ຫວຽດນາມ, ຈີນ ຊຸກຍູ້ການຮ່ວມມືພັດທະນາ ວິສາຫະກິດພາກລັດ

15:51 | 21/03/2023

ຍສໝ - ຝ່າຍ​ຫວຽດນາມ ​ແລະ ຈີນ ​ໄດ້​ເຫັນ​ດີໃນການປຶກສາຫາລືປະຈຳໄລຍະ, ແບ່ງປັນ​ຂໍ້​ມູນ​ຂ່າວສານ ​ແລະ ປະສົບ​ການ; ມີ​ຄວາມ​ສົນ​ໃຈ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ ໃນ​ການ​ປະຕິບັດ​ບົດບາດ​ອົງການ​ຜູ້ຕາງໜ້າເຈົ້າຂອງກຳມະສິດ​ຂອງ​ບັນດາ​ວິ​ສາ​ຫະກິດ.

ວິສາຫະກິດຫວຽດນາມ ຮ່ວມມືພັດທະນາກະສິກຳອົງຄະທາດ, ປຸຍ ຢູ່ລາວ ວິສາຫະກິດຫວຽດນາມ ຮ່ວມມືພັດທະນາກະສິກຳອົງຄະທາດ, ປຸຍ ຢູ່ລາວ
ພິທີສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ ພິທີສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ

ຝ່າຍ​ຫວຽດນາມ ​ແລະ ຈີນ ​ໄດ້​ເຫັນ​ດີໃນການປຶກສາຫາລືປະຈຳໄລຍະ, ແບ່ງປັນ​ຂໍ້​ມູນ​ຂ່າວສານ ​ແລະ ປະສົບ​ການ; ມີ​ຄວາມ​ສົນ​ໃຈ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ ໃນ​ການ​ປະຕິບັດ​ບົດບາດ​ອົງການ​ຜູ້ຕາງໜ້າເຈົ້າຂອງກຳມະສິດ​ຂອງ​ບັນດາ​ວິ​ສາ​ຫະກິດ.

ໃນວັນ​ທີ 18 ມີນາ​ນີ້, ຢູ່​ນະຄອນຫຼວງ Beijing, ຄະນະ​ກຳມະການ​ຄຸ້ມ​ຄອງທຶນ​ແຫ່ງ​ລັດຢູ່​ວິ​ສາ​ຫະກິດ​ຫວຽດນາມ (CMSC) ​ແລະ ຄະນະ​ກຳມະການ​​ຄຸ້ມ​ຄອງຊັບ​ສິນ​ແຫ່ງ​ລັດ ​ຂຶ້ນກັບສະພາ​ແຫ່ງ​ລັດ ຈີນ (SASAC) ​ໄດ້​ຈັດ​ກອງ​ປະຊຸມ​ປະຕິ​ຮູບ ​ແລະ ພັດທະນາ​ວິ​ສາ​ຫະກິດ​ແຫ່ງ​ລັດ ຫວຽດນາມ - ຈີນ.

ທີ່​ກອງ​ປະຊຸມ, ຜູ້ຕາງໜ້າ​ອົງການ SASAC ​ໄດ້​ແນະນຳ​ສະພາບ​ການ​ຄຸ້ມ​ຄອງ​ຊັບ​ສິນ​ແຫ່ງ​ລັດ, ປະຕິ​ຮູບ ​ແລະ ພັດທະນາ​​ວິ​ສາ​ຫະກິດ​ຂອງ​ຈີນ; ຜູ້ຕາງໜ້າ CMSC ໄດ້ແນະນຳສະພາບການຄຸ້ມຄອງ ແລະ ກວດກາຊັບສິນຂອງລັດ, ການປະຕິຮູບ ແລະ ພັດທະນາວິສາຫະກິດຂອງລັດຢູ່ຫວຽດນາມ.

ຫວຽດນາມ, ຈີນ ຊຸກຍູ້ການຮ່ວມມືພັດທະນາ ວິສາຫະກິດພາກລັດ

ພິທີ​ໄຂ​ໂຄງການ​ແລກປ່ຽນ​ໂຄງ​ປະກອບ​ການ​ປະຕິ​ຮູບ ​ແລະ ພັດທະນາ​​ວິ​ສາ​ຫະກິດພາກລັດ ​ຫວຽດນາມ - ຈີນ. (ທີ່ມາ: VOV)

ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຊັບ​ສິນ​ຂອງ​ລັດ ​ແລະ ວິ​ສາ​ຫະກິດ​ພາກລັດ ​ລະຫວ່າງ CMSC ​ແລະ SASAC ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ໂອກາດ​ທີ່​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເດີນທາງ​ມໄປຢ້ຽມຢາມ​ຈີນ​ ຢ່າງ​ເປັນ​ທາງ​ການ​ ໃນ​ເດືອນຕຸລາ 2022, ເພື່ອເຊື່ອມຊຶມ​ປະຕິບັດ​ບັນດາຄວາມຮັບຮູ້​ລວມ​ທີ່​ບັນລຸ​ໄດ້ ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ.

ນີ້​ແມ່ນ​ຂີດ​ໝາຍ​ສຳຄັນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ຄະນະກຳມະການ ເວົ້າລວມ ​ແລະ ລະຫວ່າງ​ບັນດາ​ວິ​ສາ​ຫະກິດ ​ທີ່ຄຸ້ມຄອງໂດຍ​ສອງ​ຄະນະ​ກຳມະການ ​ເວົ້າສະ​ເພາະ ​ເພື່ອ​ແນ​ໃສ່​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ແຫຼ່ງທຶນ​ແຫ່ງ​ລັດຢູ່ບັນດາ​ວິ​ສາ​ຫະກິດ, ຄຸ້ມ​ຄອງ ​ແລະ ຕິດຕາມກວດກາ​​ບັນຫາສຳຄັນຈຸດສຸມຂອງ​ວິ​ສາ​ຫະກິດ​ທີ່ຂຶ້ນກັບ, ພ້ອມກັນນັນ, ກໍ່​ຮັບປະກັນ​ບົດບາດ​ຫຼັກແຫຼ່ງ​ຂອງວິສາຫະກິດພາກລັດ ​ໃນ​ພື້ນຖານ​ເສດຖະກິດ​ຂອງ​ແຕ່ລະ​ປະ​ເທດ.

ການ​ປະຕິບັດ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ ​ຍາມ​ໃດ​ກໍ​ໄດ້​ຮັບ​ຄວາມສົນໃຈ​ຊີ້​ນຳ​ຈາກ​ການ​ນຳ​ຂອງ​ສອງ​ອົງການ ​ແລະ ລະດັບ​ການ​ເຮັດ​ວຽກ​ຂອງ​ສອງ​ອົງການ​ ໄດ້​ຊຸກຍູ້​ການ​ປະຕິບັດຢ່າງ​ຕັ້ງໜ້າ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.