ແນະນຳ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ​ແລະ ທ່າ​ໄດ້​ປຽບ​ຂອງ​​ຝຸ​ອຽນ ​ໃຫ້​ບັນດາ​ຄູ່​ຮ່ວມ​ມື​ຍີ່ປຸ່ນ

02:22 | 20/03/2023

ຍ​ສ​ໝ - ທ່ານ​ເລຂາຄະ​ນະ​ພັກ​ແຂວງ ໄດ້​ເປັນ​ກຽດ​ເຊື້ອ​ເຊີນ​ບັນ​ດານັກ​ສະຖາປະນິກ ຍີ່ປຸ່ນ ມາຝູ​ອຽນ ເພື່ອໜູນ​ຊ່ວຍ, ​ໃຫ້​ຄຳແນະນຳ ​ແລະ ຮ່ວມ​ມື ​ເພື່ອ​ໃຫ້​ແຂວງ​ມີ​ບັນດາສະ​ຖາ​ປັດ​ຕະ​ຍາ​ກຳ​ທີ່​ສວຍງາມ​ກ່​ວາ​ອີກ, ບັນ​ລຸລະ​ດັບ​ສາ​ກົນ, ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ການທ່ອງທ່ຽວ ​ ຝຸ​ອຽນ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ ຫວຽດນາມ ​ແລະ EU ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ ຫວຽດນາມ ​ແລະ EU
ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​ແລະ ອີຣານ ຍັງ​ຄົງ​ມີຫຼາຍຄວາມ​ໝັ້ນ​ໝາຍ ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​ແລະ ອີຣານ ຍັງ​ຄົງ​ມີຫຼາຍຄວາມ​ໝັ້ນ​ໝາຍ

ວັນ​ທີ 15 ມີນາ​ນີ້, ​ໃນ​ໄລຍະ​ຢ້ຽມຢາມ​ຍີ່ປຸ່ນ, ຄະນະ​ຜູ້​ແທນ​ແຂວງ ຝຸ​ອຽນ ນຳ​ໂດຍ​ ສະຫາຍ ຟ້າ​ມດ້າຍ​ເ​ຢືອງ, ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ແຂວງ, ຫົວໜ້າ​ຄະນ​ະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ຝຸ​ອຽນ ໄດ້​ພົບ​ປະກັບສະມາຄົມສະຖາປັດຕະຍະກໍາ ນະຄອນເຂດ Kansai.

ທີ່ການພົບປະ, ສະຫາຍ ຟ້າ​ມດ້າຍ​ເ​ຢືອງ ໄດ້ແນະນຳບາງສະຖາປັດຕະຍະກຳທີ່ເປັນສັນຍາລັກການ​ທ່ອງ​ທ່ຽວຂອງແຂວງ ແລະ ນະຄອນ ຕຸຍ​ຮ່​ວາ ໃຫ້ແກ່ສະມາຄົມສະຖາປະນິກເຂດ Kansai ແລະ ເນັ້ນໜັກເຖິງຈຸດພົ້ນເດັ່ນຂອງນະຄອນ ຕຸຍ​ຮ່​ວາ, ນັ້​ນແມ່ນ​ນະ​ຄອນສະອາດ, ແສງສະຫວ່າງ ແລະ ໜຸ່ມ, ມີ​ການ​ປ່ຽນ​ແປງ​ໃໝ່, ພ້ອມ​ກັນ​ນັ້ນ ກໍ່ສະ​ແດງ​ຄວາມ​ຫວັງ​ຢາກ​ໃຫ້ສະ​ມາ​ຄົມ​ມີ​ຄວາ​ມ​ເອົາ​ໃຈ​ໃສ່, ໃຫ້​ຄຳ​ປຶກ​ສາ, ໜູນ​ຊ່ວຍເພື່ອ​ໃຫ້​ສະຖາປັດຕະຍະກຳ ​ຫໍງິງ​ຟອງ ນະຄອນ ຕຸຍ​ຮ່​ວາ ໄດ້​ເຂົ້າ​ຮ່ວມຊິງ​ລາງວັນ​ສະຖາປັດຕະຍະ​ກຳ​ອາຊີ 2023, ​ເພາະວ່າ​ນີ້​ແມ່ນ​ລາງວັນ​ທີ່​ມີ​ຜົນ​ສະທ້ອນ, ຜົນ​ກະ​ທົບເຖິງ​ການ​ພັດທະນາເສດຖະກິດ-ສັງຄົມ, ພື້ນຖານໂຄງລ່າງທ້ອງຖິ່ນ ຖ້າໄດ້​ຮັບ​ການ​ເຊີດ​ຊູ.

