​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ອົງ​ການ​ພາ​ສີ ຫວຽດ​ນາມ - ລາວ ​ນັບມື້​ນັບ​ແໜ້ນ​ແຟ້ນ

06:00 | 21/03/2023

ຍ​ສ​ໝ - ໂດຍແບ່ງ​ປັນ​ທີ່​ການ​ຕ້ອນ​ຮັບ, ທ່ານ ມາຍ​ຊວັນ​ແທັງ ຜູ້​ຮັກ​ສາ​ການ​ຫົວ​ໜ້າ​ກົມ​ໃຫຍ່​ພາ​ສີ​ອາ​ກອນ ຫວຽດນາມ ໃຫ້​ຮູ້​ວ່າ ປີ​ 2022 ຂະ​ແໜງ​ພາ​ສີ ຫວຽດ​ນາມ ໄດ້​ຍູ້​ແຮງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ພາ​ສີ​ອາ​ກອນ ໃນ​ນັ້ນ​ໄດ້​ຜັນ​ຂະ​ຫຍາຍໃບ​ບິນ​ເອ​ເລັກ​ໂນ​ຕິກ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.

ຮ່​ວມສາຍ​​ແມ່​ນ້ຳ​ຂອງ 2023: ຮັດ​ແໜ້ນ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ສາມ​ປະ​ເທດ ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ ຮ່​ວມສາຍ​​ແມ່​ນ້ຳ​ຂອງ 2023: ຮັດ​ແໜ້ນ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ສາມ​ປະ​ເທດ ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ
ການ​ນຳ​ລາວ ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ລາວ. ການ​ນຳ​ລາວ ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ລາວ.

ກົມ​ໃຫຍ່​ພາ​ສີ ຫາ​ກໍ່​ມີ​ການ​ຕ້ອນ​ຮັບ​ຄະ​ນະ​ປະ​ຕິ​ບັດ​ງານ​ອົງ​ການ​ພາ​ສີ​ລາວ ໂດຍ​ທ່ານ ບຸນ​ປະເສີດ ສີ​ກຸນ​ລະບຸດ ຫົວ​ໜ້າ​ກົມ​ພາ​ສີ​ (ກະ​ຊວງ​ການ​ເງິນ​ລາວ) ນຳ​ໜ້າ ​ໄດ້​ມີ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ກົມ​ໃຫຍ່​ພາ​ສີອາກອນ ຫວຽດ​ນາມ. ທ່ານ ມາຍ​ຊວັນ​ແທັງ ຜູ້​ຮັກ​ສາ​ການ​ຫົວ​ໜ້າ​ກົມ​ໃຫຍ່​ພາ​ສີອາກອນ ຢັ້ງ​ຢື​ນ​ວ່າ ການ​ພົວ​ພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ພາ​ສີ ອາ​ກອນ ລະ​ຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ແໜ້ນ​ແຟ້ນ, ເຂົ້າ​ສູ່​ລວງ​ເລິກ.

ໂດຍແບ່ງ​ປັນ​ທີ່​ການ​ຕ້ອນ​ຮັບ, ທ່ານ ມາຍ​ຊວັນ​ແທັງ ຜູ້​ຮັກ​ສາ​ການ​ຫົວ​ໜ້າ​ກົມ​ໃຫຍ່​ພາ​ສີ​ອາ​ກອນ ຫວຽດນາມ ໃຫ້​ຮູ້​ວ່າ ປີ​ 2022 ຂະ​ແໜງ​ພາ​ສີ ຫວຽດ​ນາມ ໄດ້​ຍູ້​ແຮງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ພາ​ສີ​ອາ​ກອນ ໃນ​ນັ້ນ​ໄດ້​ຜັນ​ຂະ​ຫຍາຍໃບ​ບິນ​ເອ​ເລັກ​ໂນ​ຕິກ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.

​ການ​ເຮັດ​ວຽກ​ລະ​ຫວ່າງ​ສອງ​ຝ່າຍ (ພາ​ບ: Thủy Linh)
​ການ​ເຮັດ​ວຽກ​ລະ​ຫວ່າງ​ສອງ​ຝ່າຍ (ພາ​ບ: Thủy Linh)

