ການສົ່ງເສີມການເປີດຖ້ຽວບິນໂດຍກົງ ຈາກດານັງ ໄປອິນເດຍ ຕື່ມອີກ

06:00 | 17/03/2023

ຍສໝ - ທ່ານ Sandeep Arya, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ອິນເດຍ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ຈະພະຍາຍາມໃຫ້ບັນດາສາຍການບິນຫວຽດນາມ ຊຸກຍູ້ການເປີດຖ້ຽວບິນໂດຍກົງຈາກນະຄອນ ດານັງ ໄປບາງທ້ອງຖິ່ນຂອງອິນເດຍ ຕື່ມອີກຈຳນວນໜຶ່ງ ເພື່ອຊຸກຍູ້ການຮ່ວມມືດ້ານການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ.

ຫວຽດນາມ ແລະ ອິນເດຍ ຊຸກຍູ້ການຮ່ວມມືດ້ານຜະລິດຕະພັນກະເສດ ແລະ ປຸງແຕ່ງສະບຽງອາຫານ ຫວຽດນາມ ແລະ ອິນເດຍ ຊຸກຍູ້ການຮ່ວມມືດ້ານຜະລິດຕະພັນກະເສດ ແລະ ປຸງແຕ່ງສະບຽງອາຫານ
ອິນເດຍ ມີຫຼາຍນະໂຍບາຍສົ່ງເສີມ ແລະ ດຶງດູດການລົງທຶນຕ່າງປະເທດ, ໃນນັ້ນມີປະຊາຄົມວິສາຫະກິດ ຫວຽດນາມ ອິນເດຍ ມີຫຼາຍນະໂຍບາຍສົ່ງເສີມ ແລະ ດຶງດູດການລົງທຶນຕ່າງປະເທດ, ໃນນັ້ນມີປະຊາຄົມວິສາຫະກິດ ຫວຽດນາມ
ການສົ່ງເສີມການເປີດຖ້ຽວບິນໂດຍກົງ ຈາກດານັງ ໄປອິນເດຍ ຕື່ມອີກ
ທ່ານ​ຫງວຽນ​ວັນ​ກວາງ, ​ເລຂາ​ຄະນະ​ພັກ​ນະຄອນ​ດາ​ໜັງ​ ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ Sandeep Arya, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງອິນ​ເດຍ ປະຈຳ​ຫວຽດນາມ.

ຕອນ​ຄ່ຳ​ວັນ​ທີ 15 ມີນາ​ນີ້, ທ່ານ​ຫງວຽນ​ວັນ​ກວາງ, ​ເລຂາ​ຄະນະ​ພັກ​ນະຄອນ​ດາ​ນັງ​ ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ Sandeep Arya, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມແຫ່ງ​ອິນ​ເດຍປະຈຳ​ຫວຽດນາມ.

ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ອິນ​ເດຍ ປະຈຳ ຫວຽດນາມ ໃຫ້ຫູ້ວ່າ: ຈະ​ພະຍາຍາມໃຫ້​ບັນດາ​ສາຍ​ການບິນ​ຫວຽດນາມ ​ເປີດ​ຖ້ຽວ​ບິນ​ໂດຍ​ກົງ​ຈາກ ດາ​ນັງ ​ໄປຍັງ​ບາງ​ທ້ອງ​ຖິ່ນ​ຂອງ ອິນ​ເດຍ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລົງທຶນ, ການຄ້າ ແລະ ການທ່ອງທ່ຽວ.

ການສົ່ງເສີມການເປີດຖ້ຽວບິນໂດຍກົງ ຈາກດານັງ ໄປອິນເດຍ ຕື່ມອີກ

ໃນປະຈຸ​ບັນ, ນະຄອນ​ດາ​ນັງ​ມີ 3 ​ເສັ້ນທາງ​ການບິນ​ໂດຍ​ກົງ ​ຈາກ​ນະຄອນ​ດາ​ນັງ ​ໄປ​ຍັງ​ທ້ອງ​ຖິ່ນຂອງ​ອິນ​ເດຍ ຈຳນວນໜຶ່ງ​, ​ໃນ​ນັ້ນ​ມີ New Delhi, Mumbai ​ແລະ Ahmedabad. ຈຳນວນ​ນັກ​ທ່ອງ​ທ່ຽວ​ອິນ​ເດຍ​ ໄປ​ນະຄອນ​ດາ​ນັງ ​ແລະ ກົງກັນຂ້າມ ແມ່ນນັບ​ມື້​ນັບ​ເພີ່ມ​ຂຶ້ນ.

