ຂີດໝາຍປະຫວັດສາດໃນການພົວພັນຫວຽດນາມ ແລະNESCO

00:00 | 06/10/2024

ຍສໝ - ຫວຽດນາມ ແມ່ນແບບຢ່າງທີ່ພົ້ນເດັ່ນໃນການຮ່ວມມືຢ່າງມີປະສິດທິຜົນ ແລະເພີ່ມພູນຄູນສ້າງການພົວພັນກັບ UNESCO ຢ່າງບໍ່ຢຸດຢັ້ງ.

ຂີດໝາຍາການພົວພັນ ຫວຽດນາມ-ກູບ ເຂົົ້າສູ່ໄລຍະໃໝ່, ພັດທະນາຢ່າງແທດຈິງ ແລະຍືນຍົງ ຂີດໝາຍາການພົວພັນ ຫວຽດນາມ-ກູບ ເຂົົ້າສູ່ໄລຍະໃໝ່, ພັດທະນາຢ່າງແທດຈິງ ແລະຍືນຍົງ
ຂີດໝາຍກ່ຽວກັບທິດສະດີ ແລະພຶດຕິກຳຕົວຈິງດ້ານການພົວພັນຕ່າງປະເທດຂອງເລຂາທິການໃຫຍ່ ຫງວຽນຝູຈ້ອງ ຂີດໝາຍກ່ຽວກັບທິດສະດີ ແລະພຶດຕິກຳຕົວຈິງດ້ານການພົວພັນຕ່າງປະເທດຂອງເລຂາທິການໃຫຍ່ ຫງວຽນຝູຈ້ອງ

ກ່ອນທີ່ດໍາເນີນການຢ້ຽມຢາມ ແລະເຮັດວຽກຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ກັບຜູ້ອຳນວຍການໃຫຍ່ອົງການການສຶກສາ, ວິທະຍາສາດ ແລະວັດທະນະທຳສະຫະປະຊາຊາດ (UNESCO) ຢູ່ສຳນັກງານຂອງອົງການຈັດຕັ້ງນີ້ຢູ່ ປາຣີ ໃນວັນທີ 7 ຕຸລາ, ນັກຂ່າວຫວຽດນາມ ປະຈຳຢູ່ ປາຣີ ໄດ້ສຳພາດທ່ານ Xing Qu ຮອງຜູ້ອຳນວຍການໃຫຍ່ UNESCO ກ່ຽວກັບການພົວພັນລະຫວ່າງຫວຽດນາມ ແລະອົງການນີ້. ຕໍ່ໄປນີ້ແມ່ນເນື້ອໃນຂອງການແລກປ່ຽນ:

ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ UNESCO ນັບມື້ນັບພັດທະນາ “ຮອບດ້ານ, ແທດຈິງ ແລະມີປະສິດທິຜົນ”. ຫວຽດນາມ ພວມດໍາລົງບົດບາດແມ່ນສະມາຊິກໃນຫຼາຍກົນໄກຫຼັກແຫຼ່ງຂອງ UNESCO. ຫວຽດນາມ ກໍ່ພ້ອມແລ້ວທີ່ຈະແລກປ່ຽນບົດຮຽນ ແລະຄວາມສຳເລັດກັບບັນດາປະເທດສະມາຊິກ. ທ່ານຕີລາຄາຄືແນວໃດກ່ຽວກັບຄວາມມານະພະຍາຍາມຂອງຫວຽດນາມ ເພື່ອເສີມຂະຫຍາຍບົດບາດເປັນສະມາຊິກຢູ່ບັນດາກົນໄກຫຼັກແຫຼ່ງຂອງ UNESCO, ການປະກອບສ່ວນຂອງຫວຽດນາມ ເຂົ້າໃນການເຄື່ອນໄຫວຂອງ UNESCO ແລະການປະຕິບັດເປົ້າໝາຍລວມຂອງ UNESCO ເພື່ອສັນຕິພາບ ແລະການພັດທະນາແບບຍືນຍົງໃນໂລກ?

