ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ ຫວຽດນາມ - ລາວ

07:00 | 21/03/2023

ຍ​ສ​ໝ - ຕອນບ່າຍວັນທີ 17 ມີນາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕ​ເລິມ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານພົນໂທ ກົງທອງ ພົງວິຈິດ, ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ຮອງລັດຖະມົນຕີກະຊວງປ້ອງ​ກັນ​ຄວ​າມ​ສະ​ຫງົບ ລາວ.

ແນະນຳ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ​ແລະ ທ່າ​ໄດ້​ປຽບ​ຂອງ​​ຝຸ​ອຽນ ​ໃຫ້​ບັນດາ​ຄູ່​ຮ່ວມ​ມື​ຍີ່ປຸ່ນ ແນະນຳ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ​ແລະ ທ່າ​ໄດ້​ປຽບ​ຂອງ​​ຝຸ​ອຽນ ​ໃຫ້​ບັນດາ​ຄູ່​ຮ່ວມ​ມື​ຍີ່ປຸ່ນ
ບໍລິສັດໃຫຍ່ ເຕິນ​ກາງ ໄຊ​ງ່ອນ ຮ່ວມ​ເດີນ​ທາງ​ກັບ​ວິ​ສາ​ຫະກິດ, ລັດຖະບານ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ກະສິກຳ​ລະຫວ່າງ ຫວຽດນາມ ​ແລະ ລາວ ບໍລິສັດໃຫຍ່ ເຕິນ​ກາງ ໄຊ​ງ່ອນ ຮ່ວມ​ເດີນ​ທາງ​ກັບ​ວິ​ສາ​ຫະກິດ, ລັດຖະບານ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ກະສິກຳ​ລະຫວ່າງ ຫວຽດນາມ ​ແລະ ລາວ

ກະຊວງ​ຕຳຫຼວດ ຫວຽດນາມ ປາດ​ຖະໜາ​ວ່າ ລາວ ​ຈະແບ່ງປັນ ​ແລະ ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ; ຢືນຢັນ​ວ່າ ຫວຽດນາມ ຈະ​ໜູນ​ຊ່ວຍ​ລາວ ຮັບປະກັນ​ຄວາມ​ໝັ້ນຄົງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ປີ​ເປັນປະທານ​ອາ​ຊຽນ 2024.

ຕອນບ່າຍວັນທີ 17 ມີນາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕ​ເລິມ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານພົນໂທ ກົງທອງ ພົງວິຈິດ, ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ຮອງລັດຖະມົນຕີກະຊວງປ້ອງ​ກັນ​ຄວ​າມ​ສະ​ຫງົບ ລາວ.

ຕາງໜ້າຄະ​ນະ​ພັກຕຳຫຼວດສູນ​ກາງ, ການນຳກະຊວງຕຳຫຼວດ, ທ່ານລັດຖະມົນຕີ ໂຕ​ເລິມ ໄດ້ສະ​ແດງ​ຄວາມຂອບອົກ​ຂອບໃຈຄະນະພັກຕຳຫຼວດສູນ​ກາງ, ການນຳກະຊວງປ້ອງ​ກັນ​ຄວາມ​ສະ​ຫງົບສປປ ລາວ ທີ່ໄດ້ແຕ່ງຕັ້ງທ່ານພົນໂທ ກົງທອງ ພົງວິຈິດ ມາຢ້ຽມຢາມ ແລະ ຮ່​ວມເປັນ​ປະທານ​ກອງ​ປະຊຸມ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ​ ຫວຽດນາມ - ລາວ ຄັ້ງ​ທີ 13 ທີ່​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 15 ມີນາ​ນີ້, ຢູ່​ນະຄອນ​ດ່າ​ນັງ.

ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ ຫວຽດນາມ - ລາວ
ທ່ານພົນເອກ ໂຕ​ເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໃຫ້ການຕ້ອນຮັບ ທ່ານພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງ​ກັນ​ຄວ​າມ​ສະ​ຫງົບ ລາວ (ພາບ: TTXVN)

ທ່ານ​ລັດຖະມົນຕີ ໂຕ​ເລິມ ​ໄດ້​ຕີ​ລາຄາ​ສູງ​ 2 ຄະນະ​ຜູ້​ແທນກຳ​ລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ ​ແລະ ຫວຽດນາມ ​ໄດ້​ສົມທົບ​ກັນ​ກະກຽມ ​ແລະ ການຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ນີ້​ໃຫ້ປະສົບ​ຜົນສຳ​ເລັດ ດ້ວຍ​ຫຼາຍ​ເນື້ອ​ໃນ​ທີ່ໄດ້​ປຶກສາ​ຫາລື ​ແລະ ບັນລຸ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຢ່າງສູງ.

