ຄະນະຜູ້ແທນອົງການກວດກາແຫ່ງລັດຂອງ ລາວ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ PV GAS

11:43 | 09/06/2024

ຍສໝ - ຫວ່າງ​ມໍ່ໆ​ນີ້, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ອົງການ​ກວດກາ​ແຫ່ງ​ລັດ​ຂອງ ​ລາວ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ບໍລິສັດ​ອາຍແກັສ ຫວຽດນາມ (PV GAS).

ກະຊວງບັນຊາທະຫານ ແຂວງບິ່ງດິ້ງ ໄດ້ມາຢ້ຽມຢາມ, ອວຍພອນປີໃໝ່ ແລະ ກວດພະຍາດຢູ່ລາວ
ໜູນຊ່ວຍນັກສຶກສາມະຫາວິທະຍາໄລ ໄທຫງວຽນ ໄປຝຶກງານ ແລະ ເຮັດວຽກຢູ່ ຍີ່ປຸ່ນ

​ໃນ​ຂອບ​ເຂດ​ໂຄງການ​ຮ່ວມ​ມື​ລະຫວ່າງ​ຄະນະ​​ກວດກາ​ສູນ​ກາງ​ ພັກ ​ປະຊາຊົນ​ ປະຕິວັດ​ລາວ, ອົງການ​ກວດກາແຫ່ງ​ລັດ​ ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ ​ລາວ ​ແລະ ຄະນະ​ກວດກາ​ສູນ​ກາງ​ພັກ ​ແລະ ອົງການ​ກວດກາແຫ່ງ​ລັດ ຫວຽດນາມ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຄະນະ​ກວດກາ​ສູນ​ກາງ​ພັກ ​ແລະ ອົງການ​ກວດກາແຫ່ງ​ລັດ ​ລາວ ລວມມີ 10 ທ່ານ ​ໂດຍ​ສະຫາຍ ຄຳ​ພັນ ພົມມະ​ທັດ, ກຳມະການ​ກົມ​ການ​ເມືອງ, ​ເລຂາທິການ​ສູນ​ກາງ​ພັກ, ປະທານຄະນະ​​ກວດກາ​ສູນ​ກາງ, ຫົວໜ້າ​ຄະນະ​ກຳມະການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ສູນ​ກາງ, ​​​ຫົວໜ້າອົງການ​ກວດກາແຫ່ງ​ລັດ ​ລາວ ​ໃນ​ຖານະ​ເປັນ​ຫົວໜ້າ​ຄະນະ ​ໄດ້​ເດີນທາງ​ມາ​ຢ້ຽມຢາມ​ ຫວຽດນາມ ​ແຕ່​ວັນ​ທີ 2-8 ມິຖຸນາ ປີ 2024.

ວັນທີ 7 ມິຖຸນາ ປີ 2024, ສະຫາຍ ຄຳພັນ ພົມມະ​ທັດ ພ້ອມດ້ວຍກົງສຸນໃຫຍ່ລາວ ປະຈຳນະຄອນ ໂຮ່ຈີມິນ ແລະ ຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ ແລະ ຮັບຟັງການລາຍງານການເຄື່ອນໄຫວຂອງບໍລິສັດອາຍແກັສ ຫວຽດນາມ (PV GAS). ​ເຂົ້າ​ຮ່ວມ​ການ​ເຮັດ​ວຽກ​ກັບ​ຄະນະ, ​ຝ່າຍຄະນະ​​ກວດກາ​ສູນ​ກາງ ​ຫວຽດນາມ, ມີ​ສະຫາຍ ເຈິນຫວຽດຮ່າ, ຫົວໜ້າ​ກົມ 7; ​ສຳລັບອົງການ​ກວດກາແຫ່ງ​ລັດ ຫວຽດນາມ ມີ​ສະຫາຍ ໂດ໊ຈຸງກ່ຽນ , ຮອງ​ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ, ພ້ອມ​ດ້ວຍ​ບັນດາຜູ້ຕາງໜ້າການ​ນຳ​ວິຊາ​ສະ​ເພາະ​ທີ່​ກ່ຽວຂ້ອງ.

