ກຸ່ມ​ບໍ​ລິ​ສັດ​ໃຫຍ່​ຂ​ອງ ອາ​ເມ​ລິ​ກາຫຼາຍ​ແຫ່ງ ສະ​ຫງວນ​ຄວາມ​​ສົນໃຈ​​ຕໍ່ ຫວຽດ​ນາມ

08:39 | 27/03/2023

ຍ​ສ​ໝ - ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Ted Osius ໃຫ້​ຂໍ້​ສັງ​ເກດ, ເລື່ອງ​ຄະ​ນະປະ​ຕິ​ບັດ​ງານ​ຂອງວິ​ສາ​ຫະ​ກິດອາ​ເມ​ລິ​ກາຫຼາຍ​ແຫ່ງ​ ມາ ຫວຽດ​ນາມ ອາດ​ເວົ້າ​ໄດ້​ວ່າ​ແມ່ນ​ສັນ​ຍານ​ຂອງ​ກະ​ແສ​ຫັນປ່ຽນ​​ມາ​ລົງ​ທຶນ​ຢູ່ ອາ​ຊຽນ.

ກຸ່ມ​ຊາວ​ຫວຽດ​ນາມອາ​ໄສ​ຢູ່​ຕ່າງປະ​ເທດທີ່​ໄດ້​ຮັບ​ລາງວັນຄ້ອນຕີ ​ແລະ ກ່ຽວ​ຄຳ ​ອຸປະຖຳເງິນ​ເປັນ​ຈຳ​ນວນ 50 ລ້ານ​ດົ່ງ​ໃຫ້​ແກ່​ຄົນ​ທຸກ​ຍາກ ກຸ່ມ​ຊາວ​ຫວຽດ​ນາມອາ​ໄສ​ຢູ່​ຕ່າງປະ​ເທດທີ່​ໄດ້​ຮັບ​ລາງວັນຄ້ອນຕີ ​ແລະ ກ່ຽວ​ຄຳ ​ອຸປະຖຳເງິນ​ເປັນ​ຈຳ​ນວນ 50 ລ້ານ​ດົ່ງ​ໃຫ້​ແກ່​ຄົນ​ທຸກ​ຍາກ
ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ Sydney ຕິດ​ພັນ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຜ່ານ​ບັນ​ດາ​ການ​ລະຫຼິ້ນ​ພື້ນ​ເມືອງ​ວັນ​ບຸນ​ເຕັດ ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ Sydney ຕິດ​ພັນ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຜ່ານ​ບັນ​ດາ​ການ​ລະຫຼິ້ນ​ພື້ນ​ເມືອງ​ວັນ​ບຸນ​ເຕັດ
ກຸ່ມ​ບໍ​ລິ​ສັດ​ໃຫຍ່​ຂ​ອງ ອາ​ເມ​ລິ​ກາຫຼາຍ​ແຫ່ງ ສະ​ຫງວນ​ຄວາມ​​ສົນໃຈ​​ຕໍ່ ຫວຽດ​ນາມ
ການ​ຖະ​ແຫຼງ​ຂ່າວ​ຂອງ​ສະພາ​ທຸລະ​ກິດ ​ອາ​ເມ​ລິ​ກາ-ອາ​ຊຽນ (USABC) (ພາບ: nhipsongkinhdoanh.vn)

ຜູ້ຕາງໜ້າວິ​ສາ​ຫະກິດ​ອາ​ເມ​ລິ​ກາ 50 ກວ່າແຫ່ງໄດ້​ຮັບຖື​ວ່າ​ແມ່ນ​ຄະນະປະ​ຕິ​ບັດ​ງານ​ໃຫຍ່​ທີ່​ສຸດນັບ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ ດ້ວຍ​ກຸ່ມບໍລິສັດ​ຫຼາຍ​ແຫ່ງທີ່​ມີ​ຊື່​ສຽງ​ ໃນ​ຂົງ​ເຂດ​ດຳ​ເນີນ​ທຸລະ​ກິດ​ສຳຄັນ​ຄື: ສາທາລະນະ​ສຸກ, ​ເຕັກ​ໂນ​ໂລ​ຢີ, ພະລັງງານ, ການ​ເງິນ, ການ​ທະນາຄານ, ລະບົບ​ສະ​ໜອງ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນຄວາມ​ໝັ້ນຄົງ...ທີ່ໄດ້​ມ​າ ຢ້ຽມຢາມ ແລະ ເຮັດວຽກພາຍໃຕ້ໂຄງການດັ່ງກ່າວ ແຕ່ວັນທີ 21 ຫາ 24 ມີນາ.

