ສປປ.ລາວ ເປີດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX

00:00 | 11/06/2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 10 ມິຖຸນາ​ນີ້, ຢູ່​ນະຄອນຫຼວງ​ວຽງ​ຈັນ, ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 9 ຂອງ​ສະພາ​ແຫ່ງ​ຊາດ​ລາວ ຊຸດ​ທີ 7, ​ໂດຍ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ໄຊ​ສົມ​ພອນ ພົມວິຫານ ​ເປັນ​ປະທານ​ເພື່ອ​ຮັບ​ຟັງ​ການ​ລາຍ​ງານ ​ແລະ ປຶກສາ​ຫາລື​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ. ເຂົ້າຮ່ວມມີທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍບັນດາການນຳ, ອະດີດການນຳພັກ-ລັດ ຕະຫຼອດຮອດຜູ້ແທນສະພາແຫ່ງຊາດລາວ ເຂົ້າຮ່ວມເປັນຈຳນວນຫຼາຍ.

ປະເທດໄທ ລົງເລິກການພົວພັນບ້ານໃກ້ເຮືອນຄຽງ ກັບ ສປປ.ລາວ
ສປປ.ລາວ ໄດ້ຕີລາຄາສູງການຮ່ວມມືກັບຫວຽດນາມໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ປ່ຽນໃໝ່ປະດິດສ້າງ

ກອງປະຊຸມສະໄໝສາມັນເທ່ືອທີ 7 ຂອງສະພາແຫ່ງຊາດຊຸດ ທີ IX ໄດ້ໄຂຂຶ້ນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພວມຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ຊື່ນຊົມຍິນດີ ແລະ ເອກອ້າງທະນົງໃຈທີ່ມໍລະດົກການຕໍ່າລາຍນາກຂອງລາວໄດ້ຮັບຮອງ ເປັນມໍລະດົກໂລກ ແລະ ມີພິທີສະເຫລີມສະຫລອງຢ່າງຄຶກຄື້ນໃນທ້າຍອາທິດຜ່ານມາ. ມື້ເປີດກອງປະຊຸມໃນຕອນເຊົ້າ ວັນທີ 10 ມິຖຸນາ 2024 ເຖິງວ່າຈະມີຝົນຕົກທົ່ວນະຄອນຫລວງວຽງຈັນ ກໍຕາມແຕ່ບັນດາການນໍາພັກ-ລັດ, ອະດີດການນໍາ, ສະມາຊິກສະພາແຫ່ງຊາດ ແຕ່ລະ ເຂດເລືອກຕັ້ງ, ແຂກຖືກເຊີນ, ນັກຮຽນຮູ້ປັນຍາຊົນຕ່າງກໍກ້າວເຂົ້າສູ່ຫ້ອງປະຊຸມສະພາແຫ່ງຊາດ ດ້ວຍຄວາມຮັບຜິດຊອບສູງຕໍ່ການປະຕິບັດໜ້າທີ່ການເມືອງໃຫ້ປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ສປປ.ລາວ ເປີດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX

ສປປ.ລາວ ເປີດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX

ພໍຮອດເວລາ 8:00 ໂມງ ພາຍ ໃນຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ກໍເລີ່ມຕົ້ນເປີດກອງປະຊຸມດ້ວຍການບັນເລງເພງຊາດ ແລະ ເຄົາລົບທຸງຊາດ, ຈາກນັ້ນ ທ່ານປະທານ ສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ກໍ່ໄດ້ກ່າວສູນທອນພົດເປີດກອງປະຊຸມຢ່າງ ເປັນທາງການເຊິ່ງ ຕະ ຫລອດໄລຍະຂອງກອງປະຊຸມ ຈົນເຖິງ ວັນທີ 2 ກໍລະກົດ 2024 ບັນດາສະມາຊິກສະພາແຫ່ງຊາດ ແຕ່ລະເຂດຈະໄດ້ພ້ອມກັນນໍາເອົາຄຳສະເໜີຕ່າງໆຂອງປະຊາຊົນ ໃນເຂດເລືອກຕັ້ງຕົນສະເໜີຕໍ່ກອງປະຊຸມຄັ້ງນີ້ ໃຫ້ລັດຖະບານແກ້ໄຂຕາມຄວາມເປັນຈິງ ທັງຈະໄດ້ສຸມສະຕິປັນຍາປະກອບຄຳຄິດຄຳເຫັນຕ່ໍບັນຫາສຳຄັນຂອງຊາດ ດ້ວຍຄວາມຮັບຜິດຊອບສູງ ເພື່ອໃຫ້ໄດ້ຮັບການແກ້ໄຂຕາມຄວາມເໝາະສົມ ແລະ ພິຈາລະນາຮອງເອົາບັນຫາສຳຄັນ ຂອງຊາດໂດຍລວມແລ້ວຈະໄດ້ພິຈາລະນາຮັບຮອງເອົາມະຕິ ຈຳນວນ 19 ສະບັບເຊັ່ນ: 1) ມະຕິຮັບຮອງເອົາບົດລາຍງານ ຂອງລັດຖະ ບານ ຈໍານວນ 4 ສະບັບ; 2) ມະຕິຮັບຮອງເອົາວຽກງານອົງການກວດສອບແຫ່ງລັດ ຈຳນວນ 1 ສະບັບ; 3)ມະຕິຮັບຮອງເອົາວຽກງານສະພາແຫ່ງຊາດຈຳນວນ 1 ສະບັບ; 4) ມະຕິຮັບຮອງເອົາວຽກງານການສ້າງ ແລະ ປັບປຸງກົດໝາຍຈຳນວນ 13 ສະບັບ.