ສະຫາຍ ຫງວຽນແທ່ງບິ່ງ, ເລຂາຄະນະພັກ, ປະທານສະພາບໍລິຫານ PV GAS; ສະຫາຍ ຟ້າມວັນຟອງ, ຮອງເລຂາຄະນະພັກ, ຜູ້ອຳນວຍການໃຫຍ່; ບັນດາສະຫາຍຄະນະປະຈຳພັກ, ສະມາຊິກສະພາບໍລິຫານ PV GAS, ແລະ ຄະນະອຳນວຍການໃຫຍ່; ຜູ້ຕາງໜ້າບັນດາການນຳຂອງບັນດາຄະນະວິຊາສະເພາະ ກໍ່ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະ.

ຄະນະຜູ້ແທນອົງການກວດກາແຫ່ງລັດຂອງ ລາວ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ PV GAS

ຕ້ອນຮັບຄະນະກວດກາແຫ່ງລັດ ສປປ ລາວ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ PV GAS

ກ່າວ​ຄຳ​ປາໄສທີ່​ກອງ​ປະຊຸມ, ບັນດາ​ການ​ນຳ PV GAS ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ແລະ ​ເປັນ​ກຽດ​ທີ່​ໄດ້​ໃຫ້ການ​ຕ້ອນຮັບ ​ແລະ ​ເຮັດ​ວຽກ​ຮ່ວມ​ກັບ​ສະຫາຍ ຄຳ​ພັນ ພົມມະ​ທັດ ພ້ອມ​ດ້ວຍ​ຄະນະ. PV GAS ກໍ່​ໄດ້​ລາຍ​ງານ​ກ່ຽວ​ກັບ​ຂະ​ບວນການ​ສ້າງ​ຕັ້ງ, ພັດທະນາ ​ແລະ ບັນດາ​ຜົນງານ​ພົ້ນ​ເດັ່ນ - ນຳພາຂະແໜງການ​ອຸດສາຫະກຳ​ອາຍແກັສ ໃນ​ໄລຍະ 34 ປີຜ່ານມາ, ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ໃຫ້​ແກ່​ຂະແໜງການອຸດສາຫະກຳ​ນ້ຳມັນ ​ແລະ ອາຍແກັສ ຫວຽດນາມ ​ແລະ ໃຫ້ແກ່ປະ​ເທດ​ຫວຽດນາມ.