ນຳ​ໜ້າ​ຄະນະ​ປະ​ຕິ​ບັດ​ງານ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ ແມ່ນ​ທ່ານອະດີດ​ເອກ​ອັກຄະ​ລັດຖະທູດ Ted Osius, ປະທານ ​ແລະ ຜູ້​ອຳ​ນວຍ​ການ​ໃຫຍ່ສະພາ​ທຸລະ​ກິດ​ ອາ​ເມ​ລິ​ກາ-ອາ​ຊຽນ (USABC) ​ແລະ ອະດີດ​ເອກ​ອັກຄະ​ລັດຖະທູດ Michael Michalak, ຮອງ​ປະທານ​ອາ​ວຸ​ໂສ ​ແລະ ຜູ້ອຳ​ນວຍ​ການ​ຝ່າຍບໍລິຫານ​ພາກ​ພື້ນ USABC.

ທ່ານ​ອະດີດ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ ປະຈຳ ຫວຽດນາມ Ted Osius ​ໃຫ້​ຄຳ​ເຫັນ​ວ່າ: “ເຫດການ​ນີ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ວົງ​ການ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ຕໍ່ຫວຽດນາມ. ຫວຽດ​ນາມ ມີ​ນະ​ໂຍ​ບາຍ​​ຫັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ. ກົງ​ກັນ​ຂ້າມ, VinFast ​ແລະ ບັນດາ​ວິ​ສາ​ຫະກິດ​ອື່ນໆ​ຂອງ​ຫວຽດນາມ ກໍ່​ພວມ​​ລົງ​ທຶນ​ຢູ່ ສະຫະລັດ ອາ​ເມ​ລິ​ກາ.

ທີ່​ການຖະ​ແຫຼງ​ຂ່າວ​ໃນ​ຕອນ​ບ່າຍ​ວັນ​ທີ 21 ມີນາ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ ປະຈຳ​ຫວຽດນາມ Mark Knapper ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ເຫດການ​ສຳຄັນ​ທີ່​ໄດ້​ຮັບ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ ​ແລະ ​ເປັນ​ຄັ້ງ​ທຳ​ອິດ​ທີ່​ມີ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ 3 ທ່ານ​ເຂົ້າ​ຮ່ວມ.

ທ່ານ Mark Knapper ກ່າວ​ວ່າ: “ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ເລິກ​ເຊິ່ງ, ການ​ຄ້າ​ອາ​ເມ​ລິ​ກາ - ຫວຽດນາມ ​ໄດ້​ຮັບ​ການເຕີບ​ໂຕທົບ 360 ເທື່ອນັບ​ແຕ່​ເວ​ລາ​​ຫັນ​ການ​ພົວ​ພັນ​ສອງ​ຝ່າຍ​ເປັນ​ປົກ​ກະ​ຕິ. ພວກ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ພາກ​ພູມ​ໃຈ​ຕໍ່​ສິ່ງ​ທີ່​ສອງ​ປະ​ເທດ​ບັນ​ລຸ​ໄດ້".

ທ່ານ​ເອກ​ອັກຄະ​ລັດຖະທູດ Ted Osius ຢືນຢັນ​ຕື່ມ​ວ່າ: ​ເລື່ອງມີ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ​ຫຼາຍ​ແຫ່ງ​ມາ​ຫວຽດນາມ ອາດຖືໄດ້​ວ່າ​ແມ່ນ​ສັນຍານ​ຂອງ​ການ​ເຄື່ອນ​ໄຫວ​ລົງທຶນ​ເຂົ້າ​ອາ​ຊຽນ. ປັດ​ຈຸ​ບັນ, ໂລກ​ມີການ​ເຕີບ​ໂຕທີ່ຊັກຊ້າ, ​ແຕ່​ຫວຽດນາມ ​ເຕີບ​ໂຕ​ກວ່າ 8%, ຫວຽດນາມ​ແມ່ນ​ສູນກາງການ​ເຕີບ​ໂຕ. ດັ່ງນັ້ນ ຈິ່ງມີຄວາມສົນໃຈຫຼາຍຢູ່ໃນ​ພາກ​ພື້ນທີ່ຟົດຟື້ນ​ນີ້.

