ຮັດ​ແໜ້ນສາຍພົວ​ພັນ ແລະ ການ​ຮ່ວມ​ມື​ ລາວ - ມົງ​ໂກ​ລີ

09:47 | 12/06/2024

ຍສໝ - ​ໂດຍຕອບ​ຮັບ​ຄຳ​ເຊີນ​ຂອງ​ທ່ານ Khurelsukh Ukhna, ປະທານາທິບໍດີ ມົງ​ໂກລີ, ທ່ານ ທອງ​ລຸນ ສີ​ສຸ​ລິດ, ປະທານ​ປະ​ເທດ​ລາວ ແລະ ຄະນະຜູ້ແທນ ໄດ້ມີການ​ຢ້ຽມຢາມ​ທາງ​ລັດຖະກິດຢູ່ ມົງ​ໂກ​ລີ​ ນັບແຕ່ວັນ​ທີ 11 – 12 ມິຖຸນາ​ນີ້ ​ເພື່ອ​ຮັດ​ແໜ້ນ​ ແລະ ພັດທະນາສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການຮ່ວມມືອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ.

​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານດຳເນີນ​ທຸລະ​ກິດ, ການ​ລົງທຶນ, ປະກອບສ່ວນ​ພັດທະນາ​ການ​ພົວພັນ​ ຫວຽດນາມ - ລາວ

ຫວຽດນາມ - ລາວ: ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ປະຕິ​ຮູບ​ລະບຽບການ​ການ​ບໍລິຫານ ​ແລະ ສື່ສານ

ຕອນ​ບ່າຍ​ວັນ​ທີ 11 ມິຖຸນາ​, ພາຍຫຼັງ​ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ, ທ່ານ ທອງ​ລຸນ ສີ​ສຸ​ລິດ, ປະທານ​ປະ​ເທດ​ລາວ ​ໄດ້​ມີ​ການ​ພົບ​ປະເຈລະຈາ​ກັບ​ທ່ານ Khurelsukh Ukhna, ປະທານາທິບໍດີ ມົງ​ໂກລີ.

ຮັດ​ແໜ້ນສາຍພົວ​ພັນ ແລະ ການ​ຮ່ວມ​ມື​ ລາວ - ມົງ​ໂກ​ລີ

ທ່ານ ທອງ​ລຸນ ສີ​ສຸ​ລິດ, ປະທານ​ປະ​ເທດ​ລາວ (ຂວາ) ແລະ ທ່ານປະທານາທິບໍດີ ມົງໂກລີ Khrelsukh Ukhna ໄດ້ເປັນສັກຂີພະຍານພິທີລົງນາມເອກະສານຮ່ວມມືລະຫວ່າງສອງປະເທດ. ພາບ: TTXVN

ທີ່ການພົບປະເຈລະຈາ, ສອງຝ່າຍ ໄດ້ແຈ້ງສະພາບການພັດທະນາ, ເສດຖະກິດ - ສັງຄົມຂອງແຕ່ລະປະເທດ, ພ້ອມທັງຕີລາຄາສູງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມລະຫວ່າງ 2 ປະເທດໃນໄລຍະ 6 ທົດສະວັດຜ່ານມາ ທີ່ຍາມໃດກໍ່ໄດ້ຮັບການເພີ່ມທະວີ, ນັບມື້ນັບເລິກເຊິ່ງ ແລະ ກຳນົດທິດການຮ່ວມມື ​ໃນ​ໄລຍະ​ຈະ​ມາ​ເຖິງ​ໃນ​ຫຼາຍ​ດ້ານ​ຄື: ການ​ເມືອງ, ການ​ປ້ອງ​ກັນຊາ​ດ, ​ເສດຖະກິດ, ກະສິກຳ, ການ​ສຶກສາ ​ແລະ ສາທາລະນະ​ສຸກ.

ທ່ານ Khurelsukh Ukhna, ປະທານາທິບໍດີ ມົງ​ໂກລີ ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຂອງ​ທ່ານ​ປະທານ​ປະ​ເທດ​ລາວ ​ແລະ ຄະນະ​ຜູ້​ແທນ​ຄັ້ງ​ນີ້; ຢືນຢັນ​ວ່າ ການ​ຢ້ຽມຢາມ ​ຈະ​ປະກອບສ່ວນເຂົ້າໃນການ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ​ກໍ​ຄື​ປະຊາຊົນ​ ລາວ ​- ມົງ​ໂກລີ ໃຫ້ນັບມື້ນັບໝັ້ນແກ່ນ.

