ສະ​ຖານ​ທີ່​ບຳ​ລຸງສ້າງ​ບັນ​ດາ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ ແລະ ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ

18:39 | 16/03/2023

ຍ​ສ​ໝ - ເຂົ້າ​ຮ່ວມ​ພິ​ທີ​ມີ​ທ່ານ​ ຫງວຽນ​ບ໊າ​ຮຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ລາວ, ຜູ້​ຕາງ​ໜ້າ​ການ​ນຳ​ກະ​ຊວງ​ສຶກ​ສາ ແລະ ກິ​ລາ ລາວ, ຜູ້​ຕາງ​ໜ້າບ​ັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ລາວ, ຜູ້​ຕາງ​ໜ້າ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ​ນະ​ຄອນຫຼວງ ວຽງ​ຈັນ, ບັນ​ດາ​ພະ​ນັກ​ງານ, ຄູ​ສອນ, ນັກ​ຊ່ຽວ​ຊານ​ໄດ້ ແລະ ພວມ​ສິດ​ສອນ​ພ້ອມ​ກັບ​ນັກ​ຮຽນ ແລະ ອະ​ດີດ​ນັກ​ຮຽນ​ຂອງ​ໂຮງ​ຮຽນ​ເປັນ​ຈຳ​ນວນຫຼາຍ.

ສະ​ພາ​ແຫ່ງ​ຊາດ: ຫວຽດ​ນາມ ສ້າງ​ເງື່ອນ​ໄຂ​ສະ​ດວ​ກ​ໃຫ້​ແກ່​ທຸກ​ນັກ​ລົງ​ທຶນ ສະ​ພາ​ແຫ່ງ​ຊາດ: ຫວຽດ​ນາມ ສ້າງ​ເງື່ອນ​ໄຂ​ສະ​ດວ​ກ​ໃຫ້​ແກ່​ທຸກ​ນັກ​ລົງ​ທຶນ
ຫວຽດ​ນາມ ແລະ Trinidad & Tobago ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ ແລະ Trinidad & Tobago ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ

ຕາມ​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ປະຈຳ ລາວ, ຕອນ​ບ່າຍ​ວັນ​ທີ 11 ມີ​ນາ, ໂຮງ​ຮຽນ​ສອງ​ພາ​ສາ ລາວ - ຫວຽດ​ນາມ ຫງວຽນ​ຢູ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 15 ປີ​ແຫ່ງວັນ​ສ້າງ​ຕັ້ງ​ໂຮງ​ຮຽນ.

ເຂົ້າ​ຮ່ວມ​ພິ​ທີ​ມີ​ທ່ານ​ ຫງວຽນ​ບ໊າ​ຮຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ລາວ, ຜູ້​ຕາງ​ໜ້າ​ການ​ນຳ​ກະ​ຊວງ​ສຶກ​ສາ ແລະ ກິ​ລາ ລາວ, ຜູ້​ຕາງ​ໜ້າບ​ັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ລາວ, ຜູ້​ຕາງ​ໜ້າ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ​ນະ​ຄອນຫຼວງ ວຽງ​ຈັນ, ບັນ​ດາ​ພະ​ນັກ​ງານ, ຄູ​ສອນ, ນັກ​ຊ່ຽວ​ຊານ​ໄດ້ ແລະ ພວມ​ສິດ​ສອນ​ພ້ອມ​ກັບ​ນັກ​ຮຽນ ແລະ ອະ​ດີດ​ນັກ​ຮຽນ​ຂອງ​ໂຮງ​ຮຽນ​ເປັນ​ຈຳ​ນວນຫຼາຍ.

ສະ​ຖານ​ທີ່​ບຳ​ລຸງສ້າງ​ບັນ​ດາ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ ແລະ ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ
ພິ​ທີ​ສະ​ເຫຼີມ​ສະຫຼອງ 15 ປີ​ແຫ່ງວັນ​ສ້າງ​ຕັ້ງ​ໂຮງ​ຮຽນ (ພາບ: TTXVN)