ແນະນຳ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ​ແລະ ທ່າ​ໄດ້​ປຽບ​ຂອງ​​ຝຸ​ອຽນ ​ໃຫ້​ບັນດາ​ຄູ່​ຮ່ວມ​ມື​ຍີ່ປຸ່ນ
ຄະ​ນະ​ປະ​ຕິ​ບັດ​ງານ​ແຂວງ​ຝຸ​ອຽນ​ຖ່າຍ​ຮູບ​ກັບ​ການ​ນຳ​ແຂວງ Wakayama (ພາບ: CTV)

ສະຫາຍເລຂາຄະ​ນະ​ພັກ​ແຂວງ ໄດ້​ເປັນ​ກຽດ​ເຊື້ອ​ເຊີນ​ບັນ​ດານັກ​ສະຖາປະນິກ ຍີ່ປຸ່ນ ມາຝູ​ອຽນ ເພື່ອໜູນ​ຊ່ວຍ, ​ໃຫ້​ຄຳແນະນຳ ​ແລະ ຮ່ວມ​ມື ​ເພື່ອ​ໃຫ້​ແຂວງ​ມີ​ບັນດາສະ​ຖາ​ປັດ​ຕະ​ຍາ​ກຳ​ທີ່​ສວຍ​ງາມ​ກ່​ວາ​ອີກ, ບັນ​ລຸລະ​ດັບ​ສາ​ກົນ, ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ການທ່ອງທ່ຽວ ​ ຝຸ​ອຽນ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຄະນະປະ​ຕິ​ບັດ​ງານ​ແຂວງ ຝຸ​ອຽນ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ສະຖານ​ກົງສຸນ​ໃຫຍ່ຫວຽດນາມ ປະຈຳ​ແຂວງ Osaka. ສະຫາຍ​ເລ​ຂາຄະ​ນະ​ພັກ​ແຂວງ ຟ້າມ​ດ້າຍ​ເຢືອງ ປາດ​ຖະ​ໜາ​ວ່າ ສະ​ຖານ​ກົງ​ສູນ​ໃຫຍ່​ຫວຽດ​ນາມ ປະ​ຈຳ​ແຂວງ Osaka ເອົ​າ​ໃຈ​ໃສ່​ເຖິງ​ການ​ໜູນ​ຊ່ວຍແຂວງ​ຝຸ​ອຽນ ປະ​ຕິ​ບັດ​ສຳ​ເລັດ​ຈຸດ​ປະ​ສົງ​ຂອງ​ການ​ຢ້ຽມ​ຢາມແມ່ນ​ການ​ເຊື່ອມ​ໂຍງ, ຊຸກ​ຍູ້​ການ​ພົວ​ພັນ​ ແລະ ມຸ່ງ​ໄປ​ເຖິງ​ການ​ຮ່ວມ​ມື​ລົງ​ທຶນ​ກັບ​ວິ​ສາ​ຫະ​ກິດ ຍີ່​ປຸ່ນ, ອົງການຈັດຕັ້ງ ແລະ ຫົວໜ່ວຍພັດທະນາຂອງ​ຍີ່​ປຸ່ນ ເພື່ອ​ນຳ​ແຂວງພັດ​ທະ​ນາ​ຂຶ້ນ.

ກ່ອນ​ໜ້າ​ນີ້, ຄະນະ​ຜູ້​ແທນ​ແຂວງ ​ຝຸ​ອຽນ ​ໄດ້​ສົມທົບ​ກັບ​ແຂວງ Wakayama (ຍີ່ປຸ່ນ) ຈັດ​ຕັ້ງ​ກອງ​ປະຊຸມ​ຊຸກຍູ້​ການ​ລົງທຶນ​ດ້ານ​ກະສິກຳ, ສິ​ນ​ໃນ​ນ້ຳ ​ແລະ ການທ່ອງ​ທ່ຽວ​ຢູ່ ຝຸ​ອຽນ ຢູ່​ເຂດ Kansai ຂອງ​ຍີ່ປຸ່ນ. ເຂົ້າຮ່ວມກອງປະຊຸມມີທ່ານກົງສຸນໃຫຍ່ຫວຽດນາມ ປະຈໍາ Osaka ໂງ​ຈິງ​ຮ່າ; ການ​ນຳອຳ​ນາດ​ການ​ປົກ​ຄອງ, ກົມ​ກອງ, ຄະ​ນະ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ, ສະມາຄົມ​ນັກທຸລະກິດ​ຍີ່ປຸ່ນ - ຫວຽດນາມ ຢູ່ເຂດ Kansai, ບັນດາ​ອົງການ, ວິ​ສາ​ຫະກິດ​ແຂວງ Wakayama ​ແລະ ຍີ່ປຸ່ນ; ບັນ​ດາ​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ, ສູນຝຶກອົບຮົມພາສາຍີ່ປຸ່ນ.

ທີ່​ກອງ​ປະ​ຊຸມ, ສະ​ຫາຍ ຟ້າມ​ດ້າຍ​ເຢືອງ ໄດ້​ແນະ​ນຳ​ສະ​ພາບ​ການ, ຈຸດພິເສດ, ທີ່​ຕັ້ງ​ພູມ​ສາດ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ທ່າ​ໄດ້​ປຽບ​ຂອງ​ແຂວງ ຝຸອຽນ. ຕາມ​ນັ້ນ​ແລ້ວ, ຝຸ​ອຽນ​ມີ​ຈຸດ​ຄ້າຍຄື​ກັນ​ຫຼາຍ​ຢ່າງ​ກັບ​ແຂວງ Wakayama ຄື ​ຕັ້ງ​ຢູ່​ລຽບ​ແຄມ​ຝັ່ງ​ທະ​ເລ, ມີ​ຊື່​ສຽງ​ກ່ຽວ​ກັບ​ໝາກ​ໄມ້ ແລະ ປ່າ, ມີ​ທ່າ​ກຳ​ປັ່ນ​ທະ​ເລ…ກອງ​ປະຊຸມ​ແມ່ນ​ໂອກາດ​ເພື່ອ​ໃຫ້ ຝຸ​ອຽນ ​ໄດ້​ພົບ​ປະ​ແລກປ່ຽນ​ກັບ​ບັນດາກຸ່ມ​ບໍ​ລິ​ສັດ, ​ວິ​ສາ​ຫະກິດ, ນັກ​ລົງທຶນຍີ່ປຸ່ນ ເຊິ່ງ​ແມ່ນບັນດາ​ຄູ່​ຮ່ວມ​ມື​ທີ່​ມີ​ຄ​ວາມ​ສາ​ມາດ​ບົ່ມ​ຊ້ອນ ​ຍາມ​ໃດ​ກໍ່​ມີຄວາມເອົາ​ໃຈ​ໃສ່, ສະໜັບສະໜູນ ​ແລະ ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ຫວຽດນາມ ເວົ້າ​ລວມ ​ແລະ ຂອງ​ແຂວງ ຝຸ​ອຽນ ​ເວົ້າ​ສະ​ເພາະ.

ກໍ່ທີ່ກອງປະຊຸມ, ການນຳບາງຂະ​ແໜງການ, ທ້ອງຖິ່ນ ແລະ ວິສາຫະກິດຂອງ 2 ແຂວງ ໄດ້ແນະນໍາ, ແລກ​ປ່ຽນກ່ຽວ​ກັ​ບຄວາມ​ສາ​ມາດ​ບົ່​ມ​ຊ້ອນ, ທ່າ​ແຮງຂອງທ້ອງຖິ່ນຕົນ ແລະ ມີການບັນທຶກເພື່ອຮ່ຳຮຽນ ແລະ ມຸ່ງ​ໄປ​ເຖິງການລົງທຶນ. ຫຼັງ​ຈາກ​ນັ້ນ​ ກໍ່ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ຜູ້ວ່າການ​ປົກຄອງ​ເມືອງ Wakazama. ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນຮ່ວມ​ມື​ນີ້ ​ເພື່ອ​ແນ​ໃສ່​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຍີ່ປຸ່ນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.