ໄປ​ຄຽງ​ຄູ່​ກັນ​ນັ້ນ, ໂຄງ​ການ "ໃບ​ບິນ​ໂຊກ​ດີ" ສະ​ຫງວນ​ໃຫ້​ແກ່​ຜູ້​ເສຍ​ພາ​ສີ ໄດ້ ແລະ ພວ​ມ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ​ຈາກ​ອົງ​ການ​ພາ​ສີອາກອນ ຫວຽດ​ນາມ ໄດ້​ສ້າງ​ຄວາມ​ຊີ້ນ​ເຄີຍ​ໃຫ້​ແກ່​ປະ​ຊາ​ຊົນ​ເມື່ອ​ຊື້​ຂາຍ​ສິນ​ຄ້າ ຫຼື​ນຳ​ໃຊ້​ການ​ບໍ​ລິ​ການ​ ກໍ່ຈະເອົາ​ໃບບິນ​ເອກ​ເລັກ​ໂຕ​ນິກ​ຈາກ​ເຄື່ອງ​ຈັກ​ໄລ່​ເງິນ.

ທ່ານ​ ມາຍ​ຊວັນ​ແທັງ ກໍ່​ໃຫ້​ຮູ້​ວ່າ​ຕື່ມ​ອີກວ່າ ໄປ​ຄຽງ​ຄູ່​ກັບ​ວຽກ​ງານ​ຫັນ​ການ​ຄຸ້ມ​ຄອງ​ພາ​ສີ​ອາ​ກອນ​ເປັນ​ເອ​ເລັກ​ໂນ​ນິກ, ດີ​ຈີ​ຕອນແລ້ວ, ຂະ​ແໜງ​ພາ​ສາ​ຫວຽດ​ນາມ ກໍ່​ສືບ​ຕໍ່​ຜັນ​ຂະ​ຫຍາຍຫຼາຍ​ມາດ​ຕະ​ການ​ເພື່ອ​ຊ່ວຍ​ຜູ້​ເສຍ​ພາ​ສີ​ມີ​ຄວາມ​ສະ​ດວກ​ໃນ​ການ​ປະ​ຕິ​ບັດ​ພັນ​ທະ​ຂອງ​ຕົນ, ເປັນ​ເສນາ​ທິ​ການ​ໃຫ້​ແກ່​ກະ​ຊວງ​ການ​ເງິນ, ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ​ໃນ​ບັນ​ດາ​ມາດ​ຕະ​ການ​ຍົກ​ເວັ້ນ, ຫຼຸດ​ຜ່ອນ, ເສຍ​ພາ​ສີ​ໜູນ​ຊ່ວຍ​ໃຫ້​ວິ​ສາ​ຫະ​ກິດ, ປະ​ຊາ​ຊົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໃນ​ໄລ​ຍະ​ຜ່ານ​ມາ.

ພາຍຫຼັງ​ການ​ຕ້ອນ​ຮັບ​ຂອງ​ທ່ານ​ ມາຍ​ຊວັນ​ແທັງ ຜູ້​ຮັກ​ສາ​ການ​ຫົວ​ໜ້າ​ກົມ​ໃຫຍ່​ພາ​ສີ​ອາ​ກອນ ຫວຽດນສມ ແລ້ວ, ຄະ​ນະ​ປະ​ຕິ​ບັດ​ງານ​ກະ​ຊວງ​ການ​ເງິນ​ລາວ ໄດ້​ເຮັດ​ວຽກ ກັບ​ບັນ​ດາ​ຫົວ​ໜ່ວຍ​ຂອງ​ກົມ​ໃຫຍ່​ພາ​ສີ​ອາ​ກອນ ຫວຽດນາມ. ທີ່​ການ​ເຮັດ​ວຽກ, ທ່ານ​ຫວູ​ຈີ​ຮູ່ງ ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ພາ​ສີ​ອາ​ກອນ ຫວຽດນາມ ໄດ້ຕີ​ລາ​ຄາ​ສູງ​ການ​ແລກ​ປ່ຽນ, ສົມ​ທົບ​ວຽກ​ງາ​ນຢ່າງ​ມີ​ປະ​ສິດ​ທິ​ຜົນ​ຂອງ​ອົງ​ການ​ພາ​ສີ​ສອງ​ປະ​ເທດ ຫວຽດ​ນາມ ແລະ ລາວ​ ໃນ​ໄລ​ຍະ​ຜ່ານ​ມາ. ທ່ານ​ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ພາ​ສີ ໃຫ້​ຮູ້​ວ່າ ນັບ​ແຕ່​ເວ​ລາ​ສອ​ງ​ປະ​ເທດ​ເຊັນ​ສົນ​ທິ​ສັນ​ຍາຫຼີກ​ລ້ຽງ​ການ​ເກັບ​ພາ​ສີ​ຊ້ອນ ​ໃນ​ວັນ​ທີ 14 ມັງ​ກອນ​ປີ 1996 ຢູ່​ນະ​ຄອນຫຼວງວຽງ​ຈັນ, ພິເສດ​ແມ່ນ​ນັບ​ແຕ່​ເວ​ລາ​ກະ​ຊວງ​ການ​ເງິນ​ສອງ​ປະ​ເທດ​ເຊັນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ໃນ​ວັນ​ທີ 16 ກໍ​ລະ​ກົດ ປີ 2004, ໂຄງ​ການ​ຮ່ວມ​ມື​ລະ​ຫວ່ງ​ອົງ​ການ​ພາ​ສີ​ອາ​ກອນ​ສອງ​ປະ​ເທດ​ ນັບ​ມື້​ນັບ​ໄດ້​ຮັບ​ການ​ກໍ່​ສ້າງ, ພັດ​ທະ​ນາ ແລະ ກຳ​ນົດ​ວ່າເປັນໂຄງ​ການ​ຮ່ວມ​ມື​ໄລ​ຍະ​ຍາວ​ ແລະ ຮອບ​ດ້ານ.

ຜ່ານ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ນີ້, ອົງ​ການ​ພາ​ສີ ສອງ​ປະ​ເທດ​ໄດ້​ຍົກ​ສູງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ກໍ່​ສ້າງ​ນະ​ໂຍ​ບາຍ​ກໍ່​ຄື​ການ​ຄຸ້ມ​ຄອງ​ພາ​ສີ, ປະ​ກອບ​ສ່ວນ​ສຳ​ຄັນ​ໃນ​ການ​ຮັບ​ປະ​ກັນ​ແຫຼ່ງ​ລາຍ​ຮັບ​ໃຫ້​ແກ່​ງົ​ບ​ປະ​ມານ​ແຫ່ງ​ລັດ.

"ເພື່ອ​ສືບ​ຕໍ່​ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ, ການ​ພັດ​ທະ​ນາ ແລະ ຮັດ​ແໜ້ນ​ການ​ພົວ​ພັນ​ຮ່ວມ​ມື​ແບບ​ຍືນ​ຍົງ​ກ່​ວາ​ອີກ, ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ​ພ້ອມ​ກັນ​ພັດ​ທະ​ນາ​ລະ​ຫວ່າງ​ອົງ​ການ​ພາ​ສີ​ສອງ​ປະ​ເທດ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ຄວນ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບັດ​ນ​ໝາກ​ຜົນ​ຮ່ວມ​ມື​ທີ່​ບັນ​ລຸ​ໄດ້", ທ່ານ​ຮອງ​ຫົວ​ໜ້າ​ກົມ​ໃຫຍ່ ຫວູ​ຈີ​ຮູງ​ແບ່ງ​ປັນ​ຄວາມ​ຫວັງ.

ທ່ານ ບຸນ​ປະເສີດ ສີ​ກຸນ​ລະບຸດ ຖື​ວ່າ ​ໃນ​ໄລ​ຍະ​ຜ່ານ​ມາ ອົງ​ການ​ພາ​ສີອາ​ກອນ ຫວຽດ​ນາມ ໄດ້​ໜູນ​ຊ່ວຍ​ອົງ​ການ​ພາ​ສີ​ລາວ ຍົກ​ສູງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຄຸ້ມ​ຄອງ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ທີ່​ນັບ​ມື້​ນັບ​ສູ​ງ​ຂຶ້ນ​ໃນ​ການ​ຄວບ​ຄຸມ​ພື້ນ​ຖານ​ເສດ​ຖະ​ກິດ ແລະ ການ​ເພີ່ມ​ທະ​ວີ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ຕາມ​ນັ້ນ​ແລ້ວ, ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ພາ​ສີ ແລະ ປະ​ຕິ​ຮູບ​ການ​ບໍ​ລິ​ຫານ, ປີ 2022 ກົມ​ພາ​ສີ ລາວ ບັນ​ລຸ​ໝາກ​ຜົນ​ທີ່​ດີ​ໃນ​ການ​ເຄື່ອນ​ໄຫວ, ລື່ນ​ກາຍ 5% ແຜ​ນ​ການ​ທີ່​ໄດ້​ຮັບການມອບໝາຍ ​ເຖິງວ່າຫຼາຍ​ປີ​ກ່ອນ​ລ້ວນ​ແຕ່​ບໍ່​ບັນ​ລຸ​ໄດ້​ແຜນ​ການ​ທີ່ໄດ້ມອບໝາຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.