ຍສໝ - ເຂົ້າຮ່ວມພິທີມີຜູ້ຕາງໜ້າບໍລິສັດຮ່ວມມືສາກົນ 705 ຂຶ້ນກັບກອງບັນຊາການທະຫານເຂດ 2, ກະຊວງປ້ອງກັນປະເທດຫວຽດນາມ; ຜູ້ຕາງໜ້າສະມາຄົມຊາວຫວຽດນາມ ຢູ່ແຂວງອຸດົມໄຊ; ຕາງໜ້າການນຳອຳນາດການປົກຄອງ ພ້ອມກັບບັນດາພະແນກທີ່ກ່ຽວຂ້ອງ ແຂວງອຸດົມໄຊ
ຍສໝ - ຕອນເຊົ້າວັນທີ 25 ມີນານີ້, ຢູ່ໂຮງຮຽນການເມືອງແຂວງ, ຄະນະໂຄສະນາສຶກສາຄະນະພັກແຂວງ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການເຊື່ອມໂຍງໄວໜຸ່ມເຂົ້າເປັນພົນລະເມືອງທົ່ວໂລກ ແລະ ການຫັນເປັນດິຈິຕອນ ເພື່ອຍົກສູງຄວາມຮັບຮູ້ ແລະ ສຶກສາອົບຮົມແນວຄິດອຸດົມການປະຕິວັດ, ຄຸນສົມບັດສິນທຳ, ຊີວິດການເປັນຢູ່ຂອງຊາວຫນຸ່ມ.
ຍສໝ - ຄາບເຂົ້າທຳອິດເມື່ອຮັບລູກລາວ, ພໍ່ແມ່ຫວຽດ ໄດ້ເລືອກເອົາອາຫານທີ່ໃກ້ຊິດຕິດແທດກັບຊີວິດປະຈຳວັນຄື: ໝາກຖົ່ວໂກແວ, ໝາກກ້ວຍດິບ, ຊິ້ນໄກ່, ຊິ້ນໝູ…ແຕ່ໄດ້ຮັບການປຸງແຕ່ງຢ່າງຄ່ອງແຄ້ວ, ແຊບດີເພື່ອຕ້ອນຮັບ. ພິເສດ ໃນຄາບເຂົ້າບໍ່ສາມາດຂາດໝາກເຜັດ ເຄື່ອງປຸງທີ່ນິຍົມຂອງຊາວລາວ.
ຍສໝ - ໃນຕອນບ່າຍວັນທີ 24 ມີນາ, ທ່ານພົນໂທ ຮວ່າງຊວນຈຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ປະຊາຊົນກຸ່ມບ້ານຜາຖີ່, ເມືອງຊໍາເໜືອ, ແຂວງຫົວພັນ, ລາວ
ເນື່ອງໃນໂອກາດເຂົ້າຮ່ວມການເຈລະຈານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ ຄັ້ງທີ 3 ຢູ່ ລາວ, ພົນໂທ ຮວ່າງຊວນຈ໊ຽນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄປຢ້ຽມຢາມກອງຮ້ອຍທະຫານຊາຍແດນ 213 ຂອງກອງທັບປະຊາຊົນລາວ. ຮ່ວມເດີນທາງມີພົນຈັດຕະວາ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ.
ຍສໝ - ທ່ານເອກອັກຄະລັດຖະທູດ Ted Osius ໃຫ້ຂໍ້ສັງເກດ, ເລື່ອງຄະນະປະຕິບັດງານຂອງວິສາຫະກິດອາເມລິກາຫຼາຍແຫ່ງ ມາ ຫວຽດນາມ ອາດເວົ້າໄດ້ວ່າແມ່ນສັນຍານຂອງກະແສຫັນປ່ຽນມາລົງທຶນຢູ່ ອາຊຽນ.
ຍສໝ - ຫວຽດນາມ ໄດ້ສະໜັບສະໜູນບັນດາຂໍ້ລິເລີ່ມບຸລິມະສິດການຮ່ວມມືດ້ານເສດຖະກິດ ຂອງ ອິນໂດເນເຊຍ ໃນປີການເປັນປະທານອາຊຽນ 2023, ແລະ ຢືນຢັນຈະສືບຕໍ່ສົມທົບກັບບັນດາປະເທດອາຊຽນ ປະຕິບັດບັນດາຈຸດໝາຍຮ່ວມຂອງປະຊາຄົມເສດຖະກິດ ອາຊຽນ.
