ການນຳລາວ ຕີລາຄາສູງປະສິດທິຜົນຂອງການຮ່ວມມືລະຫວ່າງໜັງສືພິມ ປະຊາຊົນ ຫວຽດນາມ ແລະ ໜັງສືພິມ ປະຊາຊົນ ລາວ

08:04 | 08/06/2024

​ຍສໝ - ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ ແລະ ເຮັດວຽກຢູ່ປະເທດ ລາວ, ວັນ​ທີ 7 ມິຖຸນາ, ຄະນະ​ຜູ້​ແທນ​ໜັງສືພິມ ປະຊາຊົນ ຫວຽດນາມ ​ນຳ​ໂດຍ​ສະຫາຍ ​ເລ​ກັວກ​ມິນ, ກຳມະການ​ສູນ​ກາງ​ພັກ, ບັນນາທິການ​ໃຫຍ່​ໜັງສືພິມ ປະຊາຊົນ ຫວຽດນາມ, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ປະທານ​ສະມາຄົມ​ນັກ​ຂ່າວ ຫວຽດນາມ ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ສະຫາຍ ບຸນ​ທອງ ຈິດ​ມະນີ, ຜູ້ປະຈຳ​ຄະນະເລຂາທິການ, ຮອງ​ປະທານ​ປະ​ເທດ ລາວ ​ແລະ ສະຫາຍ ຄຳ​ພັນ ເຜີຍ​ຍະ​ວົງ, ຫົວໜ້າ​ກົມ​ໂຄສະນາ​ອົບຮົມ​ສູນ​ກາງ ​ພັກປະຊາຊົນ ປະຕິວັດ ​ລາວ.

ໄວ້ອາໄລ ແລະ ເຮັດພິທີທາງສາສະໜາອັດຖິນັກຮົບອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວ ແລະ ກຳປູເຈຍ
ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືໃນວຽກງານກວດກາພັກ
ການນຳລາວ ຕີລາຄາສູງປະສິດທິຜົນຂອງການຮ່ວມມືລະຫວ່າງໜັງສືພິມ ປະຊາຊົນ ຫວຽດນາມ ແລະ ໜັງສືພິມ ປະຊາຊົນ ລາວ

ສະຫາຍ ບຸນທອງ ຈິດມະນີ, ກໍາມະການກົມການເມືອງ, ຜູ້ປະຈຳຄະນະເລຂາທິການ, ຮອງປະທານປະເທດ ລາວ ໄດ້ໃຫ້ການຕ້ອນຮັບ ສະຫາຍ ເລກັວກມິນ ແລະ ຄະນະ.

ຄະນະ​ຜູ້​ແທນ​ໜັງສືພິມ ​ປະຊາຊົນ ຫວຽດນາມ ​ຍັງ​ໄດ້​ມີ​ການ​ພົບ​ປະເຈລະຈາ​ກັບ​ຄະນະ​ຜູ້​ແທນ​ໜັງສືພິມ ປະຊາຊົນ ລາວ ນຳ​ໂດຍ​ສະຫາຍ ວັນ​ໄຊ ຕະວິນຍານ, ຮອງ​ຫົວໜ້າ​ກົມ​ໂຄສະນາ​ອົບຮົມ​ສູນ​ກາງ ​ພັກ​ປະຊາຊົນ ​ປະຕິວັດ ​ລາວ, ທັງ​ເປັນ​ຫົວໜ້າ​ບັນນາທິການ​ໜັງສືພິມ ປະຊາຊົນ ລາວ. ​ເຂົ້າ​ຮ່ວມ​ກອງ​ປະຊຸມກໍ່​ມີ​ສະຫາຍ ຟານ​ມິນ​ຈ໋ຽນ, ອັກຄະລັດຖະທູດທີ່ປຶກສາທູດ ສະຖານທູດ​​ ຫວຽດນາມ ປະຈຳ​ ລາວ.

