສີນ 10 ຕື້ດົງ ໃຫ້ແກ່ປະຊາຊົນເຂດທີ່ປະສົບພາຍຸ ແລະ ໄພນ້ຳຖ້ວມຢູ່ ລາວກາຍ

ທ່ານ​ນາງ ເລ​ທິ​ແທງ​ເຮືອງ, ຫົວໜ້າ​ຜູ້ຕາງໜ້າ​ອົງການ​ຊ່ວຍ​ເຫຼືອ​ເດັກ​ໄດ້​ມອບ​ປ້າຍ​ 10 ຕື້​ດົ່ງ​ເພື່ອ​ໜູນ​ຊ່ວຍ​ປະຊາຊົນ​ຢູ່​ເຂດ​ປະສົບ​ພາຍຸ ​ແລະ ​ໄພ​ນ້ຳ​ຖ້ວມ​ຢູ່ ລາວ​ກາຍ. (ຮູບພາບ : ດິງຮວ່າ)

ກ່າວຄຳປາໄສໃນພິທີ ທ່ານນາງ ເຮືອງ ໄດ້ກ່າວສະແດງຄວາມຫວັງວ່າ ການໜູນ​ຊ່ວຍໃນຄັ້ງນີ້ ຈະຊ່ວຍໃຫ້ປະຊາຊົນສາມາດຜ່ານຜ່າຄວາມຫຍຸ້ງຍາກທາງດ້ານເສດຖະກິດ ພ້ອມທັງສາມາດໃຊ້ຈ່າຍໃນການດຳລົງຊີວິດປະຈໍາວັນຕ່າງໆ ເຊັ່ນ: ອາຫານການກິນ, ການແພດ ແລະ ທີ່ຢູ່ອາໄສ ເພື່ອໃຫ້ຊີວິດການເປັນຢູ່ມີຄວາມເປັນປົກກະຕິໂດຍໄວ. ນອກຈາກນັ້ນ ທ່ານຍັງຫວັງວ່າ ເງິນຈຳນວນນີ້ຈະຊ່ວຍໃຫ້ບັນດາຄອບຄົວສາມາດຊື້ເຄື່ອງໃຊ້ສຳລັບການຮຽນ ເພື່ອສ້າງເງື່ອນໄຂໃຫ້ບັນດານັກຮຽນໄດ້ກັບໄປໂຮງຮຽນ.

ທ່ານນາງ ເຮືອງ ໄດ້ເນັ້ນໜັກວ່າ: “ອົງການຊ່ວຍເຫຼືອເດັກນ້ອຍຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບລັດຖະບານ, ອຳນາດການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຕິດຕາມ, ຕີລາຄາສະພາບຕົວຈິງ ແລະ ສະໜອງການຊ່ວຍເຫຼືອສຸກເສີນ ພ້ອມທັງພັດທະນາ ແລະ ປະຕິບັດແຜນການຮັບມື ແລະ ຟື້ນຟູໃນໄລຍະຍາວ”.

ອົງການຊ່ວຍເຫຼືອເດັກນ້ອຍຊ່ວຍເຫຼືອສຸກເສີນ 10 ຕື້ດົງ ໃຫ້ແກ່ປະຊາຊົນເຂດທີ່ປະສົບພາຍຸ ແລະ ໄພນ້ຳຖ້ວມຢູ່ ລາວກາຍ

ປະຊາຊົນ ຕາແສງ​ບ້ານ​ ກວາ, ເມືອງ ​ບາ​ດ​ຊາດ ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ພາຍຸ​ເລກທີ 3 ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ອົງການ​ຊ່ວຍ​ເຫຼືອ​ເດັກນ້ອຍ. (ຮູບພາບ:ດິງຮວ່າ)

ປ້າ ຮວ່າງທິເຟື້ອງ (ອາຍຸ 49 ປີ, ຊົນເຜົ່າ ຢ໋າຍ, ຢູ່ບ້ານ ບ່ານເວັນ, ຕາແສງ ບ່ານກວາ, ເມືອງບາດຊາດ), ເຊິ່ງເປັນຄອບຄົວໃກ້​ຂັ້ນທຸກ​ຍາກໄດ້ຮັບຜົນກະທົບຢ່າງໜັກຫຼັງຈາກພາຍຸໄດ້ກ່າວວ່າ: “ຄອບຄົວຂ້າພະເຈົ້າສູນເສຍ ສາລີຫຼາຍກວ່າ 1.000 ຕາແມັດ ແລະ ເຂົ້າ ກວ່າ 1.000 ຕາແມັດ ເນື່ອງຈາກນໍ້າຖ້ວມ. ຜົວຂ້າພະເຈົ້າເສຍຊີວິດໄປແລ້ວ ຂ້າພະເຈົ້າເປັນຄົນດຽວທີ່ຕ້ອງລ້ຽງລູກສອງຄົນທີ່ຍັງໄປໂຮງຮຽນ. ດ້ວຍການຊ່ວຍເຫຼືອທີ່ທັນການນີ້ ຂ້າພະເຈົ້າຈະສາມາດຊຳລະຄ່າໃຊ້ຈ່າຍທີ່ຈຳເປັນ ຊື້ເຄື່ອງໃຊ້ສຳລັບການຮຽນໃຫ້ລູກໆ ເພື່ອໃຫ້ລູກໆໄດ້ໄປໂຮງຮຽນໂດຍບໍ່ຕ້ອງກັງວົນຫຼາຍ”.