ກອງປະຊຸມຄັ້ງນີ້ຍັງຈະ ໄດ້ຮັບຟັງການຊີ້ແຈງຂອງສະມາ ຊິກລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຈໍານວນໜຶ່ງ ຕໍ່ຄໍາຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ. ໃນກອງປະຊຸມຄັ້ງນີ້ ບັນດາສະມາຊິກສະພາແຫ່ງຊາດ ຈະໄດ້ນໍາໃຊ້ສິດປະຊາທິປະໄຕ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ໃນການສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າຢ່າງເລິກເຊິ່ງ, ປະກອບຄຳເຫັນຕໍ່ທຸກບັນຫາຕ່າງໆຢ່າງຖີ່ຖ້ວນ, ສ້າງສັນ, ພາວະວິໄສ, ມີເຫດມີຜົນ, ແທດຕົວຈິງ, ຮັດກຸມບົນພື້ນຖານແນວທາງປ່ຽນແປງໃໝ່ຂອງພັກ, ລັດຖະທໍາມະນູນ, ກົດ ໝາຍຂອງລັດ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມ ຕາມເງື່ອນໄຂຕົວຈິງຂອງປະເທດເຮົາໃນປັດຈຸບັນພ້ອມທັງຊອກຫາວິທີການ, ມາດຕະການແກ້ໄຂທີ່ສອດຄ່ອງຕໍ່ບັນດາບັນຫາທີ່ສັງຄົມຍັງມີຄວາມເປັນຫ່ວງບັນຫາຮີບດ່ວນ ແລະ ເຄັ່ງຮ້ອນຂອງສັງຄົມພວກເຮົາໃນປັດຈຸບັນເພື່ອສ້າງຄວາມເປັນເອກະພາບສູງຕໍ່ເນື້ອໃນ ທ່ີນໍາມາພິຈາລະນາໃຫ້ມີຄຸນນະພາບຈົນກ້າວໄປເຖິງການຮັບຮອງໃນກອງປະຊຸມຄັ້ງນີ້ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາຢ່າງແທ້ຈິງ.

ສຳລັບຢູ່ດ້ານນອກຫ້ອງປະຊຸມສະພາແຫ່ງຊາດ ກໍໄດ້ມີການປ້ອງຄວາມປອດໄພຈາກກໍາລັງ ປກສ- ປກຊ ຢູ່ຕະຫລອດເວລາ ເພື່ອເຮັດໃຫ້ກອງປະຊຸມໄດ້ດຳເນີນໄປດ້ວຍຄວາມສະຫງົບປອດໄພ ແລະ ປະ ສົບຜົນສຳເລັດຕາມແຜນທີ່ວາງໄວ້. ຂະນະທີ່ນັກຮົບສື່ມວນຊົນແຕ່ລະສຳນັກ ບ່ໍວ່າໜັງສືພິມ, ວິທະຍຸ, ໂທລະພາບ…ກໍ່ໄດ້ກຽມຄວາມພ້ອມທາງດ້ານອຸປະກອນໃນວິຊາຊີບຂອງຕົນ ເພື່ອຮັບໃຊ້ກອງປະຊຸມຢ່າງຈູບຈ້າວຫ້າວຫັນ, ຜູ້ຮັບໜ້າທີ່ຖ່າຍພາບກໍ່ໄດ້ຕັ້ງໃຈເຮັດໜ້າທີ່ຖ່າຍພາບຈາກມູນນີ້ສູ່ມູນນັ້ນ ເພື່ອໄດ້ພາບທີ່ສວຍງາມຕາມຄວາມຕ້ອງການ. ນອກນີ້, ຜູ້ເຮັດໜ້າທ່ີ ຂຽນຂ່າວ-ຂຽນບົດຕ່າງກໍ່ໄດ້ລົງມືເປີດຄອມພິວເຕີ, ຈົດແຕ້ມຂໍ້ມູນ, ບັນທຶກສຽງເພ່ືອມາຂຽນຂ່າວ-ບົດລາຍງານໃຫ້ສັງຄົມໄດ້ຮັບຮູ້ຢ່າງທ່ົວເຖິງ.