PV GAS ​ເປັນ​ກຽດ​ທີ່​ໄດ້​ຕາງໜ້າ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ​ ຫວຽດນາມ ຈັດ​ຕັ້ງ​ການ​ແລກປ່ຽນ​ກ່ຽວ​ກັບ​ວຽກ​ງານ​ກວດກາ ​ແລະ ລາຍ​ງານ​ສະພາບ​ຕົວ​ຈິງ​ຂອງ​ການ​ເຄື່ອນ​ໄຫວ​ກວດກາ ​ແລະ ຄວບ​ຄຸມ​ຢູ່ພາຍໃນ​ບັນດາ​ວິ​ສາ​ຫະກິດ. PV GAS ຢືນຢັນ​ວ່າ​ ຍາມໃດກໍ່ຍົກສູງ​ວຽກ​ງານ​ກວດກາ​​ ​ແລະ ຮັບປະກັນ​ຄວາມ​ໂປ່ງໃສ​ເພື່ອ​ພັດທະນາ​ແບບ​ຍືນ​ຍົງ. ຄະນະບໍລິຫານງານຂອງ PV GAS ຢືນຢັນວ່າ: ບັນດາໂອກາດທີ່ໄດ້ພົບປະ ແລະ ດຳເນີນການຄົ້ນຄວ້າດ້ານວິຊາສະເພາະກັບອົງການກວດກາ ແມ່ນໂອກາດເພື່ອໃຫ້ PV GAS ໄດ້ແລກປ່ຽນ ແລະ ຖອດຖອນບົດຮຽນເພື່ອປັບປຸງລະບົບການຄຸ້ມຄອງພາຍໃນ, ປະກອບສ່ວນສືບຕໍ່ຢັ້ງຢືນຖານະບົດບາດເປັນວິສາຫະກິດອັນດັບໜຶ່ງຂອງຂະແໜງການອຸດ​ສາ​ຫະ​ກໍາ​ນ້ຳມັນ ​ແລະ​ ອາຍ​ແກັສ, ກໍ່ຄືການ​ພັດ​ທະ​ນາ​ຍີ່​ຫໍ້​ຂອງ​ຕົນ​ໃນ​ພາກ​ພື້ນ​ ແລະ​ ໃນ​ໂລກ​. ການນໍາ PV GAS ຍັງໄດ້ແບ່ງປັນການກຳນົດທິດທາງການລົງທຶນໃນເຂດພາກກາງຕອນເໜືອ, ຄວາມສາມາດໃນການເຊື່ອມຕໍ່ພື້ນຖານໂຄງລ່າງ ກໍ່ຄືການຂະຫຍາຍທ້ອງຕະຫຼາດຢູ່ ລາວ; ພ້ອມ​ກັນ​ນັ້ນ, ສະຫາຍ​ຍັງ​ໄດ້​ສະ​ແດງ​ຄວາມ​ປາຖະໜາ​ຢາກ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​​ແຮງ​ຈາກ​ລັດຖະບານ​ ລາວ ​ເພື່ອ​ຜັນ​ຂະຫຍາຍ​ບັນດາການ​ເຄື່ອນ​ໄຫວ​ທຸລະ​ກິດ​ຢູ່ ​ລາວ​ ໃນ​ໄລຍະຈະມາເຖິງ.

ສະຫາຍ ຄຳພັນ ພົມມະທັດ ໄດ້ກ່າວຄຳຂອບໃຈຕໍ່ການນຳ, ພະນັກງານ-ລັດຖະກອນຂອງ ບໍລິສັດ PV GAS ທີ່ໄດ້ໃຫ້ການຕ້ອນຮັບສະຫາຍ ແລະ ຄະນະຢ່າງລອບຄອບ, ສົມກຽດ ແລະ ຈິງໃຈ, ເຕັມໄປດ້ວຍນ້ຳໃຈມິດສະຫາຍ; ຊົມເຊີຍບັນດາຜົນງານດີເດັ່ນ ແລະ ການປະກອບສ່ວນທີ່ດີຂອງ PV GAS ໃຫ້ແກ່ປະເທດ ຫວຽດນາມ; ທ່ານ ຍັງສະແດງຄວາມປາດຖະໜາວ່າ ບໍລິສັດ PV GAS ສືບຕໍ່ເອົາໃຈໃສ່ ແລະ ຕັ້ງໝັ້ນຊອກຫາຄູ່ຮ່ວມມືທີ່ເໝາະສົມ ເພື່ອເປີດກວ້າງການດຳເນີນທຸລະກິດເຂົ້າສູ່ທ້ອງຕະຫຼາດຂອງ ລາວ, ນຳເອົາຜະລິດຕະພັນຈາກສາງ ຫວູງອ່າງ ມາສູ່ປະເທດອ້າຍນ້ອງ ລາວ, ປະກອບສ່ວນຊຸກຍູ້ເສດຖະກິດ ລາວ, ບົນຈິດໃຈຮ່ວມມືອັນດີງາມ ເປັນທັງມິດສະຫາຍ ແລະ ອ້າຍນ້ອງ.

