ໄຊຊະນະໃນວັນທີ 30 ເມສາ 1975 ແມ່ນໄຊຊະນະລວມຂອງ 3 ປະເທດ ຫວຽດນາມ - ລາວ - ກໍາປູເຈຍ

22:00 | 03/05/2025

ຍສໝ - ສິ່ງສຳຄັນທີ່ພາໄປເຖິງໄຊຊະນະໃນວັນທີ 30 ເມສາ 1975 ແມ່ນມີການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ສືບທອດພາລະກິດຂອງປະທານໂຮ່ຈີມິນ, ນຳການປະຕິວັດຫວຽດນາມ ຍາດເອົາໄຊຊະນະ. ໄຊຊະນະໃນວັນທີ 30 ເມສາ 1975 ຍັງໄດ້ສະແດງໃຫ້ເຫັນນ້ຳໃຈສາມັກຄີ ແລະການຮ່ວມສໍາພັນສູ້ຮົບລະຫວ່າງ 3 ປະເທດອິນດູຈີນ, ໄດ້ຮັບການສະໜັບສະໜູນຈາກປະຊາຊົນທີ່ຮັກຫອມສັນຕິພາບໃນທົ່ວໂລກ

ຄະນະຜູ້ແທນຂັ້ນສູງລາວ ແລະກຳປູເຈຍ ຈະໄປຮອດຫວຽດນາມ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງໃນວັນທີ 30 ເມສາ ຄະນະຜູ້ແທນຂັ້ນສູງລາວ ແລະກຳປູເຈຍ ຈະໄປຮອດຫວຽດນາມ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງໃນວັນທີ 30 ເມສາ
ວັນທີ 30 ເມສາ ໃນຄວາມຊົງຈຳຂອງເພື່ອນມິດສາກົນ ວັນທີ 30 ເມສາ ໃນຄວາມຊົງຈຳຂອງເພື່ອນມິດສາກົນ

ໄຊຊະນະໃນວັນທີ 30 ເມສາ ປີ 1975 ຂອງກອງທັບ ແລະປະຊາຊົນຫວຽດນາມ ແມ່ນໄຊຊະນະອັນໃຫຍ່ຫຼວງ ຂອງການປະຕິວັດຫວຽດນາມ, ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ນີ້ກໍ່ແມ່ນໄຊຊະນະລວມຂອງສາມປະເທດອິນດູຈີນ ຫວຽດນາມ-ລາວ-ກຳປູເຈຍ. ນັ້ນແມ່ນຄຳຢັ້ງຢືນຂອງທ່ານພົນໂທ ແສງນວນ ໄຊຍະລາດ, ປະທານສະຫະພັນນັກຮົບເກົ່າລາວ.

ທ່ານພົນໂທ ແສງນວນ ໄຊຍະລາດ ເນັ້ນໜັກວ່າ ໄຊຊະນະໃນວັນທີ 30 ເມສາ ປີ 1975 ແມ່ນໄຊຊະນະລວມຂອງສາມປະເທດ ຫວຽດນາມ - ລາວ - ກໍາປູເຈຍ, ແມ່ນໄຊຊະນະແຫ່ງຄວາມສາມັກຄີ ແລະຮ່ວມສໍາພັນສູ້ຮົບຂອງສາມປະເທດອິນດູຈີນ, ແມ່ນປະຖົມປັດໄຈ ເພື່ອໃຫ້ປະເທດລາວ ລຸກຮືຂຶ້ນຍຶດອຳນາດການປົກຄອງ.

ຕາມທ່ານພົນໂທ ແສງນວນ ໄຊຍະລາດ ແລ້ວ, ສິ່ງສຳຄັນພາໄປເຖິງໄຊຊະນະໃນວັນທີ 30 ເມສາ ປີ 1975 ແມ່ນມີການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ສືບທອດພາລະກິດຂອງປະທານໂຮ່ຈີມິນ, ນຳການປະຕິວັດຫວຽດນາມ ຍາດເອົາໄຊຊະນະ. ໄຊຊະນະໃນວັນທີ 30 ເມສາ ປີ 1975 ຍັງໄດ້ສະແດງໃຫ້ເຫັນນ້ຳໃຈສາມັກຄີ ແລະການຮ່ວມສໍາພັນສູ້ຮົບລະຫວ່າງ 3 ປະເທດອິນດູຈີນ, ໄດ້ຮັບການສະໜັບສະໜູນຈາກປະຊາຊົນທີ່ຮັກຫອມສັນຕິພາບໃນທົ່ວໂລກ. ໄຊຊະນະໃນວັນທີ 30 ເມສາ ປີ 1975 ແມ່ນໄຊຊະນະດ້ານວີທີການຍຸດທະສາດ, ການທະຫານ ແລະການເມືອງ, ສະແດງໃຫ້ເຫັນບົດບາດອັນໃຫຍ່ຫຼວງຂອງກອງທັບ ແລະປະຊາຊົນຫວຽດນາມ.

