ກວາງ​ຈິ ​ໜູນ​ຊ່ວຍ​ຊາວ​ປະ​ມົງ​ໄປ​ຫາ​ປາ​ຢູ່​ໄກ​ຝັ່ງ

08:31 | 23/03/2023

ຍ​ສ​ໝ - ກວາງ​ຈິງ​ ໄດ້ ແລະ ພວມ​ສຸມ​ໃສ່​ພັດ​ທ​ະ​ນາຂະແໜງ​ສິນ​ໃນ​ນ້ຳ​ຕາມ​ທິດ​ທັນ​ສະ​ໄໝ, ຍືນ​ຍົງ ແລະ ສຸມ​ໃສ່​ແກ້​ໄຂ​ສະ​ພາບ​ການ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ​ແບບ​ຜິດ​ກົດ​ໝາຍ.

ກວາງ​ງາຍ: ຂົນ​ຂວາຍ 151 ໂຄ​ງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ກວາງ​ງາຍ: ຂົນ​ຂວາຍ 151 ໂຄ​ງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ
ກວາງ​ຈິ​ມອບ​ວັດ​ຖຸ​ອຸ​ປະ​ກອນ​ຮັບ​ໃຊ້​ກອງ​ປະ​ຊຸມ​ທາງ​ໄກ ໃຫ້​ແກ່​ແຂວງ​ສະ​ຫວັນ​ນະ​ເຂດ (ລາວ) ກວາງ​ຈິ​ມອບ​ວັດ​ຖຸ​ອຸ​ປະ​ກອນ​ຮັບ​ໃຊ້​ກອງ​ປະ​ຊຸມ​ທາງ​ໄກ ໃຫ້​ແກ່​ແຂວງ​ສະ​ຫວັນ​ນະ​ເຂດ (ລາວ)

ກວາງ​ຈິງ ​ໄດ້ ແລະ ພວມ​ສຸມ​ໃສ່​ພັດ​ທ​ະນາ​ຂະແໜງ​ສິນ​ໃນ​ນ້ຳ​ຕາມ​ທິດ​ທັນ​ສະ​ໄໝ, ຍືນ​ຍົງ ແລະ ສຸມ​ໃສ່​ແກ້​ໄຂ​ສະ​ພາບ​ການ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ​ແບບ​ຜິດ​ກົດ​ໝາຍ.

ແຂວງ​ກວາງ​ຈິ ມີ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ພັດ​ທະ​ນາ​ຂະ​ແໜງ​ຫາ​ປາ ເມື່ອ​ມີ​ແຄມ​ທະ​ເລ​ທີ່​ຍາວ 75 ກີ​ໂລ​ແມັດ, ເຂດ​ທະ​ເລ​ແບບ​ເກົ່າ​ຢູ່​ອ້ອມ​ແອ້ມເກ​າະ​ກົນ​ກໍ, ອ່າວ​ຕອນ​ໃຕ້ພາກ​ເໜືອ ແລະ ເຂດ​ຫາ​ປ່າ ຮ​່​ວາງ​ຊາ​ ຂອງ ຫວຽດ​ນາມ ທີ່ມີ​ແຫຼ່ງ​ສິນ​ໃນ​ນ້ຳ​ທີ່​ອຸ​ດົມ​ສູມ​ບົນ ແລະ ມີມູນ​ຄ່າ​ສູງ.​

ກວາງ​ຈິ ​ໜູນ​ຊ່ວຍ​ຊາວ​ປະ​ມົງ​ໄປ​ຫາ​ປາ​ຢູ່​ໄກ​ຝັ່ງ
ພາບ​ປະ​ກອບ: TTXVN

ເວ​ລາ​ມໍ່ໆ​ມາ​ນີ້, ອາ​ຊີບ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ, ເປັນ​ຕົ້ນ​ແມ່ນ​ຫາ​ປາ​ໄກ​ຝັ່ງ​ ໄດ້ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ​ຄື: ລາ​ຄາ​ນ້ຳ​ມັນ diesel ເພີ່ມ​ຂຶ້ນ​ແບບ​ຜິດ​ປົກ​ກະ​ຕິ ແລະ ຢູ່​ລະ​ດັ​ບສູງ, ລາ​ຄາ​ສິນ​ໃນ​ນ້ຳ​ບໍ່​ມີ​ເປັນປົກກະຕິ, ດິນ​ຟ້າ​ອາ​ກາດ​ບໍ່​ອຳ​ນວຍ​ໃຫ້​ແກ່​ການ​ຫາ​ປາ​ໄກ​ຝັ່ງ. ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ນີ້, ຊາວ​ປະ​ມົງ​ແຂວງກວາງ​ຈິ​ຍັງ​ນຳ​ກຳ​ປັ່ນ​ໄປ​ຫາ​ປາ​ຢູ່​ໄກ​ຝັ່ງຢ່າງເປັນປະຈຳ. ເມືອງ ຢໍ​ລິມ ແມ່ນ​ທ້ອງ​ຖິ່ນ​ທີ່​ມີ​ທິມ​ກຳ​ປັ່ນ​ຫາ​ປາ​ດ້ວ​ຍ​ສະ​ມັດ​ຕະ​ພາບ​ສູງ​ຫຼາຍ​ທີ່​ສຸດ​ຢູ່​ແຂວງກວາງ​ຈິງ ມີ​ປະ​ມານ 180 ລຳ​ໃນ​ຈຳ​ນວນ 220 ລຳ​ໃນທົ່ວ​ແຂວງ.

ນອກ​ຈາກ​ເມືອງ​ຢໍ​ລິງແລ້ວ ກໍ່​ຍັງ​ມີ​ກຳ​ປັ່ນ​ຫາ​ປາ​ນັບ​ຮ້ອຍ​ລຳ​ພວມ​ຫາ​ປາ​ໃກ້​ຊາຍຝັ່ງ ດ້ວຍ​ສິນ​ໃນນ້ຳຫຼາຍ​ຊະ​ນິດ​. ຊາວ​ປາ​ມົງ​ ຫວໍ​ວັນ​ຕິງ, ເມືອງ​ຢໍ​ລິງ, ມີ​ກຳ​ປັ່ນ​ທີ່​ມີ​ສະ​ມັດ​ຕະ​ພາບ 300 CV ໄດ້​ຫາ​ປາ​ຢູ່​ໄກ​ຝັ່ງ​ເປັນ​ປະ​ຈຳ​ໃຫ້​ຮູ້​ວ່າ ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ​ສຳ​ລັບ​ຊາວ​ປະ​ມົງ​ໃນ​ເວ​ລາ​ນີ້​ແມ່ນ​ຄ່າ​ນ້ຳ​ມັນ diesel ຂຶ້ນ​ສູງ, ປັດ​ຈຸ​ບັນ​ເຖິງວ່າ​ຫຼຸດ​ລົງຫຼາຍ​ແລ້ວ​ແຕ່ກໍ່​ຍັງ​ສູງຢູ່. ຄ່າ​ນ້ຳ​ມັນ diesel ກວມ​ເອົາ 70 – 80% ຍອດ​ຄ່າ​ໃຊ້​ຈາຍ​ຂ​ອງ​ແຕ່​ລະ​ຖ້ຽວ​ໄປ​ຫາ​ປາ​ໄກ​ຝັ່ງ. ດັ່ງ​ນັ້ນ, ຍ້ອ​ນ​ມີ​ການ​ໜູນ​ຊ່ວຍ​ຄ່າ​ເຊື້ອ​ເພີງ ຕາມ​ຂໍ້​ຕົກ​ລົງ​ເລກ​ທີ 48 ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ວ່າດ້ວຍການ​ໜູນ​ຊ່ວຍ​ບັນດາ​ກຳ​ປັ່ນທີ່​ເຂົ້າ​ຮ່ວມ​ການ​ຂຸດ​ຄົ້ນ​ຢູ່​ເຂດ​ທະ​ເລ​ໄກ​ຝັ່ງ, ດັ່ງ​ນັ້ນ​ ຊາວ​ປະ​ມົງ​ຈຶ່ງ​ສາ​ມາດ​ໄປ​ຫາ​ປາ​ເປັນເວລາຫຼາຍວັນໄດ້ ໂດຍໃນ​ເງື່ອນ​ໄຂ​ຄ່າ​ຄອງ​ຊີບ​ເພີ່ມ​ຂຶ້ນ​ສູງ.

ປີ 2022, ປະລິມານ​ການ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ​ບັນ​ລຸ​ເກືອບ 27.000 ໂຕນ/ປີ, ປີ 2023 ສູ້​ຊົນ​ບັນ​ລຸ 27.200 ໂຕນ. ປະລິມານ​ສິນ​ໃນ​ນ້ຳ​ຂຸດ​ຄົ້ນ​ເປັນ​ປົກ​ກະ​ຕິ ທັງ​ແມ່ນ​ແຫຼ່ງ​ສະ​ໜອງ​ໃຫ້​ແກ່​ໂຮງ​ງານ​ປຸງ​ແຕ່ງ​ສິນ​ໃນ​ນ້ຳ​, ທັງ​ເປັນ​ສິນ​ຄ້າ​ສົ່ງ​ອອກ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ພ້ອມ​ທັງ​ສ້າງວຽກ​ເຮັດ​ງານ​ທຳ​ໂດຍ​ກົງ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານປະ​ມານ 16.000 ຄົນ​ຢູ່ 16 ຕາ​ແສງ, ເທດ​ສະ​ບານ​ຢູ່​ແຄມ​ທະ​ເລ​ແຂວງ​ແຂວງກວາງ​ຈິ. ເພື່ອ​ຮັກ​ສາປະລິມານສິນ​ໃນ້​ນຳ​ຂຸດ​ຄົ້ນ​ເປັນ​ປົກ​ກະ​ຕິ ແລະ ມີ​ທິດ​ເພີ່ມ​ຂຶ້ນ, ແຂວງກວາງ​ຈິ ໄດ້ ແລະ ພວມ​ສຸມ​ໃສ່​ປະ​ຕິ​ບັດຫຼາຍ​ມາດ​ຕະ​ການ​ໜູນ​ຊ່ວຍ, ສົ່ງ​ເສີມ​ຊາວ​ປະ​ມົງ​ໄປ​ຫາປາໄກ​ຝັ່ງ.