ທ່ານ​ໃຫ້​ຮູ້​ວ່າ​ຕື່ມ​ອີກວ່າ ຫວ່າງ​ມໍ່​ໆ​ມາ​ນີ້ ສະ​ພາ​ທຸ​ລະ​ກິດ ອາ​ເມ​ລິ​ກາ​ ຫຍຸ້ງຄາກັບ​ວຽກ​ງານ​ເປັນ​ຈຳ​ນວນຫຼາຍ ຍ້ອນ​ວ່າ ວິ​ສາ​ຫະ​ກິດ​ອາ​ເມ​ລິ​ກາຫຼາຍ​ແຫ່ງມີ​ຄວາມ​ສົນ​ໃຈ​ໃນ​ການ​ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ. ສິບ ຊາວ​ປີ​ກ່ອນ​ຫຼາຍ​ປະ​ເທດ​ກ່າວວ່າ ​ເຂົາ​ເຈົ້າ​ຕ້ອງ​ແກ້ງ​ແຍ້ງ​ກັບ ຫວຽດ​ນາມ ແລະ ປັດ​ຈຸ​ບັນ​ເຂົາ​ເຈົ້າ​ພວມ​ຕິດ​ຕາມ ຫວຽດ​ນາມ.

"ໂລ​ກ​ລະ​ບາດ​ໂຄວິດ - 19 ຍູ້​ໄວ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ເປີດກວ້າງ​ກະ​ແສລົງ​ທຶນ​ຂອງ ອາ​ເມ​ລິ​ກາ ຢູ່​ຫວຽດ​ນາມ ໃນ​ຂອບ​ເຂດ​ໂຄງ​ການ​ຂອງ​ລັດ​ຖະ​ບານ ອາ​ເມ​ລິ​ກາ​ ຈຳນວນໜຶ່ງຄື IPFF”, ທ່ານ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ເຊື່ອ​​ວ່າ ພະ​ຍາດ​ໂຄວິດ - 19 ໄດ້​ນຳ​ກາ​ລະ​ໂອ​ກາດ​ລົງ​ທຶນ ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ​ອາດ​ພ້ອມ​ກັນ​ເຕີບ​ໂຕ​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ລະ​ບົບ​ສະ​ໜອງ, ສ້າງ​ຕັ້ງ​ສຳ​ພັນ​ທະ​ມິດ​ເພີ່ມ​ທ​ະ​ວີ​ຄວາມ​ອຸ​ດົມ​ສົມ​ບູນ​ຂອງ​ລະ​ບົບ​ສະ​ໜອງ.

ທ່ານ​ ຫວູ​ຕູ​ແທັງ, ຮອງ​ຜູ້​ອຳ​ນວຍ​ການ​ພາ​ກ​ພື້ນ USABC ໃຫ້​ຮູ້​ວ່າ ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້ຂອງ​ບັນ​ດາ​ບໍ​ລິ​ສັດ​ແຖວ​ໜ້າ​ອາ​ເມ​ລິ​ກາ, ຈະ​ມີ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ສຳ​ຄັນເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ. ໃນ​ນັ້ນ ​ມີ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ຂັ້ນ​ຕອນ​ຊື້​ຂາຍ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ ແລະ ​ການ​ເຄື່ອນ​ໄຫວຈຳນວນໜຶ່ງໃນການ​ສະ​ເຫຼີມ​ສະຫຼອງ 10 ປີ​ແຫ່ງວັນ​ສອງ​ປະ​ເທດ ຫວຽດ​ນາມ - ອາ​ເມ​ລິ​ກາ ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.