​ແລກປ່ຽນ​ວິຊາສະເພາະ, ປະສົບ​ການຕົວຈິງລະຫວ່າງ​ສານ ​ຫວຽດນາມ ​ແລະ ລາວ

10:42 | 08/06/2024

ຍສໝ - ການ​ພົບ​ປະ​ແລກປ່ຽນ, ຮ່ວມ​ມື, ແບ່ງປັນ​ປະສົບ​ການກ່ຽວກັບວຽກ​ງານ​ວິຊາ​ສະ​ເພາະ​ລະຫວ່າງ​ສານ​ປະຊາຊົນ​ຂັ້ນສູງຢູ່ ດານັງ ແລະ ສານ​ປະຊາຊົນພາກກາງ​ລາວ ຈະ​ປະກອບສ່ວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ ຫວຽດນາມ ແລະ ລາວ.

ບໍາລຸງຄວາມຮູ້, ວິຊາສະເພາະ ແລະ ທັກສະວິຊາຊີບໃຫ້ແກ່ຖັນແຖວຜູ້ເຮັດວຽກການທູດປະຊາຊົນ ນະຄອນຫຼວງ
ຊຸກຍູ້​ການ​ແລກປ່ຽນ​ວັດທະນະທຳ ​ຈີນ-ຫວຽດນາມ ໂດຍ​ຜ່ານ​ການ​ຮ່ວມ​ມື, ​ການພົບປະ​ແລກປ່ຽນ​ການທ່ອງທ່ຽວ

ຕອນ​ບ່າຍ​ວັນ​ທີ 5 ມິຖຸນາ, ທ່ານ​ຮອງ​ເລຂາ​ຄະນະ​ພັກ​ນະຄອນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ດາ​ນັງ ເລ​ຈຸ່ງຈິງ ໄດ້ຕ້ອນຮັບ, ເຮັດ​ວຽກ​ກັບ​ຄະນະປະຕິບັດງານຂອງ​ສານ​ປະຊາຊົນ​ພາກກາງ​ລາວ, ​ໂດຍ​ທ່ານປະທານສານປະຊາຊົນພາກກາງ ​ພົມສຸວັນ ​ພິ​ລາ​ຈັນ ເປັນຫົວໜ້າຄະນະ.

ທີ່​ການ​ພົບ​ປະເຮັກວຽກ, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ດາ​ນັງ ເລ​ຈຸ່ງຈິງ ເນັ້ນ​ໜັກ​ວ່າ ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ​ເວົ້າ​ລວມ, ອົງຄະນະພັກ​ ແລະ ປະຊາຊົນ​ນະຄອນ ເວົ້າ​ສະເພາະ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ເພີ່ມພູນຄູນສ້າງນ້ຳໃຈການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດລະຫວ່າງສອງ​ປະ​ເທດ ກໍ່ຄືການ​ພົວພັນ​ມິດຕະພາບ​, ການຮ່ວມມືຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າງ ດາ​ນັງ ກັບ​ບັນດາ​ແຂວງ​ພາກ​ໃຕ້, ພາກ​ກາງ​ຂອງ​ລາວ.

​ແລກປ່ຽນ​ວິຊາສະເພາະ, ປະສົບ​ການຕົວຈິງລະຫວ່າງ​ສານ ​ຫວຽດນາມ ​ແລະ ລາວ

ທ່ານ​ຮອງ​ເລຂາ​ຄະນະ​ພັກ​ນະຄອນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ດາ​ນັງ ເລ​ຈຸ່ງຈິງ (ຂວາ) ໃນການ​ພົບ​ປະ​ກັບ​ທ່ານ ພົົມສຸວັນ ​ພິ​ລາ​ຈັນ, ປະທານສານປະຊາຊົນພາກກາງ ລາວ. (ພາບ: Quoc Dung/TTXVN)

ທ່ານ ເລ​ຈຸ່ງຈິງ ໃຫ້​ຮູ້​ວ່າ ການ​ພົບ​ປະ​ແລກປ່ຽນ, ການຮ່ວມ​ມື, ແບ່ງປັນ​ປະສົບ​ການກ່ຽວກັບວຽກ​ງານ​ວິຊາ​ສະ​ເພາະ​ລະຫວ່າງ​ສານ​ປະຊາຊົນ​ຂັ້ນສູງຢູ່ ດານັງ ແລະ ສານ​ປະຊາຊົນພາກກາງ ​ລາວ ຈະ​ປະກອບສ່ວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ - ລາວ.

