ນັກທ່ອງທ່ຽວຫວຽດນາມ - ສ.ເກົາຫຼີ ສາມາດເດີນທາງໂດຍບໍ່ຕ້ອງໃຊ້ເງິນສົດ | |
ອາຊຽນ - ສ.ເກົາຫຼີ ປຶກສາຫາລື ບັນດາມາດຕະການເພີ່ມທະວີການພົວພັນຄູ່ຮ່ວມມື |
ຕອນບ່າຍວັນທີ 20 ມີນາ, ສະຫາຍ ເລຂາຄະນະພັກແຂວງເທື່ອທຽນເຫ້ວ ເລເຈືອງລິວ ໄດ້ມີການຕ້ອນ ຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານນາງເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ເກົາຫຼີ ປະຈຳ ຫວຽດນາມ Oh Youngju. ຢູ່ທີ່ນີ້, ທ່ານນາງ Oh Youngju ຫວັງວ່າ ການຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ຈະປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດເວົ້າລວມ ແລະ ການພົວພັນລະຫວ່າງ ສ.ເກົາຫຼີ ແລະ ແຂວງເທື່ອທຽນເຫ້ວເວົ້າສະເພາະ.
ທີ່ການຕ້ອນຮັບ, ສະຫາຍເລຂາພັກແຂວງເທື່ອທຽນເຫ້ວ ເລເຈືອງລິວ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານນາງ Oh Youngju - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ເກົາຫຼີ ປະຈຳ ຫວຽດນາມ ແລະ ຄະນະປະຕິບັດງານທີ່ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເທື່ອທຽນເຫ້ວ. ພ້ອມກັນນັ້ນ, ສະຫາຍ ເລເຈືອງລິວ ກໍ່ໃຫ້ຮູ້ວ່າ ບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ, ໃນຊຸມປີມໍ່ໆມານີ້ ແຂວງເທື່ອທຽນເຫ້ວ ໄດ້ປະຕິບັດຫຼາຍໂຄງການ, ລາຍການ ແລະ ບັນລຸໄດ້ໝາກຜົນທີ່ດີ.
ສະຫາຍ ເລເຈືອງລິວ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ບັນດາວິສາຫະກິດ ສ.ເກົາຫຼີ ຈະຊອກຫາກາລະໂອກາດລົງທຶນດຳເນີນທຸລະກິດ; ຄົ້ນຄວ້າ ແລະ ໜູນຊ່ວຍເປີດຖ້ຽວບິນໂດຍກົງຈາກ ສ.ເກົາຫຼີ ໄປຫາ ແຂວງເທື່ອທຽນເຫ້ວ; ຊຸກຍູ້ການເຊື່ອມຕໍ່ການແລກປ່ຽນວັດທະນະທຳ, ທ່ອງທ່ຽວ ແລະ ການສຶກສາ; ສືບຕໍ່ເລັ່ງຄວາມຄືບໜ້າຂອງໂຄງການ ODA...
![]() |
ສະຫາຍເລຂາຄະນະພັກແຂວງເທື່ອທຽນເຫ້ວ ເລເຈືອງລິວ ໄດ້ມີການພົບປະກັບ ທ່ານນາງເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ Oh Youngju |
ກໍ່ທີ່ການພົບປະ, ທ່ານນາງ Oh Youngju - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ເກົາຫຼີ ປະຈຳ ຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນ ແລະ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ເປັນກຽດຂອງເລຂາຄະນະພັກແຂວງ ແລະ ການນຳແຂວງ. ທ່ານນາງ Oh Youngju ຫວັງວ່າ ແຂວງຈະສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ສ.ເກົາຫຼີ ມາຊອກຫາການຮ່ວມມື ແລະ ກາລະໂອກາດດຳເນີນທຸລະກິດ.
ທ່ານນາງ Oh Youngju ກໍ່ໃຫ້ຮູ້ວ່າ ດ້ວຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງຕົນ, ຖ້າຫາກນຳໃຊ້ ແລະ ຂຸດຄົ້ນຢ່າງມີປະສິດທິຜົນ, ແຂວງ ຈະມີບາດກ້າວບຸກທະລຸໃນໄລຍະຈະມາເຖິງ. ພ້ອມກັນນັ້ນ, ທ່ານນາງ Oh Youngju ກໍ່ຫວັງວ່າການຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ຈະປະກອບສ່ວນຮັດແໜ້ນການພົວພັນຮ່ວມມືລະຫວ່າງ 2 ປະເທດເວົ້າລວມ ແລະ ການພົວພັນລະຫວ່າງ ສ.ເກົາຫຼີ ແລະ ແຂວງເທື່ອທຽນເຫ້ວ ເວົ້າສະເພາະ.

ຄຳຮຸ່ງ
ຂ່າວທີ່ກ່ຽວຂ້ອງ

ພັດທະນາການພົວພັນອັນດີງາມລະຫວ່າງສອງສະພາແຫ່ງຊາດ ຫວຽດນາມ - ສ.ເກົາຫຼີ

ຜັນຂະຫຍາຍບັນດາການເຄື່ອນໄຫວປຶກສາຫາລືກ່ຽວກັບການໜູນຊ່ວຍແຮງງານ ຫວຽດນາມ ຢູ່ ສ.ເກົາຫຼີ

ບາດກ້າວພັດທະນາໃໝ່ໃນການພົວພັນມິດຕະພາບລະຫວ່າງປະຊາຊົນກ໋ວາງນາມ ແລະ ສ.ເກົາຫຼີ
ທ່ານອາດຈະມັກ

ມອບຫຼຽນໄຊມິດຕະພາບ ໃຫ້ແກ່ຫໍພິພິທະພັນ ໄກສອນ ພົມວິຫານ

ຊຸກຍູ້ການຮ່ວມມືລະຫວ່າງຂະແໜງໂຄສະນາອົບຮົມກອງທັບ ຫວຽດນາມ ແລະ ລາວ

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມື ແລະ ແລກປ່ຽນບົດຮຽນໃນການຄຸ້ມຄອງລັດດ້ານສາສະໜາ

ສີສັນ ຫວຽດນາມ ຢູ່ວຽງຈັນ

ການທູດປະຊາຊົນຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ
