ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ຊາວ​ຫວຽດນາມ ທີ່ດຳລົງຊີວິດ, ​ເຮັດ​ວຽກ ​ແລະ ຮ່ຳຮຽນ​ຢູ່ ກຳປູ​ເຈຍ

08:56 | 16/03/2023

ຍ​ສ​ໝ - ທີ່​ການຕ້ອນ​ຮັບ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍ​ແທງ​ເຊີນ ຢືນຢັນ​ວ່າ ການ​ພົວພັນລະ​ຫວ່າງ ຫວຽດນາມ - ກຳປູ​ເຈຍ ມີ​ບາດກ້າວ​ພັດທະນາ​ຢ່າງ​ແຮງ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ປ້ອງ​ກັນ​ປະ​ເທດ - ປ້ອງ​ກັນຄວາມ​ສະຫງົບ, ​ເສດຖະກິດ - ການ​ຄ້າ - ການ​ລົງທຶນ, ການທ່ອງທ່ຽວ ​ແລະ ການ​ແລກປ່ຽນ​ປະຊາຊົນ.

ຫວຽດນາມ - ອາ​ເມ​ລິ​ກາ: ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ສົ່ງ​ອອກ​ໝາກ​ໄມ້ ຫວຽດນາມ - ອາ​ເມ​ລິ​ກາ: ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ສົ່ງ​ອອກ​ໝາກ​ໄມ້
ສະ​ພາ​ແຫ່ງ​ຊາດ: ຫວຽດ​ນາມ ສ້າງ​ເງື່ອນ​ໄຂ​ສະ​ດວ​ກ​ໃຫ້​ແກ່​ທຸກ​ນັກ​ລົງ​ທຶນ ສະ​ພາ​ແຫ່ງ​ຊາດ: ຫວຽດ​ນາມ ສ້າງ​ເງື່ອນ​ໄຂ​ສະ​ດວ​ກ​ໃຫ້​ແກ່​ທຸກ​ນັກ​ລົງ​ທຶນ

ຕອນ​ເຊົ້າ​ວັນ​ທີ 14 ມີນາ, ຢູ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍ​ແທງ​ເຊີນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Chea Kimtha, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ລາຊະ​ອານາຈັກ​ກຳປູ​ເຈຍ ປະຈຳ ຫວຽດນາມ ທີ່​ມາ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ເນື່ອງ​ໃນ​ໂອ​ກາດ​ໄດ້​ຮັບ​ໜ້າ​ທີ່​ປະ​ຕິ​ບັດ​ງານ​ຢູ່ ຫວຽດ​ນາມ.

ທີ່​ການຕ້ອນ​ຮັບ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍ​ແທງ​ເຊີນ ຢືນຢັນ​ວ່າ ການ​ພົວພັນ ລະ​ຫວ່າງ ຫວຽດນາມ - ກຳປູ​ເຈຍ ມີ​ບາດກ້າວ​ພັດທະນາ​ຢ່າງ​ແຮງ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ປ້ອງ​ກັນ​ປະ​ເທດ - ປ້ອງ​ກັນຄວາມ​ໝັ້ນຄົງ, ​ເສດຖະກິດ - ການ​ຄ້າ - ການ​ລົງທຶນ, ການທ່ອງທ່ຽວ ​ແລະ ການ​ແລກປ່ຽນ​ປະຊາຊົນ.

ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ຊາວ​ຫວຽດນາມ ທີ່ດຳລົງຊີວິດ, ​ເຮັດ​ວຽກ ​ແລະ ຮ່ຳຮຽນ​ຢູ່ ກຳປູ​ເຈຍ

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍ​ແທງ​ເຊີນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Chea Kimtha, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ລາຊະ​ອານາຈັກ​ກຳປູ​ເຈຍ ປະຈຳ ຫວຽດນາມ

(ພາບ: VGP)