ຕາມທ່ານ ພົົມສຸວັນ ​ພິ​ລາ​ຈັນ, ປະທານສານປະຊາຊົນພາກກາງ ລາວ ແລ້ວ, ເປົ້າໝາຍຂອງການໄປປະຕິບັດງານຄັ້ງນີ້ ແມ່ນພົບປະແລກປ່ຽນ​ວິຊາສະເພາະ, ຮຽນຮູ້ປະສົບການຕົວຈິງລະຫວ່າງສານປະຊາຊົນຂັ້ນສູງ ດານັງ ແລະ ສານປະຊາຊົນພາກກາງຂອງລາວ; ພ້ອມ​ກັນ​ນັ້ນ ກໍ່ໄດ້ຕີ​ລາຄາ​ສູງ​ບັນດາໝາກ​ຜົນຂອງວຽກງານສານ​ປະຊາຊົນຂັ້ນສູງຢູ່ ດານັງ ທີ່ບັນລຸ​ໄດ້​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ພິ​ເສດ ແມ່ນ​ວຽກ​ງານພິພາກສາອອນ​ໄລທີ່ໄດ້​ຮັບ​ການຜັນຂະຫຍາຍຢ່າງມີມີແບບມີແຜນ, ມີປະສິດທິ​ຜົນ.

ຄະນະປະຕິບັດງານ ໄດ້ເຫັນວ່າ ດານັງ ແມ່ນ​ທ້ອງ​ຖິ່ນ​ຕົວ​ແບບ, ​ເປັນ​ຕົວເມືອງທີ່ໜ້າຢູ່, , ປະຕິບັດ​ຢ່າງ​ມີ​ປະສິດຜົນບັນດາເປົ້າໝາຍ​ທີ່ໄດ້ຮັບການ​ມອບ​ໝາຍຈາກສູນ​ກາງ; ຫວັງ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ, ນະຄອນ ຈະພ້ອມກັນກັບ 5 ​ແຂວງ​ພາກ​ກາງ, ພາກ​ໃຕ້​ຂອງ​ລາວ ຈະ​ສືບ​ຕໍ່ຍູ້ແຮງການ​ຮ່ວມ​ມື, ພັດທະນາ, ເກັບກ່ຽວຫຼາຍ​ຜົນສຳ​ເລັດ​ຕື່ມ​ອີກ.

ກ່ອນ​ໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນ​ສານ​ປະຊາຊົນພາກກາງ​ລາວ​ ກໍ່ໄດ້ມີການໂອ້ລົມ​ແລກປ່ຽນ​ປະສົບການ​ຢູ່​ສານ​ປະຊາຊົນຂັ້ນ​ສູງ ດານັງ. ສອງ​ຝ່າຍ​ ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ, ​ເຫັນ​ດີ​ເປັນເອກະພາບສືບ​ຕໍ່​ເສີມຂະຫຍາຍສາຍພົວພັນການ​ຮ່ວມ​ມື, ແລກປ່ຽນ​ປະສົບ​ການ, ຍົກ​ສູງ​ຄຸນ​ນະພາ​ບການ​ພິພາກສາ.

ປະຈຸ​ບັນ, ນະຄອນ​ ດາ​ນັງ​ ໄດ້ລົງນາມໃນຂໍ້ຕົກລົງ ​ແລະ ບົດບັນທຶກຊ່ວຍຈຳ 37 ສະບັບກັບ 7 ທ້ອງ​ຖິ່ນ​ຂອງ​ລາວ. ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ນະຄອນ ​ດາ​ນັງ ກັບ 5 ​ແຂວງ​ພາກ​ໃຕ້, ພາກ​ກາງ​ຂອງ​ລາວ ​ໄດ້​ຮັບ​ການ​ຜັນຂະຫຍາຍຢ່າງ​ມີ​ປະສິດທິ​ຜົນ.

ຫຼາຍລາຍການ, ໂຄງການ​ຮ່ວມ​ມື ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ບັນດາ​ຂົງ​ເຂດ​ຄື: ການກໍ່ສ້າງ ​ແລະ ຍົກ​ລະດັບບັນດາ​ໂຮງຮຽນ, ກິດຈະການສາທາລະນະ, ບັນດາສູນ​ສອນ​ພາສາ​ຫວຽດນາມ; ສະໜອງທຶນການສຶກສາໃຫ້ແກ່ນັກສຶກສາທີ່ຮຽນຢູ່ ດານັງ; ສົ່ງຄູອາຈານໄປສອນຢູ່ບັນດາສູນພາສາ ຫວຽດນາມ; ຮັບພະນັກງານພະແນກ, ຂະແໜງການຝຶກອົບຮົມ ແລະ ຮ່ຳຮຽນປະສົບການຢູ່ນະຄອນ ດານັງ; ໜູນຊ່ວຍກ່ຽວກັບການປູກຝັງ, ລ້ຽງສັດ; ໜູນຊ່ວຍການຄົ້ນຄວ້າວາງແຜນພັດທະນາເສດຖະກິດ-ສັງຄົມທ້ອງຖິ່ນ...

