ຊຸກຍູ້​ການ​ພົວພັນ​ທາງ​ການ​ທູດ​ເສດຖະກິດ​ລະຫວ່າງ​ຫວຽດນາມ ​ແລະ ທ້ອງ​ຖິ່ນ​ຂອງ​ອາ​ຟຼິກາ​ໃຕ້

12:06 | 23/03/2023

ຍ​ສ​ໝ - ຢູ່​ທີ່​ນີ້, ຄະນະ​ປະ​ຕິ​ບັດ​ງານໄດ້ເຮັດ​ວຽກ​ກັບ​​ອົງການ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ​ແຂວງ (TIKZN), ຄະນະ​ກຳມະການ​ຄຸ້ມ​ຄອງ​ທ່າ​ກຳ​ປັ່ນ​ສົ່ງ​ອອກ​ຖ່ານ​ຫີນ Richards Bay ​ແລະ ກຸ່ມ​ບໍ​ລິ​ສັດຂົນ​ສົ່ງ​ທາງ​ລົດ​ໄຟ Transnet.

ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ ຫວຽດນາມ - ລາວ ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ ຫວຽດນາມ - ລາວ
ບໍລິສັດໃຫຍ່ ເຕິນ​ກາງ ໄຊ​ງ່ອນ ຮ່ວມ​ເດີນ​ທາງ​ກັບ​ວິ​ສາ​ຫະກິດ, ລັດຖະບານ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ກະສິກຳ​ລະຫວ່າງ ຫວຽດນາມ ​ແລະ ລາວ ບໍລິສັດໃຫຍ່ ເຕິນ​ກາງ ໄຊ​ງ່ອນ ຮ່ວມ​ເດີນ​ທາງ​ກັບ​ວິ​ສາ​ຫະກິດ, ລັດຖະບານ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ກະສິກຳ​ລະຫວ່າງ ຫວຽດນາມ ​ແລະ ລາວ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ອາ​ຟ​ຣິ​ກາ​ໃຕ້ ຮ່​ວາງວັນ​ເລິຍ ໄດ້​ນຳ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານຂອງ​ສະ​ຖານ​ທູດ​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ແຂວງ KwaZulu - Natal (KZN).

ຢູ່​ທີ່​ນີ້, ຄະນະ​ປະ​ຕິ​ບັດ​ງານໄດ້ເຮັດ​ວຽກ​ກັບ​​ອົງການ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ​ແຂວງ (TIKZN), ຄະນະ​ກຳມະການ​ຄຸ້ມ​ຄອງ​ທ່າ​ກຳ​ປັ່ນ​ສົ່ງ​ອອກ​ຖ່ານ​ຫີນ Richards Bay ​ແລະ ກຸ່ມ​ບໍ​ລິ​ສັດຂົນ​ສົ່ງ​ທາງ​ລົດ​ໄຟ Transnet.

ຊຸກຍູ້​ການ​ພົວພັນ​ທາງ​ການ​ທູດ​ເສດຖະກິດ​ລະຫວ່າງ​ຫວຽດນາມ ​ແລະ ທ້ອງ​ຖິ່ນ​ຂອງ​ອາ​ຟຼິກາ​ໃຕ້
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ອາ​ຟ​ຣິ​ກາ​ໃຕ້ ຮ່​ວາງວັນ​ເລິຍ ຖ່າຍ​ຮູບ​ກັບ​ບັນ​ດາ​ການ​ນຳ​ແຂວງ KwaZulu-Natal (ພາບ: TTXVN)

ທີ່​ການ​ພົບ​ປະ​ກັບ ທ່ານ Neville Matjie, ອຳນວຍການຝ່າຍບໍລິຫານ​ອົງການ​ສົ່ງ​ເສີມ​ການຄ້າ ​ແລະ ການ​ລົງ​ທຶນ​ແຂວງ, ທ່ານ​ເອກ​ອັກຄະ​ລັດຖະທູດ ຮ່​ວາງ​ວັນ​ເລິຍ ​ໄດ້​ແຈ້ງ​ໃຫ້​ຊາບ​ແຜນການ​ຢ້ຽມຢາມ ​ແລະ ​ເນື້ອ​ໃນ​ການ​ເຮັດ​ວຽກ​ຂອງ​ຄະນະລັດ​ຖະ​ມົນ​ຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ຫງວຽນ​ຮົ່ງ​ຢຽນ, ຄາດ​ວ່າ​ຈະ​ລວມມີ​ບັນດາໂຄງການເຊື່ອມຕໍ່ B2B ຂອງຄະນະວິ​ສາ​ຫະ​ກິດຮັບໃຊ້​ຢູ່ແຂວງ KZN. 2 ຝ່າຍ​ໄດ້​ແລກປ່ຽນ​ບາງ​ຂໍ້​ມູນ​ຂ່າວສານ, ການ​ກຳ​ນົດທິດ​​ການ​ປະຕິບັດ ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ​ສົມທົບ​ກັນ​ກະກຽມ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ຜູ້​ແທນ​ໃຫ້​ສຳ​ເລັດ​ຜົນ.

