ການແລກປ່ຽນບົດຮຽນວິຊາການ ລະຫວ່າງ ໜັງສືພິມ ແຮງງານ (ລາວ) ແລະ ໜັງສືພິມ ລາວ​ດົ້ງ

06:31 | 12/06/2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 10 ມິຖຸນາ​, ຄະນະປະຕິບັດງານຂອງໜັງສືພິມ ແຮງງານ (ລາວ) ​ໄດ້​ມາ​ເຮັດ​ວຽກ​ຢູ່​ສຳນັກງານຂອງ​ໜັງສືພິມ​ ລາວ​ດົ້ງ ເພື່ອ​ແລກປ່ຽນບົດຮຽນວິຊາການລະຫວ່າງ​ສອງ​ຝ່າຍ.

ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ເຊື່ອມ​ຕໍ່​ການ​ຄ້າ​ລະຫວ່າງ​ ຫວຽດນາມ ​- ລາວ
​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການຄຸ້ມ​ຄອງ​ທ້ອງ​ຕະຫຼາດ​ລະຫວ່າງ​ ຫວຽດນາມ ​ແລະ ລາວ

ທ່ານ ອຸ່ນຄຳ ກອງຈັນທະວົງ, ຫົວໜ້າຄະນະຂ່າວສານ, ສູນກາງສະຫະພັນກຳມະບານລາວ (LFTU) ເປັນຫົວໜ້າຄະນະ.

ການແລກປ່ຽນບົດຮຽນວິຊາການ ລະຫວ່າງ ໜັງສືພິມ ແຮງງານ (ລາວ) ແລະ ໜັງສືພິມ ລາວ​ດົ້ງ

Ban Biên tập Báo Lao Động trao quà lưu niệm tới Đoàn công tác của Báo Hengan (Lào). Ảnh: Hải Nguyễn

ຄະນະບັນນາທິການໜັງສືພິມ ລາວ​ດົ້ງ ມອບຂອງທີ່ລະນຶກໃຫ້ແກ່ຄະນະປະຕິບັດງານຂອງໜັງສືພິມ ແຮງງານ (ລາວ). ພາບ: ຫາຍຫງວຽນ

ທີ່​ການ​ພົບ​ປະ, ທ່ານ ຫງວຽນ​ຫງອກ​ຫຽນ, ກຳມະການ​ຄະນະປະທານສະຫະພັນແຮງ​ງານ​ໃຫຍ່ ຫວຽດນາມ, ຫົວໜ້າບັນນາທິການໜັງສືພິມ ລາວ​ດົ້ງ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ຄະນະ.

ທ່ານຫົວໜ້າບັນນາທິການໜັງສືພິມ ລາວ​ດົ້ງ ຫງວຽນ​ຫງອກ​ຫຽນ ເນັ້ນໜັກວ່າ ໜັງສືພິມ ແຮງງານ (ລາວ) ແລະ ໜັງສືພິມ ລາວ​ດົ້ງ ໄດ້ມີການປະສານງານ, ຮ່ວມມື ເພື່ອແລກປ່ຽນປະສົບການມາເປັນເວລາຫຼາຍປີ. ການປະສານງານນີ້​ ໄດ້​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ທັງ​ສອງ​ຝ່າຍ, ຊ່ວຍ​ໃຫ້​ສອງ​ຝ່າຍ​ພັດ​ທະ​ນາ​ດີ​ຂຶ້ນ.

ໃນ​ຂອບ​ເຂດ​ການ​ແລກປ່ຽນບົດຮຽນ​ວິຊາການ, ສອງ​ຝ່າຍ ປຶກສາ​ຫາລື​ກ່ຽວ​ກັບ​ເນື້ອ​ໃນ​ຂອງ​ການ​ພັດທະນາ​ຊ່ອງ​ທາງ​ສື່ສານກຳມະບານ​ໃນ​ເຄືອ​ຂ່າຍ​ສັງຄົມ; ຂຸດຄົ້ນລາຍຮັບຈາກເວັບໄຊ, ໜັງສືພິມເອເລັກໂຕນິກ, fanpages ...

ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ປະຈຳ​ລະຫວ່າງ​ໜັງສືພິມ​ ແຮງງານ (ລາວ) ແລະ ໜັງສືພິມ ລາວ​ດົ້ງ ​ເຊິ່ງໄດ້​ສະ​ແດງ​ໃຫ້​ເຫັນສາຍພົວພັນຢ່າງແໜ້ນແຟ້ນ​ລະຫວ່າງ​ສອງ​ອົງການ​ສື່ມວນຊົນ ກໍຄືອົງການກຳມະບານສອງ​ປະ​ເທດ.
ວຽກງານແນວ​ໂຮມ ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ ກຳປູ​ເຈຍ - ລາວ - ຫວຽດນາມ ວຽກງານແນວ​ໂຮມ ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ ກຳປູ​ເຈຍ - ລາວ - ຫວຽດນາມ

ຍສໝ - ວັນ​ທີ 9 ​ເມສາ, ຢູ່​ນະຄອນຫຼວງ​ວຽງ​ຈັນ, ລາວ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ປະທານ​ແນວໂຮມສາມປະເທດ ກຳປູ​ເຈຍ - ລາວ - ຫວຽດນາມ ​ໂດຍ​ການ​ເປັນ​ປະທານ​ຮ່ວມ​ຂອງປະທານຄະນະ​ກຳມະການ​ສູນ​ກາງ​​ແນວລາວສ້າງ​ຊາດ ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ, ປະທານສະພາແຫ່ງຊາດແນວໂຮມສາມັກຄີເພື່ອພັດທະນາ​ປະ​ເທດ​ຊາດ ​ກຳປູ​ເຈຍ, ທ່ານ​ນາງ Samdech Mensamaan ​ແລະ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ...

ສະຖານທູດ, ສະຖານກົງສູນ​ໃຫຍ່ ​ແມ່ນ​ຂົວ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ແຂວງ ບິ່ງ​ທ້ວນ ​ແລະ ບັນດາທ້ອງ​ຖິ່ນ​ຂອງ​ລາວ ສະຖານທູດ, ສະຖານກົງສູນ​ໃຫຍ່ ​ແມ່ນ​ຂົວ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ແຂວງ ບິ່ງ​ທ້ວນ ​ແລະ ບັນດາທ້ອງ​ຖິ່ນ​ຂອງ​ລາວ

ຍສໝ - ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ນາງ ຄຳເພົາ ເອີນທະວັນ - ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສາທາລະນະ​ລັດ ປະຊາທິປະໄຕ ປະ​ຊາ​ຊົນ​ລາວ ປະຈຳ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ການຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ບິ່ງ​ທ້ວນ ​ໃນ​ວັນ​ທີ 26 ມີນາ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.