ຫວຽດນາມ - ລາວ ເພີ່ມທະວີການຮ່ວມມື ດ້ານການຄ້າ ແລະ ອຸດສາຫະກຳ ຢ່າງແໜ້ນແຟ້ນ

08:58 | 16/03/2023

ຍສໝ - ວັນທີ 13 ມີນາ 2023, ທີ່ສໍານັກງານກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເຈີ່ນກວກແຄ໋ງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ບຸນເຖິງ ດວງສະຫວັນ - ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງສປປ.ລາວ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ, ຮ່ຳຮຽນ​ປະ​ສົບ​ການໃນການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຢູ່​ຫວຽດ​ນາມ.

ຫວຽດນາມ - ລາວ ເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນໃນວຽກງານໂຄສະນາສຶກສາ ຫວຽດນາມ - ລາວ ເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນໃນວຽກງານໂຄສະນາສຶກສາ
ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ປະດັບ​ຫຼຽນ​ໄຊ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ ອັງກິດ ປະຈຳ ຫວຽດນາມ Gareth Ward ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ປະດັບ​ຫຼຽນ​ໄຊ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ ອັງກິດ ປະຈຳ ຫວຽດນາມ Gareth Ward

ທ່ານ​ຮອງ​ລັດຖະມົນຕີ ​ເຈີ່ນກວກແຄ໋ງ ​ໄດ້​ຕ້ອນຮັບ​ທ່ານ​ຮອງ​ລັດຖະມົນຕີ ບຸນເຖິງ ດວງສະຫວັນ ​ແລະ ຄະນະ​ຜູ້​ແທນ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ລາວ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ. ແຜນວຽກງານຂອງກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ລາວ ປະກອບມີການເຄື່ອນໄຫວທີ່ຫຼາກຫຼາຍ, ເຊັ່ນ: ເຮັດວຽກກັບບັນດາກະຊວງ, ຂະແໜງການ ກ່ຽວກັບປະສົບການພັດທະນາອຸດສາຫະກຳ; ໄປຢ້ຽມສວນອຸດສາຫະກຳ, ໂຮງງານບຳບັດສິ່ງເສດເຫຼືອຢູ່ບາງທ້ອງຖິ່ນຂອງຫວຽດນາມ...

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມື ດ້ານການຄ້າ ແລະ ອຸດສາຫະກຳ ຢ່າງແໜ້ນແຟ້ນ

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມື ດ້ານການຄ້າ ແລະ ອຸດສາຫະກຳ ຢ່າງແໜ້ນແຟ້ນ

ໂດຍທວນຄືນສະພາບການ, ແຕ່ທ້າຍປີ 2022 ມາຮອດປະຈຸບັນ, ກະຊວງອຸດສາຫະກຳ ແລະ ການຄ້າລາວ ໄດ້ຈັດຕັ້ງຫຼາຍກຸ່ມສຶກສາບັນຫາສະເພາະ ຢູ່ຫວຽດນາມ. ການ​ຢ້ຽມ​ຢາມ ແລະ ເຮັດວຽກ​ຄັ້ງ​ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ປາດ​ຖະ​ໜາ​ຢາກ​ໄດ້​ຮັບ​ຟັງ​ການ​ແບ່ງ​ປັນ​ປະ​ສົບ​ການຈາກບັນ​ດາ​ອົງ​ການ​ຄຸ້ມ​ຄອງ​ຫວຽດ​ນາມ ທີ່​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ເນື້ອ​ໃນການ​ພັດ​ທະ​ນາສວນ​ອຸດ​ສາ​ຫະ​ກຳ, ພັດ​ທະ​ນາ​ພະ​ລັງ​ງານ​ທົດ​ແທນ ແລະ ພະ​ລັງ​ງານສີຂຽວ, ການພັດ​ທະ​ນາ ແລະ ສະຖຽນ​ລະ​ພາບ​ຂອງ​ຕະຫຼາດ​ນ້ຳມັນ ກໍ່ຄື ​ລົງ​ຢ້ຽມ​ຢາມ​ເຂດ​ອຸດ​ສາ​ຫະ​ກຳ​ໂດຍ​ກົງ, ສູນ​ຜະ​ລິດ​ສະ​ອາດ​ຢູ່​ບາງ​ທ້ອງຖິ່ນໃກ້ຄຽງ...

ຜ່ານ​ການ​ຕິດຕາມ, ຝ່າຍ​ລາວ​ເຫັນ​ວ່າ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ ໃນ​ຂະ​ບວນການ​ຟື້ນ​ຟູ​ເສດຖະກິດ. ​ໃນ​ສະພາບ​ການ​ນັ້ນ, ລັດຖະບານ ຫວຽດນາມ ​ໄດ້​ຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍ​ຢ່າງ​ມີ​ປະສິດທິ​ຜົນ, ນຳ​ໃຊ້​ບັນດາ​ມາດ​ຕະການ​ແກ້​ໄຂ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ຊ່ວຍ​ໃຫ້​ພື້ນຖານ​ເສດຖະກິດ​ຫວຽດນາມ ຜ່ານ​ຜ່າ​ບັນດາ​ບັນຫາ​ທ້າ​ທາຍ​ຢ່າງ​ທັນ​ການ, ​ຄື: ຄວບ​ຄຸມ​ໄພ​ເງິນ​ເຟີ້ ​ແລະ ສະຖຽນ​ລະ​ພາບ​ຂອງ​ຕະຫຼາດ​ນ້ຳມັນ​ເຊື້ອ​ໄຟ​ພາຍ​ໃນ​ປະ​ເທດ.