ສ່ວນໜ່ວຍງານສາຍດ່ວນ ໃນກອງປະຊຸມສະພາແຫ່ງຊາດກໍ່ພ້ອມທີ່ຈະຮັບເອົາຄໍາສະເໜີຕ່າງໆຈາກປະຊາຊົນ, ພະນັກງານ, ທະຫານ, ຄໍາຫລວດທີ່ໂທຜ່ານສາຍ ດ່ວນ 156 ໄປຍັງກອງປະຊຸມ ເພື່ອໃຫ້ລັດຖະບານກໍ່ຄືພາກສ່ວນກ່ຽວຂ້ອງພິຈາລະນາແກ້ໃນຕໍ່ໜ້າ. ເພື່ອເຮັດໃຫ້ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດບັນລຸຜົນສຳເລັດ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນລາວບັນດາເຜົ່ານັ້ນ ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຈົ່ງຕິດຕາມການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ແລະ ສາມາດປະກອບຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງສົ່ງໄປຍັງກອງປະຊຸມດ້ວຍ 3 ຊ່ອງທາງຄື: ສາຍດ່ວນ: 156, ອີເມວ: nalao.156@ gmail.com ແລະ App: Laona ທຸກຄຳສະເໜີ ແລະ ຂໍ້ຄິດເຫັນຂອງທ່ານຈະມີໜ່ວຍງານຮັບຜິດຊອບບັນທຶກໄວ້ ແລະ ນຳໄປສະເໜີຕໍ່ກອງປະຊຸມຄັ້ງນີ້.

ສປປ.ລາວ ຈັດ​ພິ​ທີ​ໂຮມ​ຊຸມ​ນຸມ​ມິດ​ຕິງ ສະ​ເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ຄົບ​ຮອບ 70 ປີ ສປປ.ລາວ ຈັດ​ພິ​ທີ​ໂຮມ​ຊຸມ​ນຸມ​ມິດ​ຕິງ ສະ​ເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ຄົບ​ຮອບ 70 ປີ

ຍສໝ - ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​, ໃນວັນ​ທີ 7 ພຶດສະພາ​ນີ້, ຢູ່​ສູນ​ປະຊຸມ​ແຫ່ງ​ຊາດ​ລາວ, ນະຄອນຫຼວງ​ວຽງ​ຈັນ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ລັດຖະບານ, ສະພາ​ແຫ່ງ​ຊາດ, ​ແນວ​ໂຮມ​ປະ​ເທດ​ຊາດ​ລາວ​ສູນ​ກາ ... ​ໄດ້​ຈັດ​ຕັ້ງ​​ພິ​ທີ​ໂຮມ​ຊຸມ​ນຸມ​ມິດ​ຕິງ​ສະ​ເຫຼີມສະຫຼອງ 70 ປີ​ແຫ່ງ​ວັນ​ໄຊຊະນະ​ດ້ຽນບຽນ​ຝູ.

ຫວຽດນາມ ສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍ ສປປ.ລາວ ດຳລົງຕຳແໜ່ງປະທານ ອາຊຽນ ຢ່າງສຳເລັດຜົນ ຫວຽດນາມ ສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍ ສປປ.ລາວ ດຳລົງຕຳແໜ່ງປະທານ ອາຊຽນ ຢ່າງສຳເລັດຜົນ

ຍສໝ - ທ່ານ​ລັດຖະມົນຕີ ບຸ່ຍ​ແທງ​ເຊີນ ຢືນຢັນ​ວ່າ ຫວຽດນາມ ຈະ​ສືບ​ຕໍ່​ໜູນ​ຊ່ວຍ ​ແລະ ຊ່ວຍ​ເຫຼືອ​ລາວ ​ເພື່ອ​ຮັບດຳລົງ​ຕຳ​ແໜ່​ງປະທານ ອາ​ຊຽນ ​ໃນ​ປີ 2024 ຢ່າງ​ສຳ​ເລັດ​ຜົນ; ຮຽກຮ້ອງ​ໃຫ້​ລາວ ​ສົມທົບ​ກັນ​ຊຸກຍູ້​ການ​ພົວພັນ OECD - ອາ​ຊຽນ ​ແລະ ​ໂຄງການ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (SEARP) ຂອງ OECD.

ຄຳຮຸ່ງ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.