ການທູດປະຊາຊົນ - ກຸນແຈຄຳທີ່ຜູກພັນສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ

05:22 | 10/06/2024

​ຍສໝ - ໃນ​ສະພາບ​ການຜັນແປ​ຢ່າງ​ສັບສົນ​ໃນ​ໂລກ ​ແລະ ພາກ​ພື້ນ, ການ​ປົກ​ປັກ​ຮັກສາ ​ແລະ ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ລັດ​ເຊຍ ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຜ່ານ​ບັນດາ​ຊ່ອງ​ທາງ​ການ​ເມືອງ​ລະດັບ​ສູງ, ການ​ທູດ​ແຫ່ງ​ລັດ ​ເທົ່າ​ນັ້ນ ຫາກ​ຍັງ​ດຳ​ເນີນຜ່ານ​ບັນດາ​ຊ່ອງ​ທາງ​ການ​ທູດ​​ປະຊາຊົນ​ອີກ​ດ້ວຍ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ຫາຍ​ຟ່ອງ: ມີ​ຫຼາຍ​ໝາກຜົນຢ່າງຕັ້ງໜ້າ ​ໃນວຽກງານດ້ານ​ການທູດປະຊາຊົນ
ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ສະພາ​ສັນຕິພາບ​ໂລກ ສືບ​ຕໍ່​ຮ່ວມ​ມື​ເພື່ອ​ສັນຕິພາບ

ການ​ທູດ​ປະຊາຊົນ​ແມ່ນ​ໜຶ່ງ​ໃນ 3 ​ເສົາ​ຄ້ຳ​ຂອງ​ການ​ທູດ​ ຫວຽດນາມ. ປະຊາຊົນ​ສອງ​ປະ​ເທດ​ແມ່ນ​ປັດ​ໄຈ​ທີ່​ໝັ້ນ​ຄົງ​ຂອງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມໝັ້ນຄົງ​ເຂັ້ມ​ແຂງ ​ແລະ ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ ​ຫວຽດນາມ ​ແລະ ລັດ​ເຊຍ ​ທີ່​ມີ​ມາ​ແຕ່​ດົນ​ນານ.

​ໃນ​ການ​ໂອ້​ລົມ​ສົນທະນາ​ກັບ Sputnik ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ຟານ​ແອ່ງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ (VUFO), ​ໄດ້​ແບ່ງປັນ​ທັດສະນະ ​ແລະ ບົດຮຽນກ່ຽວ​ກັບ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ປະຊາຊົນ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ​ລັດ​ເຊຍ.

ການທູດປະຊາຊົນ - ກຸນແຈຄຳທີ່ຜູກພັນສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ

ທ່ານ ຟານ​ແອ່ງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ.

ຝ່າຍນັກການທູດ "ໄມ້ໄຜ່": ຢຶດໝັ້ນ ແລະ ມີໄຫວພິບ

ກ່ອນ​ອື່ນ​ໝົດ, ທ່ານ ຟານ​ແອ່ງ​ເຊີນ ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ ​ໄດ້​ກ່າວ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ຝ່າຍນັກ​ການ​ທູດ​ໄມ້​ໄຜ່ ​ຫວຽດນາມ ​ໂດຍ​ສະ​ແດງ​ອອກ​ໃນ 2 ລັກສະນະ​ຕົ້ນຕໍ​ຄື: ຢຶດ​ໝັ້ນໃນ​ບັນດາ​ເປົ້າ​ໝາຍ ​ແລະ ຫຼັກການ, ມີໄຫວພິບ​ໃນ​ຍຸດ​ທະ​ສາດ, ວິທີ​ການເຂົ້າເຖິງ ​ແລະ ການ​ຈັດຕັ້ງປະຕິບັດ.