ທີ່​ການ​ຕ້ອນຮັບ, ສະຫາຍ ​ເລ​ກັວກ​ມິນ ​ໄດ້​ລາຍ​ງານ​ຕໍ່​ບັນດາ​ການ​ນຳລາວ ກ່ຽວ​ກັບ​ໝາກຜົນ​ການ​ຮ່ວມ​ມື​ລະຫວ່າງ​ໜັງສືພິມ ​ປະຊາຊົນ ຫວຽດນາມ ​ແລະ ໜັງສືພິມ ປະຊາຊົນ ລາວ, ຢືນຢັນ​ວ່າ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ​ໄດ້​ຮັບ​ການ​ເພີ່ມ​ທະວີ​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ, ​ໄດ້ສະແດງອອກລະອຽດຜ່ານ ໂຄງ​ການ​ຍົກ​ລະ​ດັບ​ລະ​ບົບ​ຫນັງ​ສື​ພິມ​ເອ​ເລັກ​ໂຕ​ນິກ​, ຊ່ວຍ​ໃຫ້​ຫນັງ​ສື​ພິມ ປະຊາຊົນ ລາວ ຂອງ​ ພັກ ປະ​ຊາ​ຊົນ​ ປະ​ຕິ​ວັດ ​ລາວ​ ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ ແລະ ໜ້າທີ່​ໃນ​ໄລ​ຍະ​ໃຫມ່​.

ສະຫາຍ ເລ​ກັວກ​ມິນ ໃຫ້ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈະ​ສືບ​ຕໍ່​ໂຄສະນາ​ເຜີຍ​ແຜ່​ກ່ຽວ​ກັບ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ - ລາວ; ຢືນຢັນ​ດ້ວຍ​ຄວາມ​ຮູ້ສຶກ​ພິ​ເສດ​ຄື​ອ້າຍ​ນ້ອງໃນຄອບຄົວດຽວກັນ​ຂອງ​ສອງ​ປະ​ເທດ ຫວຽດນາມ - ລາວ, ໜັງສືພິມ ​​ປະຊາຊົນ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍໜັງສືພິມ ປະຊາຊົນ ລາວ ​ເວົ້າ​ສະ​ເພາະ ​ແລະ ຊາວ​ລາວ ​ເວົ້າລວມ...

ທີ່​ການ​ຕ້ອນຮັບ, ການ​ນຳ​ຂັ້ນສູງ​ຂອງ​ລາວ ລ້ວນ​ແຕ່​ຢືນຢັນ​ວ່າ ການ​ຢ້ຽມຢາມ​ ລາວ ​ຄັ້ງ​ນີ້ຂອງຄະນະ ຈະ​ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ອັນ​ດີງາມ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ ເວົ້າລວມ ​ແລະ ລະຫວ່າງ​ໜັງສືພິມ​ຂອງ​ສອງ​ພັກ​ ເວົ້າ​ສະ​ເພາະ.

ການນຳລາວ ຕີລາຄາສູງປະສິດທິຜົນຂອງການຮ່ວມມືລະຫວ່າງໜັງສືພິມ ປະຊາຊົນ ຫວຽດນາມ ແລະ ໜັງສືພິມ ປະຊາຊົນ ລາວ

ສະຫາຍ ເລກັວກມິນ ແລະ ສະຫາຍ ວັນ​ໄຊ ຕະວິນຍານ (ຂວາສຸດ) ແລະ ສະຫາຍ ລາວປາວຊົງ ນະວົງໄຊ (ກາງ), ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງ ພັກປະຊາຊົນ ປະຕິວັດ ລາວ ໄດ້ກົດປຸ່ມເປີດລະບົບໜັງສືພິມເອເລັກໂຕນິກ ສະບັບໃໝ່ ໃຫ້ແກ່ໜັງສືພິມ ປະຊາຊົນ ລາວ.

