ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 29

10:51 | 24/03/2023

ຍສໝ - ຫວຽດນາມ ໄດ້ສະໜັບສະໜູນບັນດາ​ຂໍ້​ລິ​ເລີ່ມ​​ບຸລິມະສິດການຮ່ວມ​ມື​ດ້ານ​ເສດຖະກິດ ​ຂອງ ອິນ​ໂດ​ເນ​ເຊຍ ​ໃນ​ປີ​ການ​ເປັນ​ປະທານ​ອາ​ຊຽນ 2023, ​ແລະ ຢືນຢັນ​ຈະ​ສືບ​ຕໍ່​ສົມທົບ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ປະຕິບັດ​ບັນດາ​ຈຸດໝາຍ​ຮ່ວມ​ຂອງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ.

ຫວຽດນາມ - ສ.ເກົາຫຼີ :ເພີ່ມທະວີການຮ່ວມມືສອງຝ່າຍ, ໂດຍສະເພາະແມ່ນໃນການຮ່ວມມືດ້ານເສດຖະກິດ ຫວຽດນາມ - ສ.ເກົາຫຼີ :ເພີ່ມທະວີການຮ່ວມມືສອງຝ່າຍ, ໂດຍສະເພາະແມ່ນໃນການຮ່ວມມືດ້ານເສດຖະກິດ
ສັນຍາ RCEP ຄາດວ່າຈະມີຜົນບັງຄັບໃຊ້ໃນຕົ້ນປີ 2022 ສັນຍາ RCEP ຄາດວ່າຈະມີຜົນບັງຄັບໃຊ້ໃນຕົ້ນປີ 2022

ວັນ​ທີ 22 ມີ​ນາ​ນີ້, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ອາ​ຊຽນ​ຄັ້ງ​ທີ 29 (AEM Retreat) ໄດ້​ໄຂ​ຂຶ້ນ​ຢູ່​ເມືອງ Magelang, ແຂວງ Java ພາກ​ກາງ​ຂອງ ອິນ​ໂດ​ເນ​ເຊຍ.

​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນ, ​ເລຂາທິການ​ໃຫຍ່​ອາ​ຊຽນ ​ແລະ ປະເທດຕີ​ມໍ​ເລ​ສເຕ ​ເປັນ​ຜູ້​ສັງ​ເກດ​ການ. ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໂດຍ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ເຈີ່ນ​ກວກ​ແຄ໋ງ ນຳ​ໜ້າ​ເຂົ້າ​ຮ່ວມກອງ​ປະ​ຊຸມ ພ້ອມກັນ​​ຜູ້​ຕາງ​ໜ້າ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ.

ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 29

ກອງປະຊຸມລັດຖະມົນຕີເສດຖະກິດ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ວົງແຄບຄັ້ງທີ 29 ໄດ້ດຳເນີນໃນວັນທີ 22 ມີນາ ຢູ່ Magelang, ປະເທດ ອິນໂດເນເຊຍ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຈິ່ນກວັກແຄ໊ງ ນຳໜ້າ. ທີ່ກອງປະຊຸມ, ລັດຖະມົນຕີບັນດາປະເທດ ອາຊຽນ ໄດ້ຮັບຮອງເອົາ 7 ຂໍ້ລິເລິ່ມບຸລິມະສິດການຮ່ວມມືເສດຖະກິດຂອງ ອິນໂດເນເຊຍ ໃນປີ ປະທານ ອາຊຽນ 2023, ສຸມໃສ່ 3 ກຳນົດທິດຕົ້ນຕໍ, ຄື: ສ້າງການເຕີບໂຕພາກພື້ນຜ່ານການເຊື່ອມຕໍ່ຕະຫຼາດ ແລະ ຍົກສູງລັກສະນະແກ່ງແຍ້ງຄືນໃໝ່; ຍູ້ໄວການຫັນປ່ຽນ ແລະ ເຂົ້າຮ່ວມເສດຖະກິດດີຈີຕອນແບບກວມລວມ ແລະ ຊຸກຍູ້ການເຕີບໂຕເສດຖະກິດແບບຍືນຍົງ. ກອງປະຊຸມກໍ່ໄດ້ເຫັນດີເປັນເອກະພາບບັນດາບຸລິມະສິດເສດຖະກິດປີ 2023, ສຸມໃສ່ຂົງເຂດຕ່າງໆຄື: ການຄ້າສິນຄ້າ, ການບໍລິການ, ການລົງທຶນ, ການປົກປ້ອງຜູ້ບໍລິໂພກ… ກ່າວຄຳເຫັນທີ່ການຖະແຫຼງຂ່າວກ່ຽວກັບກອງປະຊຸມ, ທ່ານລັດຖະມົນຕີການຄ້າ ອິນໂດເນເຊຍ Zulkifli Hasan ເນັ້ນໜັກວ່າ:

“ທີ່ກອງປະຊຸມຄັ້ງນີ້, ບັນດາປະເທດໄດ້ເຫັນດີເປັນເອກະພາບສະໜັບສະໜູນບັນດາບຸລິມະສິດ ແລະ ການສືບທອດຂອງສະພາທີ່ປຶກສາທຸລະກິດ ອາຊຽນ 2023. ກອງປະຊຸມໄດ້ຮັບຮອງເອົາ 7 ຂໍ້ລິເລີ່ມບຸລິມະສິດຮ່ວມມືເສດຖະກິດ ຂອງ ອິນໂດເນເຊຍ ໃນປີປະທານ ອາຊຽນ 2023. ກອງປະຊຸມກໍ່ເຫັນດີເອກະພາບບັນດາບຸລິມະສິດປະຈຳປີ 2023 ໃນຂົງເຂດເສດຖະກິດ; ເຫັນດີເປັນເອກະພາບຈັດແບ່ງແຫຼ່ງກຳລັງໃຫ້ແກ່ການຊຸກຍູ້ ແລະ ສ້າງສຳເລັດການເຈລະຈາຍົກລະດັບສັນຍາການຄ້າສິນຄ້າ ອາຊຽນ (ATIGA) ຕາມຂັ້ນຕອນທີ່ໄດ້ວາງອອກຢ່າງສຳເລັດຜົນ”.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.