ນັກ​ຊ່ຽວ​ຊານ​ຕີ​ລາ​ຄາຜົນ​ສຳ​ເລັດສອງ​ຝ່າຍ​ລະ​ຫວ່າງ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ຢ່າງ​ຕັ້ງ​ໜ້າ​

16:58 | 14/03/2023

ຍສ​ໝ - ທ່ານ ​ປ.ອ ຫງວຽນ​ຮົ່ງ​ຫາຍ ໄດ້​ສະ​ຫຼຸບ​ວ່າ ຖ້າ​ປະ​ຕິ​ບັດ 4 ເສົາ​ຄ້ຳ​ເປັນ​ຢ່າງ​ດີ, ສອງ​ປະ​ເທດ​ບໍ່​ພຽງ​ແຕ່ຈະ​ບັນ​ລຸ​ໄດ້​ຜົນ​ສຳ​ເລັດ​ໃນ​ການ​ຮ່ວມ​ມື​ຢ່າງ​ລະ​ອຽດ​ເທົ່າ​ນັ້ນ ຫາກ​ຍັງ​ຮັກ​ສາ ແລະ ​ຕິດ​ພັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຍື​ນ​ຍົງ​ອີກ​ດ້ວຍ.

ນັກ​ຮຽນ ຫວຽດ​ນາມ ຢູ່​ອາ​ເມ​ລິ​ກາ ຂົວ​ເຊື່ອມ​ຕໍ່​ສຳ​ຄັນລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ - ອາ​ເມ​ລິ​ກາ ນັກ​ຮຽນ ຫວຽດ​ນາມ ຢູ່​ອາ​ເມ​ລິ​ກາ ຂົວ​ເຊື່ອມ​ຕໍ່​ສຳ​ຄັນລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ - ອາ​ເມ​ລິ​ກາ
ຫວຽດ​ນາມ - Uzbekistan ​ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍຢ່າງໃນ​ການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດ​ນາມ - Uzbekistan ​ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍຢ່າງໃນ​ການ​ຮ່ວມ​ມື​ສອງ​ຝ່າຍ

ການ​ພົວ​ພັນ​ສອງ​ຝ່າຍ ຫວຽດ​ນາມ - ອົດ​ສະ​ຕາ​ລີ ໄດ້​ມີ​ການ​ພັດ​ທະ​ນາ​ຢ່າງ​ກະ​ໂດ​ດ​ຂັ້ນ​ນັບ​ແຕ່​ເວ​ລາ​ສອງ​ປະ​ເທດ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງກ​ານ​ທູດ​ແຕ່​ປີ 1973. ພິ​ເສດ​ໃນ​ວັນ​ທີ 15 ມີ​ນາ ປີ 2018, ຢູ່​ນະ​ຄອນຫຼວງ Canberra ຂອງ​ອົດ​ສະ​ຕາ​ລີ, ການ​ນຳ​ສອງ​ປະ​ເທ​ດ​ໄດ້​ລົງ​ນາມ​ຖະແຫຼງ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ຄວາມເຕີບໃຫຍ່​ເຂັ້ມ​ແຂງ​ ແລະ ຄວາມ​ເປັນຫຼາຍ​ຮູບ​ແບບ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ, ໃນຫຼາຍ​ຂົ​ງ​ເຂດ​ຮ່ວມ​ມື​ຄື ​ການ​ເມືອງ, ການ​ຄ້າ - ການ​ລົງ​ທຶນ, ການ​ສຶກ​ສາ, ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ຕຳຫຼວດ, ການ​ອົບ​ພະ​ຍົບ, ການຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ…

​ຍິ່ງ​ໄປ​ກ່​ວາ​ນັ້ນ, ໃນການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ​ລະ​ຫວ່າງ​ສອງ​ປະ​ເທດ, ​ໂຄງ​ການ​ກະ​ທຳ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໄລ​ຍະ 2020 – 2023 ລະ​ຫວ່າງ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ໄດ້​ຜັນ​ຂະ​ຫຍ​າຍ​ຢ່າງ​ຕັ້ງ​ໜ້າ ແລະ ບັນ​ລຸ​ໄດ້​ໝາກ​ຜົນ​ລະ​ອຽດຫຼາຍ​ຢ່າງ.