ນະຄອນ ດານັງ ພວມຢູ່ໃນໄລຍະຟື້ນຟູການທ່ອງທ່ຽວ ພາຍຫຼັງການເປີດປະຕູ ດ້ວຍການເຕີບໂຕຢ່າງຕັ້ງໜ້າ ຈາກຕະຫຼາດອິນເດຍ. ອິນ​ເດຍ​ແມ່ນ​ໜຶ່ງ​ໃນ 10 ຕະຫຼາດ​ທ່ອງ​ທ່ຽວ​ສາກົນ​ຂອງ​ນະຄອນ ດ່າໜັງ. ປະຈຸ​ບັນ, ນະຄອນ​ພວມ​ສຸມໃສ່​ແຫຼ່ງກຳລັງ​ເພື່ອ​ພັດທະນາ ​ແລະ ຊຸກຍູ້​ເຄື່ອງໝາຍການຄ້າແຫຼ່ງທ່ອງ​ທ່ຽວ​ກ໊ອຟ ​ແລະ ​ແຫຼ່ງທ່ອງ​ທ່ຽວ​ງານ​ແຕ່ງດອງ.

ທີ່ການພົບປະ, ທ່ານ Sandeep Arya, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ອິນເດຍ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ຝ່າຍອິນເດຍ ພວມຊັກຊວນ Vietjet Air ແລະ Vietnam Airlines ເປີດເສັ້ນທາງໂດຍກົງອີກຫຼາຍສາຍການບິນເຊື່ອມຕໍ່ ຫວຽດນາມ ແລະ ອິນເດຍ, ພິເສດແມ່ນນະຄອນ ດານັງ ກັບຫຼາຍນະຄອນຕ່າງໆຂອງອິນເດຍ.

ທ່ານ​ເອກ​ອັກຄະ​ລັດຖະທູດ Sandeep Arya ​ເຊື່ອ​ໝັ້ນ​ວ່າ ການ​ເປີດ​ສາຍ​ການ​ບິນ​ໂດຍ​ກົງ​ໄປຈາກ​ນະຄອນ ດານັງ ກັບ​ຫຼາຍ​ທ້ອງ​ຖິ່ນ​ຂອງອິນ​ເດຍ ຈະ​ເປັນ​ການ​ຍູ້​ແຮງເພື່ອ​ພັດທະນາ​ການທ່ອງທ່ຽວ 2 ຝ່າຍ.

ການສົ່ງເສີມການເປີດຖ້ຽວບິນໂດຍກົງ ຈາກດານັງ ໄປອິນເດຍ ຕື່ມອີກ

“ມີ​ຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ພວກ​ເຮົາ​ສາ​ມາດ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ທ່ອງ​ທ່ຽວ. ບັນດາ​ການ​ເຄື່ອນ​ໄຫວ​ເຫຼົ່າ​ນີ້​ ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ຖ້ຽວ​ບິນ​ໂດຍ​ກົງຈາກ​ນະຄອນ​ດາ​ນັງ​ໄປຍັງ​ອິນ​ເດຍ. ບັນດາ​ກຸ່ມ​ໂຮງ​ແຮມ​ທີ່​ມີ​ຊື່​ສຽງ​ຂອງ​ອິນ​ເດຍ ທີ່​ມີ​ຢູ່​ໃນ​ບັນດາ​ປະ​ເທດ​ໃນ​ໂລກ ​ຈະ​ມີ​ໂອກາດ​ເປີດ​ສາຂາ​ຢູ່​ນະຄອນ ດາ​ນັງ ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ການທ່ອງທ່ຽວ. ສະຖານທູດ​ອິນ​ເດຍ ຍິນ​ດີທີ່ໄດ້​ເຊື່ອມ​ໂຍງ ​ແລະ ​ເປີດ​ບັນດາ​ໂຮງ​ແຮມ​ອິນ​ເດຍ ຢູ່​ນະຄອນດາ​ນັງ ​ເພື່ອ​ພັດທະນາ​ການທ່ອງທ່ຽວ.” - ທ່ານ Sandeep Arya ​ໃຫ້​ຮູ້​.

ທ່ານ​ເລຂາ​ຄະນະ​ພັກ​ນະຄອນ​ດາ​ນັງ​ ຫງວຽນ​ວັນ​ກວາງ ປາດ​ຖະໜາ​ວ່າ ທ່ານ​ເອກ​ອັກຄະ​ລັດຖະທູດ Sandeep Arya ຈະ​ເອົາ​ໃຈ​ໃສ່ ​ແລະ ​ເປັນ​ຂົວ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ​ໃນ​ຂົງ​ເຂດ​ພື້ນຖານ​ໂຄງ​ລ່າງ​ຕົວ​ເມືອງ, ພັດທະນາ​ອຸດສາຫະກຳ​ເຕັກ​ໂນ​ໂລ​ຊີ​ສູງ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ການຢາ, ການທ່ອງທ່ຽວ...ທີ່ນະຄອນດານັງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.