ຍສໝ - ທີ່ການຕ້ອນຮັບ, ທ່ານພົນໂທ ຮ່ວາງຊວັນຈຽນ ເນັ້ນໜັກເຖິງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນ. ທ່ານພົນໂທ ຮ່ວາງຊວັນຈຽນ ໄດ້ຕີລາຄາສູງເລື່ອງກະຊວງປ້ອງກັນປະເທດ ສອງປະເທດໄດ້ສົມທົບກັນຈັດຕັ້ງສຳເລັດບັນດາການເຄື່ອນໄຫວໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ ຫວຽດນາມ ປີ 2022.
ຍສໝ - ຕາມທ່ານ ສາດສະດາຈານ Pietro Masina ແລ້ວ, ນັກສຶກສາຮຽນຢູ່ມະຫາວິທະຍາໄລ ອາດຈະຄົ້ນຄ້ວາລົງເລິກກ່ຽວກັບ ຫວຽດນາມ ຜ່ານການຮຽນພາສາຫວຽດ ໃນ 5 ປີ, ຄຽງຄູ່ກັບໂຄງການສິດສອນກ່ຽວກັບມະນຸດສາດ ຫຼື ວິທະຍາສາດການເມືອງ ແລະ ການພົວພັນສາກົນ. ມາຮອດປັດຈຸບັນ, ນັບທັງໃນບັນດາຫຼັກສູດທົດລອງ, ພາສາຫວຽດ ກໍ່ໄດ້ຮັບຄວາມສົນໃຈຂອງນັກສຶກສາຫຼາຍທີ່ສຸດ.
ຍສໝ - ຊຸດຟີມເອກະສານ "ການພົວພັນປ້ອງກັນຊາດ ຫວຽດນາມ - ກູບາ, 60 ປີແຫ່ງວັນກໍ່ສ້າງ ແລະ ພັດທະນາ" ແມ່ນໜຶ່ງໃນ 5 ຜົນງານໃນຊຸດຟີມເອກະສານກ່ຽວກັບປະຫວັດສາດ 60 ປີແຫ່ງການສ້າງຕັ້ງການພົວພັນດ້ານປ້ອງກັນຊາດ ຫວຽດນາມ - ກູບາ.
ຍສໝ - ຢູ່ທີ່ນີ້, ຄະນະປະຕິບັດງານໄດ້ເຮັດວຽກກັບອົງການສົ່ງເສີມການຄ້າ ແລະ ການລົງທຶນແຂວງ (TIKZN), ຄະນະກຳມະການຄຸ້ມຄອງທ່າກຳປັ່ນສົ່ງອອກຖ່ານຫີນ Richards Bay ແລະ ກຸ່ມບໍລິສັດຂົນສົ່ງທາງລົດໄຟ Transnet.
ຍສໝ - ກວາງຈິງ ໄດ້ ແລະ ພວມສຸມໃສ່ພັດທະນາຂະແໜງສິນໃນນ້ຳຕາມທິດທັນສະໄໝ, ຍືນຍົງ ແລະ ສຸມໃສ່ແກ້ໄຂສະພາບການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ.
ຍສໝ - ຕອນບ່າຍວັນທີ 20 ມີນາ, ສະຫາຍ ເລຂາຄະນະພັກແຂວງເທື່ອທຽນເຫ້ວ ເລເຈືອງລິວ ໄດ້ມີການຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານນາງເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ເກົາຫຼີ ປະຈຳ ຫວຽດນາມ Oh Youngju. ຢູ່ທີ່ນີ້, ທ່ານນາງ Oh Youngju ຫວັງວ່າ ການຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ຈະປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດເວົ້າລວມ ແລະ ການພົວພັນລະຫວ່າງ ສ.ເກົາຫຼີ ແລະ ແຂວງເທື່ອທຽນເຫ້ວ ເວົ້າສະເພາະ.
ຍສໝ - ຝ່າຍຫວຽດນາມ ແລະ ຈີນ ໄດ້ເຫັນດີໃນການປຶກສາຫາລືປະຈຳໄລຍະ, ແບ່ງປັນຂໍ້ມູນຂ່າວສານ ແລະ ປະສົບການ; ມີຄວາມສົນໃຈ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການປະຕິບັດບົດບາດອົງການຜູ້ຕາງໜ້າເຈົ້າຂອງກຳມະສິດຂອງບັນດາວິສາຫະກິດ.
ຍສໝ - ຫວ່າງມໍ່ໆມານີ້, ນະຄອນດານັ້ງ ໄດ້ຮັບການເຊີດຊູໃຫ້ນອນໃນບັນຊີລາຍຊື່ ສະໜາມບິນທີ່ໄດ້ຮັບການປັບປຸງດີທີ່ສຸດໃນໂລກ ແລະ ສະໜາມບິນພາກພື້ນ ອາຊີ ດີທີ່ສຸດໃນປີ 2023.
