ດານັ້ງ ນອນໃນລາຍຊື່ສະໜາມບິນ 10 ແຫ່ງ ທີ່ປັບປຸງດີທີ່ສຸດໃນໂລກ

08:00 | 21/03/2023

ຍສໝ - ຫວ່າງມໍ່ໆມານີ້, ນະຄອນດານັ້ງ ໄດ້ຮັບການເຊີດຊູໃຫ້ນອນໃນບັນຊີລາຍຊື່ ສະໜາມບິນທີ່ໄດ້ຮັບການປັບປຸງດີທີ່ສຸດໃນໂລກ ແລະ ສະໜາມບິນພາກພື້ນ ອາຊີ ດີທີ່ສຸດໃນປີ 2023.

ດານັ້ງ ສົ່ງເສີມການລົງທຶນຈາກ ເອີລົບ ດານັ້ງ ສົ່ງເສີມການລົງທຶນຈາກ ເອີລົບ
ຈຳນວນຜູ້ໂດຍສານທີ່ຜ່ານສະໜາມບິນ ໂນ້ຍບ່າຍ ຄາດວ່າຈະເພີ່ມຂຶ້ນຢ່າງແຮງ ຈຳນວນຜູ້ໂດຍສານທີ່ຜ່ານສະໜາມບິນ ໂນ້ຍບ່າຍ ຄາດວ່າຈະເພີ່ມຂຶ້ນຢ່າງແຮງ

ດານັ້ງ, ເຊິ່ງເປັນນະຄອນຕາງໜ້າໜຶ່ງດຽວຂອງ ຫວຽດນາມ ທີ່ໄດ້ຮັບການເຊີດຊູໃນ The World’s Best Airports of 2023 ຂອງ Skytrax - ອົງການຈັດອັນດັບການຂົນສົ່ງທາງການບິນສາກົນ. ດານັ້ງ ໄດ້ຈັດອັນດັບນອນໃນບັນຊີລາຍຊື່ສະໜາມບິນທີ່ໄດ້ຮັບການປັບປຸງດີທີ່ສຸດໃນໂລກ (ອັນດັບ 3) ແລະ ສະໜາມບິນພາກພື້ນ ອາຊີ ທີ່ດີທີ່ສຸດ (ອັນດັບ 10).

ດານັ້ງ ນອນໃນລາຍຊື່ສະໜາມບິນ 10 ແຫ່ງ ທີ່ປັບປຸງດີທີ່ສຸດໃນໂລກ

ປະເພດສະໜາມບິນພາກພື້ນ ອາຊີ ດີທີ່ສຸດ ແມ່ນຮັບໃຊ້ການບິນຢູ່ພາຍໃນປະເທດ, ພາກພື້ນເປັນຕົ້ນ. ນີ້ກໍ່ແມ່ນສະໜາມບິນທີ່ສາມາດຕອບສະໜອງບາງສາຍການບິນຂະໜາດນ້ອຍທີ່ບິນຂ້າມທະວີບ, ແຕ່ເປັນຕົ້ນແມ່ນຮັບໃຊ້ສາຍການບິນທີ່ມີໄລຍະເສັ້ນທາງບິນສັ້ນ. ລາງວັນປະຈຳປີຂອງ Skytrax ເພື່ອແນໃສ່ເຊີດຊູບັນດາບໍລິສັດການບິນ, ສະໜາມບິນ, ການບໍລິການອື່ນໆ. ມາດຖານຂອງການຕີລາຄາລວມແມ່ນອີງຕາມຄວາມເພິ່ງພໍໃຈຂອງຜູ້ໂດຍສານທີ່ມາຈາກ 100 ປະເທດ ແລະ ວົງການນັກວິຊາສະເພາະກ່ຽວກັບການເຄື່ອນໄຫວໃນໄລຍະ 12 ເດືອນ. ການມອບລາງວັນ Skytrax ໄດ້ຮັບຖືວ່າ ຄືດັ່ງລາງວັນ Oscar ຂອງຂະແໜງການບິນ ແລະ ຈະໄດ້ຈັດຂຶ້ນໃນເດືອນ ມິຖຸນາ ປີ 2023 ຢູ່ ປາຣີ, ປະເທດ ຝລັ່ງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.