ນັບແຕ່ໄດ້ເຂົ້າເປັນສະມາຊິກ UNESCO ໃນປີ 1976, ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ ແມ່ນສະມາຊິກທີ່ຕັ້ງໜ້ານັບແຕ່ທຳອິດ, ປະກອບສ່ວນສຳຄັນເຂົ້າໃນການປະຕິບັດເປົ້າໝາຍລວມຂອງອົງການ. ຫວຽດນາມ ບໍ່ພຽງແຕ່ສະໜັບສະໜູນຫຼາຍຂໍ້ລິເລີ່ມຂອງ UNESCO ເທົ່ານັ້ນ, ຫາກຍັງໃຫ້ສັດຕະຍາບັນ ແລະເຂົ້າຮ່ວມການປະຕິບັດບັນດາສົນທິສັນຍາ ແລະຂໍ້ສະເໜີແນະຂອງອົງການ.

ຂີດໝາຍປະຫວັດສາດໃນການພົວພັນຫວຽດນາມ ແລະNESCO

ທ່ານ Xing Qu ຮອງຜູ້ອຳນວຍການໃຫຍ່ UNESCO ຕອບສຳພາດຕໍ່ນັກຂ່າວຫວຽດນາມ ຢູ່ຝລັ່ງ. ພາບ: nhandan.vn

ປີ 1999, ຫ້ອງການ UNESCO ປະຈຳຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນຍິ່ງປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ຝ່າຍກວ່າອີກ. ປີ 2024 ແມ່ນປີສ້າງຂີດໝາຍສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງຫ້ອງການ UNESCO ປະຈຳ ຫວຽດນາມ, ຢືນຢັນການພົວພັນຮ່ວມມືອັນດີງາມລະຫວ່າງ UNESCO ກັບ ຫວຽດນາມ ໃນລະດັບຊາດ.

ຫວຽດນາມ ແມ່ນແບບຢ່າງທີ່ພົ້ນເດັ່ນໃນການຮ່ວມມືຢ່າງມີປະສິດທິຜົນ ແລະເພີ່ມພູນຄູນສ້າງການພົວພັນກັບ UNESCO ຢ່າງບໍ່ຢຸດຢັ້ງ. ຈາກປະເທດທີ່ໄດ້ຮັບການຊ່ວຍເຫຼືອຂອງສາກົນຫ່າງຈາກນີ້ 20 ປີ, ປະຈຸບັນ ຫວຽດນາມ ແມ່ນປະເທດສະມາຊິກທີ່ຕັ້ງໜ້າໂດຍມີການປະກອບສ່ວນສຳຄັນເຂົ້າໃນວຽກງານລວມຂອງ UNESCO. ຫວຽດນາມ ໄດ້ຮັບຄວາມໄວ້ວາງໃຈໃນການເລືອກຕັ້ງ ແລະປະຈຸບັນພວມເສີມຂະຫຍາຍບົດບາດຂອງຕົນໃນ 5 ອົງການຫຼັກແຫຼ່ງຂອງ UNESCO. ຄຽງຂ້າງນັ້ນ, ຫວຽດນາມ ສືບຕໍ່ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງ UNESCO ໃນການວາງອອກຂໍ້ສະເໜີ ແລະຜັນຂະຫຍາຍບັນດາຂໍ້ລິເລີ່ມ ເພື່ອປະກອບສ່ວນເສີມຂະຫຍາຍບົດບາດ ແລະທີ່ຕັ້ງຂອງ UNESCO ໃນສະພາບການທົ່ວໂລກໃໝ່.