ນອກ​ຈາກ​ການ​​ຜັນ​ຂະຫຍາຍ​ບັນດາ​ເຫດການ​ທີ່​ຈະ​ມາ​ເຖິງ​ຂອງ​ຫວຽດນາມ, ຜູ້ຕາງໜ້າ​ແຂວງ KZN ຍັງ​ສະ​ແດງ​ຄວາມ​ສົນ​ໃຈ ​ແລະ ປາດ​ຖະໜາ​ຢາກ​ຊອກ​ຮູ້​ບັນດາ​ປະສົບ​ການ​ຂອງ ຫວຽດນາມ ​ໃນ​ບັນດາ​ຂະ​ແໜງ​ການ ​ແລະ ຂົງ​ເຂດ. ທ່ານ Matjie ​ໃຫ້​ຮູ້​ວ່າ ​ໃນ​ດ້ານ​ການທ່ອງທ່ຽວ, ​ແຂວງ KZN ມີ​ແຜນ​ນະ​ໂຍ​ບາຍ​ຊຸກຍູ້​ການ​ພັດທະນາ​ຂະ​ແໜງ​ການ​ທ່ອງ​ທ່ຽວ, ປາດ​ຖະໜາ​ຢາກ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈາກ​ຫວຽດນາມ ​ມາ​ແຂວງ KZN ​ແລະ ຮ່ຳຮຽນ​ຈາກ​ຫວຽດນາມ ກ່ຽວກັບວິ​ທີ​ການພັດ​ທະ​ນາ​ຮູບແບບ​ການ​ທ່ອງ​ທ່ຽວ​ນັບ​ແຕ່​ພື້ນຖານແມ່ນ​ບັນດາ​ຄອບຄົວ​ດຳ​ເນີນ​ທຸລະ​ກິດ,ບັນດາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ເຊິ່ງ​ພວມ​ປະສົບ​ຜົນສຳ​ເລັດ​ທີ່​ສຸດ​ຢູ່​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຄື: ຮ່າ​ໂນ້ຍ, ​ໂຮ້ຍອານ, ອ່າວຮ່າ​ລອງ.

ທ່ານ​ກໍ່ປາດ​ຖະໜາ​ວ່າ ຫວຽດນາມ ຈະ​ແບ່ງປັນ​ປະສົບ​ການ​ພັດທະນາ​ອຸດສາຫະກຳ​ຕຳ່​ແຜ່ນ​ຕັດຫຍິບ, ພິ​ເສດ​ແມ່ນ​ຄວາມ​ສາມາດ​ດຶງ​ດູດທຶນ FDI ກໍ່​ຄື​ຄວາມ​ສາມາດ​ດຶງ​ດູດ​ສັນຍາກຳລັງ​ການ​ຜະລິດ​ກັບ​ຫຼາຍ​ຍີ່ຫໍ້​ແຟຊັນ​ໃຫຍ່​ທີ່​ສຸດ​ໃນ​ໂລກ. ກ່ຽວ​ກັບ​ພະລັງງານ​ທົດ​ແທນ, ​ໃນ​ສະພາບ​ການ​ຂາດ​ແຄນ​ໄຟຟ້າ​ຢ່າງ​ຮ້າຍ​ແຮງ​ຢູ່​ແຂວງ ​ເຊິ່ງ​ເຮັດ​ໃຫ້​ຂະ​ແໜງ​ການ​ຜະລິດ ​ແລະ ການ​ຄ້າ​ໃນ​ທົ່ວ​ປະ​ເທດ​ ເວົ້າ​ລວມ ​ແລະ ຢູ່​ແຂວງ KZN ເວົ້າ​ສະ​ເພາະ ຖືກຢຸດສະຫງັກ, ຜູ້ຕາງໜ້າ​ການ​ຄ້າ​ແຂວງ KZN ປາດ​ຖະໜາ​ຢາກ​ຊອກ​ຮູ້​ປະສົບ​ການ​ຂອງ​ຫວຽດນາມ ​ໃນເພີ່ມ​ທະ​ວີ​ອັດ​ຕາ​ສ່ວນ​ພະ​ລັງ​ງານ​ທົດ​ແທນ​ໃໝ່​​ໃນ​ໂຄງ​ປະ​ກອບ​ພະ​ລັງ​ງານ​ແຫ່ງ​ຊາດ​ໃນ​ໄລ​ຍະ​ສັ້ນໂດຍ​ໄວ, ກໍ່​ຄື​ວິ​ທີ​ການ​ດຶງ​ດູດ​ເງິນ​ລົງ​ທຶນ, ການຄຸ້ມ​ຄອງ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ພະ​ລັງ​ງານ​ທົດ​ແທນ​ຂອງ​ຫວຽດ​ນາມ. ທາງ​ແຂວງ KZN ກໍ່​ຮຽກຮ້ອງ​ໃຫ້ ຫວຽດນາມ ມາລົງທຶນ​ຢູ່ແຂວງ​ໃນ​ຂົງ​ເຂດໄຟ​ຟ້​າແຮງລົມ ​ແລະ ໄຟ​ຟ້າແສງ​ຕາ​ເວັນ.