ພາບ​ປະ​ກອບ: TTXVN
ພາບ​ປະ​ກອບ: TTXVN

ທ່ານ​ ປ.ອ ຫງວຽນ​ຮົ່ງ​ຫາຍ - ນັກ​ຄົ້ນ​ຄ້​ວາ ຂອງ​ສູນ​ອະ​ນາ​ຄົດ​ນະ​ໂຍ​ບາຍ, ມະ​ຫາ​ວິ​ທະ​ຍາ​ໄລ Queensland (ອົດ​ສະ​ຕາ​ລີ), ໃຫ້​ຮູ້​ວ່າ ໂຄງ​ການ​ກະ​ທຳ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໄລ​ຍະ 2020 – 2023 ລະ​ຫວ່າງ​ສອງ​ປະ​ເທດ​ສຸມ​ໃສ່ 3 ເສົາ​ຄ້ຳ​ສຳ​ຄັນ​ແມ່ນ​ເພີ່ມ​ທະ​ວີ​ການ​ສະ​ໜິດ​ຕິດ​ພັນ​ດ້ານ​ເສດ​ຖະ​ກິດ - ການ​ຄ້າ, ເຮັດ​ໃຫ້​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ດ້ານ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ​ເລິກ​ເຊິ່ງກວ້າງ​ຂວາງ​ກ່​ວາ​ອີກ, ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມທີ່​ມື​ພູມ​ປັນ​ຍາ ແລະ ການ​ປ່ຽນ​ແປງ​ໃໝ່.

ໂດຍຕີ​ລາ​ຄາ​ໝາກ​ຜົນ​ການ​ປະ​ຕິ​ບັດ​ໂຄງ​ການ​ກະ​ທຳ, ທ່ານ ​ປ.ອ ຫງວຽນ​ຮົ່ງ​ຫາຍ ​ຖື​ວ່າ ໃນ 3 ປີ​ຜ່ານ​ມາ, ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ສອງ​ຝ່າຍ​ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ທີ່​ເປັນ​ໜ້າ​ຊື່​ນ​ຊົມ.

ເຖິງວ່າ​ຖືກ​ຜົນ​ກະ​ທົບ​ຈາກ​ພະ​ຍາດ​ໂຄວິດ - 19, ແຕ່​ວົງ​ການ​ການ​ຄ້າ​ສອງ​ຝ່າຍ​ໃນ​ຊຸມ​ປີ 2020, 2021 ແລະ ພິ​ເສດ​ແມ່ນ​ໃນ​ປີ 2022 ຍັງ​ຮັກ​ສາ​ທ່າ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ​ທີ່​ສຸດ.

ລະ​ອຽດ​ແມ່ນ​ໃນ​ປີ 2021, ວົງ​ການ​ການ​ຄ້າ​ສອງ​ຝ່າຍ​ບັນ​ລຸ 12,4 ຕື້ USD, ປີ 2022 ເພີ່ມ​ຂຶ້ນ​ເກືອບ 16 ຕື້ USD. ຫວຽດ​ນາມ ກາຍ​ເປັນ​ຄູ່​ຮ່ວມ​ມື​ທາງ​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ 10 ຂອງ ອົດ​ສະ​ຕາ​ລີ, ໃນ​ຂະ​ນະ​ທີ່​ອົດ​ສະ​ຕາ​ລີ​ ສືບ​ຕໍ່​ຮັກ​ສາ​ແມ່ນ​ຄູ່​ຮ່ວມ​ມື​ທາງ​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ 7 ຂອງ ຫວຽດ​ນາມ.