ໃນການຮ່ວມມືກັບ UNESCO, ຫວຽດນາມ ບໍ່ພຽງແຕ່ເປີດກວ້າງເຄືອຂ່າຍການຮ່ວມມື, ຄູ່ຮ່ວມມືສາກົນ, ທາບທາມປະສົບການ ແລະເລື່ອງປະສົບຜົນສຳເລັດຂອງບັນດາປະເທດສະມາຊິກ. UNESCO ກໍ່ໄດ້ຮັບຮູ້ບັນດາປະສົບການອັນລ້ຳຄ່າຂອງຫວຽດນາມ ໃນບັນດາຮູບແບບການຄຸ້ມຄອງມໍລະດົກໂລກ, ສວນທໍລະນີທົ່ວໂລກ, ເຂດສະຫງວນຊີວະພາບ... ຫຼືປະສົບການໃນວຽກງານອະນຸລັກຮັກສາ ແລະເສີມຂະຫຍາຍບັນດາຄຸນຄ່າມໍລະດົກນາມປະທໍາ.

UNESCO ຕີລາຄາສູງການປະກອບສ່ວນຂອງຫວຽດນາມ ຢູ່ເວທີປາໄສສາກົນ. ຫວຽດນາມ ຍາມໃດກໍ່ເປັນເຈົ້າການເຂົ້າຮ່ວມການແລກປ່ຽນບົດຮຽນກ່ຽວກັບການເສີມຂະຫຍາຍຄຸນຄ່ານາມມະຍົດ UNESCO, ຄື: ຢູ່ກອງປະຊຸມສາກົນກ່ຽວກັບການເສີມຂະຫຍາຍຄຸນຄ່ານາມມະຍົດຂອງ UNESCO ເພື່ອຮັບໃຊ້ການພັດທະນາແບບຍືນຍົງຢູ່ຫວຽດນາມ (ຈັດຕັ້ງໃນເດືອນ ກໍລະກົດ 2023 ຢູ່ ນີງບິ່ງ)...

ນີ້ແມ່ນການປະກອບສ່ວນຢ່າງລະອຽດເຂົ້າໃນປະສິດທິຜົນການຮ່ວມມືລະຫວ່າງ UNESCO ແລະ ຫວຽດນາມ ໃນໄລຍະຜ່ານມາ. ພວກຂ້າພະເຈົ້າຖືວ່າ ຫວຽດນາມ ແມ່ນຮູບແບບການຮ່ວມມືຢ່າງມີປະສິດທິຜົນລະຫວ່າງ UNESCO ກັບບັນດາປະເທດສະມາຊິກ.

ຕາມທ່ານແລ້ວ, ອັນໃດແມ່ນຂົງເຂດຕ້ອງໃຫ້ບຸລິມະສິດຊຸກຍູ້ໃນໄລຍະຈະມາເຖິງ ເພື່ອການພົວພັນລະຫວ່າງ UNESCO ແລະຫວຽດນາມ ໃຫ້ສືບຕໍ່ເຂົ້າສູ່ລວງເລິກ ແລະເປັນແບບຢ່າງໃນການຮ່ວມມືຢ່າງມີປະສິດທິຜົນ?

ນັບແຕ່ດໍາເນີນກິດຈະການປ່ຽນແປງໃໝ່ປະເທດຊາດໃນປີ 1986, ຫວຽດນາມ ບັນລຸໄດ້ບັນດາຜົນງານສຳຄັນ, ກາຍເປັນປະເທດມີລາຍຮັບປານກາງ, ພື້ນຖານເສດຖະກິດບໍ່ພຽງແຕ່ເຕີບໂຕໃນຂະໜາດໃຫຍ່ເທົ່ານັ້ນຫາກຄຸນນະພາບການເຕີບໂຕຍັງໄດ້ຮັບການຍົກສູງຂຶ້ນ.

