ຫວຽດນາມ - ລາວ: ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ປະຕິ​ຮູບ​ລະບຽບການ​ການ​ບໍລິຫານ ​ແລະ ສື່ສານ

07:46 | 05/06/2024

ຍສໝ - ວັນ​ທີ 4 ມິຖຸນາ, ​ໃນ​ຂອບ​ເຂດ​ການຜັນຂະຫຍາຍບົດ​ບັນທຶກ​ຊ່ວຍ​ຈຳວ່າດ້ວຍການຮ່ວມມື​ລະຫວ່າງ​ກະຊວງ​ແຮງ​ງານ ​ແລະ ສະຫວັດດິການສັງຄົມ​ ລາວ ​ແລະ ອົງການປະກັນສັງຄົມ ຫວຽດນາມ, ຄະນະປະຕິບັດງານຂອງອົງການປະກັນສັງຄົມ ຫວຽດນາມ, ໂດຍທ່ານຮອງຜູ້ອຳນວຍການໃຫຍ່ ຈຸ່ແມ້ງຊິງ ເປັນຫົວໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບອົງການປະກັນສັງຄົມແຫ່ງຊາດ ລາວ (LSSO).

ຫວຽດນາມ ສະໜັບສະໜູນ​ບັນດາ​ປະ​ເທດ​ ອາ​ຟຣິກາ ​ເພີ່ມ​ທະວີ​ບົດບາດ​​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ທົ່ວ​ໂລກ
ຫຼາຍ​ຂໍ້​ສະ​ເໜີ ​ເພື່ອ​​ເພີ່ມ​ທະວີ​ການ​ພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ​ເນ​ປານ

​ຝ່າຍ​ອົງການປະກັນ​ສັງຄົມ​ ຫວຽດນາມ, ມີ​ການເຂົ້າຮ່ວມຂອງຜູ້ຕາງໜ້າ​ການ​ນຳ​ຂອງຫົວໜ່ວຍກົມກົດໝາຍ, ຫ້ອງການ​ປະກັນສັງຄົມ​ຫວຽດນາມ, ສູນເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ກົມຮ່ວມ​ມື​ສາກົນ ​ແລະ ປະກັນສັງຄົມແຂວງ​ ເທື່ອ​ທຽນ​ເຫ້ວ, ປະກັນ​ສັງຄົມແຂວງ ຮ່າ​ຕິ້ງ. ຝ່າຍອົງການປະກັສັງຄົມແຫ່ງຊາດ ລາວ ມີທ່ານນາງ ແກ້ວ ຈັນທະວີໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ສປປ ລາວ; ທ່ານນາງ ບົວຫອມ ພົມມະຈັນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ສປປ ລາວ; ຜູ້ຕາງໜ້າກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງລາວ ແລະ ບັນດາຄະນະ, ຫ້ອງການຂຶ້ນກັບ LSSO.

ຫວຽດນາມ - ລາວ: ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ປະຕິ​ຮູບ​ລະບຽບການ​ການ​ບໍລິຫານ ​ແລະ ສື່ສານ

ຄະນະປະຕິບັດງານຂອງອົງການປະກັນ​ສັງຄົມ​ ຫວຽດນາມ ໂດຍທ່ານ​ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ ຈຸ່ແມ້ງຊິງ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ເຮດວຽກກັບອົງການປະກັນ​ສັງຄົມແຫ່ງຊາດ ລາວ.

