ຮັກສາຊາຍແດນຫວຽດນາມ-ລາວ ເປັນຢ່າງດີ

08:55 | 27/03/2023

ເນື່ອງໃນໂອກາດເຂົ້າຮ່ວມການເຈລະຈານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ ຄັ້ງທີ 3 ຢູ່ ລາວ, ພົນໂທ ຮວ່າງຊວນຈ໊ຽນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄປຢ້ຽມຢາມກອງຮ້ອຍທະຫານຊາຍແດນ 213 ຂອງກອງທັບປະຊາຊົນລາວ. ຮ່ວມເດີນທາງມີພົນຈັດຕະວາ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ.

ຮ່ວມສຳພັນພັດທະນາການທ່ອງທ່ຽວເຂດຊາຍແດນຫວຽດນາມ-ລາວ ຮ່ວມສຳພັນພັດທະນາການທ່ອງທ່ຽວເຂດຊາຍແດນຫວຽດນາມ-ລາວ
ກວາງບິ່ງ ເພີ່ມທະວີການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ເຂດຊາຍແດນຫວຽດນາມ-ລາວ ກວາງບິ່ງ ເພີ່ມທະວີການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ເຂດຊາຍແດນຫວຽດນາມ-ລາວ

ກອງຮ້ອຍທະຫານຊາຍແດນ 213 ຕັ້ງທັບຢູ່ບ້ານສົບສານ, ເມືອງຊຽງຄໍ້, ແຂວງຫົວພັນ (ລາວ). ກົມກອງຄຸ້ມຄອງເສັ້ນຊາຍແດນທີ່ມີລວງຍາວກວ່າ 60 ກິໂລແມັດ ຕິດກັບເມືອງ ອຽນເຈົາ, ມາຍເຊີນ ແຂວງເຊີນລາ ຂອງຫວຽດນາມ. ກອງຮ້ອຍທະຫານຊາຍແດນ 213 ໄດ້ແຮກສ່ຽວກັບຄ້າຍທະຫານຊາຍແດນ: ຝຽນປັ່ນ, ຈ່ຽງອອນ, ຈ່ຽງເຕືອງ ຂອງທະຫານຊາຍແດນແຂວງເຊີນລາ

ຮັກສາຊາຍແດນຫວຽດນາມ-ລາວ ເປັນຢ່າງດີ

ພົນໂທ ຮວ່າງຊວນຈ໊ຽນ ຢ້ຽມຢາມກອງຮ້ອຍທະຫານຊາຍແດນ 213 ຂອງກອງທັບປະຊາຊົນລາວ. ພາບ: qdnd.vn

ພາຍຫຼັງຮັບຟັງລາຍງານ, ພົນໂທ ຮວ່າງຊວນຈ໊ຽນ ຕີລາຄາສູງບັນດາຜົນງານ ເຊິ່ງກອງຮ້ອຍທະຫານຊາຍແດນ 213 ບັນລຸໄດ້ໃນໄລຍະຜ່ານມາ, ເຖິງວ່າເງື່ອນໄຂວຽກງານກ່ຽວກັບພູມສາດ, ພື້ນຖານໂຄງລ່າງຮາກຖານ ແລະລັກສະນະໜ້າທີ່ເຊິ່ງກໍາລັງທະຫານຊາຍແດນຍັງປະສົບກັບຄວາມຫຍຸ້ງຍາກ. ສະຫາຍຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເນັ້ນໜັກວ່າ: ປະຈຸບັນ, ບັນດາອິດທິກໍາລັງປໍລະປັກເພີ່ມທະວີການຕ້ານ ແລະທຳລາຍການພົວພັນສອງປະເທດ, ສອງຊາດຫວຽດນາມ ແລະລາວ; ອາດຊະຍະກໍາຂ້າມຊາດປະເພດຕ່າງໆ, ສິ່ງທ້າທາຍຄວາມໝັ້ນຄົງບໍ່ເປັນການທະຫານນັບມື້ນັບແນບນຽນ, ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ຈາກນັ້ນ, ບັນດາກໍາລັງຄຸ້ມຄອງ, ປົກປັກຮັກສາຊາຍແດນສອງປະເທດ, ໃນນັ້ນມີກອງຮ້ອຍທະຫານຊາຍແດນ 213 ພ້ອມດ້ວຍບັນດາກົມກອງຊາຍແດນຂອງຫວຽດນາມ ຕ້ອງເພີ່ມທະວີການລະວັງຕົວ, ຈັດຕັ້ງການລາດຕະເວນ, ຄວບຄຸມຊາຍແດນຢ່າງແໜ້ນແຟ້ນ; ແບ່ງປັນຂໍ້ມູນຂ່າວສານກ່ຽວກັບສະພາບການຂອງແຕ່ລະຝ່າຍຢ່າງທັນການ; ສົມທົບກັນຍູ້ແຮງວຽກງານສຶກສາ, ໂຄສະນາ, ຂົນຂວາຍປະຊາຊົນສອງຟາກຊາຍແດນປະຕິບັດບັນດາຂໍ້ກຳນົດກົດລະບຽບກົດໝາຍຂອງແຕ່ລະຝ່າຍ, ປະຕິບັດຕາມສັນຍາ, ລະບຽບການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກຫວຽດນາມ-ລາວ ຢ່າງເຂັ້ມງວດ; ສົມທົບກັນຕໍ່ສູ້ຕ້ານການເຄື່ອນໄຫວຂອງອາດຊະຍະກໍາຂ້າມຊາຍແດນປະເພດຕ່າງໆຢ່າງມີປະສິດທິຜົນ; ສືບຕໍ່ສົມທົບກັນປະຕິບັດການ ລາດຕະເວນສອງຝ່າຍເພື່ອປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນເປັນຢ່າງດີ... ເພື່ອປົກປັກຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມເຂດຊາຍແດນ.

ເນື່ອງໃນໂອກາດນີ້, ຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ, ທ່ານ ຮອງລັດຖະມົນຕີ ຮວ່າງຊວນຈ໊ຽນ ໄດ້ມອບຂອງຂວັນໃຫ້ພະນັກງານ, ນັກຮົບກອງຮ້ອຍທະຫານຊາຍແດນ 213, ປະກອບສ່ວນຊ່ວຍກົມກອງແກ້ໄຂຄວາມຫຍຸ້ງຍາກ, ຂາດເຂີນໃນການດໍາລົງຊີວິດ, ຍົກສູງຊີວິດການເປັນຢູ່, ຄື: ເສື່ອ, ເຄື່ອງພິມ, ຄອມພິວເຕີ, ໂທລະທັດ...

ເຫດການ
302 Found

Found

The document has moved here.