ປະເຊີນໜ້າກັບສິ່ງທ້າທາຍຂອງຍຸກອຸດສາຫະກຳ 4.0, ພິເສດແມ່ນສິ່ງທ້າທາຍທີ່ກ່ຽວຂ້ອງເຖິງການຫັນເປັນດີຈີຕອນ, ສະພາບການປ່ຽນແປງຂອງດິນຟ້າອາກາດທີ່ນັບມື້ນັບຮ້າຍແຮງ, ການນຳໃຊ້ຊັບພະຍາກອນທີ່ບໍ່ຍືນຍົງ ແລະຂາດຄວາມສະເໝີພາບ, ພວກເຮົາຍັງມີຫຼາຍວຽກທີ່ຕ້ອງເຮັດ ເພື່ອບັນລຸໄດ້ເປົ້າໝາຍ SDGs ໃນຂອບເຂດທົ່ວໂລກ ແລະຢູ່ຫວຽດນາມ. UNESCO ຈະສືບຕໍ່ສົມທົບກັບຫວຽດນາມ ເພື່ອໃຫ້ບັນລຸບຸລິມະສິດລະດັບຊາດ.

ກ່ຽວກັບວັດທະນະທໍາ, ຫວຽດນາມ ເປັນທີ່ຮູ້ຈັກກ່ຽວກັບຄວາມຫຼາກຫຼາຍຂອງວັດທະນະທໍາ ແລະຄຸນຄ່າຍອດຢ້ຽມຂອງມໍລະດົກວັດທະນະທໍາທີ່ UNESCO ໄດ້ຮັບຮອງ.

ສິ່ງສໍາຄັນແມ່ນຕ້ອງເພີ່ມທະວີບັນດາໂຄງການຮ່ວມມືລະຫວ່າງຫວຽດນາມ ແລະ UNESCO, ພິເສດແມ່ນໃນການປະຕິບັດບັນດາສົນທິສັນຍາກ່ຽວກັບວັດທະນະທໍາ ກໍ່ຄືການລະດົມແຫຼ່ງກຳລັງເພື່ອອະນຸລັກຮັກສາບັນດາມໍລະດົກວັດທະນະທຳ, ຊຸກຍູ້ການເຂົ້າຮ່ວມ, ເສີມຂະຫຍາຍລັກສະນະປະດິດສ້າງຂອງຊາວທ້ອງຖິ່ນໃນຂົງເຂດວັດທະນະທຳ.

UNESCO ໃຫ້ຄຳໝັ້ນສັນຍາໜູນຊ່ວຍຫວຽດນາມ ກ່ຽວກັບແຫຼ່ງກຳລັງ ແລະຄວາມຮູ້, ອັບເດດ ແລະປະຕິບັດບັນດານະໂຍບາຍດ້ານວັດທະນະທຳ ແລະກອບນິຕິກໍາ.

ກ່ຽວກັບການສຶກສາ, UNESCO ຈະພະຍາຍາມປະກອບສ່ວນ ເພື່ອຮັບປະກັນການສຶກສາໃຫ້ມີຄຸນນະພາບທີ່ສະເໝີພາບ ແລະກວມລວມ, ພ້ອມທັງຊຸກຍູ້, ສ້າງໂອກາດຮໍ່າຮຽນຕະຫຼອດຊີວິດໃຫ້ໝົດທຸກຄົນ, ເພື່ອຫຼຸດຜ່ອນການຂາດຄວາມສະເຫມີພາບ ແລະຊຸກຍູ້ສັງຄົມຮໍ່າຮຽນ, ປະດິດສ້າງ, ພິເສດແມ່ນຍຸກດີຈີຕອນ.

ກ່ຽວກັບວິທະຍາສາດທຳມະຊາດ, UNESCO ຈະຮ່ວມມືກັບຫວຽດນາມ ເພື່ອເສີມຂະຫຍາຍຄວາມຮູ້ດ້ານວິທະຍາສາດແນໃສ່ຮັບໃຊ້ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມໃນສະພາບການໃໝ່.

UNESCO ຈະຊຸກຍູ້ໂຄງການມະນຸດ ແລະຊີວະວິທະຍາ (MAB). UNESCO ກໍ່ຈະຊ່ວຍຍູ້ໄວການປະຕິບັດ SDGs ດ້ວຍວິທີຊຸກຍູ້ເຂດສະຫງວນຊີວະພາບໂລກ (11 ແຫ່ງຢູ່ຫວຽດນາມ) ແລະສວນທໍລະນີທົ່ວໂລກຂອງ UNESCO ຄືຮູບແບບຂອງການພັດທະນາແບບຍືນຍົງ ແລະອະນຸລັກທຳມະຊາດ...