ກ່າວ​ຄຳ​ປາໄສທີ່​ຕ້ອນຮັບ​ຄະນະປະຕິບັດງານ, ທ່ານ​ນາງ ​ແກ້ວ ​ຈັນ​ທະວີ​ໄຊ ໄດ້​ແບ່ງປັນ​ວ່າ “ເພື່ອເສີມຂະຫຍາຍມູນເຊື້ອມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ ຫວຽດນາມ - ລາວ, ຄະນະປະຕິບັດງານອົງການປະກັນ​ສັງຄົມ ຫວຽດນາມ ​ມາເຮັດ​ວຽກ​ກັບ LSSO ​ໃນ​ຄັ້ງ​ນີ້​ແມ່ນ​ຂີດ​ໝາຍ​ສຳຄັນ​ທີ່​ສຸດ​ໃນ​ການຫັນບົດ​ບັນທຶກ​ຊ່ວຍຈຳການຮ່ວມມືລະຫວ່າງ​ສອງ​ອົງການເປັນລະອຽດ. ພິ​ເສດ ​ແມ່ນ​ເພື່ອ​ຜັນ​ຂະຫຍາຍ​ການເຄື່ອນໄຫວ​ແຜນການກະທຳ​ທີ່​ໄດ້​ລົງ​ນາມ​ໃນ​ໄລຍະ 2022-2025, ນີ້​ແມ່ນ​ຄະນະປະຕິບັດງານ​​ທຳ​ອິດ​ທີ່​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ. LSSO ຫວັງ​ວ່າ ດ້ວຍ​ຂີດໝາຍຄັ້ງ​ທຳ​ອິດ​ນີ້, ການ​ຮ່ວມ​ມື, ແບ່ງປັນປະສົບ​ການ​ລະຫວ່າງ 2 ອົງການ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຮັກສາ ​ແລະ ພັດທະນາ​ກວ່າ​ອີກ​ໃນ​ໄລຍະ​ຈະ​ມາ​ເຖິງ”.

ກ່າວ​ຄຳ​ປາໄສທີ່​ການ​ພົບ​ປະເຮັດວຽກ, ທ່ານ​ ຈຸ່ແມ້ງຊິງ ໄດ້​ແບ່ງປັນ​ວ່າ ນັບ​ແຕ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ອົງການປະກັນສັງຄົມ ຫວຽດນາມ ຍາມ​ໃດ​ກໍ່ຖືເປັນສຳຄັນການ​ພົວພັນ​ມິດຕະພາບ​ການຮ່ວມມືກັບ​ບັນດາ​ຄູ່​ຮ່ວມ​ມື ລາວ ໃນຂົງເຂດນະໂຍບາຍຮັບປະກັນຊີວິດສັງຄົມ. ການໄປປະຕິບັດງານຄັ້ງນີ້ ມີຄວາມໝາຍສຳຄັນເພື່ອແບ່ງປັນປະສົບການລະຫວ່າງສອງອົງການປະກັນສັງຄົມ ໃນຂົງເຂດປະຕິ​ຮູບ​ລະບຽບການ​​ບໍລິຫານ, ວຽກງານສື່ສານ ແລະ ການຫັນເປັນດິຈິຕອນໃນການຮັບປະກັນຊີວິດສັງຄົມ.

ທ່ານ​ ຈຸ່ແມ້ງຊິງ ໃຫ້​ຮູ້​ວ່າ ປະຈຸ​ບັນ, ອົງການປະກັນສັງຄົມ ຫວຽດນາມ ພວມ​ປະຕິບັດ​ນະ​ໂຍບາຍ​​ປະກັນສັງຄົມ, ປະກັນສຸຂະພາບ, ປະກັນໄພວ່າງງານ​ໃຫ້​ບັນດາ​ອົງການ, ວິ​ສາ​ຫະກິດ​ເກືອບ 650.000 ແຫ່ງ, ມີ​ປະຊາຊົນປະມານ 17 ລ້ານ​ຄົນ​​ເຂົ້າ​ຮ່ວມປະກັນສັງຄົມແລະ ປະຊາຊົນ 90 ກ່ວາລ້ານ​ຄົນ​ເຂົ້າຮ່ວມປະກັນສຸຂະພາບ.