ໄຊຊະນະໃນວັນທີ 30 ເມສາ 1975 ແມ່ນໄຊຊະນະລວມຂອງ 3 ປະເທດ ຫວຽດນາມ - ລາວ - ກໍາປູເຈຍ
ທ່ານພົນໂທ ແສງນວນ ໄຊຍະລາດ, ປະທານສະຫະພັນນັກຮົບເກົ່າລາວ. ພາບ: TTXVN

ໃນຖານະເປັນປະທານສະຫະພັນນັກຮົບເກົ່າລາວ, ທ່ານພົນໂທ ແສງນວນ ໄຊຍະລາດ ໃຫ້ຮູ້ວ່າ: ທ່ານເຂົ້າໃຈຢ່າງຈະແຈ້ງກ່ຽວກັບບົດບາດ, ຄວາມຮັບຜິດຊອບຂອງຕົນໃນການສຶກສາຄົນລຸ້ນຫຼັງມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະຖືກຕ້ອງກ່ຽວກັບການຕໍ່ສູ້ອັນພິລະອາດຫານຂອງກອງທັບ ແລະປະຊາຊົນລາວໃນເມື່ອກ່ອນ; ເຂົ້າໃຈວ່າ ເພື່ອໃຫ້ການປະຕິວັດລາວ ຍາດໄດ້ໄຊຊະນະອັນໃຫຍ່ຫຼວງແມ່ນຍ້ອນມີການຊ່ວຍເຫຼືອຂອງພັກກອມມູນິດຫວຽດນາມ, ພິເສດແມ່ນທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ໄດ້ປະກອບສ່ວນອັນໃຫຍ່ຫຼວງ, ຊ່ວຍໃຫ້ການປະຕິວັດລາວ ຍາດໄດ້ໄຊຊະນະຢ່າງສົມບູນ.

ໃນຂະນະນັ້ນ, ຕາມທ່ານພັນເອກ ແກ້ວສຸວັນ ຜາງພິລາວົງ, ຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບລາວ ແລ້ວ, ໄຊຊະນະໃນວັນທີ 30 ເມສາ ປີ 1975 ແມ່ນການສົມທົບລະຫວ່າງສິລະປະການທະຫານ ແລະການທູດຢ່າງມີຄວາມໄຫວພິບ, ຍາດແຍ່ງເອົາກຳລັງແຮງຂອງຊາດ ແລະກຳລັງແຮງຂອງຍຸກສະໄໝ.

ໃນໄລຍະປະຈຸບັນ, ເພື່ອບັນລຸໄດ້ໝາກຜົນໃຫຍ່ຫຼວງກວ່າອີກໃນການປະຕິບັດສອງໜ້າທີ່ຍຸດທະສາດແມ່ນປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດຂອງສອງປະເທດ, ສອງພັກ, ສອງລັດ, ສອງກອງທັບ ແລະປະຊາຊົນສອງປະເທດຫວຽດນາມ - ລາວ ຕ້ອງປົກປັກຮັກສາ ແລະພັດທະນາສາຍພົວພັນແບບພິເສດຫວຽດນາມ - ລາວ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ໝັ້ນຄົງຕະຫຼອດໄປ.

ທ່ານພັນເອກ ແກ້ວສຸວັນ ຜາງພິລາວົງ ໃຫ້ຮູ້ວ່າ ການນຳສອງພັກ, ສອງລັດ ຫວຽດນາມ-ລາວ ລ້ວນແຕ່ຢັ້ງຢືນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ ແມ່ນຜົນຂອງສາຍພົວພັນການຮ່ວມມື, ຄວາມສາມັກຄີໃນການຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະພັດທະນາປະເທດຊາດ. ນັ້ນແມ່ນໝາກຜົນພາວະວິໄສຂອງການເປີດກວ້າງການຮ່ວມມືກັບສາກົນ, ແມ່ນປັດໄຈເພື່ອຮັບປະກັນຄວາມສະຖຽນລະພາບ ແລະການພັດທະນາຂອງສອງຊາດຫວຽດນາມ - ລາວ.

50 ປີແຫ່ງການທ້ອນໂຮມປະເທດຊາດເປັນເອກະພາບ: ໄຊຊະນະ ວັນທີ 30 ເມສາ ແມ່ນແຫຼ່ງກຳລັງແຮງພັດທະນາຂອງຫວຽດນາມ 50 ປີແຫ່ງການທ້ອນໂຮມປະເທດຊາດເປັນເອກະພາບ: ໄຊຊະນະ ວັນທີ 30 ເມສາ ແມ່ນແຫຼ່ງກຳລັງແຮງພັດທະນາຂອງຫວຽດນາມ

ຍສໝ - ໄຊຊະນະວັນທີ 30 ເມສາ ແມ່ນແຫຼ່ງກຳລັງແຮງໃຫ້ແກ່ຫວຽດນາມ ພັດທະນາ. ນີ້ແມ່ນຂໍ້ສັງເກດຂອງທ່ານປະລິນຍາເອກ G. Weerasinghe ເລຂາທິການໃຫຍ່ພັກກອມມູນິດ ສີລັງກາ ກ່ອນການຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງການທ້ອນໂຮມປະເທດຊາດເປັນເອກະພາບ (30-4-1975 / 30-4-2025).

ຫວຽດນາມ - ກໍາປູເຈຍ - ລາວ ເພີ່ມພູນຄູນສ້າງໃຫ້ນ້ຳໃຈສາມັກຄີ, ມິດຕະພາບ ແລະການຮ່ວມມື ຫວຽດນາມ - ກໍາປູເຈຍ - ລາວ ເພີ່ມພູນຄູນສ້າງໃຫ້ນ້ຳໃຈສາມັກຄີ, ມິດຕະພາບ ແລະການຮ່ວມມື

ຍສໝ - ວັນທີ 11 ເມສາ, ຄະນະຊາວໜຸ່ມແຂວງອານຢາງ ໄດ້ຈັດຕັ້ງການພົບປະສັງສັນ ແລະມອບຂອງຂວັນໃຫ້ແກ່ນັກສຶກສາກຳປູເຈຍ ແລະ ລາວ ທີ່ພວມຮໍ່າຮຽນຢູ່ແຂວງອານຢາງ ພ້ອມກັບພະນັກງານຄະນະຊາວໜຸ່ມ, ຊາວເຜົ່າຂະແມ ເນື່ອງໃນໂອກາດບຸນເຕັດ Chol Chnăm Thmay ແລະບຸນປີໃໝ່ລາວ 2025.

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