ທ່ານ ທອງ​ລຸນ ສີ​ສຸ​ລິດ, ປະທານ​ປະ​ເທດ​ລາວ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍຕໍ່ຜົນສຳເລັດທີ່ລັດຖະບານ ແລະ ປະຊາຊົນ ມົງໂກລີ ບັນລຸໄດ້ໃນໄລຍະທີ່ຜ່ານມາ. ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດລາວ ​ໄດ້​ເຊື້ອ​ເຊີນ​ບັນດາ​ນັກ​ລົງທຶນ ​ແລະ ວິ​ສາ​ຫະກິດ ມົງ​ໂກລີ ມາ​ລົງທຶນຢູ່ລາວ ​ໃຫ້​ຫຼາຍ​ຂຶ້ນ, ພິເສດ​ແມ່ນ​ຂົງ​ເຂດ​ລ້ຽງສັດ, ການ​ປຸງ​ແຕ່ງບັນດາ​ຜະລິດ​ຕະພັນຈາກຊີ້ນ ​ແລະ ຜະລິດ​ຕະພັນ​ກະ​ເສດ.

​ສິ້ນ​ສຸດ​ການພົບປະເຈລະຈາ, ທ່ານປະທານປະເທດລາວ ແລະ ທ່ານປະທານາທິບໍດີ ມົງໂກລີ ໄດ້ເຂົ້າຮ່ວມ ແລະ ການເປັນສັກຂີພະຍານພິທີລົງນາມເອກະສານຮ່ວມມື 3 ສະບັບ.

ການ​ຮ່ວມ​ມື​ໃນ​ການ​ຜັນ​ຂະ​ຫຍາຍ​ແລວເສດຖະກິດ ກວາງ​ຈີ້ (ຫວຽດ​ນາມ) - ສາລະ​ວັນ (ລາວ) - ອຸ​ບົນ​ຣາ​ດຊະ​ທາ​ນີ (ໄທ) ການ​ຮ່ວມ​ມື​ໃນ​ການ​ຜັນ​ຂະ​ຫຍາຍ​ແລວເສດຖະກິດ ກວາງ​ຈີ້ (ຫວຽດ​ນາມ) - ສາລະ​ວັນ (ລາວ) - ອຸ​ບົນ​ຣາ​ດຊະ​ທາ​ນີ (ໄທ)

ຍສໝ - ການຄົ້ນຄວ້າ​ເພື່ອ​ພັດທະນາ​ແລວ​ເສດຖະກິດ ​ກວາງ​ຈີ້-ສາລະ​ວັນ-ອຸບົນ​ຣາດຊະ​ທາ​ນີ (PARA-EWEC) ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນດາ​ມາດ​ຕະການ​​ເພື່ອຊ່ວຍ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່, ຮັດ​ແໜ້ນ​ການພົວພັນ​ຮ່ວມ​ມື​ມິດຕະພາບ ກໍຄືຫຼຸດຊ່ອງວ່າງພັດທະນາ​ເສດຖະກິດ​ລະຫວ່າງ​ບັນດາ​ແຂວງ, ທ້ອງ​ຖິ່ນ, ປະກອບສ່ວນ​ຮັກສາ​ຄວາມ​ໝັ້ນຄົງ, ການ​ເມືອງ, ຄວາມເປັນລະບຽບ​ຮຽບຮ້ອຍ​ຄວາມ​ປອດ​ໄພທາງ​ສັງຄົງ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ - ຍີ່​ປຸ່ນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ - ຍີ່​ປຸ່ນ.

ຍສໝ​ - ນີ້​ແມ່ນ​ຄຳປາໄສຂອງ​ທ່ານ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio ​ທີ່ການ​ຮັບຫຼຽນກາລະນຶກ “​ເພື່ອ​ສັນຕິພາບ, ມິດຕະພາບ​ລະຫວ່າງ​ບັນດາຊົນເຜົ່າ” ຂອງສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໃນ​ວັນ​ທີ 23 ເມສາຢູ່ ຮ່າ​ໂນ້ຍ. ຫຼຽນກາລະນຶກ ​ແມ່ນ​ລາງວັນ​ເພື່ອ​ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ໃນ​ການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ຫວຽດນາມ ແລະ ຍີ່ປຸ່ນ.

ມິງດຶກ

ເຫດການ
302 Found

Found

The document has moved here.