ຕາມ​ທ່ານ Matjie ແລ້ວ, ດ້ວຍ​ທີ່​ຕັ້ງ​ພູມ​ສາດ​ຢູ່​ພາກ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຂອງ​ປະ​ເທດ, ແຂວງ KZN ມີ​ຊື່​ສຽງ​ກ່ຽວ​ກັບ​ຫາດ​ຊາຍ​ທະ​ເລ​ທີ່​ດີ​ເລີດ, ສວນ​ສາ​ທາ​ລະ​ນະ​ safari, ເນີນ​ພູ​ຂຽວອຸ່ມທຸ່ມ ແລະ ສວນ​ປູກ​ຕົ້ນອ້ອຍ ແລະ ໝາກ​ກ້ວຍ​ອັນ​ກວ້າງ​ຂວາງພ້ອມ​ກັບທ່າ​ກຳ​ປັ່ນ​ທະ​ເລ​ໃຫຍ່​ ຈະ​ເປັນ​ທີ່​ຕັ້ງ​ທີ່ເໝາະ​ສົມ​ສຳ​ລັບ​​ບັນ​ດາ​ນັກ​ລົງ​ທຶນ ແລະ ວິ​ສາ​ຫ​ະ​ກິດ​ຫວຽດ​ນາມ ໄດ້​ສຳ​ພັດກັບ​ຕະຫຼາດ​ອາບ​ຟ​ຼິກກ​ກາ​ໃຕ້.

ທ່ານ​ເອກ​ອັກຄະ​ລັດຖະທູດ ຮ່​ວາງວັນ​ເລິຍ ໃຫ້ຮູ້ວ່າ ສະຖານທູດ​ຈະ​ຕັ້ງໜ້າ​ໜູນ​ຊ່ວຍ ​ແລະ ຮ່ວມ​ມື​ກັບປະ​ເທດ​ເພື່ອ​ນ ​ເພື່ອ​ນຳ​ເນື້ອ​ໃນ​ນີ້​ເຂົ້າ​ໃນ​ການ​ແລກປ່ຽນ ​ແລະ ​ເຊື່ອມ​ໂຍງ​ລະຫວ່າງ​ບັນດາອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ, ​ລັດຖະບານ, ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດ​ຂອງ 2 ຝ່າຍ ​ເພື່ອ​ເປີດ​ກາລະ​ໂອກາດ​​ຮ່ວມ​ມື​ໃໝ່. ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະຖານທູດ​ຈະ​ສົມທົບ​ກັບ​ຫ້ອງການ​ການ​ຄ້າ​ຫວຽດນາມ ປະຈຳ ອາ​ຟະ​ລິ​ກາ​ໃຕ້ ​ເພື່ອ​ຈັດ​ຕັ້ງ​ຄະນະ​ສົ່ງ​ເສີມ​ການ​ຄ້າ, ການທ່ອງທ່ຽວ ​ແລະ ການ​ລົງທຶນ​ໄປ​ຍັງອາ​ຟຼິກາ​ໃຕ້, ​ໃນ​ນັ້ນ​ ມີ​ບັນດາ​ອົງການ​ຄຸ້ມ​ຄອງ ​ແລະ ວິ​ສາ​ຫະກິດ​ໃນ​ຂົງ​ເຂດ​ນີ້.

ເມື່ອແລກ​ປ່ຽນ​ຄຳ​ເຫັນ​ກັບ​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ ປະ​ຈຳ ອາ​ຟ​ຣິ​ກາ​ໃຕ້ ພາຍຫຼັງ​ການ​ພົບ​ປະ, ທ່ານ Alan Waller, ຜູ້​ອຳ​ນວຍ​ການ​ຝ່າຍບໍລິຫານ ທ່າ​ກຳ​ປັ່ນ Richards Bay ໃຫ້​ຮູ້​ວ່າ: “ຫວຽດ​ນາມ ແມ່ນ​ຕະ​ຫຼາດພວມ​ພັດ​ທະ​ນາ​ຂອງ​ອາ​ຟ​ຣິ​ກາ​ໃຕ້. ​ແລະ​ຕາມ​ທັດສະນະ​ຂອງ​ອາ​ຟຼິກາ​ໃຕ້ແລ້ວ, ພວກ​ຂ້າພະ​ເຈົ້າ​ຢາກ​ເພີ່ມ​ທະວີ​ການ​ພົວພັນ ​ແລະ ການ​ຮ່ວມ​ມື​ກັບ​ບັນດາ​ຕະຫຼາດ​ຄື ຫວຽດນາມ”.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.