ໃນດ້ານກົນໄກ ແລະ ນະໂຍບາຍສ້າງແລວທາງທີ່ເໝາະສົມໃນການຮ່ວມມື ແລະ ຈຳໜ່າຍຜະລິດຕະພັນອາຍແກັສ, ສະຫາຍ ຄຳພັນ ພົມມະທັດ ໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະຮັບຟັງ ແລະ ມີຄຳເຫັນສະເໜີໃຫ້ເໝາະສົມເພື່ອສະໜັບສະໜູນ ແລະ ສ້າງເງື່ອນໄຂໃຫ້ແກ່ການພັດທະນາທ້ອງຕະຫຼາດ. ຄະນະ​ຜູ້​ແທນ​ຂັ້ນ​ສູງ​ອົງການ​ກວດກາ​​ແຫ່ງ​ລັດ ລາວ ຍັງ​ເນັ້ນ​ໜັກ​ວ່າ: ​ໂຄງການ​ສຶກສາ ​ແລະ ຄົ້ນ​ຄ້ວາ​ຕົວຈິງ​ຢູ່ ຫວຽດນາມ ຈະ​ແມ່ນ​ປະສົບ​ການ​ນຳ​ໃຊ້​ໃນ​ການ​ປະຕິບັດ​ວຽກ​ງານ​ຢູ່​ປະ​ເທດ​ ລາວ. ຜົນໄດ້ຮັບຂອງການເດີນທາງປະຕິບັດງານຄັ້ງນີ້ຈະໄດ້ຮັບການລາຍງານໃຫ້ລັດຖະບານ ລາວ ກັບບັນດາບົດຮຽນເຊິ່ງຈະໄດ້ເຜີຍແຜ່ຢ່າງກວ້າງຂວາງໃນຂະແໜງການ.

ຄະນະຜູ້ແທນອົງການກວດກາແຫ່ງລັດຂອງ ລາວ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ PV GAS

ສະຫາຍ ຄຳພັນ ພົມມະທັດ ກ່າວຂອບໃຈ PV GAS ທີ່ໃຫ້ການຕ້ອນຮັບຢ່າງສຸດອົກສຸດໃຈ

ຜູ້ຕາງໜ້າອົງການກວດກາແຫ່ງລັດ ຫວຽດນາມ ກໍ່ຢັ້ງຢືນວ່າ: ໂຄງການຮ່ວມມືກັບເພື່ອນຮ່ວມງານ ລາວ ໄດ້ຜ່ານຫຼາຍປີໃນການສົມທົບກັບບັນດາກອງປະຊຸມ, ພົບປະ, ແລກປ່ຽນ, ຈັດຕັ້ງການຝຶກຊ້ອມ ແລະ ການໄປລົງຕົວຈິງເພື່ອບັນລຸໄດ້ໝາກຜົນອັນດີງາມ. ການຢ້ຽມຢາມ, ເຮັດວຽກ ແລະ ແລກປ່ຽນບັນດາເນື້ອໃນດ້ານວິຊາສະເພາະຢູ່ PV GAS ໄດ້ປະກອບສ່ວນຮັດແໜ້ນສາຍພົວພັນສາມັກຄີ, ພ້ອມທັງເພີ່ມປະສົບການອັນລ້ຳຄ່າ ເພື່ອປັບປຸງການຄຸ້ມຄອງ ແລະ ພັດທະນາປະຊາຄົມວິສາຫະກິດສອງປະເທດ; ປະກອບສ່ວນ​ຍົກ​ສູງ​ປະສິດທິ​ຜົນ​ຂອງການ​ເຄື່ອນ​ໄຫວ​ຄຸ້ມ​ຄອງ, ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ລັດ, ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ວິ​ສາ​ຫະກິດ.

ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ຄົ້ນຄວ້າ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຄວບ​ຄຸມ​ພາຍ​ໃນ​ຂອງ​ວິ​ສາ​ຫະກິດ; ກຳນົດ ແລະ ວິເຄາະສິ່ງທ້າທາຍ, ໂດຍຜ່ານນັ້ນ ກໍ່ຊີ້ແຈ້ງບັນດາບັນຫາ ແລະ ອຸປະສັກທີ່ມີຢູ່ ແລະ ສະເໜີບັນດາວິທີຈຸດສຸມ ເພື່ອກຳນົດທິດໃຫ້ບັນດາວິສາຫະກິດໄປຕາມຍຸດທະສາດແຫ່ງຊາດ, ພ້ອມທັງສ້າງເງື່ອນໄຂໃຫ້ວິສາຫະກິດມີຫົວຄິດປະດິດສ້າງ, ປ່ຽນແປງໃໝ່ ແລະ ພັດທະນາ.