ແຕ່​ປີ 2018 ຮອດ​ປະຈຸ​ບັນ, ຍອດ​ຈຳນວນ​ທຶນ​ປະຕິບັດ​ໂຄງການ​ຮ່ວມ​ມື​ແມ່ນ​ປະມານ 200 ຕື້​ດົ່ງ.

ນອກຈາກນັ້ນ, ໃນແຕ່ລະປີ, ນະຄອນ ດານັງ ກໍ່ໃຫ້ຄຳໝັ້ນສັນຍາໃນການຮັບສະໝັກ ແລະ ອຸປະຖຳທຶນການສຶກສາ, ຄ່າໃຊ້ຈ່າຍດໍາລົງຊີວິດໃຫ້ແກ່ນັກສຶກສາລາວ ປະມານ 100-120 ຄົນ ທີ່ຮຽນບັນດຂະແໜງການ, ໂຄງການຝຶກອົບຮົມຢູ່ມະຫາວິທະຍາໄລ ດານັງ, ໂດຍຜ່ານນັ້ນ ກໍ່ໄດ້ໜູນຊ່ວຍບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງເໝາະສົມກັບຄວາມຕ້ອງການພັດທະນາຂອງລາວ.

ປະຈຸ​ບັນ, ມີ​ນັກ​ສຶກສາ​ຕ່າງປະ​ເທດ 279 ຄົນນອນໃນເປົ້າໝາຍຮັບ​ທຶນ​ສຶກສາ​ຂອງຄະນະ​ກຳມະການ​ປະຊາຊົນ​ນະຄອນ ທີ່ພວມ​ສຶກສາ​ຢູ່​ມະຫາວິທະຍາ​ໄລ​ ດາ​ນັງ.

ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ເຊື່ອມ​ຕໍ່​ການ​ຄ້າ​ລະຫວ່າງ​ ຫວຽດນາມ ​- ລາວ ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ເຊື່ອມ​ຕໍ່​ການ​ຄ້າ​ລະຫວ່າງ​ ຫວຽດນາມ ​- ລາວ

ຍສໝ - ຕອນ​ເຊົ້າ​ວັນ​ທີ 17 ເມສາ, ທີ​່ສູນວັດ​ທະ​ນະ​ທຳ​ ຫວຽດ​ນາມ ຢູ່ນະ​ຄອນ​ຫຼວງ​ວຽງ​ຈັນ ໄດ້ດຳເນີນວັນບຸນວັດ​ທະ​ນະ​ທຳ​-ເຊື່ອມ​ຕໍ່​ການ​ຄ້າ ໂດຍສະ​ມາ​ຄົມ​ຕິດຕໍ່ພົວພັນກັບຄົນ​ ຫວຽດ​ນາມ ທີ່ອາໄສ​ຢູ່​ຕ່າງ​ປະ​ເທດ ສົມທົບ​ກັບ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ ຫວຽດ​ນາມ ຢູ່​ນະ​ຄອນຫຼວງວຽງ​ຈັນ ແລະ ສູນວັດທະນະທຳ ຫວຽດນາມ ປະຈຳ ລາວ ຈັດຕັ້ງ.

ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳຕິດພັນ​ປະຊາ​ຄົມ ​ແລະ ປັບປຸງການ​ພົວພັນ​ມິດຕະພາບ​ ຫວຽດນາມ - ຍີ່ປຸ່ນ ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳຕິດພັນ​ປະຊາ​ຄົມ ​ແລະ ປັບປຸງການ​ພົວພັນ​ມິດຕະພາບ​ ຫວຽດນາມ - ຍີ່ປຸ່ນ

ຍສໝ - ລາຍການດົນຕີບ້ານເກີດເມືອງນອນ 2024 ແມ່ນເຫດການທີ່ມີຄວາມໝາຍອັນໃຫຍ່ຫຼວງສຳລັບປະຊາຄົມຊາວ ຫວຽດນາມ ຢູ່ເຂດ Kansai ເພາະວ່າສະຖານທີ່ແຫ່ງນີ້ ບໍ່ຄ່ອຍໄດ້ດຳເນີນບັນດາເຫດການວັດທະນະທຳໃຫຍ່ສຳລັບປະຊາຄົມຊາວ ຫວຽດນາມ ຫຼາຍປານໃດ.

ມິງດຶກ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.