ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການຮ່ວມມືຫຼາຍຝ່າຍ ກັບໂປໂລຍ

14:41 | 17/03/2023

ຍສໝ - ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ບຸຍແທັງເຊີນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ໂປ​ໂລຍ Zbigniew Rau ​ໄດ້​ມາ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 16-17 ມີນາ ແລະ ​ໄດ້​ດຳ​ເນີນ​ການ​ເຈລະຈາ ​ກັບ ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ.

ປະຊາຄົມຊາວຫວຽດນາມ ຢູ່ ໂປໂລຍ ສະເຫຼີມສະຫຼອງ 68 ປີແຫ່ງວັນປົດປ່ອຍນະຄອນຫຼວງ ປະຊາຄົມຊາວຫວຽດນາມ ຢູ່ ໂປໂລຍ ສະເຫຼີມສະຫຼອງ 68 ປີແຫ່ງວັນປົດປ່ອຍນະຄອນຫຼວງ
ຫວຽດນາມ ໄດ້ຮັບວັກຊີນກັນໂຄວິດ -19 ຫຼາຍກວ່າ 501.000 ໂດສ ໂດຍປະເທດໂປໂລຍອຸປະຖຳ ຫວຽດນາມ ໄດ້ຮັບວັກຊີນກັນໂຄວິດ -19 ຫຼາຍກວ່າ 501.000 ໂດສ ໂດຍປະເທດໂປໂລຍອຸປະຖຳ

ໃນຕອນບ່າຍວັນທີ 16 ມີນາ, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ໂປໂລຍ Zbigniew Rau ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 16 - 17 ມີນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ສ້າງພື້ນຖານເພື່ອຊຸກຍູ້ ແລະ ເປີດກວ້າງການຮ່ວມມືສອງຝ່າຍໃນທຸກຂົງເຂດ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ໂປໂລຍ ຈະສ້າງເງື່ອນໄຂສະດວກໃຫ້ຜະລິດຕະພັນຕ່າງໆຂອງ ຫວຽດນາມ ໄດ້ຈຳໜ່າຍຢູ່ຕະຫຼາດ ໂປໂລຍ ຫຼາຍກວ່າອີກ; ສົ່ງເສີມວິສາຫະກິດ ໂປໂປຍ ຍູ້ແຮງການລົງທຶນໃນຂົງເຂດການຢາ, ປຸງແຕ່ງອາຫານ, ອຸດສາຫະກຳປຸງແຕ່ງ… ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ ໂປໂລຍ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ໂດຍໄວ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການລົງທຶນຢ່າງສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງສອງປະເທດ.

ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການຮ່ວມມືຫຼາຍຝ່າຍ ກັບໂປໂລຍ

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ແລະ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ໂປ​ໂລຍ Zbigniew Rau. (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຫວຽດນາມ ແລະ ລັດຖະມົນຕີການຕ່າງປະເທດ ໂປໂລຍ ກໍເຫັນດີເປັນເອກະພາບນຳກັນວ່າ ສອງປະເທດຕ້ອງເພີ່ມທະວີການຮ່ວມມືໃນເວທີປາໄສຫຼາຍຝ່າຍ ແລະ ພາກພື້ນ. ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ສິດເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ ກໍຄື ແກ້ໄຂຂໍ້ຂັດແຍ້ງໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ.

ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ບຸຍແທັງເຊີນ ​ໄດ້​ໃຫ້ການ​ຕ້ອນຮັບ ​ແລະ ​ເຮັດ​ວຽກ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ໂປ​ໂລຍ. ທ່ານ​ລັດຖະມົນຕີ ບຸຍແທັງເຊີນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມຂອງທ່ານລັດຖະມົນຕີການຕ່າງປະເທດ ໂປໂລຍ Zbigniew Rau, ຖື​ວ່າ​ນີ້​ແມ່ນ​ຂີດ​ໝາຍ​ສຳຄັນ ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ ຫວຽດນາມ - ​ໂປ​ໂລຍ. ທ່ານ​ລັດຖະມົນຕີ ໄດ້​ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ​ໂປ​ໂລ​ຍ, ​ເປັນ​ຄູ່​ຮ່ວມ​ມື​ໝູ່ເພື່ອນແບບ​ດັ້ງ​ເດີມ​ຂອງ ຫວຽດນາມ ຢູ່​ພາກພື້ນເອີ​ລົບ​ຕາ​ເວັນ​ອອກ​ກາງ.

ໃນການພົບປະ, ສອງຝ່າຍ​ເຫັນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ແລະ ສາກົນ, ​ໃນ​ນັ້ນ​ມີ​ສະຫະ​ປະຊາ​ຊາດ, ASEM ​ແລະ ອາ​ຊຽນ - EU...

ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການຮ່ວມມືຫຼາຍຝ່າຍ ກັບໂປໂລຍ
ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ບຸຍແທັງເຊີນ ແລະ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ໂປ​ໂລຍ Zbigniew Rau. (ພາບ: TTXVN)

ສອງຝ່າຍ​ໄດ້​ຕີ​ລາຄາ​ສູງ​ວ່າ ໃນປະຈຸ​ບັນ ​ໂປ​ແລນ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ອັນ​ດັບ 1 ຂອງ ຫວຽດນາມ ຢູ່​ເອີ​ລົບ​ຕາ​ເວັນ​ອອກ​ກາງ ​ແລະ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ 4 ຂອງ ​ໂປ​ໂລ​ຍ ຢູ່ ອາຊີ.

ລັດຖະມົນຕີສອງທ່ານ ​ກໍ່​ເຫັນ​ດີ​ເປັນ​ເອກະ​ພາບ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ສຶກສາ - ບຳລຸງ​ສ້າງ, ກະສິກຳ, ຊັບພະຍາກອນ​ທຳ​ມະ​ຊາດ - ສິ່ງ​ແວດ​ລ້ອມ, ວັດທະນະທຳ, ທ່ອງ​ທ່ຽວ, ສາທາລະນະ​ສຸກ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ​ແລະ ການອອກແຮງງານ...

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ລັດຖະມົນຕີ ບຸຍແທັງເຊີນ ​ໄດ້​ຂອບ​ອົກ​ຂອບ​ໃຈ​ລັດຖະບານ ​ແລະ ປະຊາຊົນ ​ໂປ​ໂລຍ ທີ່​ໄດ້​ມອບ​ຢາ​ວັກ​ຊີນ​ເກືອບ 1,4 ລ້ານ​ໂດ​ລາ ​ແລະ ​ເຄື່ອງ​ອຸປະກອນ​ການ​ແພດ 8 ​ໂຕນ ​ໂດຍ​ມີ​ມູນ​ຄ່າ​ປະມານ 4 ລ້ານ USD ​ໃຫ້ ຫວຽດນາມ ​ເພື່ອ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19. ສອງຝ່າຍ​ກໍ່​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ລະຫວ່າງ​ ສະຖາບັນ​ການຕ່າງປະເທດຫວຽດນາມ ​ແລະ ສະຖາບັນ​ການຕ່າງປະເທດ​ໂປ​ໂລຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.