ນັກ​ສຶກ​ສາ​ລາວ "3 ນຳກັນ" ກັບ​ພໍ່​ແມ່ ຫວຽດ​

05:00 | 20/03/2023

ຍ​ສ​ໝ - ນອກ​ຈາກ "3 ນຳກັນ"​ ກັບ​ຄອບ​ຄົວ ຫວຽດ​ນາມ, ບັນ​ດາ​ນັກ​ສຶກ​ສາລາວ ຍັງ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຄື: ໄວ້​ອາ​ໄລ​ສຸ​ສານ​ນັກ​ຮົບ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ແນະ​ນຳ​ພໍ່​ແມ່​ຫວຽດ ຟ້ອນ​ລຳ​ວົງ, ເຕັ້ນບາ​ສະລົບ, ເວົ້າ​ພາ​ສາ​ລາວ, ອອກ​ແຮງ​ງານ​ທຳ​ຄວາມ​ສະ​ອາດ​ຖະ​ໜົນ​ຫົນ​ທາງ.

ຫວຽດນາມ - ລາວ ເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນໃນວຽກງານໂຄສະນາສຶກສາ ຫວຽດນາມ - ລາວ ເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນໃນວຽກງານໂຄສະນາສຶກສາ
ໄວ​ໜຸ່ມ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ຂໍຂານ​ອາ​ສາ​ຂຽນ​ຕໍ່​ໜ້າ​ປະ​ຫວັດ​ສາດ​ໃໝ່​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ ໄວ​ໜຸ່ມ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ຂໍຂານ​ອາ​ສາ​ຂຽນ​ຕໍ່​ໜ້າ​ປະ​ຫວັດ​ສາດ​ໃໝ່​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ

ນັກ​ສຶກ​ສາ​ລາວ 162 ຄົ​ນ ພວມ​ຮ່ຳ​ຮຽນ​ຢູ່​ໂຮງ​ຮຽນ​ມິດ​ຕະ​ພາບ T78 (ຕາ​ແສງ ເທາະ​ລົກ, ເມືອງ​ຝຸ​ເທາະ, ຮ່າ​ໂນ້ຍ) ຈະ​ຢູ່​ນຳ​ກັນ, ດຳ​ລົງ​ຊີ​ວິດ​ນຳ​ກັນ ແລະ ຮ່ຳ​ຮຽນ​ນຳ​ກັນ​ ກັບ​ພໍ່​ແມ່, ອ້າຍ​ເອື້ອຍ​ນ້ອງ​ຊາວ​ຫວຽດ​ນາມ ເປັນເວລາ​ 20 ວັນ ນັບ​ແຕ່​ວັນ​ທີ 15 ມີ​ນາ ຫາ​ວັນ​ທີ 4 ເມ​ສາ ປີ 2023. ນີ້​ແມ່ນ​ໂຄງ​ການ​ທີ່​ແທດ​ຈິງ​ຂອງ​ໂຮງ​ຮຽນ​ມິດ​ຕະ​ພາບ T78 ປຸກ​ລະ​ດົມ​ໃນ​ວັນ​ທີ 15 ມີ​ນາ ພາຍຫຼັງ​ຢຸດ​ຊົ່ວ​ຄາວ​ 3 ປີຍ້ອນ​ຜົນ​ກະ​ທົບ​ຈາກ​ພະ​ຍາດ​ໂຄວິດ - 19.

ນອກ​ຈາກ "3ນຳ​ກັນ" ​ກັບ​ຄອບ​ຄົວຫວຽດ​ນາມ, ບັນ​ດາ​ນັກ​ສຶກ​ສາລາວ ຍັງ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຄື: ໄວ້​ອາ​ໄລ​ສຸ​ສານ​ນັກ​ຮົບ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ແນະ​ນຳ​ພໍ່​ແມ່​ຫວຽດ ຟ້ອນ​ລຳ​ວົງ, ເຕັ້ນບາ​ສະລົບ, ເວົ້າ​ພາ​ສາ​ລາວ, ອອກ​ແຮງ​ງານ​ທຳ​ຄວາມ​ສະ​ອາດ​ຖະ​ໜົນ​ຫົນ​ທາງ.

ນັກ​ສຶກ​ສາ​ລາວ
ນ້ອງໆ​ນັກ​ສຶກ​ສາ​ລາວ (ພາ​ບ: ແທັງ​ລວນ)

ທິບ​ພາ​ພອນ ນາມມະ​ວົງ (ອາ​ຍຸ 14 ປີ, ຫ້ອງ​ຮຽນ​ພາ​ສາຫວຽດ​ 4) ເວົ້າ​ວ່າ ​ເມື່ອ​ໄດ້​ຮັບ​ຂ່າວ, ນ້ອງ​ຮູ້​ສຶກ​ມັກຫຼາຍ, ທັງ​ລໍ​ຄອຍ​ທັງ​ຕື່ນ​ເຕັ້ນ, ຮູ້​ສຶກ​ກັງ​ວົນ​ອີກ. “ພາ​ສາ​ຫວຽດ ຂອງ​ນ້ອງ​ບໍ່​ໄດ້​ດີ​ປານ​ໃດ, ມີຫຼາຍ​ຄັ້ງ​ນ້ອງ​ບໍ່​ຮູ້​ວ່າ​ຈະ​ນຳ​ໃຊ້​ຄຳ​ສັບ​ຫຍັງ​ເພື່ອ​ພັນ​ລະ​ນາ. ນ້ອງ​ຫວັງ​ວ່າ​ໂອ​ກາດ​ທີ່​ໄດ້ດຳ​ລົງ​ຊີ​ວິດ​ພ້ອມ​ກັບ​ພໍ່​ແມ່​ຫວຽດ​ນາມ, ພາ​ສາ​ຫວຽດ ຂອງ​ນ້ອງ​ຈະ​ດີ​ຂຶ້ນ. ນ້ອງ​ກໍ່​ຈະ​ມີ​ຕື່ມ​ອີກ​ຄອບ​ຄົວໜຶ່ງ” ນ້ອງ​ທິບ​ພາ​ພອນ ນາມມະ​ວົງ​ແບ່ງ​ປັນ.

ສ່ວນ​ນ້ອງ ອາ​ນີ​ຊາ ແພງ​ຄຳ​ພຽນ (ອາ​ຍຸ 20 ປີ, ຫ້ອງ​ຮຽນ​ພາ​ສາຫວຽດ​ 5) ຫວັງ​ວ່າ ​ຈະສາມາດ​ຮຽນໄດ້ວິ​ທີ​ການ​ປຸງ​ແຕ່ງ​ເຍື່ອງ​ອາ​ຫານ​ຫວຽດ​ນາມ ບາງ​ເຍື່ອງ ນ້ອງ​ມັກ​ກິນ​​ອາ​ຫານ​ຄື: ບັ້ນ​ແຕ, ເຂົ້າ​ປຸ້ນ​ຊີ້ນ​ປິ້ງ… ອາ​ນີ​ຊາ ກໍ່​ພວມ​ກຽມ​ພ້ອມ​ວິ​ທີ​ການ​ປຸງ​ແຕ່ງ​ບາງ​ເຍື່ອງ​ອາ​ຫານ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ລາວ ຄື ລາ​ບ, ຕ່ຳ​ໝາກ​ຮຸ່ງ…ເພື່ອ​ເຊີນ​ພໍ່​ແມ່​ຄົນ​ຫວຽດ ຊິມ.

ທ່ານ ຄວັດ​ຮຶວ​ຄອຍ (ອາ​ຍຸ 58 ປີ, ນາຍບ້ານ ເບືອມ, ຕາ​ແສງ ເທາະ​ລົກ) ໃຫ້​ຮູ້​ວ່າ ປີ​ນີ້​ບ້ານ​ໄດ້​ຮັບ​ນັກ​ສຶກ​ສາ​ລາ​ວ 56 ຄົນກມາ​ດຳ​ລົງ​ຊີ​ວິດ​ພ້ອມ​ກັບ​ຄອບ​ຄົວ. ສ່ວນຫຼາຍ​ບັນ​ດາ​ຄອບ​ຄົວ​ໃນ​ບ້ານ​ໄດ້​ກະ​ກຽມ​ຫ້ອງນອນ​, ລົດ​ຖີບ​ໃຫ້​ແກ່ພວກ​ລູກ. ບັນ​ດາ​ຄອບ​ຄົວ​ໃນ​ບ້ານ​ຖື​ນ້ອງໆ​ນັກ​ສຶກ​ສາ​ຄື​ລູກຫຼານ​ໃນ​ເຮືອນ, ບໍ່​ພຽງ​ແຕ່​ເບິ່ງ​ແຍງ​ດູ​ແລ​ນ້ອງໆ​ໃນ​ການ​ກິນ, ການ​ຢູ່​ເທົ່າ​ນັ້ນ​ຫາກ​ຍັງ​ຊ່ວຍ​ເຫຼືອ​ໃຫ້​ນ້ອງໆ​ສາ​ມາດ​ເວົ້​າ​ພາ​ສາ​ຫວຽດ​ ໄດ້​ດີ, ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ຮີດຄອງ​ປະ​ເພ​ນີ, ວັດ​ທະ​ນະ​ທຳ​ໃນ​ຄອບ​ຄົວ, ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ດຳ​ລ​ງົ​ຊີ​ວິດ​ຂອງ​ຫວຽດ​ນາມ​ອີກ​ດ້ວຍ,​

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ມອບ​ຮັບ, ທ່ານ​ເລ​ຝຸ​ທັ້ງ, ອຳນວຍການ​ໂຮງ​ຮຽນ​ມິດ​ຕະ​ພາບ T78 ໃຫ້​ຮູ້​ວ່າ ນີ້​ແມ່ນ​ປີ​ທີ 6 ທີ່ຜັນ​ຂະ​ຫຍາຍໂຄງ​ການ​ນຳ​ນັກ​ສຶກ​ສາ​ລາວ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ​ຢູ່​ເຮືອນ​ຂອງ​ປະ​ຊາ​ຊົນ​ ແລະ ກໍ່​ແມ່ນ​ປີ​ທີ່​ມີ​ຈຳ​ນວນ​ນັກ​ສຶກ​ສາຫຼາຍ​ທີ່​ສຸ​ດ​ດ້ວຍ 162 ຄົນ.

ເວ​ລາ​ນັກ​ສຶກ​ສາ​ລາວ​ຢູ່​ເຮືອນ​ຂອງ​ປະ​ຊາ​ຊົນ​ພຽງ​ແຕ່ 15 – 20 ວັນ​ແຕ່​ມີ​ປະ​ສິດ​ທິ​ຜົນ​ ແລ​ະ ແທດ​ຈິງຫຼາຍ. ນ້ອງໆ​ນັກ​ສຶກ​ສາ​ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​ແລ, ຊ່ວຍ​ເຫຼືອ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ, ພ້ອມ​ທັງ​ແນະ​ນຳ​ການ​ຮຽນ​ຊ່ວຍ​ໃຫ້​ນ້ອງໆ​ມີ​ຄວາມ​ໝັ້ນ​ໃຈ, ສາ​ມາດ​ເວົ້າ​ພາ​ສາ​ຫວຽດ​ໄດ້​ດີ. ສ່ວນ​ການ​ດຳ​ລົງ​ຊີ​ວິດ​ພ້ອມ​ກັບ​ພໍ່​ແມ່​ຄົນ​ຫວຽດ ຊ່ວຍ​ໃຫ້​ນ້ອງໆ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຮີດຄອງ​ປະ​ເພ​ນີ, ວັດ​ທະ​ນະ​ທຳ​ຂອງ ຫວຽດ​ນາມ ພ້ອມ​ທັງ​ແມ່ນ​ໂອ​ກາດ​ເພື່ອ​ແນະ​ນຳ, ໂຄ​ສະ​ນາ​ວັດ​ທະ​ນະ​ທ​ລາວ. ທ່ານ ​ທັ້ງ ​ໃຫ້​ຮູ້​ວ່າ ທ່ານ​ກໍ່​ສະ​ແດງ​ຄວາມ​ຫວັງ​ວ່າ​ດ້ວຍ​ການ​ສະ​ໜັບ​ສະ​ໜູນ​ຂອງ​ອຳ​ນາດ​ການ​ປົກ​ຄອງ, ພໍ່​ແມ່​ປະ​ຊາ​ຊົນ, ໂຄງ​ການ​ຈະ​ກາຍ​ເປັນ​ການ​ເຄື່ອນ​ໄຫວ​ປະ​ຈຳ​ປີ​ຂອງ​ໂຮງ​ຮຽນ.

ໂດຍຕີ​ລາ​ຄາ​ສູງ​ຜົນ​ສຳ​ເລັດ​ຂອງ​ໂຄງ​ການ, ທ່ານ ຫງວຽນ​ຮູຍ​ຈຸງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ​ເທາະ​ລົກ ​ໄດ້​ສະ​ເໜີ​ບັນ​ດາ​ນາຍ​ບ້ານ, ໝູ່​ຄະ​ນະ​ຂັ້ນ​ຮາກ​ຖານ​ຢຶ້​ຢາມ​ຖ​າມ​ຂ່າວ, ລະ​ດົມ​ກຳ​ລັງ​ໃຈ​ບັນ​ດາ​ນັກ​ສຶກ​ສາ ແລະ ບັນ​ດາ​ຄອບ​ຄົວ​ຫວຽດຢ່າງ​ທັນ​ການ. ທ່ານ​ຫວັງ​ວ່າ​ ພໍ່​ແມ່​ປະ​ຊາ​ຊົນ​ຈະ​ຕັ້ງ​ໜ້າ​ຊີ້​ນຳ, ໃກ້​ຊິດ, ສົມ​ທົບ​ກັບ​ບັນ​ດາ​ຄູ​ອາ​ຈານ​ຮັບ​ປະ​ກັນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ນ້ອງໆ​ນັກ​ຮຽນ. ນ້ອງໆ​ນັກ​ສຶກ​ສາ​ກໍ່​ຕ້ອງ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ, ກ້າ​ຫານ​ໃນ​ການ​ສື່​ສານ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ເພື່ອ​ມີ​ຄວາມ​ສະ​ໜິດ​ຕິດ​ພັນ. ທ່ານ​ ຈຸງ ກໍ່​ຫວັງ​ວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ໂຮງ​ຮຽນ​ມິດ​ຕະ​ພາບ T78 ຈະເປີດ​ຫ້ອງ​ສອນ​ພາ​ສາ​ລາວ​ໃຫ້​ແກ່​ປະ​ຊາ​ຊົນ​ເພື່ອ​ສ້າງ​ຄວາມ​ສະ​ດວກ​ໃນ​ການ​ສື່​ສານ​ກັບ​ນ້ອງໆ​ນັກ​ສຶກ​ສາ​ລາວ.

ບຸນ​ຄົງ

302 Found

Found

The document has moved here.