ພ້ອມກັນນັ້ນ, ປະຈຸ​ບັນ ຮາກຖານ​ຂໍ້​ມູນ​ຂອງ​ຂະແໜງການປະກັນສັງຄົມ ຫວຽດນາມ ແມ່ນ​ໜຶ່ງ​ໃນ 6 ລະບົບຮາກຖານ​ຂໍ້​ມູນແຫ່ງ​ຊາດ​ຂອງ​ ຫວຽດນາມ. ໃນນັ້ນ ອົງການປະກັນສັງຄົມ ຫວຽດນາມ ໄດ້ຕີລາຄາ​ວ່າແມ່ນ​ໜຶ່ງ​ໃນ​ບັນດາ​ອົງການ​ທີ່ຜັນຂະຫຍາຍວຽກງານຄຸ້ມ​ຄອງ​ຂໍ້​ມູນ​ເປັນ​ຢ່າງ​ດີ, ໜູນ​ຊ່ວຍ​ບັນດາ​ກະຊວງ, ຂະ​ແໜງ​ການ​ເປັນ​ປະຈຳ​ໃນ​ການ​ຄຸ້ມ​ຄອງ ​ແລະ ​ແບ່ງປັນ​ຂໍ້​ມູນ​ທີ່ນຳໃຊ້ລວມ.

ການ​ພົບ​ປະເຮັດວຽກລະຫວ່າງອົງການ​ປະກັນສັງຄົມ ຫວຽດນາມ ​ແລະ LSSO ໄດ້ດຳ​ເນີນ​ໄປ​ຢ່າງ​ສຳ​ເລັດ​ຜົນ, ​ເປີດ​ແງ່​ຫວັງ​ໃໝ່​ໃນ​ການ​ຮ່ວມ​ມື​ລະຫວ່າງ 2 ອົງການ​ໃນ​ຂົງ​ເຂດຮັບປະກັນຊີວິດສັງຄົມ.

ລົງ​ນາມ​ໃນຂໍ້ຕົກລົງການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ - ການ​ປ້ອງ​ກັນ​ປະ​ເທດ ​ລະ​ຫວ່າງແຂວງ ຮ່າ​ຕິ້ງ ແລະ ແຂວງ​ບໍ​ລິ​ຄຳ​ໄຊ ລົງ​ນາມ​ໃນຂໍ້ຕົກລົງການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ - ການ​ປ້ອງ​ກັນ​ປະ​ເທດ ​ລະ​ຫວ່າງແຂວງ ຮ່າ​ຕິ້ງ ແລະ ແຂວງ​ບໍ​ລິ​ຄຳ​ໄຊ

ຍສໝ - ໂດຍປະຕິບັດ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ລົງ​ນາມ, ​ກອງບັນຊາການ​ທະຫານ​ແຂວງ ຮ່າ​ຕິ້ງ ແລະ ບໍລິ​ຄຳ​ໄຊ ​ໄດ້​ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ​ການພັດທະນາ​ແບບ​ຍືນ​ຍົງ​ຢູ່​ເຂດ​ຊາຍ​ແດນ.

​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ພຸດທະ​ສາສະໜາ​ລະຫວ່າງ ຫວຽດນາມ ​ແລະ ສີ​ລັງກາ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ພຸດທະ​ສາສະໜາ​ລະຫວ່າງ ຫວຽດນາມ ​ແລະ ສີ​ລັງກາ

ຍສໝ - ຕອນ​ເຊົ້າ​ວັນ​ທີ 15 ​ເມສາ​ນີ້, ຢູ່ວັດ ກວ໋ານສື ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ອົງການສະມາຄົມພຸດທະ​ສາສະໜາ ຫວຽດນາມ ​ແລະ ສະພາພະສົງສາມະເນນທົ່ວ​ປະ​ເທດເກາະ​ ​ສີ​ລັງກາ. ພິທີ​ລົງ​ນາມ​ດັ່ງກ່າວ​ ໂດຍມີການເປັນສັກຂີພະຍານຂອງທ່ານ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສາທາລະນະ​ລັດ ​ສັງຄົມ​ນິຍົມ ​ປະຊາທິປະ​ໄຕ ສີ​ລັງກາ A.Saj U.Mendis.

ມິງດຶກ

ເຫດການ
302 Found

Found

The document has moved here.