ມະ​ຫາ​ວິ​ທະ​ຍາ​ໄລ​ທິດ​ຕາ​ເວັນ​ອອກ Naples (​ອີ​ຕາ​ລີ) ໄດ້​ເລືອກ​ເອົາ​ພາ​ສາ ຫວຽດ​ ແມ່ນ​ພາ​ສາ​ຮຽນ​ທາງ​ການ

10:12 | 24/03/2023

ຍ​ສ​ໝ - ຕາມ​ທ່ານ​ ສາດ​ສະ​ດາ​ຈານ Pietro Masina ແລ້ວ, ນັກ​ສຶກ​ສາ​ຮຽນ​ຢູ່​ມະ​ຫາ​ວິ​ທ​ະ​ຍາ​ໄລ ອາດ​ຈະ​ຄົ້ນ​ຄ້​ວາ​ລົງ​ເລິກ​ກ່ຽວ​ກັບ ຫວຽດ​ນາມ ຜ່ານ​ການ​ຮຽນ​ພາ​ສາຫວຽດ ໃນ 5 ປີ, ຄຽງຄູ່ກັບ​​ໂຄງ​ການ​ສິດ​ສອນ​ກ່ຽວ​ກັບ​ມະ​ນຸດ​ສາດ ຫຼື ​ວິ​ທະ​ຍາ​ສາດ​ການ​ເມືອງ ແລະ ການ​ພົວ​ພັນ​ສາ​ກົນ. ມາ​ຮອດປັດຈຸບັນ, ນັບ​ທັງ​ໃນ​ບັນ​ດາຫຼັກ​ສູດ​ທົດ​ລອງ, ພາ​ສາ​ຫວຽດ ກໍ່ໄດ້​ຮັບ​ຄວາມ​ສົນ​ໃຈຂອງ​ນັກ​ສຶກ​ສາ​ຫຼາຍ​ທີ່​ສຸດ​.

ສ​ປ​ຊ ຮັບ​ຮອງ​ເອົາ​ເອ​ກະ​ສານ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ປະ​ຫ​ວັດ​ສາດ ປົກ​ປັກ​ຮັກ​ສາ ມະ​ຫາ​ສະ​ໝຸດ ສ​ປ​ຊ ຮັບ​ຮອງ​ເອົາ​ເອ​ກະ​ສານ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ປະ​ຫ​ວັດ​ສາດ ປົກ​ປັກ​ຮັກ​ສາ ມະ​ຫາ​ສະ​ໝຸດ
ແຂກ​ທ່ອງ​ທ່ຽວໄດ້​ເລືອກ​ເອົາ​ຫາດ​ຊາຍ ໝີ​ເຄ ຂອງ ຫວຽດ​ນາມ ເຂົ້າ​ໃນ Top ຫາດ​ຊາຍ​ງາມ​ທີ່​ສຸດ​ ອາ​ຊີ ແຂກ​ທ່ອງ​ທ່ຽວໄດ້​ເລືອກ​ເອົາ​ຫາດ​ຊາຍ ໝີ​ເຄ ຂອງ ຫວຽດ​ນາມ ເຂົ້າ​ໃນ Top ຫາດ​ຊາຍ​ງາມ​ທີ່​ສຸດ​ ອາ​ຊີ

ເພື່ອ​ສະ​ເຫຼີ​ມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ອີ​ຕາ​ລີ - ຫວຽດ​ນາມ, ມະ​ຫາ​ວິ​ທະ​ຍາ​ໄລ​ທິດ​ຕ​າ​ເວັນ​ອອກ Naples (​ອີ​ຕາ​ລີ) ໄດ້​ຕັດ​ສິນ​ໃຈ​ເລືອກ​ເອົາ​ພາ​ສາຫວຽດ​ແມ່ນ​ພາ​ສາ​ຮຽນ​ທາງ​ການ.

ຕາມ​ທ່ານ​ ສາດ​ສະ​ດາ​ຈານ Pietro Masina ແລ້ວ, ນັກ​ສຶກ​ສາ​ຮຽນ​ຢູ່​ມະ​ຫາ​ວິ​ທ​ະ​ຍາ​ໄລ ອາດ​ຈະ​ຄົ້ນ​ຄ້​ວາ​ລົງ​ເລິກ​ກ່ຽວ​ກັບ ຫວຽດ​ນາມ ຜ່ານ​ການ​ຮຽນ​ພາ​ສາຫວຽດ ໃນ 5 ປີ, ຄຽງຄູ່ກັບ​​ໂຄງ​ການ​ສິດ​ສອນ​ກ່ຽວ​ກັບ​ມະ​ນຸດ​ສາດ ຫຼື ​ວິ​ທະ​ຍາ​ສາດ​ການ​ເມືອງ ແລະ ການ​ພົວ​ພັນ​ສາ​ກົນ. ມາ​ຮອດປັດຈຸບັນ, ນັບ​ທັງ​ໃນ​ບັນ​ດາຫຼັກ​ສູດ​ທົດ​ລອງ, ພາ​ສາ​ຫວຽດ ກໍ່ໄດ້​ຮັບ​ຄວາມ​ສົນ​ໃຈຂອງ​ນັກ​ສຶກ​ສາ​ຫຼາຍ​ທີ່​ສຸດ​.

ມະ​ຫາ​ວິ​ທະ​ຍາ​ໄລ​ທິດ​ຕາ​ເວັນ​ອອກ Naples (​ອີ​ຕາ​ລີ) ໄດ້​ເລືອກ​ເອົາ​ພາ​ສາ ຫວຽດ​ແມ່ນ​ພາ​ສາ​ຮຽນ​ທາງ​ການ
ທ່ານ​ ສາດ​ສະ​ດາ​ຈານ Pietro Masina (ພາບ: TTXVN)

ໄປຄຽງ​ຄູ່​ກັນ​ນັ້ນ, ໂຮງ​ຮຽນ​ຍັງ​ຈັດ​ຕັ້ງ​ບັນ​ດາ​ເຫດ​ການ​ປະ​ຊາ​ຄົມ​ເພື່ອ​ແນ​ໃສ່​ແນະ​ນຳ​ວັດ​ທະ​ນະ​ທຳ, ອະ​ລິ​ຍະ​ທຳ ຫວຽດ​ນາມ ກັບ​ການ​ສົມ​ທົບ​ຂອງ​ກົງ​ສູນ​ກິ​ຕິ​ມະ​ສັກ ຫວຽດ​ນາມ ຢູ່ Naples.

ເລື່ອງ​ນຳ​ພາ​ສາຫວຽດ​ ເຂົ້າໃນ​ການ​ສິດ​ສອນ​ຢ່າງ​ເປັນ​ທາງ​ການ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ທິດ​ຕາ​ເວັນ​ອອກ Naples ໂດຍ ທ່ານ ສາດ​ສະ​ດາ​ຈານ Pietro Masina ແລະ ບັນ​ດາ​ຄູ່​ຮ່ວມ​ງານ ໄດ້ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໃນຫຼາຍ​ປີ​ຜ່ານ​ມາ. ທ່ານ​ຢັ້ງ​ຢືນ​ວ່າ ມະ​ຫາ​ວິ​ທະ​ຍາ​ໄລທິດ​ຕາ​ເວັວ​ນ​ອອກ Naples ພ້ອມ​ແລ້ວ​ທີ່​ຈະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດ​ທ​ະນາ​ການ​ພົວ​ພັນ​ສອງ​ຝ່າຍ​ອີ​ຕາ​ລີ - ຫວຽດ​ນາມ ເມື່ອ​ຕັດ​ສິນ​ໃຈ​ເລືອກ​ເອົາ​ພາ​ສາ​ຫວຽດ​ແມ່ນ​ວິ​ຊາ​ຮຽນທາງ​ການ.

ມີ​ນັກ​ສຶກ​ສາ ອີ​ຕາ​ລີ​ ຫຼາຍຄົນ ພາຍຫຼັງ​ຮຽນຈົບ​ພາ​ສາຫວຽດ ຢູ່ Naples ກໍ່ໄດ້​ຮັບ​ທຶນ​ການ​ສຶກ​ສາ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ທິດ​ຕ​າ​ເວັນ​ອອກ Naples ໂດຍການໄປຮຽນ​ພາ​ສາ​ຫວຽດ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຮາ​ໂນ້ຍ ຂອງ ຫວຽດ​ນ​ນາມ. ບັນ​ດາ​ຊົ່ວ​ໂມງ​ຮຽນ​ພາ​ສາ​ຫວຽດ ຢູ່​ອີ​ຕາ​ລີ ແລະ ຊຸມ​ວັນ​ດຳ​ລົງ​ຊີດ ແລະ ຮ່ຳ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ຮ່າ​ໂນ້ຍ ຈະ​ນຳ​ມາ​ເຊິ່ງ​ບົດ​ຮຽນ​ປະ​ສົບ​ການ​ອັນ​ລ້ຳ​ຄ່າ​ໃຫ້​ແກ່​ນັກ​ສຶກ​ສາ​ອີ​ຕາ​ລີ ຫຼາຍ​ຄົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.