ຫວຽດ​ນາມ ແລະ ກູ​ບາ ​ຮ່ວມ​ມືກັນ​ຮັກ​ສາ​ຄວາ​ມ​ຊົງ​ຈຳໃນ​ປະ​ຫວັດ​ສາດ

10:11 | 24/03/2023

ຍ​ສ​ໝ - ​ຊຸດຟີມ​ເອກະສານ "ການ​ພົວ​ພັນ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ກູ​ບາ, 60 ປີ​ແຫ່ງວັນ​ກໍ່​ສ້າງ ແລະ ພັດ​ທະ​ນາ" ແມ່ນ​ໜຶ່ງ​ໃນ 5 ຜົນ​ງານໃນ​ຊຸດຟີມ​ເອ​ກະ​ສານ​ກ່ຽວ​ກັບ​ປະ​ຫວັດ​ສາດ 60 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ກູ​ບາ.

ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສາ​ກົນ ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສາ​ກົນ
ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ແລະ ຮ່ວມ​ມື​ຍຸດ​ທະ​ສ​າດ ຫວຽດ​ນາມ - ຝ​ລັ່ງ ໄປ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​ ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ແລະ ຮ່ວມ​ມື​ຍຸດ​ທະ​ສ​າດ ຫວຽດ​ນາມ - ຝ​ລັ່ງ ໄປ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​

ວັນ​ທີ 20 ມີ​ນາ, ຢູ່​ສຳ​ນັກ​ງານ​ກະ​ຊວງ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຕິ​ວັດ ກຸ​ບາ ຢູ່​ນະ​ຄອນຫຼວງ La Habana, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ໄດ້​ດຳ​ເນີນ​ການມອບ​ຮັບ​​ຮູບ​ເ​ງົາ​ທີ່​ມີ​ຊື່​ວ່າ "ສອງ​ຫົວ​ໃຈ​ເຕັ້ນຈັງ​ຫວະ​ດຽວ​ກັນ".

ຊຸດຟີມ​ເອກະສານ "ການ​ພົວ​ພັນ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ກູ​ບາ, 60 ປີ​ແຫ່ງວັນ​ກໍ່​ສ້າງ ແລະ ພັດ​ທະ​ນາ" ແມ່ນ​ໜຶ່ງ​ໃນ 5 ຜົນ​ງານ​ໃນ​ຊຸດ​ເອ​ກະ​ສານ​ກ່ຽວ​ກັບ​ປະ​ຫວັດ​ສາດ 60 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ກູ​ບາ. ໂຄງ​ການ​ວິ​ທະ​ຍາ​ສາດ​ສຳ​ຄັນ​ນີ້​ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ກະ​ຊວງ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດປະ​ຕິ​ວັດ ກຸ​ບາ​ ສົມ​ທົບ​ກັນ​ປະ​ຕິ​ບັດ. ດ້ວຍ​ຄວາມ​ສົ​ນ​ໃຈ​ຈາກ​ກາ​ນ​ນຳ​ກອງ​ທັບ​ສອງ​ປະ​ເທດ, ມີ​ການ​ເຮັດ​ວຽກ​ເຊິ່ງ​ໜ້າ ແລະ ທາງ​ໄກຫຼາຍ​ຄັ້ງ​ລະ​ຫວ່າງ​ສອງ​ຝ່າຍ ​ໄດ້​ຮັບການຈັດ​ຕັ້ງ​ເພື່ອ​ພ້ອມ​ກັນ​ສ້າງ​ຊຸດຟີມ​ເອ​ກະ​ສານ​ທີ່​ມີ​ຄຸນ​ຄ່ານີ້.