ການນຳລາວ ກໍ່ໄດ້ຂອບໃຈໜັງສືພິມ ປະຊາຊົນ ຫວຽດນາມ ທີ່ໄດ້ໃຫ້ການໜູນຊ່ວຍແກ່ໜັງສືພິມ ປະຊາຊົນ ລາວ ໃນເວລາທີ່ຜ່ານມາ; ຮຽກຮ້ອງໃຫ້ໜັງສືພິມ ປະຊາຊົນ ຫວຽດນາມ ສືບຕໍ່ໜູນຊ່ວຍໜັງສືພິມ ປະຊາຊົນ ລາວ ໃນໄລຍະຈະມາເຖິງ, ພິເສດແມ່ນໜູນຊ່ວຍວຽກງານການບໍລິຫານ, ຝຶກຝົນຫຼໍ່ຫຼອມເພື່ອນຳໃຊ້ລະບົບໃໝ່ໃຫ້ແກ່ໜັງສືພິມ ປະຊາຊົນ ລາວ; ຢືນຢັນ​ຈະ​ຊີ້​ນຳ​ໜັງສືພິມ ປະຊາຊົນ ລາວ ຢ່າງ​ໃກ້ຊິດ​ໃນ​ການ​ນຳ​ໃຊ້​ລະບົບ​ໜັງສືພິມ​ເອ​ເລັກ​ໂຕນິກ​ໃໝ່​ຢ່າງ​ມີ​ປະສິດທິ​ຜົນ, ​ເພື່ອ​ແນ່ໃສ່ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານທາງການຂອງ​ພັກ ​ແລະ ລັດ ​ລາວ ​ອອກໃຫ້​ກວ້າງຂວາງ, ພ້ອມ​ທັງນຳສະເໜີ​ຂ່າວ​ບັນດາ​ເຫດການ​ສຳຄັນ​ຂອງ​ປະ​ເທດ ​ໃນ​ສະພາບ​ທີ່​ ລາວ​ ພວມ​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ ທຸກ​ຂັ້ນ ​ແລະ ລາວ​ ​ດຳລົງ​ຕຳ​ແໜ່​ງປະທານສະມາຄົມບັນດາປະເທດ​ ອາ​ຊຽນ ​​ປີ 2024.

ກ່ອນ​ໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນ​ໜັງສືພິມ​ ປະຊາຊົນ ຫວຽດນາມ ກໍ່​ໄດ້​ມີ​ການ​ພົບ​ປະ​ກັບ​ຄະນະ​ຜູ້​ແທນ​ໜັງສືພິມ ປະຊາຊົນ ລາວ. ສິ້ນ​ສຸດ​ການ​ເຈລະຈາ, 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ລະຫວ່າງ​ໜັງສືພິມ ປະຊາຊົນ ຫວຽດນາມ ​ແລະ ໜັງສືພິມ ປະຊາຊົນ ລາວ ​ໄລຍະ ປີ 2024 – 2029, ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ໜັງສືພິມ​ໃນ​ໄລຍະ​ຈະ​ມາ​ເຖິງ. ຕາມ​ນັ້ນ​ແລ້ວ, 2 ຝ່າຍກໍ່​ເຫັນ​ດີ​ເປັນ​ເອກະພາບຈະ​ຍູ້ແຮງກວ່າການ​ໂຄສະນາ​ກ່ຽວ​ກັບ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, ສອງລັດ ​ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ; ​ສຸມໃສ່​ເຜີຍ​ແຜ່​ນະ​ໂຍບາຍ ​ແລະ ​ແນວທາງ​ການ​ຕ່າງປະ​ເທດ​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ; ສ່ອງແສງ​ບັນດາ​ການ​ເຄື່ອນ​ໄຫວ ​ແລະ ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ; ກ່ຽວ​ກັບບັນດາ​ການ​ເຄື່ອນ​ໄຫວພົບປະ​ແລກປ່ຽນ ​ແລະ ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

2 ຝ່າຍ​ກໍ່​ເຫັນ​ດີ​ວ່າ ​ໃນແຕ່ລະປີຈະ​ສົ່ງ​ຄະນະ​ຜູ້​ແທນ​ໄປ​ຢ້ຽມຢາມ ​ແລະ ​ແລກປ່ຽນ​ບົດຮຽນ​ໃນ​ວຽກ​ງານ​ຂ່າວສານ; ປະສານ​ສົມທົບ​ການ​ຝຶກ​ອົບຮົມ, ພັດທະນາ​ວິຊາ​ຊີບ ​ແລະ ​ແລກປ່ຽນ​ປະສົບ​ການ​ນັກ​ຂ່າວ ​ເຊັ່ນ​ດຽວ​ກັບ​ວຽກ​ງານ​ຂ່າວສານ​ອື່ນໆ...

