ຖ້ຽວບິນໂດຍກົງ ຮ່າໂນ້ຍ - Kuala Lumpur: ເປີດກາລະໂອກາດຫຼາຍຢ່າງ ເພື່ອຊຸກຍູ້ການແລກປ່ຽນປະຊາຊົນ.

08:56 | 16/03/2023

ຍສໝ - “ການ​ຟື້ນ​ຟູ​ສາຍ​ການ​ບິນ​ໂດຍ​ກົງ​ລະ​ຫວ່າງ ຮ່າ​ໂນ້ຍ ແລະ Kuala Lumpur ຫຼັງ​ຈາກ​ໂລກ​ລະ​ບາດ Covid – 19 ໄດ້ສ້າງ​ກາ​ລະ​ໂອ​ກາດ​ຫຼາຍ​ຢ່າງ​ ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ການ​ທູດ​​ປະ​ຊາ​ຊົນ ແລະ ເພີ່ມ​ທະ​ວີ ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ລະ​ຫວ່າງ ຫວຽດ​ນາມ ແລະ ມາ​ເລ​ເຊຍ”. ນີ້​ແມ່ນ​ຄຳ​ຖະ​ແຫຼງ​ຂອງ​ທ່ານ Tan Yang Thai, ເອກ​ອັກ​ຄະ​ລັດ​ຖະ​ທູດ ມາ​ເລ​ເຊຍ ປະ​ຈຳ​ຫວຽດ​ນາມ ທີ່​ການ​ພົບ​ປະ​ກັບ​ທ່ານ​ປະ​ທານ​ສະ​ຫະ​ພັນ​ອົງ​ການ​ມິດ​ຕະ​ພາບ ຫວຽດນາມ (VUFO) ນາງ ຫງວຽນ​ເຟືອງ​ງາ ໃນ​ວັນ​ທີ 13 ມີນາ, ຢູ່​ຮ່າ​ໂນ້ຍ.

ປະກາດຂໍ້ຕົກລົງສ້າງຕັ້ງ​ສະມາຄົມ​ມິດຕະພາບ​ມາ​ເລ​ເຊຍ - ຫວຽດນາມ ປະກາດຂໍ້ຕົກລົງສ້າງຕັ້ງ​ສະມາຄົມ​ມິດຕະພາບ​ມາ​ເລ​ເຊຍ - ຫວຽດນາມ
ການ​ພົວພັນ​ມາ​ເລ​ເຊຍ - ຫວຽດນາມ: ​ເພີ່ມ​ທະວີ​ບັນດາ​ໂຄງການ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ການ​ພົວພັນ​ມາ​ເລ​ເຊຍ - ຫວຽດນາມ: ​ເພີ່ມ​ທະວີ​ບັນດາ​ໂຄງການ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ

​ໂດຍ​ມີ​ຄວາມ​ປະ​ທັບ​ໃຈ ​ຕໍ່​ການ​ພັດທະນາ​ເສດຖະກິດ​ຂອງ​ຫວຽດນາມ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ມາເລເຊຍ ປະຈຳຫວຽດນາມ Tan Yang Thai ​ໃຫ້​ຮູ້​ວ່າ: ມາ​ເລ​ເຊຍ ໄດ້​ລົງທຶນ​ເຂົ້າ ຫວຽດນາມ ນັບ​ແຕ່​ຊຸມ​ປີ 1970 ​ແລະ ປະຈຸ​ບັນ​ແມ່ນ​ນັກ​ລົງທຶນ​ໃຫຍ່​ອັນ​ດັບ 2 ຂອງ ອາ​ຊຽນ ທີ່ລົງທຶນຢູ່ ຫວຽດນາມ. ນັກ​ລົງທຶນ ​ແລະ ວິ​ສາ​ຫະກິດ​ມາ​ເລ​ເຊຍ ນັບ​ມື້​ນັບ​ມີ​ຄວາມ​ສົນ​ໃຈ​ຊອກ​ຮູ້​ຕະຫຼາດ​ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ຮ່ວມ​ມືໃນກຸ່ມວິສາຫະກິດ​ ​ມາ​ເລ​ເຊຍ - ຫວຽດນາມ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ.