ນອກ​ນີ້, ສອງ​ປະ​ເທດກໍ່​ໄດ້​ລົງ​ນາມ​​ຍຸດ​ທະ​ສາດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ໃນ​ປີ 2021, ປະກອບສ່ວນ​ຊຸກຍູ້ ​ແລະ ຮັດ​ແໜ້ນ​ການ​ພົວພັນ​ລະຫວ່າງພື້ນ​ຖານ​ເສດຖະກິດສອງ​ປະ​ເທດ.

ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ, ໂຄງ​ການກະ​ທຳ​ສືບ​ຕໍ່​ໄດ້​ຮັບ​ການປະ​ຕິ​ບັດຂໍ້​ຕົກ​ລົງ​ “ຖະ​ແຫຼງ​ການ​ວິ​ໄສ​ທັດ​ລວມ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ​ປີ 2018” ລະ​ຫວ່າງ​ສອງ​ປະ​ເທດ.

ສອງ​ຝ່າຍ​ໄດ້​ສ້າງ​ຕັ້ງ ​ແລະ ຮັກສາ​ຫຼາຍ​ກົນ​ໄກ​ເຊັ່ນ: ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ປະຈຳ​ປີ, ການ​ສົນທະນາກ່ຽວກັບ​ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ​ຂັ້ນ​ຮອງ​ລັດຖະມົນຕີ, ການ​ປຶກສາ​ຫາລື​ການ​ຮ່ວມ​ມື​ດ້ານ​ການ​ທະຫານ​ປະຈຳ​ປີ, ການ​ສົນທະນາ​ຍຸດ​ທະ​ສາດ​ດ້ານ​ການ​ທູດ ​ແລະ ປ້ອງ​ກັນ​ປະ​ເທດຂັ້ນ​ຮອງ​ລັດຖະມົນຕີ​… ພິ​ເສດ ​ເມື່ອໂລກ​ລະ​ບາດ​ໂຄວິດ - 19 ເກີດ​ຂຶ້ນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​​ຕ່າງປະ​ເທດ​ຂອງ​ສອງ​ປະ​ເທດ ​ຍັງ​ຄົງ​ຮັກສາ​ບັນ​ດາ​ກອງ​ປະ​ຊຸມ ແລະ ການ​ໂອ້​ລົມ​ສົນ​ທະ​ນາ.

ລັດຖະບານ ອົດ​ສະ​ຕາ​ລີ ສືບ​ຕໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ຂົງ​ເຂດພູມ​ປັນ​ຍາ ແລະ ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິ​ດ​ສ້າງ ​ໂດຍ​ຜ່ານ​ໂຄງການ Aus4Innovation (2018-2022), ​ໂຄງການ​ຄູ່​ຮ່ວມ​ມື​ໃນ​ຂອບເຂດ​ຂໍ້​ຕົກ​ລົງ​ການ​ພົ​ວ​ພັນ​ຄູ່​ຮ່ວມ​ມື​ປ່ຽນແປງໃໝ່ປະດິດ​ສ້າງ ອົດ​ສະ​ຕາ​ລີ - ຫວຽດນາມ.

ໂດຍຕີ​ລາຄາ​ໝາກຜົນ​ແຫ່ງ​ການຜັນ​ຂະ​ຫຍາຍ​ປະຕິບັດ​ໂຄງການ​ຜັນ​ຂະ​ຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ໄລຍະ 2020-2023, ທ່ານ ປອ ຫງວຽນ​ຮົ່ງ​ຫາຍ ​ຖື​ວ່າ: ​ເຖິງ​ວ່າ​ຈະ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂລກ​ລະບາດ​ໂຄ​ວິດ-19, ​ແຕ່​ສອງ​ປະ​ເທດ​ຍັງ​ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່ໄດ້​ວ່າງ​ອອກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຍັງ​ມີ​ບັນດາ​ຂົງ​ເຂດ​ການ​ຮ່ວມ​ມື​ສອງ​ຝ່າຍ​ທີ່​ບໍ່​ສອດຄ່ອງ​ກັບ​ສະພາບ​ການ​ຮ່ວມ​ມື​ຍຸດ​ທະ​ສາດ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.