ຕາງໜ້າ​ໃຫ້​ໜັງ​ສື​ພິມ ປະຊາຊົນ ຫວຽດນາມ, ທ່ານ ເລກັວກມິນ ​ໄດ້​ມອບ​ລະບົບ​ໜັງສືພິມ​ເອ​ເລັກ​ໂຕນິກ​ໃໝ່​ທີ່​ສົມບູນ, ​ໃນ​ນັ້ນ​ມີ​ລະບົບ​ໜ້າຈໍທີ່ບັນຈຸເນື້ອຫາ​ໃໝ່ ​ແລະ ລະບົບ​ຄຸ້ມຄອງບໍລິຫານ​ເນື້ອ​ໃນ​ທີ່ທັນ​ສະ​ໄໝ​ໃຫ້​ໜັງສືພິມ ປະຊາຊົນ ລາວ.

ນີ້ແມ່ນລະບົບທີ່ມີຄວາມສະດວກດ້ານວິຊາການເຕັກນິກຫຼາຍຢ່າງ, ອະນຸຍາດໃຫ້ມີການເຊື່ອມຕໍ່ທີ່ດີກັບເວທີສັງຄົມ, ສະດວກສໍາລັບການຜະລິດເນື້ອໃນມັນຕິມີເດຍ ... ; ​ແມ່ນ​ຂອງຂວັນ​ຈາກ​ໝູ່ຄະນະ​ນັກ​ຂ່າວ​ ປະຊາຊົນ ຫວຽດນາມ ​ມອບໃຫ້​ແກ່ໝູ່ຄະນະ​ນັກ​ຂ່າວ ປະຊາຊົນ ລາວ, ​ເພື່ອ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຂອງ​ໜັງສືພິມ ປະຊາຊົນ ຫວຽດນາມ ກັບບັນດາ​ການ​ນຳ​ຂອງ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ ​ພັກ​ປະຊາຊົນ​ ປະຕິວັດ ​ລາວ, ບັນດາ​ການ​ນຳ​ຂອງ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ພັກ​ ກອມ​ມູນິດ ​ຫວຽດນາມ ກ່ຽວ​ກັບ​ການ​ໜູນ​ຊ່ວຍ ​ແລະ ປັບປຸງ​ຍົກລະດັບລະບົບ​ໜັງສືພິມ ເອ​ເລັກ​ໂຕນິກ ປະຊາຊົນ ລາວ .

ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີ ແລະ ນະວັດຕະກຳ

ຍສໝ - ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ປະຈຳ​ລາວ, ຕອນ​ບ່າຍ​ວັນ​ທີ 28 ພຶດສະພາ​ນີ້, ຢູ່​ນະຄອນຫຼວງ​ວຽງ​ຈັນ, ກອງ​ປະຊຸມ​ຄັ້ງ​ທີ 1 ຄະນະ​ກຳມະການ​ຮ່ວມ​ມື​ດ້ານ​ເຕັກ​ໂນ​ໂລ​ຊີ ​ແລະ ນະ​ວັດຕະກຳ ຫວຽດນາມ - ລາວ.

ຂີດ​ໝາຍ​ແຫ່ງ​ຄວາມ​ສາມັກຄີ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ-ກູ​ບາ ບົນ​ດິນ​ແດນ ​ໄຕ​ນິງ ຂີດ​ໝາຍ​ແຫ່ງ​ຄວາມ​ສາມັກຄີ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ-ກູ​ບາ ບົນ​ດິນ​ແດນ ​ໄຕ​ນິງ

ຍສໝ - ຮ່ອງຮອຍຫ້ອງການເຮັດວຽກຂອງສະຖານທູດ ສາທາລະນະລັດ ກູບາ ແລະ ໂຮງງານນ້ຳຕານ ກູບາ ຢູ່ເຂດຊາຍແດນຂຶ້ນກັບເມືອງ ເຕີນບຽນ ແລະ ເມືອງ ເຕີນເຈົາ, ແຂວງ ໄຕນິງ ເປັນຫຼັກຖານພະຍານໃຫ້ຄວາມມິດຕະພາບ, ຄວາມສາມັກຄີ, ການໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງ ປະຊາຊົນ​ສອງ​ປະ​ເທດ​ ກູ​ບາ ​ແລະ ຫວຽດນາມ.

ມິງດຶກ

ເຫດການ
302 Found

Found

The document has moved here.