ຖ້ຽວບິນໂດຍກົງ ຮ່າໂນ້ຍ - Kuala Lumpur: ເປີດກາລະໂອກາດຫຼາຍຢ່າງ ເພື່ອຊຸກຍູ້ການແລກປ່ຽນປະຊາຊົນ.
ທ່ານ​ເອກ​ອັກຄະ​ລັດຖະທູດ Tan Yang Thai ​ແລະ ທ່ານ​ປະທານ VUFO ນາງ ຫງວຽນ​ເຟືອງ​ງາ

ກ່ຽວ​ກັບ​ການ​ທ່ອງ​ທ່ຽວ, ມາ​ເລ​ເຊຍ ​ແມ່ນ​ຫນຶ່ງ​ໃນ 10 ຕະ​ຫຼາດ​ທ່ອງ​ທ່ຽວ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ​ໃນ​ອາ​ຊີ. ​ໂດຍ​ໄດ້​ເລີ່​ມດຳ​ເນີນ​ການ​ບິນ​ໂດຍ​ກົງ​ລະຫວ່າງ​ຮ່າ​ໂນ້ຍ ​ແລະ Kuala Lumpur ​ແຕ່​ເດືອນ ກຸມພາ 2023, ທ່ານ​ເອກ​ອັກຄະ​ລັດຖະທູດ Tan Yang Thai ​ເຊື່ອ​ໝັ້ນ​ວ່າ ຈະ​ເປີດ​ກາລະ​ໂອກາດ​ຫຼາຍ​ຢ່າງ​ໃຫ້​ແກ່​ການພົບປະແລກປ່ຽນ ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ມາ​ເລ​ເຊຍ​ ກໍ່​ປາດ​ຖະໜາ​ຢາກ​ເພີ່ມ​ຈຳນວນ​ນັກ​ສຶກສາ​ຫວຽດນາມ ​ທີ່​ພວມ​ຮ່ຳຮຽນ​ລະດັບຫຼັງມະຫາ​​ຢູ່​ປະ​ເທດ​ນີ້. ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ​ມາ​ເລ​ເຊຍ​ແລ້ວ, ອະດີດ​ນັກ​ສຶກສາ​ຫວຽດນາມ​ຢູ່​ມາ​ເລ​ເຊຍ​ຫຼາຍ​ຄົນ​ ໄດ້​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ປະທານ VUFO ນາງ ຫງວຽນ​ເຟືອງ​ງາ ຢືນຢັນ​ວ່າ ການ​ນຳ ​ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ມີ​ຄວາມ​ຮູ້ສຶກ​ດີ​ຕໍ່​ປະຊາຊົນ​ມາ​ເລ​ເຊຍ ​ແລະ ຖື​ເປັນ​ສຳຄັນ​ການ​ພັດທະນາ​ ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ໃນ​ພາກ​ພື້ນ ອາ​ຊຽນ. VUFO ແລະ ສະມາຄົມມິດຕະພາບ ຫວຽດນາມ - ມາເລເຊຍ ຍາມໃດກໍ່ພ້ອມແລ້ວທີ່ຈະສົມທົບກັບສະຖານທູດມາເລເຊຍ ປະຈຳຫວຽດນາມ ຈັດຕັ້ງບັນດາການເຄື່ອນໄຫວເພີ່ມທະວີຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ມາເລເຊຍ.

ໃນປີ 2023, ຫວຽດນາມ ​ແລະ ມາ​ເລ​ເຊຍ ຈະ​ສະ​ເຫຼີມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ. ນີ້​ແມ່ນ​ເຫດການ​ສຳຄັນ​ຂອງ​ສອງ​ປະ​ເທດ. VUFO ​ແລະ ສະມາຄົມ​ມິດຕະພາບ​ຫວຽດນາມ - ມາ​ເລ​ເຊຍ ຫວັງ​ວ່າ​ຈະໄດ້ຮ່ວມມືກັນ​ຢ່າງ​ແໜ້ນ​ແຟ້ນກັບ​ສະຖານທູດ​ເພື່ອ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມສະຫຼອງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.