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມື ດ້ານການຄ້າ ແລະ ອຸດສາຫະກຳ ຢ່າງແໜ້ນແຟ້ນ
ທ່ານ​ຮອງ​ລັດຖະມົນຕີ ​ເຈີ່ນກວກແຄ໋ງ

ທ່ານ​ຮອງ​ລັດຖະມົນຕີ ​ເຈີ່ນກວກແຄ໋ງ ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ. ຝ່າຍຫວຽດນາມ ໄດ້ແບ່ງປັນກ່ຽວກັບສະພາບການເສດຖະກິດທີ່ຫຍຸ້ງຍາກຂອງລາວ ແລະ ຊົມເຊີຍເລື່ອງກະຊວງ, ຂະແໜງການຂອງລາວ ຈັດຕັ້ງຫຼາຍຄະນະມາຫວຽດນາມ ເພື່ອແລກປ່ຽນບົດຮຽນ ແລະ ປະສົບການໃນການພັດທະນາການຄ້າ ແລະ ອຸດສາຫະກຳ. ການ​ນຳ​ຂັ້ນ​ສູງ​ຂອງ​ຫວຽດນາມ ກໍ່​ມີ​ຄວາມ​ສົນ​ໃຈ​ຫຼາຍ​ຕໍ່​ສະພາບ​ການ​ພັດທະນາ​ເສດຖະກິດ​ຢູ່​ລາວ ​ແລະ ​ໄດ້​ກ່າວເຕືອນ​ບັນດາ​ກະຊວງ, ຂະ​ແໜງ​ການ​ຢ່າງເປັນປະຈຳວ່າ ດ້ວຍ​ໜ້າ​ທີ່​ຂອງ​ຕົນ ຕ້ອງ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ ​ເພື່ອ​ໜູນ​ຊ່ວຍ​ປະ​ເທດ​ລາວ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ລວມ.

ທີ່​ການ​ພົບ​ປະ, ທ່ານ​ຮອງ​ລັດຖະມົນຕີ ​ເຈີ່ນກວກແຄ໋ງ ​ໄດ້​ແບ່ງປັນ​ກັບ​ ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ລາວ ​ໃນບາງ​ເນື້ອ​ໃນ​ຄື: ບົດບາດ​ຂອງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໃນ​ການ​ຮັບປະກັນ​ການຈະລາຈອນສິນຄ້າ; ປະສົບ​ການ​ໃນການດຶງ​ດູດ​ການ​ລົງທຶນ​ພັດທະນາ​ສວນ​ອຸດສາຫະກຳ (​ໂດຍ​ເນັ້ນ​ໃສ່​ແຮງ​ງານ​ທີ່​ມີ​ສີມື​ດີ); ບັນດາປັດ​ໄຈ​ທີ່​ມີ​ຜົນ​ກະ​ທົບ ​ຕໍ່​ບັນ​ຫາ​ການ​ຄຸ້ມ​ຄອງ​ລາ​ຄາ​ສິນ​ຄ້າ; ປະສົບ​ການ​ໃນ​ການ​ບໍລິຫານ​ຕະຫຼາດ​ນ້ຳມັນ​ເຊື້ອ​ໄຟ​ຢູ່​ຫວຽດນາມ...

ທ່ານ​ຮອງ​ລັດຖະມົນຕີ ​ໄດ້​ມອບ​ໃຫ້​ບັນດາ​ຫົວໜ່ວຍ​ທີ່ມີໜ້າທີ່ຂອງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ເພື່ອສືບ​ຕໍ່​ເຮັດ​ວຽກລະອຽດ ​ກັບ​ຄະນະ​ຜູ້​ແທນ​ລາວ.

ໃນຕອນທ້າຍຂອງກອງປະຊຸມ, ສອງຝ່າຍຢືນຢັນວ່າ ຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາມາດຕະການຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ອຸດສາຫະກຳ ສອງຝ່າຍຂອງສອງປະເທດ; ປະກອບສ່ວນ​ປະຕິບັດ​ເປົ້າ​ໝາຍ​ເພີ່ມ​ວົງ​ເງິນ​ການ​ຄ້າສອງຝ່າຍ ລະຫວ່າງ​ສອງ​ປະ​ເທດ​ ໃຫ້​ໄດ້​ຢ່າງ​ໜ້ອຍສຸດ 10% ​ໃນ​ປີ 2023 ດັ່ງທີ່​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ໄດ້​ວາງ​ອອກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.