​ໃນ​ນັ້ນ, ​ເປົ້າ​ໝາຍ​ໃຫຍ່​ທີ່​ສຸດ​ແມ່ນ​ຄວາມ​ເປັນ​ເອກະລາດ​ແຫ່ງ​ຊາດ ​ແລະ ສັງຄົມ​ນິຍົມ, ​ໂດຍ​ກຳ​ເນີດ​ຈາກ​ອຸດົມ​ການ​ທາງ​ການ​ທູດ​ ໂຮ່ຈີ​ມິນ. ​ຝ່າຍນັກການ​ທູດ​ໄມ້​ໄຜ່​ໄດ້​ກຳ​ເນີ​ດຂຶ້ນ​ດ້ວຍ​ຈິດ​ໃຈ​ທີ່ຢຶດໝັ້ນໃນ​ການ​ຕໍ່ສູ້​ເພື່ອ​ເອກະລາດ​ແຫ່ງ​ຊາດ ​ແລະ ​ເປັນເຈົ້າຕົນເອງ ຕິດ​ພັນ​ກັບ​ຄວາມ​ສາມັກຄີ​ສາກົນ, ສັນຕິພາບ, ມິດຕະພາບ, ການ​ຫັນ​ເປັນ​ຫຼາຍ​ຝ່າຍ ​ແລະ ຄວາມ​ຫຼາກ​ຫຼາຍ​ຂອງ​ການ​ພົວພັນ​ສາກົນ.

ຕາມ​ທ່ານ ຟານ​ແອ່ງ​ເຊີນ ​ແລ້ວ, ​ຝ່າຍນັກ​ການ​ທູດ​ໄມ້​ໄຜ່ ​ໄດ້​ຮັບ​ການເຊື່ອມຊຶນ​ເຂົ້າໃນເສົາ​ຄ້ຳ​ການ​ທູດ​ຂອງ​ ຫວຽດນາມ ​ທັງ​ໝົດ 3 ​ເສົາ​ຄ້ຳຄື: ການ​ພົວພັນຕ່າງປະເທດ​ຂອງ​ພັກ, ການ​ທູດ​ແຫ່ງ​ລັດ ​ແລະ ການ​ທູດ​ປະຊາຊົນ. ​ແຕ່ວ່າ, ການ​ທູດ​ປະຊາຊົນ​ ຍັງ​ຕ້ອງ​ສະ​ແດງ​ໃຫ້​ເຫັນ​ຄວາມມີໄຫວພິບ​ຫຼາຍ​ກວ່າ​ເກົ່າ, ​ໂດຍ​ສະ​ເພາະ​ແມ່ນ​ສະພາບ​ການ​ສາກົນ​ທີ່​ມີ​ການ​ປ່ຽນ​ແປງຕະຫຼອດ​​ດ້ວຍ​ຫຼາຍ​ປັດ​ໄຈ​ທີ່​ສັບສົນ ​ແລະ ບໍ່​ສາມາດ​ຄາດ​ຄະ​ເນ​ໄດ້.

ທ່ານ ​ເຊີນ​ ແບ່ງປັນວ່າ “ພວກ​ຂ້າພະ​ເຈົ້າ​ມານະ​ພະຍາຍາມ​ຊອກ​ຫາ​ຈຸດທີ່ຄ້າຍຄືກັນ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຄື ຮັກ​ຫອມສັນຕິພາບ, ຕໍ່ສູ້​ເພື່ອ​ສັນຕິພາບ, ຮັກ​ຄວາມ​ຍຸຕິ​ທຳ ​ແລະ ຊອບ​ທຳ. ສິ່ງສຳຄັນກວ່ານັ້ນ, ພວກຂ້າພະເຈົ້າຮູ້ບຸນຄຸນບັນດານ້ຳໃຈຂອງເພື່ອນມິດສາກົນ ແລະ ບັນດາປະຊາຊົນຜູ້ທີ່ກ້າວໜ້າໃນໂລກ ທີ່ໄດ້ໜູນຊ່ວຍ ຫວຽດນາມ ໃນການພາລະກິດແຫ່ງການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ”.

ການ​ທູດ​ປະຊາຊົນ​ໃນ​ການ​ຊຸກຍູ້​ການ​ພົວພັນ​ ຫວຽດນາມ - ລັດ​ເຊຍ

ເມື່ອ​ເບິ່ງ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ການ​ທູດປະ​ຊາ​ຊົນ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ​ຫວຽດ​ນາມ - ລັດ​ເຊຍ, ທ່ານ ຟານ​ແອ່ງ​ເຊີນ ໄດ້​ກ່າວ​ເຖິງ 3 ປັດ​ໄຈ​ຕົ້ນ​ຕໍ​ຄື: ເຈົ້າກຳ, ເປົ້າໝາຍ ແລະ ວິ​ທີ​ການເຂົ້າເຖິງ.