ນາງ ຟຸ່ງທິຊວານ (ອາຍຸ 29 ປີ, ຊົນເຜົ່າ ຢ໋າຍ, ຢູ່ບ້ານ ບ່ານກວາ, ຕາແສງ ບ່ານກວາ , ເມືອງ ບາດຊາດ) ກໍໄດ້ກ່າວວ່າ: “ເນື້ອທີ່ສາລີ ແລະ ເຂົ້າທັງໝົດຂອງຄອບຄົວໄດ້ຖືກຜົນເສຍຫາຍໝົດຍ້ອນພາຍຸນໍ້າຖ້ວມ. ໃນຄອບຄົວມີລູກນ້ອຍ 3 ຄົນ ຂ້າພະເຈົ້າບໍ່ຮູ້ວ່າຈະເຮັດແນວໃດ. ການໜູນຊ່ວຍໃນຄັ້ງນີ້ມີຄູນຄ່າຫຼາຍ ຊ່ວຍໃຫ້ພວກເຮົາສາມາດຊື້ເມັດພັນໄດ້ ແລະ ຟື້ນຟູຊີວິດການເປັນຢູ່ຄືນໃໝ່".

ອົງການຊ່ວຍເຫຼືອເດັກນ້ອຍຊ່ວຍເຫຼືອສຸກເສີນ 10 ຕື້ດົງ ໃຫ້ແກ່ປະຊາຊົນເຂດທີ່ປະສົບພາຍຸ ແລະ ໄພນ້ຳຖ້ວມຢູ່ ລາວກາຍ

ອົງການຊ່ວຍເຫລືອເດັກນ້ອຍ ໜູນຊ່ວຍໃຫ້ປະຊາຊົນ ຢູ່ເຂດພາຍຸນໍ້າຖ້ວມ ລາວກາຍ. (ຮູບພາບ: ດິງຮວ່າ)

ທ່ານ ຫງວຽນຈຸ່ງຕວຽນ, ຮອງຫົວໜ້າຄະນະຂົນຂວາຍປະຊາຊົນແຂວງ ລາວກາຍ ໄດ້ສະແດງຄວາມຂອບໃຈຢ່າງສຸດໃຈຕໍ່ອົງການຊ່ວຍເຫຼືອເດັກນ້ອຍ: “ຈຳນວນເງິນ 10 ຕື້ດົງ ເປັນແຫຼ່ງຫນູນຊ່ວຍທີ່ໃຫຍ່ຫຼວງຫຼາຍ ຊ່ວຍໃຫ້ປະຊາຊົນໄດ້ຟື້ນຟູຄືນໃໝ່ຫຼັງຈາກໄພພິບັດທຳມະຊາດ ສ້າງຄວາມເປັນປົກກະຕິໃຫ້ຊີວິດການເປັນຢູ່ ແລະ ມີເງື່ອນໄຂໃນການຟື້ນຟູຊີວິດການເປັນຢູ່. ພວກເຮົາຫວັງວ່າ ໃນໄລຍະຕໍ່ໄປ ແຂວງ ລາວກາຍ ຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອຈາກອົງການໃນການປ້ອງກັນໄພພິບັດທຳມະຊາດ ແລະ ຊ່ວຍເຫຼືອເດັກນ້ອຍທີ່ມີຄວາມຫຍຸ້ງຍາກ.

ທ່ານ ເຈິນວັນຕວັນ ຮອງເລຂາພັກເມືອງບາດຊາດ ໄດ້ໃຫ້ຄຳໝັ້ນສັນຍາວ່າ ບັນດາການໜູນຊ່ວຍທຸກຢ່າງຈະມອບໃຫ້ຖືກຕາມເປົ້າໝາຍ, ມີປະສິດທິຜົນ ແລະ ນຳມາເຊິ່ງຜົນປະໂຫຍດທີ່ແທ້ຈິງໃຫ້ແກ່ປະຊາຊົນ. ທ່ານ ກໍ່ຍັງໄດ້ສະເໜີໃຫ້ມີການຊ່ວຍເຫຼືອເພີ່ມເຕີມໃນຂົງເຂດອື່ນໆ ເຊັ່ນ: ເມັດແນວພັນ, ນ້ຳໃຊ້ປະຈຳວັນ, ອຸປະກອນການແພດສຳລັບສຸກສາລາ, ໂຮງຮຽນ ແລະ ກິດຈະການຂົວທາງທີ່ສຳຄັນ”.