ກ່ຽວກັບວິທະຍາສາດສັງຄົມ ແລະມະນຸດສາດ, UNESCO ຈະມານະພະຍາຍາມຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງວິທະຍາສາດສັງຄົມ ແລະມະນຸດສາດ ເພື່ອສ້າງສັງຄົມຮອບດ້ານ, ຍືນຍົງ ແລະສະເໝີພາບຢູ່ຫວຽດນາມ.

ກ່ຽວກັບດ້ານຂໍ້ມູນຂ່າວສານ ແລະການສື່ສານ, UNESCO ຈະຮ່ວມມືກັບຫວຽດນາມ ເພື່ອແນໃສ່ຊຸກຍູ້ລັກສະນະເປັນມືອາຊີບ ແລະຄວາມຫຼາຍຮູບຫຼາຍແບບຂອງພາຫະນະສື່ມວນຊົນ, ການເຂົ້າເຖິງຂໍ້ມູນຂ່າວສານ, ຄວາມຮູ້ ແລະກໍ່ຄືການເຂົ້າເຖິງເຕັກໂນໂລຊີຂໍ້ມູນຂ່າວສານ-ສຶ່ສານຢ່າງຮອບດ້ານ.

ນອກຈາກນັ້ນ, UNESCO ກໍ່ຈະໜູນຊ່ວຍ ຫວຽດນາມ ແກ້ໄຂໄພພິບັດ, ຄື: ພາຍຸລູກທີ 3 ເມື່ອບໍ່ດົນມານີ້ (ພາຍຸ Yagi) ຫຼືວິກິດການທີ່ຄ້າຍຄືກັນກັບໂລກລະບາດ ໂຄວິດ-19. ພວກຂ້າພະເຈົ້າຈະສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການ, ຄູ່ຮ່ວມມືຂອງຫວຽດນາມ ເພື່ອໜູນຊ່ວຍວົງຄະນາຍາດທີ່ໄດ້ຮັບຜົນກະທົບ, ຊຸກຍູ້ການຟື້ນຟູຫຼັງໄພພິບັດ.

ໃນໄລຍະຈະມາເຖິງ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຈະຢ້ຽມຢາມສຳນັກງານຢ່າງເປັນທາງການ ແລະເຮັດວຽກກັບຜູ້ອຳນວຍການໃຫຍ່ UNESCO ຂໍທ່ານໃຫ້ຮູ້ກ່ຽວກັບສິ່ງທີ່ UNESCO ປາດຖະໜາຢາກແບ່ງປັນໃນໂອກາດນີ້ ?

ການຢ້ຽມຢາມສຳນັກງານໃຫຍ່ UNESCO ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແມ່ນຂີດໝາຍປະຫວັດສາດໃນການພົວພັນລະຫວ່າງສອງຝ່າຍ. ພວກຂ້າພະເຈົ້າ ຍິນດີຕ້ອນຮັບການນຳຂັ້ນສູງຂອງຫວຽດນາມ, ສິ່ງດັ່ງກ່າວຈະສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ ແລະຄວາມມຸ່ງຫວັງຂອງຫວຽດນາມທີ່ມີຕໍ່ UNESCO. ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມຈະແມ່ນກາລະໂອກາດເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືອັນດີລະຫວ່າງຫວຽດນາມ ກັບ UNESCO ແລະເພີ່ມທະວີການພົວພັນ ຮ່ວມມືດັ່ງກ່າວໃນຊຸມປີຈະມາເຖິງ.

ການພົວພັນຮ່ວມມືລະຫວ່າງ UNESCO ແລະຫວຽດນາມ ແມ່ນພື້ນຖານອັນໜັກແໜ້ນໃນຫຼາຍທົດສະວັດ ດ້ວຍວິໄສທັດລວມໃນການສ້າງສັນ ຕິພາບໃນຈິດໃຈມະນຸດ.