ສຳລັບເຈົ້າກຳ, ຖ້າ​ຫາກ​ວຽກ​ງານ​ການ​ພົວພັນຕ່າງປະເທດຂອງ​ພັກ​ໄດ້​ຮັບ​ການ​ປະຕິບັດ​ໂດຍ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ, ການ​ທູດ​ແຫ່ງ​ລັດ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ ແລະ ກຳມາທິການ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ​ເປັນ​ປະທານ, ການ​ຕ່າງປະ​ເທດ​ຂອງ​ປະຊາຊົນ​ແມ່ນ​ການ​ເຂົ້າ​ຮ່ວມ​ຢ່າງ​ກວ້າງຂວາງ​ຂອງ​ແນວ​ໂຮມປະເທດຊາດ ຫວຽດນາມ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ການ​ເມືອງ - ສັງ​ຄົມ, ອົງການຈັດຕັ້ງປະ​ຊາ​ຊົນ ແລະ ປະ​ຊາ​ຊົນ ​ຫວຽດ​ນາມ ທົ່ວໄປ. ອົງການ​ຮັບຜິດຊອບໂດຍສະເພາະທີ່​ມີ​ບົດບາດ​ເປັນ​ຫຼັກ​ແຫຼ່ງແມ່ນ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ (VUFO).

ສຳລັບເປົ້າໝາຍ, ທ່ານ ເຊີນ ​ໃຫ້​ຮູ້​ວ່າ VUFO ບໍ່ພຽງແຕ່​ຮັກສາ​ການ​ພົວພັນ​ກັບ​ບັນດາ​ອົງການ​ທີ່ທຽບເທົ່າ​ຢູ່​ບັນດາ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ພົວພັນ​ກັບ​ບັນດາ​ມະຫາວິທະຍາ​ໄລ, ສະ​ຖາ​ບັນ​ຄົ້ນ​ຄ້ວາ, ບັນດາ​ອົງການ​ທີ່​ປຶກສາ​ດ້ານ​ນະ​ໂຍບາຍ, ບັນດາ​ກອງທຶນ, ບັນດາ​ວິ​ສາ​ຫະກິດ, ບັນດາ​ອົງການ​ຕ່າງປະ​ເທດທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ ​ທີ່ກຳລັງເຄື່ອນໄຫວ​ຢູ່ ຫວຽດນາມ, ​ລວມທັງບັນດາ​ນັກ​ການ​ເມືອງ, ປັນຍາ​ຊົນ​ຕ່າງປະ​ເທດ .

ທ່ານ ເຊີນ ໃຫ້ຮູ້ວ່າ "ສຳລັບ ລັດເຊຍ, ພວກຂ້າພະເຈົ້າມີຄູ່ຮ່ວມມືຫຼາຍເຊັ່ນ: ສະມາຄົມລັດເຊຍເພື່ອການຮ່ວມມືສາກົນ (RAMS), ກອງທຶນສາກົນເພື່ອເສັ້ນທາງສັນຕິພາບ, ຄະນະກໍາມະການການຕ່າງປະເທດ St. Petersburg, ອົງການການຮ່ວມມື ສະຫະພັນ ລັດເຊຍ Rossotrudnichestvo, ໂຮງຮຽນວິທະຍາໄລ, ສະຖາບັນຄົ້ນຄວ້າ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ບັນດາ​ວິ​ສາ​ຫະກິດ. ນີ້​ແມ່ນ​ເຄືອ​ຂ່າຍ​ຄູ່​ຮ່ວມ​ມືທີ່ກວ້າງ​ໃຫຍ່ຄຽງຂ້າງ​​ບັນດາ​ຄູ່​ຮ່ວມ​ມື​ດັ້ງ​ເດີມ​ຄື: ສະມາຄົມ​ມິດຕະພາບ​ ລັດ​ເຊຍ - ຫວຽດນາມ.