ຄະນະ​ຜູ້​ແທນ​ຂັ້ນ​ສູງ​ອົງການ​ກວດກາແຫ່ງ​ລັດ ​ລາວ ​ແລະ ອົງການ​ກວດກາແຫ່ງ​ລັດ ​ຫວຽດນາມ ​ໄດ້​ ໄປ​ຢ້ຽມຢາມ​ສູນ​ຈຳໜ່າຍ​ອາຍ​ແກັສ ຝູໝີ ຂອງ PV GAS. ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ຄະນະ​ຄັ້ງ​ນີ້ ​ໄດ້​ເຮັດ​ໃຫ້​ບັນດາ​ການ​ນຳ ແລະ ຜູ້ອອກແຮງງານຂອງ PV GAS ​ໄດ້​​ຮູ້​ສຶກ​ອົບ​ອຸ່ນເຖິງນ້ຳໃຈມິດສະຫາຍ​ ​ແລະ ຄວາມ​ສະໜິດ​ຕິດ​ພັນ​ລະຫວ່າງ​ອ້າຍ​ນ້ອງ ຫວຽດນາມ ​ແລະ ລາວ. ​ເຊື່ອ​ໝັ້ນ​ຢ່າງ​ເລິກ​ເຊິ່ງວ່າ, ການ​ພົວພັນ “ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ” ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ ຈະ​ຂຽວ​ສົດງົດງາມ ແລະ ຍືນ​ຍົງຕະຫຼອດ​ໄປ ​, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດຈະ​ນັບ​ມື້​ນັບ​ດີ​ງາມກວ່າ.

ຄະນະປະຕິບັດງານ VUFO ຢ້ຽມຢາມ ແລະ ເຮັດວຽກຢູ່ ຍີ່ປຸ່ນ ຄະນະປະຕິບັດງານ VUFO ຢ້ຽມຢາມ ແລະ ເຮັດວຽກຢູ່ ຍີ່ປຸ່ນ

ຍສໝ - ໃນລະຫວ່າງວັນທີ 21-23 ພະຈິກ 2023, ຄະນະປະຕິບັດງານຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໂດຍທ່ານປະທານ ຟານແອງເຊີນ ນຳໜ້າ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຍີ່ປຸ່ນ.

PV GAS ເຮັດວຽກຢູ່ລາວ ແລະ ພົບປະກັບບັນດາບໍລິສັດດຳ​ເນີນ​ທຸ​ລະ​ກິດ LPG ໃນຕະຫຼາດລາວ PV GAS ເຮັດວຽກຢູ່ລາວ ແລະ ພົບປະກັບບັນດາບໍລິສັດດຳ​ເນີນ​ທຸ​ລະ​ກິດ LPG ໃນຕະຫຼາດລາວ

ຍ​ສ​ໝ - ໃນການ​ເຮັດ​ວຽກ​ກັບ​ສະມາຄົມ​ນ້ຳມັນ​ເຊື້ອ​ໄຟ ​ແລະ ​ອາຍ​ແກັສລາວ (LFGA) ນຳ​ໂດຍ​ທ່ານ ທອງ​ທຳ​ມະ​ລາດ, ​ເລຂາ​ສະມາຄົມ PV GAS ​ໄດ້​ແນະນຳວິສັດການ​ກໍ່ສ້າງ ​ແລະ ພັດທະນາ, ການວາງແຜນ​ກຳ​ນົດ​ທິດ​ທາງ​ຍຸດ​ທະ​ສາດ​ດຳ​ເນີນ​ທຸລະ​ກິດ LPG ຂອງ PV GAS. ​

ມິງດຶກ

ເຫດການ
302 Found

Found

The document has moved here.