ພິ​ເສ​ດ, ສອງ​ຝ່າຍ​ໄດ້​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳກ່ຽວກັບກອງ​ປະ​ຊຸມ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ ​ຄັ້ງ​ທີ 13 ດ້ວຍຫຼາຍ​ຂົງ​ເຂດ​ໃໝ່​ຄື: ການສົມ​ທົບ​ກັນ​ໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ລັດ ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ​ທີ່ມີ​ການ​ກະ​ທຳ​ລະ​ເມີດ​ຄວາມ​ໝັ້ນ​ຄົງ​ສອງ​ປະ​ເທດ, ວຽກ​ງານ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ​ທາງ​ອາ​ກາດ, ວຽກ​ງານ​ຕໍ່​ສູ້​ຕ້ານ​ອາດ​ຊະ​ຍາ​ກຳ​ເຕັກ​ໂນ​ໂລ​ຢີ​ສູງ, ອາດ​ຊະ​ຍາ​ກຳ​ເຄື່ອນ​ໄຫວ​ໃນອິນ​ເຕີ​ເນັດ, ວຽກ​ງານ​ຕໍ່​ສູ້​ປະ​ຕິ​ເສດ​ບັນ​ດາ​ທັດ​ສະ​ນະ​ຜິດ​ພາດ, ເປັນ​ປໍ​ລະ​ປັກ​ໃນ​ອິນ​ເຕີ​ເນັດ, ສື່​ສັງ​ຄົມ​ອອນ​ລາຍ…

ໂດຍ​ເລີ່ມມາ​ຈາກ​ທີ່​ຕັ້ງ​ພູມ​ມີ​ສາດ ແລະ ມູ​ນ​ເຊື້ອ​ປະ​ຫວັດ​ສາດ, ຫວຽດ​ນາມ - ລາວ ມີ​ຜົນ​ປະ​ໂຫຍດ​ລວມ ແລະ​ ມີ​ຄວາມ​ສະ​ໜິດ​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ ແລະ ການ​ພັດ​ທະ​ນາ. ຫວຽດ​ນາມ ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຍາມ​ໃດ​ກໍ່​ຮັກ​ສາ​ການ​ພົວ​ພັນ​ມິດ​ຕະ​ພາບ​ພິ​ເສດ ຫວຽດ​ນາມ - ລາວ, ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ລາວ ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໃນ​ສະ​ເພາະ​ໜ້າ, ສື​ບ​ຕໍ່​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ສະ​ໜັບ​ສະ​ໜູ​ນ​ລາວ​ໃນ​ການ​ຫັນ​ການ​ພົວ​ພັນ​ທາງ​ການ​ທູດ​ເປັນ​ຫຼາຍ​ຮູບ​ຫຼາຍແບບ ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ, ຍົກ​ສູງ​ທີ່​ຕັ້ງ, ບົດ​ບາດ​ໃນ​ອາ​ຊຽນ.

ທ່ານ​ລັດຖະມົນຕີ ໂຕ​ເລິມ ​ເນັ້ນ​ໜັກ​ວ່າ: ກະຊວງ​ຕຳຫຼວດ ຫວຽດນາມ ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ​ກະຊວງ​ຕຳຫຼວດ​ລາວ ຮັກສາຄວາມເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຮັກ​ສາສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຮັກສາ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ, ບໍ່​ໃຫ້​ກຳລັງ​ຕ່າງປະ​ເທດ​ສວຍ​ໃຊ້​ປະ​ເທດ​ນີ້ທຳ​ຜົນ​ເສຍ​ຫາຍ​ຕໍ່​ຄວາມ​ໝັ້ນ​ຄົງ ​ແລະ ​ສະ​ຖຽນ​ລະ​ພາບ​ຂອງ​ປະ​ເທດ​ອື່ນ ​ແລະ ​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດຖືກແບ່ງແຍກ, ທ່ານ​ຫວັງ​ວ່າ ລາວ​ຈະ​ແບ່ງ​ປັນ ແລະ ສະ​ໜັບ​ສະ​ໜູນ ຫວຽດ​ນາມ ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດ, ຢັ້ງ​ຢືນ​ວ່າ ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ລາວ​ໃນ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ ຄວາມ​ເປັນ​ລະ​ປຽບ​ຮຽບ​ຮ້ອຍ​ໃນ​ປີ​ເປັນ​ປະ​ທານ​ອາ​ຊຽນ 2024.

ທ່ານ​ລັດຖະມົນຕີ​ສະ​ເໜີ​ໃຫ້​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ສອງ​ປະ​ເທດ​ຮັກສາ​ການ​ພົວພັນ​ແບບ​ພິ​ເສດ​ທີ່ເປັນມູນເຊື້ອ, ​ເຊື່ອມ​ໂຍງ​ຢ່າງ​ແໜ້ນ​ແຟ້ນບົນ​ພື້ນຖານ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ສູງ, ຄວາມ​ຈິງ​ໃຈ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ; ສົມທົບ​ກັນ​​ປະຕິບັດ​ວຽກ​ງານ​ທີ່​ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ຢູ່ກອງ​ປະ​ຊຸມ; ຮັບ​ປະ​ກັນລັກ​ສະ​ນະແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ, ເພື່ອ​ຄວາມ​ໝັ້ນ​ຄົງ, ຜົນ​ປະ​ໂຫຍດ​ແຫ່ງ​ຊາດ ຂອງ​ແຕ່​ລະ​ປະ​ເທດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ, ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ ແລະ ຜົນ​ປະ​ໂຫຍດ​ຂອງວິ​ສ​າ​ຫະ​ກິດ, ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ການ​ໄຈ້​ແຍກ, ຕີ​ລາ​ຄາ​ສະ​ພາບ​ການ, ເປັນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ​ເພື່ອ​ແກ້​ໄຂ​ບັນ​ດາ​ຄວາມ​ສ່ຽງ, ສິ່ງ​ທ້າ​ທາຍ​ນາບ​ຂູ່​ຄວາມ​ໝັ້ນ​ຄົງ, ຜົນ​ປະ​ໂຫຍດ​ລວມ​ຂອງ​ສອງ​ປະ​ເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.