UNESCO ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ເຂົ້າຮ່ວມກົນໄກຂອງອົງການ, ໜູນຊ່ວຍການຍົກສູງກຳລັງຄວາມສາມາດດ້ານລະບອບລະບຽບການ ແລະບຸກຄະລາກອນໃນການຄຸ້ມຄອງຊັບພະຍາກອນທຳມະຊາດ, ຮັບມືກັບສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງແຫຼ່ງນ້ຳ ແລະການປ່ຽນແປງຂອງດິນຟ້າອາກາດ, ພ້ອມທັງປະຕິບັດ ຂໍ້ສະເໜີແນະຂອງ UNESCO ກ່ຽວກັບວິທະຍາສາດເປີດກ້ວາງ ເພື່ອຊຸກຍູ້ວິທະຍາສາດ, ເຕັກໂນໂລຊີ ແລະປ່ຽນແປງໃໝ່ເພື່ອຮັບໃຊ້ການພັດທະນາປະເທດຊາດແບບຍືນຍົງຜ່ານໂຄງການອຸທົກກະສາດສາກົນ.

UNESCO ຕີລາຄາສູງວິໄສທັດ ແລະນະໂຍບາຍຍຸດທະສາດຂອງຫວຽດນາມ ທີ່ຖືວັດທະນະທຳເປັນໃຈກາງ, ຖືວັດທະນະທຳ ເປັນໄມ້ງັດຕົ້ນຕໍຂອງການພັດທະນາແບບຍືນຍົງ. UNESCO ກໍ່ຕີລາຄາສູງຄວາມມານະພະຍາຍາມຂອງຫວຽດນາມ ໃນການ ປົກປັກຮັກສາຄວາມຫຼາກຫຼາຍທາງດ້ານວັດທະນະທຳຂອງຊົນເຜົ່າ ແລະເສີມຂະຫຍາຍບົດບາດຂອງຕົນໃນຂະບວນການສ້າງນະໂຍບາຍ ແລະຄຸ້ມຄອງມໍລະດົກ.

ໄພທຳມະຊາດເມື່ອບໍ່ດົນມານີ້ (ພາຍຸລູກ 3) ຢູ່ຫວຽດນາມ ໄດ້ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງໃຫ້ແກ່ປະຊາຊົນ ແລະຊັບສິນ UNESCO ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ໃນການປ້ອງກັນ, ຮັບມື ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ.

UNESCO ຕີລາຄາສູງຄວາມໄວ້ເນື້ອເຊື່ອໃຈຂອງກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ສຳລັບ UNESCO ກ່ຽວກັບວິຊາສະເພາະໃນການວິເຄາະ ແລະ ສ້າງແຜນການສຶກສາ.

UNESCO ຮັບຮູ້ເຖິງຄວາມຕ້ອງການຂອງຫວຽດນາມ ໃນການປະຕິບັດຂໍ້ສະເໜີແນະຂອງ UNESCO ກ່ຽວກັບຈັນຍາບັນໃນ AI, ເພີ່ມທະວີກຳລັງຄວາມສາມາດແຫ່ງຊາດເພື່ອ ຄາດຄະເນບັນດາບັນຫາ ສັງຄົມ ທີ່ພວມພົ້ນເດັ່ນຂຶ້ນຂອງປະເທດ, ຊຸກຍູ້ການຄົ້ນຄວ້າ ແລະ ຮຽນຮູ້ກ່ຽວກັບວິທະຍາສາດສັງຄົມ.

UNESCO ຈະສົມທົບຢ່າງແໜ້ນແຟ້ນກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະບັນດານັກຊ່ຽວຊານເພື່ອດຳເນີນການຕີລາຄາ ແລະຍົກອອກຂໍ້ສະເໜີແນະທີ່ເປັນປະໂຫຍດເພື່ອພັດທະນາລະບົບນິເວດດ້ານຈັນຍາບັນໃນ AI, ພ້ອມທັງສະໜັບສະໜູນການປະຕິບັດຍຸດທະສາດແຫ່ງຊາດ ຂອງຫວຽດນາມກ່ຽວກັບ AI.