ສຳລັບ​ວິທີ​ການເຂົ້າເຖິງ, ທ່ານ ຟານ​ແອ່ງ​ເຊີນ ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ ​ເນັ້ນ​ໜັກ​ວ່າ: ລັກສະນະມີໄຫວພິບ​ແມ່ນ​ລັກສະນະພິເສດສະເພາະ​ຂອງການ​ທູດ​​ປະຊາຊົນ, ​ເພື່ອ​ຕອບ​ສະໜອງ​ການ​ຜັນ​ແປ​ຢ່າງ​ສັບສົນ​ຂອງ​ສະຖານະ​ການ​ໃນພາກ​ພື້ນ ​ແລະ ​ໂລກ. ພ້ອມກັນນັ້ນ, ທາງເລືອກຂອງວິທີການເຂົ້າເຖິງທີ່ມີຄວາມແຕກຕ່າງກັນ ກໍ່ຍັງຂຶ້ນກັບແຕ່ລະເປົ້າໝາຍສະເພາະ. ເຖິງຢ່າງໃດກໍຕາມ, ຈຸດຮ່ວມກັນແມ່ນເພື່ອຊອກຫາຄ່ານິຍົມທີ່ເປັນເອກະພາບກັນເຊັ່ນ: ຮັກຫອມສັນຕິພາບ, ຄວາມຍຸດຕິທໍາ, ຄວາມຊອບທໍາ ແລະ ການຕໍ່ສູ້ເພື່ອບັນດາຄຸນຄ່າເຫຼົ່ານັ້ນ.

ການທູດປະຊາຊົນ - ກຸນແຈຄຳທີ່ຜູກພັນສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ

ສະຫະພັນ​ໄດ້​ສົມທົບ​ກັບ​ສະຖານທູດ ​ສະຫະພັນ ​ລັດ​ເຊຍ ປະຈຳ ຫວຽດນາມ ຈັດ​ຕັ້ງ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ສະພາບ​ການ​ຢູ່​ ລັດ​ເຊຍ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ.

ຂີດໝາຍປະຫວັດສາດ ແລະ ຄວາມສາມັກຄີພິເສດ

​ເມື່ອ​ຕີ​ລາຄາ​ຄວາມ​ຫຼາກ​ຫຼາຍ ​ແລະ ຄວາມ​ເລິກ​ເຊິ່ງຂອງ​ການ​ເຄື່ອນ​ໄຫວ​ການ​ທູດ​​ປະຊາຊົນ​ໃນ​ການ​ຊຸກຍູ້​ການ​ພົວພັນ ​ຫວຽດນາມ - ລັດ​ເຊຍ, ທ່ານ ຟານ​ແອ່ງ​ເຊີນ ຢືນຢັນ​ວ່າ ນີ້​ແມ່ນ​ສາຍ​ພົວພັນ​ພິ​ເສດ​ທີ່​ໄດ້ຜ່ານ​ຜ່າ​ການ​ທົດສອບ​ຂອງ​ການເວລາ ​ແລະ ​ໄດ້​ຮັບ​ການ​ຮັກສາ ​ແລະ ເພີ່ມພູນຄູນສ້າງຈາກບັນດາລຸ້ນຜູ້ນຳ ​ແລະ ປະຊາຊົນ​ສອງ​ປະ​ເທດ.

ທ່ານ​ຫົວໜ້າ VUFO ​ເນັ້ນ​ໜັກ​ວ່າ ບັນດາ​ບາດກ້າວ​ບຸກທະລຸ​ທີ່​ສຳຄັນ​ໃນ​ປະຫວັດສາດ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ​ໄດ້​ວາງ​ພື້ນຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​​ປະຊາຊົນ​ ຫວຽດນາມ - ລັດ​ເຊຍ ​ໃນ​ປະຈຸ​ບັນ.