ທ່ານ​ລັດຖະມົນຕີ​ສະ​ເໜີ​ໃຫ້​ສອງ​ຝ່າຍ​ສົມທົບ​ກັນ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ຢ່າງ​ມີ​ປະສິດທິ​ຜົນ, ຈັດ​ຕັ້ງ​ບັນດາ​ກົນ​ໄກ​ຮ່ວມ​ມື​ສຳຄັນ​ຂອງ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ​ຄື: ກອງ​ປະຊຸມ​ຄັ້ງ​ທີ 20 ຂອງ​ຄະນະ​ກຳມະການ​ປະ​ສົມ ຫວຽດນາມ - ກຳປູ​ເຈຍ ກ່ຽວ​ກັບ​ເສດຖະກິດ, ວັດທະນະທຳ, ວິທະຍາສາດ, ເຕັກ​ນິກ ​ແລະ ກອງ​ປະຊຸມ​ຄັ້ງ​ທີ 12 ກ່ຽວ​ກັບ​ການ​ຮ່ວມ​ມື ​ແລະ ພັດທະນາ​ບັນດາ​ແຂວງ​ຊາຍ​ແດນ ຫວຽດນາມ - ກຳປູ​ເຈຍ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ລັດຖະມົນຕີ ​ບຸຍ​ແທັງ​ເຊີນ ​ໄດ້​ສະເໜີໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ ນາງ Chea Kimtha ​ໃຫ້ຄວາມສົນ​ໃຈ​ ​ແລະ ຊຸກຍູ້​ຝ່າຍ ກຳປູ​ເຈຍ ສືບ​ຕໍ່​ເອົາ​ໃຈ​ໃສ່ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ຊາວ​ຫວຽດນາມ ທີ່ດຳລົງຊີວິດ, ​ເຮັດ​ວຽກ ​ແລະ ຮ່ຳຮຽນຢູ່ ກຳປູ​ເຈຍ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ກຳປູ​ເຈຍ ​ແລະ ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ສອງ​ປະ​ເທດ.

ທ່ານ​ລັດຖະມົນຕີ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ປະສົບ​ການ​ອັນ​ອຸດົມສົມບູນ, ທ່ານນາງ​ເອກ​ອັກຄະ​ລັດຖະທູດ​ຈະ​ເປັນ “ຂົວເຊື່ອມ​ຕໍ່” ປະກອບສ່ວນ​ອັນ​ຕັ້ງໜ້າ, ປະກອບສ່ວນ​ເຂົ້າ​ໃນ​ການນຳ​ການ​ພົວ​ພັນມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ກ່​ວາ​ນີ້​ອີກ.​

ສ່ວນທ່ານ​​ເອກ​ອັກຄະ​ລັດຖະທູດ ນາງ Chea Kimtha ​ໄດ້​ສະ​ແດງ​ຄວາມ​ເປັນ​ກຽດ​ທີ່​ໄດ້​ຮັບ​ຕຳ​ແໜ່​ງ​ເປັນ​ເອກ​ອັກຄະ​ລັດຖະທູດ​ຍິງ​ຄົນ​ທຳ​ອິດ​ຂອງ ກຳປູ​ເຈຍ ປະຈຳ ຫວຽດນາມ; ທ່ານ​ໄດ້​ສົ່ງ​ຄຳ​ອວຍພອນ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ກຳປູ​ເຈຍ Prak Sokhonn ​ເຖິງ​ທ່ານ​ລັດຖະມົນຕີ ​ບຸຍ​ແທັງ​ເຊີນ; ທ່ານ​ກໍ່​ສະ​ແດງ​ຄວາມດີ​ໃຈ​ເມື່ອສອງ​ປະ​ເທດ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ຫຼາຍ​ເຫດການ​ສຳຄັນ​ໃນ​ປີ​ມິດຕະພາບ​ຫວຽດນາມ - ກຳປູ​ເຈຍ 2022 ຢ່າງ​ສຳ​ເລັດ​ຜົນ.

ທ່ານ​ນາງເອກ​ອັກຄະ​ລັດຖະທູດ​ຢືນຢັນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ; ພ້ອມ​ກັນ​ນັ້ນ, ທ່ານ​ນາງ​ກໍ່​ປາດ​ຖະໜາ​ຢາກ​ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ຫວຽດນາມ ​ເພື່ອ​ແນ​ໃສ່​ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ ຫວຽດນາມ - ກຳປູ​ເຈຍ ຢ່າງ​ບໍ່​ຢຸດ​ຢັ້ງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.