ຂໍຂອບໃຈທ່ານ!

ສະຫາຍ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ: ເປັນການນຳທີ່ດີເດັ່ນພິເສດ ດ້ວຍຫຼາຍຂີດໝາຍໃນການຍົກລະດັບການພົວພັນຕ່າງປະເທດຂອງ ຫວຽດນາມ ສະຫາຍ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ: ເປັນການນຳທີ່ດີເດັ່ນພິເສດ ດ້ວຍຫຼາຍຂີດໝາຍໃນການຍົກລະດັບການພົວພັນຕ່າງປະເທດຂອງ ຫວຽດນາມ

ຍສໝ - ວຽກ​ງານ​ການ​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ສະ​ແດງ​ໃຫ້​ເຫັນ​ຫຼາຍ​ຈຸດ​ພົ້ນ​ເດັ່ນ​ຂອງ​ສະ​ຫາຍ ຫງວຽນ​ຟູ໋​ຈ້ອງ. ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ, ​ຄະນະເລຂາທິການ​ພາຍ​ໃຕ້​ການ​ນຳພາ ​ແລະ ຊີ້​ນຳ​ຂອງ​ສະຫາຍໃນຖານະເປັນ ​ເລຂາທິການ​ໃຫຍ່ ​ໄດ້​ອອກ​ມະຕິ, ບົດ​ສະຫຼຸບ ​ແລະ ຄຳສັ່ງ​ຫຼາຍ​ຢ່າງ​ກ່ຽວ​ກັບ​ການ​ກໍ່ສ້າງ ​ແລະ ເຮັດສຳເລັດແນວທາງ​ການພົວພັນ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ​ຂອງຫວຽດນາມ​ໃນ​ໄລຍະແຫ່ງ​ການປ່ຽນແປງໃໝ່. ຖານ​ຂໍ້​ມູນ​ຂ່າວສານເອເລັກໂຕນິກ​ຂອງ​ລັດຖະບານ ​ຂໍຖືເປັນກຽດ​ແນະນຳ​ບົດ​ຂຽນ​ຂອງ​ທ່ານ​ກຳມະການ​ສູນ​ກາງ​ພັກ, ລັດ​ຖະ​ມົນ​ຕີ​​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດນາມ ບຸຍ​ແທງ​ເຊີນ ກ່ຽວ​ກັບ “ສະຫາຍ ...

ຂີດໝາຍອາ​ຍຸ​ການ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈັດ​ຕັ້ງການເຄື່ອນໄຫວວັດ​ທະ​ນະ​ທຳ, ສິ​ລະ​ປະ, ກິ​ລາ 500 ກວ່າ​ເຫດການ ຂີດໝາຍອາ​ຍຸ​ການ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈັດ​ຕັ້ງການເຄື່ອນໄຫວວັດ​ທະ​ນະ​ທຳ, ສິ​ລະ​ປະ, ກິ​ລາ 500 ກວ່າ​ເຫດການ

ຍສໝ - ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ຫາກໍມອບຫຼຽນກາລະນຶກ “​ເພື່ອພາລະກິດວັດ​ທະນະ​ທຳ, ກິລາ ​ແລະ ທ່ອງ​ທ່ຽວ” ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio ສໍາລັບການປະກອບສ່ວນທີ່ສໍາຄັນຂອງທ່ານໃນການປະກອບສ່ວນຊຸກຍູ້ການຮ່ວມມືການພັດທະນາວັດທະນະທໍາ, ກິລາ ແລະ ການທ່ອງທ່ຽວລະຫວ່າງສອງປະເທດ ຢ່າງຕັ້ງໜ້າ.

ແສງເດືອນ

ເບິ່ງເພີ່ມເຕີມໃນ: ສິດຂອງມະນຸດ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.