ທ່ານ ເຊີນ ໄດ້ຢ້ຳຄືນວ່າ “ປີ 1950, ຫວຽດນາມ ​ແລະ ໂຊ​ວຽດ ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ. ປີ 1994, ຫວຽດນາມ ​ແລະ ສະຫະພັນ​ ລັດ​ເຊຍ ​ໄດ້​ລົງ​ນາມ​ໃນ “ສົນທິສັນຍາ​ກ່ຽວ​ກັບ​ຫຼັກການ​ພື້ນຖານ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ​ສາທາລະນະ​ລັດ​ ສັງຄົມ​ນິຍົມ ຫວຽດນາມ ​ແລະ ສະຫະພັນ ​ລັດ​ເຊຍ”. ປີນີ້ແມ່ນຄົບຮອບ 30 ປີຂອງເຫດການສໍາຄັນນັ້ນ. ໃນວັນທີ 30 ມິຖຸນາ ປີ 2023, ນະຄອນ St. Petersburg ຂອງ ​ລັດ​ເຊຍ ກໍ່​ໄດ້​ເປີດສະຫຼອງ​ອະນຸສາວະລີ​ປະທານ ​ໂຮ່ຈີ​ມິນ ຢູ່​ສະໜາມ​ຫຼວງ​ສູນ​ກາງ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 100 ປີ​ແຫ່ງ​ວັນ​ປະທານ ​ໂຮ່ຈີ​ມິນ ​ເດີນທາງ​ມາ​ເຖິງ Petrograd (​St. Petersburg ໃນ​ປະຈຸ​ບັນ)”.

ທ່ານ​ຫົວໜ້າ VUFO ກໍ່​ແບ່ງປັນ​ວ່າ, ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ ​ແລະ ການ​ທູດ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ ຫວຽດນາມ ທີ່ມາ ​ລັດ​ເຊຍ ລ້ວນ​ແຕ່​ມີການ​ພົບ​ປະ​ກັບ​ບັນດາ​ອົງການ​ປະຊາຊົນ​ຂອງ ​ສະຫະພັນ ​ລັດ​ເຊຍ ​ແລະ ປະຊາ​ຄົມ​ຊາວ​ ຫວຽດນາມ ທີ່ກຳລັງອາ​ໄສ​, ສຶກສາຮ່ຳຮຽນ ແລະ ​ເຮັດ​ວຽກ​ຢູ່​ທີ່​ນີ້.

ທ່ານ ເຊີນ ປາດ​ຖະໜາ​ວ່າ ບັນດາ​ເຫດການທີ່​ຄ້າຍຄື​ກັນ​ຈະ​ສືບ​ຕໍ່​ດຳ​ເນີນ​ໃນ​ໄລຍະຈະມາເຖິງ​ຄື ການໄປຢ້ຽມຢາມ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ​ຂອງ​ທ່ານ​ປະທານາທິບໍດີ​ ລັດ​ເຊຍ Vladimir Putin.

ໄລຍະທາງ​ອັນ​ຍາວ​ນານ​ຂອງ​ການ​ພົວ​ພັນ​ທາງ​ການ​ທູດ​ເກືອບ 75 ປີ​ໄດ້​ຢືນ​ຢັນ​ການ​ພົວ​ພັນອັນ​ສະ​ໜິດ​ສະ​ໜົມ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ທ່ານ​ ເຊີນ ​ເນັ້ນ​ວ່າ:

“ຢູ່​ ຫວຽດນາມ, ມີ​ຫຼາຍ​ຄົນ​ທີ່​ຮັກ​ແພງ​ອະດີດ​ ສະຫະພາບ ​ໂຊ​ວຽດ ​ແລະ ລັດ​ເຊຍ​ ໃນ​ປະຈຸ​ບັນ, ນັ້ນ​ແມ່ນ​ຫຼັກ​ຖານທີ່​ສະ​ແດງ​ໃຫ້​ເຫັນ​ການ​ພົວພັນ​ທີ່​ຜ່ານ​ຜ່າ​ການ​ທົດ​ສອບຂອງການເວລາ, ​ໄດ້​ຮັບ​ການເພີ່ມພູນຄູນສ້າງ​ ແລະ ເສີມຂະຫຍາຍ​ຈາກ​ການ​ນຳ​ຫຼາຍ​ລຸ້ນຄົນ ​ແລະ ປະຊາຊົນ​ສອງ​ປະ​ເທດ”.

