​ເພີ່ມ​ທະວີ​ການ​ປ້ອງ​ກັນ, ຕ້ານອາດຊະຍາກຳ​ຢາ​ເສບ​ຕິດ ​ຢູ່​ອະນຸພາກພື້ນແມ່​ນ້ຳຂອງ ເປີດກ້ວາງ.

10:42 | 04/06/2024

ຍສໝ - ທີ່​ກອງ​ປະຊຸມເຈົ້າໜ້າທີ່​ຂັ້ນ​ສູງ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ທີ່​ເຂົ້າ​ຮ່ວມ​ຂໍ້ຕົກລົງວ່າດ້ວຍການຮ່ວມ​ມືປ້ອງ​ກັນ, ຕ້ານອາດຊະຍາກຳ​ຢາ​ເສບ​ຕິດ​ຢູ່​ອະນຸພາກພື້ນແມ່​ນ້ຳຂອງ ເປີດກ້ວາງ, ໄດ້ດຳເນີນ​ໃນ​ວັນ​ທີ 28 ​ແລະ 29 ພຶດສະພາ ​ຢູ່​ນະຄອນຫຼວງ​ວຽງ​ຈັນ (ລາວ), ຜູ້ຕາງໜ້າ​ຂອງບັນດາປະເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ກໍ່​ໄດ້​ເຫັນ​ດີເປັນເອກະພາບ​ເພີ່ມ​ທະວີຄວາມ​ພະຍາຍາມເພື່ອ​ສະກັດ​ກັ້ນ​ອາດຊະຍາ​ກຳ​ຢາ​ເສບ​ຕິດ​ໃນ​ສະພາບ​ການການ​ຄ້າ​ຢາ​ເສບ​ຕິດ​ໃນ​ພາກ​ພື້ນ​ນັບ​ມື້​ນັບ​ສັບສົນ.

ຫວຽດນາມ ສະໜັບສະໜູນ​ບັນດາ​ປະ​ເທດ​ ອາ​ຟຣິກາ ​ເພີ່ມ​ທະວີ​ບົດບາດ​​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ທົ່ວ​ໂລກ
ຫຼາຍ​ຂໍ້​ສະ​ເໜີ ​ເພື່ອ​​ເພີ່ມ​ທະວີ​ການ​ພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ​ເນ​ປານ

ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ “ຢາ​ເສບ​ຕິດຢູ່​ອາຊີ​ຕາ​ເວັນ​ອອກ ​ແລະ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້: ບັນດາການຜັນແປທີ່ສັບສົນ ແລະ ສິ່ງ​ທ້າ​ທາຍໃໝ່ສຸດ​ໃນ​ປີ 2024”, ໃນນັ້ນ ໄດ້ລະບຸ​ຢ່າງ​ຈະ​ແຈ້ງກ່ຽວກັບບັນຫາ​ການ​ຄ້າ​ຢາ​ເສບ​ຕິດ​ທີ່ນັບ​ມື້​ນັບ​ເພີ່ມ​ຂຶ້ນ.

​ເພີ່ມ​ທະວີ​ການ​ປ້ອງ​ກັນ, ຕ້ານອາດຊະຍາກຳ​ຢາ​ເສບ​ຕິດ ​ຢູ່​ອະນຸພາກພື້ນແມ່​ນ້ຳຂອງ ເປີດກ້ວາງ.

ກຳລັງທີ່ມີໜ້າທີ່ແຂວງ ບໍ່ແກ້ວ, ພາກເໜືອຂອງລາວ ທຳລາຍຢາເສບຕິດ. ພາບສາລະຄະດີ: TTXVN

ທ່ານ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບລາວ ເນັ້ນໜັກວ່າ ກອງປະຊຸມຄັ້ງນີ້ ເປັນພື້ນຖານອັນສຳຄັນ ເພື່ອເພີ່ມທະວີຄວາມມານະພະຍາຍາມລວມໃນການ​ປ້ອງ​ກັນ, ຕ້ານອາດຊະຍາກຳ​ຢາ​ເສບ​ຕິດຢູ່​ອະນຸພາກພື້ນແມ່​ນ້ຳຂອງ ເປີດກ້ວາງ, ແກ້ໄຂສະພາບການຄ້າຂາຍຢາເສບຕິດຢູ່ພາກພື້ນຢ່າງມີປະສິດທິຜົນ. ທ່ານ​ໃຫ້ຮູ້ວ່າ ລັດຖະບານ​ລາວ ກໍ່ໄດ້​ເພີ່ມທະວີການກະທຳ ເພື່ອ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ, ພ້ອມກັນນັ້ນ ​ກໍ່ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ.