ຫວຽດ​ນາມ ແລະ ກູ​ບາ ​ຮ່ວມ​ມືກັນ​ຮັກ​ສາ​ຄວາ​ມ​ຊົງ​ຈຳໃນ​ປະ​ຫວັດ​ສາດ
ທ່ານ​ພົນ​ໂທ ຫງວຽນ​ຈີ​ວິງ, ອະ​ດີດ​ກຳ​ມະ​ການ​ສູນ​ກາງ​ພັກ, ອະ​ດີດ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ທ່ານ​ພົນ​ໂທ Alvaro Lopez Miera ລັດ​ຖະ​ມົນ​ຕີ​ກະ​ຊວງ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ ກູ​ບາ (ພາບ: TTXVN)

ການ​ຮ່ວມ​ມື​ຮັກ​ສາ​ຄວາມ​ຊົງ​ຈຳໃນ​ປະ​ຫວັດ​ສາດ​ບໍ່​ພຽງ​ແຕ່​ຢ້ຳ​ຄືນ​ບັນ​ດາ​ເລື່ອງ​ລາວ​ທີ່​ເກີດ​ຂຶ້ນ​ໃນ​ອະ​ດີດ​ຕະ​ການເທົ່ານັ້ນ. ກ່າວ​ຄຳ​ເຫັນ​ທີ​່ການມອ​ບ​ຮັບ​ຟິມ, ທ່ານ​ພົນ​ໂທ ຫງວຽນ​ຈີ​ວິງ, ອະ​ດີດ​ກຳ​ມະ​ການ​ສູນ​ກາງ​ພັກ, ອະ​ດີດ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ, ທີ່​ປຶກ​ສາ​ຂອງຟີມ​ຮູບ​ເງົາ​ດັ່ງ​ກ່າວ​ຖື​ວ່າ ຂົງ​ເຂດ​ຮ່ວມ​ມື​ນີ້​ມີ​ຄ​ວາມ​ໝາຍ​ຢ່າງ​ແທດ​ຈິງ​ເມື່ອ​ຈິດ​ໃຈ ແລະ ບັນ​ດາ​ຜົນ​ງານ​ຈາກ​ປະ​ຫວັດ​ສາດ​ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ໃນ​ປັດ​ຈຸ​ບັນ. ຫວຽດ​ນາມ ແລະ ກູ​ບາ ໄດ້ ແລະ ພວມ​ມີຫຼາຍ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຢ່າງ​ແທດ​ຈິງ ເພື່ອ​ໃຫ້​ບັນ​ດາ​ຄວາມ​ຊົງ​ຈຳ​ໃນປະ​ຫວັດ​ສາດ​ຍາມ​ໃດ​ກໍ່​ຍືນ​ຍົງ​ຄົງ​ຕົວ​ກັບ​ວັນ​ເວ​ລາ. ນັ້ນ​ແມ່ນ​ຮຽງ​ບ່າ​ຮຽງ​ໄຫຼ່​ໃນ​ການ​ຕໍ່​ສູ້​ຕ້ານ​ພະ​ຍາດ​ໂຄວິດ - 19, ແມ່ນ​ການໜູນ​ຊ່​ວຍ, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ສ້າງສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ຮູບ​ເງົາ "ສອງ​ຫົວ​ໃຈ້​ເຕັ້ນ​ຈັງ​ຫວະ​ດຽວ​ກັນ" ໄດ້​ອອກ​ອາ​ກາດ​ໃນ​ສະ​ຖາ​ນີ​ໂທ​ລະ​ພາບ​ແຫ່ງ​ຊາດ ຫວຽນ​ດາມ, ຊ່ອງ​ໂທ​ລະ​ພາບ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ໄດ້​ຮັບ​ລາງວັນ​ທົ່ວ​ປະ​ເທດ​ ປະເພດ​ຂ່າວ​ສານການ​ພົວພັນຕ່າງ​ປະ​ເທດ. ປັດ​ຈຸ​ບັນ​ ເຫຼັ້ມ​ທີ 2 ແລະ ທີ 3 ພວມ​ໄດ້​ຮັບ​ການ​ຜະ​ລິດ​ຢູ່​ ກູ​ບາ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.