ທ່ານ​ປະທານ VUFO ກໍ່​ໄດ້ກ່າວເຖິງ​ການ​ພັດທະນາ​ການ​ຮ່ວມ​ມື​ໃໝ່, ​ໃນ​ນັ້ນ ສະມາຄົມ​ມິດຕະພາບ ​ຫວຽດນາມ - ​ລັດ​ເຊຍ ຫາ​ກໍ່​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ໄລຍະ 2024 – 2029 ກັບ​ມະຫາວິທະຍາ​ໄລ​ສ້າງຄູ​ແຫ່ງ​ຊາດ ​ລັດ​ເຊຍ ທີ່ມີຊື່ວ່າ A.I. Herzen ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ການພົບປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ເຜີຍແຜ່ ແລະ ໂຄສະນາວັດ​ທະ​ນະ​ທຳ​, ພາສາ ລັດ​ເຊຍ ຢູ່​ ຫວຽດ​ນາມ ແລະ ພາ​ສາ, ວັດ​ທະ​ນະ​ທຳ ​ຫວຽດ​ນາມ ຢູ່ ລັດ​ເຊຍ.

ໃນເວລາຈະມາເຖິງນີ້, VUFO ກໍ່ຈະສ້າງການພົວພັນຮ່ວມມືກັບບັນດາມະຫາວິທະຍາໄລທີ່ມີຊື່ສຽງຂອງລັດເຊຍ ເຊັ່ນ: ມະຫາວິທະຍາໄລສັງລວມແຫ່ງຊາດ St. Petersburg (SPbSU), ສະຖາບັນການພົວພັນຕ່າງປະເທດແຫ່ງຊາດ Moskva (MGIMO) ແລະ ມະຫາວິທະຍາໄລສັງລວມແຫ່ງຊາດ Moskva ທີ່ມີຊື່ວ່າ M.V. Lomonosov (MGU) ຂອງ ລັດເຊຍ.

ວິໄສທັດມຸ່ງໄປສູ່ອະນາຄົດ

ສຳລັບບັນດາ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ທ່ານ ຟານ​ແອ່ງ​ເຊີນ ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ ​ໄດ້​ຕີ​ລາຄາ​ວ່າ ນີ້​ແມ່ນ​ຂະ​ບວນການ​ເຄື່ອນ​ໄຫວທີ່ຂະຫຍັນຂັນເຂື່ອນ, ອຸດົມສົມບູນ ​ແລະ ​ເລິກ​ເຊິ່ງ. ທ່ານໄດ້ນັບອອກມາ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ການຈັດ​ຕັ້ງ​ບັນດາ​ເຫດການ​ການ​ເມືອງ ​ແລະ ການ​ທູດ ​ເນື່ອງໃນໂອກາດສະເຫຼີມສະຫຼອງບັນດາ​ເຫດການ​ສຳຄັນ​ໃນ​ການ​ພົວພັນ ຫວຽດນາມ - ລັດ​ເຊຍ ​ແລະ ບັນດາ​ວັນ​ບຸນ​ປະ​ເພນີ​ຂອງ 2 ປະ​ເທດ; ການ​ພົບ​ປະ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ ​ແລະ ວົງຄະນະຍາດປະຊາ​ຄົມ​ຊາວ ​ຫວຽດນາມ ຢູ່ ​ສະຫະພັນ​ ລັດ​ເຊຍ; ເປັນຂົວຕໍ່ຊຸກຍູ້ການແຮກສ່ຽວລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ.

ທ່ານ ເຊີນ ເນັ້ນ​ໜັກ​ວ່າ: “ບັນດາ​ການ​ເຄື່ອນ​ໄຫວ​ບົນ​ຊ່ອງ​ທາງ​ປະຊາຊົນ​ລະຫວ່າງ 2 ປະ​ເທດ​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ​ໃນ​ສະພາບ​ການ​ໂລກ​ທີ່ຜັນ​ແປຫຼາຍຢ່າງ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ປະຊາຊົນ 2 ປະ​ເທດ, ຊຸກຍູ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະຫວ່າງ 2 ປະ​ເທດ”.

​ໃນ​ການ​ໂອ້​ລົມ​ສົນທະນາ, ທ່ານ ຟານ​ແອ່ງ​ເຊີນ ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ແງ່​ຫວັງອະນາຄົດ​ອັນ​ສົດ​ໃສ​ຂອງ​ການ​ພົວພັນ​ ຫວຽດນາມ - ລັດ​ເຊຍ ບົນ​ຊ່ອງ​ທາງ​ປະຊາຊົນ ​ໃນ​ສະພາບ​ການ​ທີ່​ສອງ​ປະ​ເທດ​ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີ​ມສະຫຼອງ 75 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ໃນ​ປີ 2025.