ຍສໝ - ຕອນບ່າຍວັນທີ 17 ມີນາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານພົນໂທ ກົງທອງ ພົງວິຈິດ, ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ.
ຍສໝ - ໂດຍແບ່ງປັນທີ່ການຕ້ອນຮັບ, ທ່ານ ມາຍຊວັນແທັງ ຜູ້ຮັກສາການຫົວໜ້າກົມໃຫຍ່ພາສີອາກອນ ຫວຽດນາມ ໃຫ້ຮູ້ວ່າ ປີ 2022 ຂະແໜງພາສີ ຫວຽດນາມ ໄດ້ຍູ້ແຮງການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການຄຸ້ມຄອງພາສີອາກອນ ໃນນັ້ນໄດ້ຜັນຂະຫຍາຍໃບບິນເອເລັກໂນຕິກໃນຂອບເຂດທົ່ວປະເທດ.
ຍສໝ - ນີ້ແມ່ນການກວດປິ່ນປົວພະຍາດຄັ້ງທຳອິດໃນປີ 2023 ຂອງໂຮງໝໍເຈີໄຣ ພະນົມເປັນ ຕາມໂຄງການຮ່ວມມືຮັບະກັນຊີວິດສັງຄົມ ໂດຍສະຖານທູດ ຫວຽດນາມ ປະຈຳກຳປູເຈຍ ປຸກລະດົມ.
ຍສໝ - ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນບ໋າຮຸ່ງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ຢຶດໝັ້ນໃນການປົກປັກຮັກສາ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ.
ຍສໝ - ນອກຈາກ "3 ນຳກັນ" ກັບຄອບຄົວ ຫວຽດນາມ, ບັນດານັກສຶກສາລາວ ຍັງເຂົ້າຮ່ວມບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳຄື: ໄວ້ອາໄລສຸສານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ແນະນຳພໍ່ແມ່ຫວຽດ ຟ້ອນລຳວົງ, ເຕັ້ນບາສະລົບ, ເວົ້າພາສາລາວ, ອອກແຮງງານທຳຄວາມສະອາດຖະໜົນຫົນທາງ.
ຍສໝ - ທ່ານເລຂາຄະນະພັກແຂວງ ໄດ້ເປັນກຽດເຊື້ອເຊີນບັນດານັກສະຖາປະນິກ ຍີ່ປຸ່ນ ມາຝູອຽນ ເພື່ອໜູນຊ່ວຍ, ໃຫ້ຄຳແນະນຳ ແລະ ຮ່ວມມື ເພື່ອໃຫ້ແຂວງມີບັນດາສະຖາປັດຕະຍາກຳທີ່ສວຍງາມກ່ວາອີກ, ບັນລຸລະດັບສາກົນ, ປະກອບສ່ວນຊຸກຍູ້ການພັດທະນາການທ່ອງທ່ຽວ ຝຸອຽນ ໃນໄລຍະຈະມາເຖິງ.
ຍສໝ - ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ, ທ່ານລັດຖະມົນຕີການຕ່າງປະເທດ ໂປໂລຍ Zbigniew Rau ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 16-17 ມີນາ ແລະ ໄດ້ດຳເນີນການເຈລະຈາ ກັບ ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ.
ຍສໝ - ທ່ານ Sandeep Arya, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ອິນເດຍ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ຈະພະຍາຍາມໃຫ້ບັນດາສາຍການບິນຫວຽດນາມ ຊຸກຍູ້ການເປີດຖ້ຽວບິນໂດຍກົງຈາກນະຄອນ ດານັງ ໄປບາງທ້ອງຖິ່ນຂອງອິນເດຍ ຕື່ມອີກຈຳນວນໜຶ່ງ ເພື່ອຊຸກຍູ້ການຮ່ວມມືດ້ານການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ.
ຍສໝ - ເຂົ້າຮ່ວມກອງປະຊຸມມີທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ; ບັນດາລັດຖະມົນຕີ, ຫົວໜ້າບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ; ປະທານຄະນະກຳມະການປະຊາຊົນແຂວງ, ນະຄອນ; ຜູ້ຕາງໜ້າບັນດາອົງການຈັດຕັ້ງ, ສະມາຄົມ, ວິສາຫະກິດລົງທຶນທຸລະກິດທ່ອງທ່ຽວ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ; ຜູ້ຊ່ຽວຊານດ້ານເສດຖະກິດ.