ລະ​ອຽດ​ແມ່ນ, ທາງ​ແຂວງ​ສືບ​ຕໍ່​ປະ​ຕິ​ບັດ​ການ​ໜູນ​ຊ່ວຍ​ໃຫ້​ແກ່​ຊາວ​ປະ​ມົງ​ຕາ​ມ​ມະ​ຕິ​ເລກ​ທີ 67 ຂອງ​ລັດ​ຖະ​ບານ​ວ່າດ້ວຍນະ​ໂຍ​ບາຍ​ພັດ​ທະ​ນາ​ສິນ​ໃນ​ນ້ຳຈຳນວນໜຶ່ງ, ຂໍ້​ຕົກ​ລົງ​ເລກ​ທີ 48 ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີວ່າດ້ວຍການ​ໜູນ​ຊ່ວຍ​ໃຫ້​ແກ່​ບັນ​ດາ​ກຳ​ປັ່ນ​ຫາ​ປາ​ທີ່ເຂົ້າ​ຮ່ວມການຂຸດຄົ້ນຢູ່​ເຂດ​ທະ​ເລ​ໄກ​ຝັ່ງ, ປະ​ຕິ​ບັດ IUU. ຊາວ​ປະ​ມົງ ບຸຍ​ວັນ​ຢຸງ, ເມືອງ​ຈຽວ​ຟອງ ​ແບ່ງ​ປັນ​ວ່າ ຊາວ​ປະ​ມົງ​ສຳ​ຜັດ​ກັບ​ແຫຼ່ງ​ທຶນ​ກູ້​ຢືມ​ບຸ​ລິ​ມະ​ສິດ ​ດັ່ງ​ນັ້ນ​ສາມາດຕໍ່ ແລະ ຍົກ​ລະ​ດັບ​ທ່າ​ກຳ​ປັ່ນ​ໃນ​ປັດ​ຈຸ​ບັນໃຫ້​ທັນ​ສະ​ໄໝ ແລະ ມີ​ຄວາມ​ປອດ​ໄພ​ກ່​ວາ​ນີ້​ອີກ.

ຕາມ​ຜູ້​ຕາງ​ໜ້າ​ການ​ນຳ​ພະ​ແນກ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ກວາງ​ຈິ​ແລ້ວ, ປີ 2023 ເພື່ອ​ໜູນ​ຊ່ວຍ​ສົ່ງ​ເສີມ​ຊາວ​ປະ​ມົງ​ໄປຫາ​ປາ​ໄກ​ຝັ່ງ, ຫົວ​ໜ່ວຍ​ນີ້​ໄດ້​ຍູ້​ແຮງ​ການ​ຝືກ​ອົບ​ຮົມ​ກ່ຽວ​ກັບ​ວຽກ​ງາ​ນ​ຂຸດ​ຄົ້ນ ແລະ ພັດ​ທະ​ນາ​ແຫຼ່ງ​ຜົນ​ປະ​ໂຫຍດ​ຈາກ​ສິນ​ໃນ​ນ້ຳ, ສ້າງ​ໂຄງ​ປະ​ກອບ​ທ່າ​ກຳ​ປັ່ນ​ຄືນ​ໃໝ່​ຕາມ​ທິດ​ທັນ​ສະ​ໄໝ, ເພີ່ມ​ທະ​ວີ​ກາ​ນ​ບຳ​ລຸງ​ສ້າງ​ອາ​ຊີບ, ເຈົ້າ​ຂອງ​ກຳ​ປັ່ນ…ພັດ​ທະ​ນາ​ຮູບ​ແບບ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ​ເປັນ​ກຸ່ມ, ກຸ່ມ​ຮ່ວມ​ມື​ຜະ​ລິດ​ຢູ່​ທະ​ເລ​ເພື່ອໜູນ​ຊ່ວຍ​ການ​ຜະ​ລິດ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປົກ​ປ້ອງ​ປະ​ຊາ​ທິ​ປະ​ໄຕ​ທະ​ເລ​ໝູ່​ເກາະ​ຂອງ ປະ​ເທ​ດ​ຊາດ, ສ້າງ​ຮູບ​ແບບຮ່ວມ​ຄວບ​ຄຸມ​ໃນ​ການ​ປົກ​ປ້ອງ​ແຫຼ່ງ​ຜົນ​ປະ​ໂຫຍດ​ສິນ​ໃນ​ນ້ຳ​ຢູ່​ທະ​ເລ.

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.