ໂຮງ​ຮຽນ​ສອງ​ພາ​ສາ ລາວ - ຫວຽດ​ນາມ ຫງວຽນ​ຢູ, ໃນ​ເມື່ອກອນ​ແມ່ນ 2 ໂຮງ​ຮຽນ ປະ​ຖົມ​ ຄື ຫງວຽນ​ຢູ 1 ແລະ ຫງວຽນ​ຢູ 2, ເຊິ່ງ​ແມ່ນ​ສະ​ຖານ​ທີ່ສຳລັບ​ລູກຫຼານຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ນະ​ຄອນຫຼວງວຽງ​ຈັນ ຮ່ຳ​ຮຽນ, ເປົ້າ​ໝາຍ ແມ່ນ​ໃຫ້​ບັນ​ດາ​ນ້ອງໆ​ຮຽນ​ຫຼັກ​ສຸດ​ການ​ຮຽນ​ຂອງ​ລາວ, ທັງ​ຮຽນ​ພາ​ສາ ຫວຽດ​ນາມ ເພື່​ອ​ອ​່​ວາຍ​ໜ້າ​ເມື່ອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍຂອງ​ຕົນ.

ປີ 2005, ພັກ ແລະ ລັດ, ລັດ​ຖະ​ບານ ຫວຽດ​ນາມ ໄດ້​ໜູນ​ຊ່ວຍ​ງົບ​ປະ​ມານ​ກ່​ວາ 500.000 USD ເພື່ອ​ສ້າງ​ໂຮງ​ຮຽນ​ສອງ​ພາ​ສາ ລາວ - ຫວຽດ​ນາມ ຫງວຽນ​ຢູ ດ້ວຍ​ຕຶກອາ​ຄານ 3 ຊັ້ນ​ສອງຫຼັງ ມີ​ຫ້ອງ​ຮຽນ 39 ຫ້ອງ​ໃນ​ເຂດ​ດິນ​​ກ້​ວາງ 10.379 ຕາແມັດ ໂດຍ​ລັດ​ຖະ​ບານ ລາວ ​ສະ​ໜອງ. ພາຍ​ຫຼັງ​ການ​ກໍ່​ສ້າງ​ເປັນ​ເວ​ລາ 3 ປີ, ໂຮງ​ຮຽນ​ໄດ້​ເປີດ​ນຳ​ໃຊ້ ແລະ ນຳເຂົ້າ​ເຄື່ອນ​ໄຫວ. ປັດ​ຈຸ​ບັນ, ໂຮງ​ຮຽນ​ມີ​ຫ້ອງ​ຮຽນ 30 ຫ້ອງ​ດ້ວຍ​ນັກ​ຮຽນ​ກ່​ວາ 1000 ຄົນ​ນັບ​ແຕ່​ຂັ້ນ​ອະ​ນຸ​ບານ​ຮອດ​ຂັ້ນ​ມັດ​ທະ​ຍົມ​ຕອນ​ປາຍ ແລະ ພະ​ນັກ​ງານ, ຄູ​ສອນ 66 ຄົນ ໃນ​ນັ້ນ​ມີ​ລູກຫຼານ​ຊາວ​ຫວຽດ​ນາມ ກວມ​ເອົາ​ປະ​ມານ 45%, ສ່ວນຍັງ​ເຫຼືອ​ແມ່ນ​ນັກ​ຮຽນ​ລາວ.

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ບ໊າ​ຮຸ່ງ ໃຫ້​ຮູ້​ວ່າ ໃນ​ຊຸມ​ປີ​ມໍ່​ໆ​ມາ​ນີ້, ໂຮງ​ຮຽນ​ສອງ​ພາ​ສາ ລາວ - ຫວຽດ​ນາມ ຫງວຽນຢູ ບັນ​ລຸ​ໄດ້​ຜົນ​ງານ​ທີ່​ເປັນ​ໜ້າ​ຊື່ນ​ຊົມຫຼາຍ​ຢ່າງ ແລະ ກາຍ​ເປັນ​ໂຮງ​ຮຽນ​ທີ່​ມີ​​ຊື່​ສຽງ​ຢູ່​ນະ​ຄອນຫຼວງວຽງ​ຈັນ, ບັນ​ລຸ​ມາດ​ຖານ​ແຫ່ງ​ຊາດ​ລາວ ແລະ ຫວຽດ​ນາມ, ປະ​ກອບ​ສ່ວນ​ສະ​ໜອງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃນ​ອະ​ນາ​ຄົດ​ໃຫ້ແກ່​ພາ​ລະ​ກິດ​ແຫ່ງ​ການ​​ສ້າງ​ສາປະ​ເທດ​ລາວ ທີ່​ວັ​ດ​ທະ​ນາ​ຖາ​ວອນ, ມີ​ຄວາ​ມ​ຜາ​ສຸກ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ບ໊າ​ຮຸ່ງ ສະ​ເໜີ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ໂຮງ​ຮຽນ​ຕ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຈິດ​ໃຈ​ສາ​ມັກ​ຄີ, ເຫັນ​ດີ​ເປັນ​ເອ​ກະ​ພາບ​ກ່ຽວກ​ັບ​ຄວາມ​ຮັບ​ຮູ້ ແລະ ການ​ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການ​ໃນ​ການ​ສຶກ​ສາ, ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ການ​ສິ​ດອນ ແລະ ຮ່ຳ​ຮຽນ, ຊ່ວຍ​ນັກ​ຮຽນ​ຍົກ​ສູງ​ລະ​ດັບ, ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ຮ່າງ​ກາຍ, ຄວາມ​ງາມ, ຜັນ​ຂະ​ຫຍາຍ​ລັກ​ສະ​ນະ​ຕື່ນ​ຕົວ, ຂະ​ຫຍັນ​ຂັນ​ເຄື່ອນ​ໃນ​ການ​ຮ່ຳ​ຮຽນ, ເໝາະ​ສົມ​ກັບ​ທ່າ​ອ່ຽງ​ໃນ​ການ​ພັດ​ທະ​ນາ​ຂອງ​ຍຸກ​ສະ​ໄໝ.