ຍສໝ - ເຂົ້າຮ່ວມພິທີມີທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ, ຜູ້ຕາງໜ້າການນຳກະຊວງສຶກສາ ແລະ ກິລາ ລາວ, ຜູ້ຕາງໜ້າບັນດາອົງການທີ່ກ່ຽວຂ້ອງຂອງລາວ, ຜູ້ຕາງໜ້າສະມາຄົມຊາວຫວຽດນາມ ນະຄອນຫຼວງ ວຽງຈັນ, ບັນດາພະນັກງານ, ຄູສອນ, ນັກຊ່ຽວຊານໄດ້ ແລະ ພວມສິດສອນພ້ອມກັບນັກຮຽນ ແລະ ອະດີດນັກຮຽນຂອງໂຮງຮຽນເປັນຈຳນວນຫຼາຍ.
ຍສໝ - ວັນທີ 13 ມີນາ 2023, ທີ່ສໍານັກງານກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເຈີ່ນກວກແຄ໋ງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ບຸນເຖິງ ດວງສະຫວັນ - ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງສປປ.ລາວ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ, ຮ່ຳຮຽນປະສົບການໃນການພັດທະນາອຸດສາຫະກຳ ແລະ ການຄ້າຢູ່ຫວຽດນາມ.
ຍສໝ - ທີ່ການຕ້ອນຮັບ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ຢືນຢັນວ່າ ການພົວພັນລະຫວ່າງ ຫວຽດນາມ - ກຳປູເຈຍ ມີບາດກ້າວພັດທະນາຢ່າງແຮງ, ພິເສດແມ່ນໃນຂົງເຂດປ້ອງກັນປະເທດ - ປ້ອງກັນຄວາມສະຫງົບ, ເສດຖະກິດ - ການຄ້າ - ການລົງທຶນ, ການທ່ອງທ່ຽວ ແລະ ການແລກປ່ຽນປະຊາຊົນ.
ຍສໝ - “ການຟື້ນຟູສາຍການບິນໂດຍກົງລະຫວ່າງ ຮ່າໂນ້ຍ ແລະ Kuala Lumpur ຫຼັງຈາກໂລກລະບາດ Covid – 19 ໄດ້ສ້າງກາລະໂອກາດຫຼາຍຢ່າງ ເພື່ອຊຸກຍູ້ການພົວພັນການທູດປະຊາຊົນ ແລະ ເພີ່ມທະວີ ການພົວພັນລະຫວ່າງສອງປະເທດລະຫວ່າງ ຫວຽດນາມ ແລະ ມາເລເຊຍ”. ນີ້ແມ່ນຄຳຖະແຫຼງຂອງທ່ານ Tan Yang Thai, ເອກອັກຄະລັດຖະທູດ ມາເລເຊຍ ປະຈຳຫວຽດນາມ ທີ່ການພົບປະກັບທ່ານປະທານສະຫະພັນອົງການມິດຕະພາບ ຫວຽດນາມ (VUFO) ນາງ ຫງວຽນເຟືອງງາ ໃນວັນທີ 13 ມີນາ, ຢູ່ຮ່າໂນ້ຍ.
ຍສໝ - ການເຈລະຈາໄດ້ດຳເນີນໄປໃນທ່າມກາງບັນຍາກາດແຫ່ງນ້ຳໃຈຄວາມຮັກແພງ ແລະ ມິດຕະພາບ, ບັນດາບັນຫາໄດ້ປຶກສາຫາລືຢ່າງເລິກເຊິ່ງກວ້າງຂວາງ ແລະ ແທດຈິງທີ່ສຸດ. ການນຳສອງແຂວງໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການເສດຖະກິດ - ສັງຄົມຂອງສອງແຂວງ, ການພົວພັນຮ່ວມມືໃນໄລຍະຜ່ານມາ, ການກຳນົດທິດພັດທະນາໃນໄລຍະຈະມາເຖິງ.
ຍສໝ - ທ່ານ ປ.ອ ຫງວຽນຮົ່ງຫາຍ ໄດ້ສະຫຼຸບວ່າ ຖ້າປະຕິບັດ 4 ເສົາຄ້ຳເປັນຢ່າງດີ, ສອງປະເທດບໍ່ພຽງແຕ່ຈະບັນລຸໄດ້ຜົນສຳເລັດໃນການຮ່ວມມືຢ່າງລະອຽດເທົ່ານັ້ນ ຫາກຍັງຮັກສາ ແລະ ຕິດພັນການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຍືນຍົງອີກດ້ວຍ.