ສະຖານທູດ ຫວຽດນາມ ອວຍພອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ

00:17 | 21/03/2023

ຍສໝ - ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຫງວຽນ​ບ໋າ​ຮຸ່ງ ​ເນັ້ນ​ໜັກ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖືເປັນສຳຄັນ ​ແລະ ຢຶດໝັ້ນໃນ​ການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ.

ທ່ານຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາ ຕ້ອນຮັບຄະນະຜູ້ແທນຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ທ່ານຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາ ຕ້ອນຮັບຄະນະຜູ້ແທນຄະນະຊາວໜຸ່ມປະຊາຊົນປະຕິວັດລາວ
ກອງປະຊຸມແຈ້ງຜົນສໍາເລັດກອງປະຊຸມໃຫ່ຍຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ກອງປະຊຸມແຈ້ງຜົນສໍາເລັດກອງປະຊຸມໃຫ່ຍຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ

ຕອນບ່າຍວັນທີ 17 ມີນາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ ໄດ້ນຳພາ​ຄະນະ​ຜູ້​ແທນ​ສະຖານທູດ ຫວຽດນາມ ປະຈຳ ລາວ ໄປຍັງສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ ເພື່ອສະແດງຄວາມຊົມເຊີຍຕໍ່ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ (22/3/1955 - 22/3/2023).

ສະຖານທູດ ຫວຽດນາມ ອວຍພອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ ມອບ ຊໍ່ດອກໄມ້ໃຫ້ ສະຫາຍ ທອງສະຫວັນ ພົມວິຫານ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ (ພາບ: TTXVN)

ທີ່​ການ​ພົບ​ປະ​ກັບ ສະຫາຍ ທອງ​ສະຫວັນ ພົມວິຫານ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກປະຊາຊົນປະຕິວັດລາວ ​ແລະ ​ບັນດາການ​ນຳຂອງ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກປະຊາຊົນປະຕິວັດ​ລາວ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ບ໋າ​ຮຸ່ງ ​ໄດ້​ຕາງໜ້າ​ໃຫ້ຄະນະ​ຜູ້​ແທນ ​ມອບ​ຊໍ່​ດອກ​ໄມ້ເພື່ອ​ອວຍ​ພອນ ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ພັກ​​ປະຊາຊົນ​ປະຕິວັດລາວ ຄົບຮອບ 68 ປີ.

ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ເນັ້ນໜັກວ່າ ຫວຽດນາມ ມີຄວາມສະເໝີຕົ້ນສະໝີປາຍ ຍາມໃດກໍ່ເຄົາລົບນັບຖື ແລະ ຢຶດໝັ້ນໃນການຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນບ໊າຮຸ່ງ ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ນຳ​ພາ​ອັນ​ສະ​ຫລາດສ່ອງໃສ ​ຂອງ​ພັກປະ​ຊາ​ຊົນ​ປະຕິວັດລາວ, ປະ​ຊາ​ຊົນ​ລາວ​ຈະ​ສືບ​ຕໍ່​ບັນ​ລຸ​ບັນ​ດາ​ຜົນ​ງານ​ອັນ​ຍິ່ງ​ໃຫຍ່​ໃນ​ການ​ສ້າງສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ.

ສ່ວນ ສະຫາຍ ທອງສະຫວັນ ພົມວິຫານ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ຢັ້ງຢືນວ່າ ໃນໄລຍະຈະມາເຖິງ, ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ຈະສືບຕໍ່ສົມທົບກັບສະຖານທູດຫວຽດນາມ ຢ່າງແໜ້ນແຟ້ນ, ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ ໃຫ້ນັບມື້ນັບມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງມາໃຫ້ປະຊາຊົນສອງປະເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.