ກໍ່ທີ່​ກອງ​ປະຊຸມ, ບັນດາ​ປະ​ເທດ ​ໄດ້​ສະຫຼຸບ​ການປະຕິບັດແຜນການ​ເຄື່ອນ​ໄຫວ ​ແລະ ສະ​ເໜີ​ບັນດາ​ຂໍ້​ລິ​ເລີ່​ມໃຫ້ຄວາມມານະພະຍາຍາມລວມ ເພື່ອແກ້​ໄຂ​ບັນດາ​ບັນຫາ​ທີ່ກ່ຽວຂ້ອງກັບຢາເສບຕິດ​ໃນ​ພາກ​ພື້ນ.

​ໃນ​ປີ 2023, ພາກພື້ນອາຊີ​ຕາ​ເວັນ​ອອກ ​ແລະ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ໄດ້​ຍຶດ​ຢາ​ເສບ​ຕິດ​ລະດັບ​ສະຖິຕິ 190 ​ໂຕນ. ນີ້​ແມ່ນ​ຕົວ​ເລກ​ທີ່ຫາກໍປະກາດໃນບົດ​ລາຍ​ງານ​ຂອງ​ຫ້ອງການສະຫະ​ປະຊາ​ຊາດ​ກ່ຽວ​ກັບ​​ການຕ້ານ​ຢາ​ເສບ​ຕິດ ​ແລະ​ ອາດຊະຍາ​ກຳ.

ພາຍຫຼັງຫຼຸດຜ່ອນໃນປີ 2022, ຈຳນວນຍຶດຢາເສບຕິດໄດ້ເພີ່ມຂຶ້ນຄືນອີກໃນປີ 2023 ດ້ວຍປະລິມານທີ່ສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ.

ຕາມ​ອົງການ​ສະຫະ​ປະຊາ​ຊາດ​ແລ້ວ, ກຸ່ມ​ກໍ່​ອາ​ຊະ​ຍາ​ກຳ​ທີ່ມີການ​ຈັດ​ຕັ້ງ​ ພວມ​ເພີ່ມ​ທະວີ​ການ​ຜະລິດ​ສານ​ຕ້ອງ​ຫ້າມ​ນີ້. ໄທ​ ໄດ້ຖືເປັນຈຸດ​ຂົນ​ສົ່ງ​ຢາ​ເສບ​ຕິດ​ຕົ້ນຕໍ​ຈາກ​ສາມ​ຫຼ່ຽມຄຳ, ​ເຂດ​ຊາຍ​ແດນ​ຕິດ​ກັບ ​ລາວ​ ແລະ ມຽນມາ. ສະຫະປະຊາຊາດ ເຕືອນວ່າ ການປະກົດມີຢາເສບ​ຕິດໃໝ່ໃນທ້ອງຕະຫຼາດເພື່ອແນ່ໃສເຂົ້າໃນກຸ່ມ​ເປົ້າໝາຍຕົ້ນຕໍທີ່ແມ່ນຊາວໜຸ່ມ.

ລົງ​ນາມ​ໃນຂໍ້ຕົກລົງການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ - ການ​ປ້ອງ​ກັນ​ປະ​ເທດ ​ລະ​ຫວ່າງແຂວງ ຮ່າ​ຕິ້ງ ແລະ ແຂວງ​ບໍ​ລິ​ຄຳ​ໄຊ ລົງ​ນາມ​ໃນຂໍ້ຕົກລົງການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ - ການ​ປ້ອງ​ກັນ​ປະ​ເທດ ​ລະ​ຫວ່າງແຂວງ ຮ່າ​ຕິ້ງ ແລະ ແຂວງ​ບໍ​ລິ​ຄຳ​ໄຊ

ຍສໝ - ໂດຍປະຕິບັດ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ລົງ​ນາມ, ​ກອງບັນຊາການ​ທະຫານ​ແຂວງ ຮ່າ​ຕິ້ງ ແລະ ບໍລິ​ຄຳ​ໄຊ ​ໄດ້​ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ​ການພັດທະນາ​ແບບ​ຍືນ​ຍົງ​ຢູ່​ເຂດ​ຊາຍ​ແດນ.

ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ແຮງ​ງານ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ແຮງ​ງານ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ

ຍສໝ - ​ເພື່ອ​ຍົກສູງ​ຄວາມ​ຮັບຜິດຊອບ​ຂອງ​ທຸກ​ຂັ້ນ, ຂະ​ແໜງ​ການ​ໃນ​ການປະຕິບັດງານການ​ຄຸ້ມ​ຄອງ​ແຮງ​ງານທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ຕາມ​ສັນຍາ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ກອນ​ຕູມ ​ໄດ້​ອອກ​ຖະ​ແຫຼ​ງການ​ສະບັບ​ເລກທີ 1298/UBND-KGVX ກ່ຽວກັບການ​ເພີ່ມ​ທະວີ​ວຽກງານ​ຄຸ້ມ​ຄອງແຮງງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ຕາມ​ສັນຍາ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.