ອົງການຊ່ວຍເຫຼືອເດັກນ້ອຍຊ່ວຍເຫຼືອສຸກເສີນ 10 ຕື້ດົງ ໃຫ້ແກ່ປະຊາຊົນເຂດທີ່ປະສົບພາຍຸ ແລະ ໄພນ້ຳຖ້ວມຢູ່ ລາວກາຍ

ປະຊາຊົນເຊັນເພື່ອຮັບເງິນຊ່ວຍເຫຼືອ. (ພາບ: ດີງຮ່ວາ)

ນອກຈາກການຊ່ວຍເຫຼືອດ້ານການເງິນແລ້ວ ຜູ້ຕາງໜ້າຈາກອົງການຊ່ວຍເຫຼືອເດັກນ້ອຍ ແລະ ອຳນາດການປົກຄອງທ້ອງຖິ່ນ ກໍ່ໄດ້ຕັ້ງໜ້າໂຄສະນາ ແລະ ໃຫ້ຄຳແນະນຳແກ່ປະຊາຊົນກ່ຽວກັບວິທີການປ້ອງກັນຈາກໄພນ້ຳຖ້ວມ ແລະ ການນຳໃຊ້ເງິນຊ່ວຍເຫຼືອໃຫ້ຖືກຕ້ອງຕາມຈຸດປະສົງ ເພື່ອໃຫ້ການຊ່ວຍເຫຼືອນີ້ມີຜົນດີໃນໄລຍະຍາວ.

ສະມາຄົມມິດຕະພາບ ຫວຽດນາມ - ໄທ ເຂົ້າຮ່ວມໂຄງການ “ພົບປະໄທ” ຄັ້ງທີ 2 ຢູ່ແຂວງ ລາວກາຍ

ສະມາຄົມມິດຕະພາບ ຫວຽດນາມ - ໄທ ເຂົ້າຮ່ວມໂຄງການ “ພົບປະໄທ” ຄັ້ງທີ 2 ຢູ່ແຂວງ ລາວກາຍ

ຍສໝ - ທ່ານພົນໂທ ຮສຈ.ປອ ຫງວຽນວັນແທງ, ອະດີດກຳມະການ​ສູນ​ກາງ​ພັກ, ຮອງ​ປະທານຮັບຜິດຊອບສະ​ພາ​ທິດ​ສະ​ດີ​ສູນ​ກາງ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ໄທ ຫາກໍ່ເຂົ້າ​ຮ່ວມ​ໂຄງ​ການ “ພົບ​ປະ​ໄທ” ຄັ້ງ​ທີ 2 ທີ່ໄດ້ຈັດຕັ້ງຢູ່​ແຂວງ ລາວ​ກາຍ ແຕ່​ວັນ​ທີ 27-30 ສິງຫາ 2024.

ພົນເອກ ຫວໍ​ ງວຽນ ​ຢາ​ບ ຜ່ານການຍອມຮັບຂອງນາຍພົນຝ່າຍຕາເວັນຕົກ

ພົນເອກ ຫວໍ​ ງວຽນ ​ຢາ​ບ ຜ່ານການຍອມຮັບຂອງນາຍພົນຝ່າຍຕາເວັນຕົກ

ຍສໝ - ດ້ວຍ​ການ​ປະກອບສ່ວນ ​ແລະ ໄຊຊະນະ​ໃນ​ປະຫວັດສາດ​ແຫ່ງ​ການ​ຕໍ່ສູ້​ປົດ​ປ່ອຍ​ຊົນເຜົ່າ, ເອກະພາບປະ​ເທດຊາດ, ທ່ານ​ພົນ​ເອກ, ຜູ້ບັນຊາການ ​ຫວໍ​ ງວຽນ ​ຢາ​ບ ບໍ່​ພຽງ​ແຕ່​ໄດ້​ຮັບ​ຄວາມ​ຮັກ​ແພງ ​ແລະ ຄວາມ​ຊົມ​ເຊີຍ ​ຈາກ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ ແລະ ​ເພື່ອນ​ມິດສາ​ກົນ​ເທົ່າ​ນັ້ນ ແຕ່ຍັງ​ໄດ້ເປັນທີ່ຍອມ​ຮັບ​ຈາກ​ຫຼາຍນາຍພົນຝ່າຍກົງກັນຂ້າມ. ນັ້ນແມ່ນສິ່ງທີ່ຫາຍາກ.

ເບິ່ງເພີ່ມເຕີມໃນ: ຊີວິດການເປັນຢູ່

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.