ທ່ານ ເຊີນ ໃຫ້ຮູ້ວ່າ: “VUFO ພວມ​ປຶກສາ​ຫາລື ​ແລະ ​ເຫັນ​ດີເປັນເອກະພາບ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຂອງ ລັດ​ເຊຍ ​ເພື່ອ​ຈັດ​ຕັ້ງ​ເວທີ​ປາ​ໄສ​ປະຊາຊົນ​ ຫວຽດນາມ - ລັດ​ເຊຍ ຄັ້ງ​ທຳ​ອິດ​ໃນ​ປີ 2025 ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 75 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ອະດີດ​ສະຫະພາບ ​ໂຊ​ວຽດ/ສະຫະພັນ ລັດເຊຍ ປະຈຸບັນ (ວັນທີ 30 ມັງກອນ ປີ 1950 - ວັນທີ 30 ມັງກອນ ປີ 2025). ຫຼັງ​ຈາກ​ນັ້ນ, ເວ​ທີ​ປາ​ໄສ​ຈະ​ຈັດ​ຂຶ້ນ​ປະ​ຈຳ​ປີ​ຢູ່​ ຫວຽດ​ນາມ ຫຼື ລັດ​ເຊຍ”.

​ເຫດການ​ນີ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ກາຍ​ເປັນ​ໂອກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ຊຸກຍູ້​ການ​ພົບປະແລກປ່ຽນ ເພື່ອແນໃສ່ເສີມຂະຫຍາຍ ແລະ ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ 2 ​ປະ​ເທດ, ພ້ອມທັງສ້າງ​ບາດກ້າວ​ໃໝ່​ໃນ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ.

ບັນດາ​ຄວາມ​ມານະພະຍາຍາມ​ໃນການຊຸກຍູ້​ການ​​ຮ່ວມ​ມືປະຊາຊົນ​ທີ່​ກ່າວ​ມາຂ້າງເທິງ​ນີ້, ກຳລັງ ແລະ ຈະປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ລັດ​ເຊຍ ​ໃຫ້​ເລິກ​ເຊິ່ງກ່ວາ​ອີກ.

ສະຖານທູດລາວ ປະຈຳ ລັດເຊຍ ອວຍພອນປີໃໝ່ ຫວຽດນາມ ປີມະໂລງ 2024 ສະຖານທູດລາວ ປະຈຳ ລັດເຊຍ ອວຍພອນປີໃໝ່ ຫວຽດນາມ ປີມະໂລງ 2024

ຍສໝ - ປີ 2023, ສາຍພົວພັນແບບພິເສດ ຫວຽດນາມ - ລາວ ເວົ້າລວມ, ກໍ່ຄືສາຍພົວພັນ ລະຫວ່າງ ສອງສະຖານທູດ ຫວຽດນາມ ແລະ ລາວ ເວົ້າສະເພາະ, ໄດ້ມີການພັດທະນາເປັນຢ່າງດີ.

ສະຫະພັນ​ແມ່ຍິງ​ແຂວງ ອານ​ຢາງ “​ໄປ​ຄຽງ​ຄູ່​ກັບ​ແມ່​ຍິງ​ຊາຍ​ແດນ” ສະຫະພັນ​ແມ່ຍິງ​ແຂວງ ອານ​ຢາງ “​ໄປ​ຄຽງ​ຄູ່​ກັບ​ແມ່​ຍິງ​ຊາຍ​ແດນ”

ຍສໝ - ຕອນເຊົ້າວັນທີ 7 ຕຸລາ, ຄະນະປະຕິບັດງານກອງບັນຊາການທະຫານຊາຍແດນແຂວງ ອານຢາງ, ແຂວງ ອານຢາງ ໄດ້ສົມທົບກັບສະຫະພັນແມ່ຍິງແຂວງ ອານຢາງ, ແຂວງ ໂສກຈັງ ຈັດຕັ້ງການເຄື່ອນໄຫວອາສາສະໝັກຢູ່ 2 ຕາແສງຊາຍແດນ ຟູ໋ໂຮ່ຍ, ເຍີນໂຮ່ຍ (ເມືອງອານຝູ, ແຂວງອານຢາງ).

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.