ສົກຮຽນ 2021-2022 ທີ່ຜ່ານມາ, ໂຮງຮຽນໄດ້ເປັນກຽດຮັບ​ການຄັດເລືອກຈາກກະຊວງສຶກສາທິການ 2 ປະເທດໃຫ້ເປັນໂຮງຮຽນທົດລອງສອນສອງພາສາຫວຽດນາມ-ລາວ ແຕ່ຊັ້ນປ 1 ຫາ ມ 7 ເພື່ອທະ​ວີ​ຄູນຮູບແບບການບຳລຸງສ້າງດັ່ງກ່າວໃນທົ່ວປະເທດລາວ, ຜ່ານ​ນັ້ນ ກໍ​ຊ່ວຍຊາວໜຸ່ມລາວ ເຂົ້າໃຈຢ່າງເລິກເຊິ່ງເຖິງມູນເຊື້ອມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດ. ນອກນັ້ນ,ຜ່ານໂຮງຮຽນແຫ່ງນີ້, ຫຼາຍລຸ້ນຄົນມີທີ່​ມີຄວາມສາມາດໄດ້ແຈກຢາຍໄປທົ່ວທຸກແຫ່ງ, ສືບຕໍ່ຮ່ຳຮຽນ, ເຕີບໃຫຍ່ ແລະ ມາຮອດປະຈຸບັນ, ມີຫຼາຍຄົນໄດ້​ດຳ​ລົງຕຳແໜ່ງສຳຄັນຢູ່ບັນດາອົງການ, ຫົວໜ່ວຍຂອງລາວ.

ພາຍຫຼັງ 15 ປີ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ, ມາ​ຮອດ​ປະຈຸ​ບັນ, ໂຮງຮຽນ​ສອງ​ພາສາລາວ - ​ຫວຽດນາມ ຫງວຽນ​ຢຸ ​ໄດ້​ກາຍ​ເປັນ​ໂຮງຮຽນ​ຕົວ​ແບບ​ຂອງ​ນະຄອນຫຼວງ​ວຽງ​ຈັນ, ກໍ່​ຄື​ປະ​ເທດ​ລາວ. ​ແລະ ນີ້​ກໍ່​ແມ່ນ​ໂຮງຮຽນ​ມິດຕະພາບ​ພິ​ເສດ​ຂອງ​ນ້ຳ​ໃຈ​ມິດ​ຕະ​ພາບລາວ-ຫວຽດນາມ, ​ແມ່ນ​ບ່ອນຫຼໍ່​ລ້ຽງ ​ແລະ ບຳລຸງ​ສ້າງ​ລຸ້ນໜຸ່ມ​ທີ່​ເປັນ​ລູກ​ຫຼານ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ ​ແລະ ຊາວ​ລາວ ​ໃຫ້​ກາຍ​ເປັນ​ຄົນທີ່​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ເພື່ອ​ຮັບ​ໃຊ້​ປະ​ເທດ​ຊາດ​ລາວ​ທີ່​ສວຍ​ງາມ ​ແລະ ບຳລຸງ​ສ້າງ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່​ຂອງ​ສອງ​ປະ​ເທດ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.