ທ່ານຮອງປະທານສະພາແຫ່ງຊາດ ເຈີ່ນແທັງເໝິນ ພົບປະກັບການນຳ IPU ແລະ ສະພາແຫ່ງຊາດ ລາວ | |
ຮ່ວມສາຍແມ່ນ້ຳຂອງ 2023: ຮັດແໜ້ນນ້ຳໃຈມິດຕະພາບລະຫວ່າງສາມປະເທດ ຫວຽດນາມ, ລາວ, ກຳປູເຈຍ |
ຕອນບ່າຍວັນທີ 14 ມີນາ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງແຄ໋ງຮ່ວາ ໄດ້ມີການໂອ້ລົມເຈລະຈາກັບຄະນະກຳມະການແນວລາວສ້າງຊາດ ແຂວງຈຳປາສັກ ລາວ. ເຂົ້າຮ່ວມ ແລະ ເປັນປະທານຮ່ວມຂອງກອງປະຊຸມມີ ທ່ານ ເຈີ່ນງອກແທັງ, ກຳມະການຄະນະປະຈຳຄະນະພັກແຂວງ, ປະທານຄະນະກຳມະການແນວໂຮມປະເທດຊາດ ແຂວງ ແຄ໋ງຮ່ວາ ແລະ ທ່ານ ນາງ ວາດສະໜາ ສີລິມາ ກຳມະການປະຈຳຄະນະປະຈຳພັກແຂວງ, ປະທານຄະນະກຳມະການແນວລາວສ້າງຊາດແຂວງ ຈຳປາສັກ ພ້ອມດ້ວຍຄະນະປະຕິບັດງານຄະນະກໍາມະການແນວລາວສ້າງຊາດ, ພະແນກການຕ່າງແຂວງ ແລະ ສະມາຄົມຊາວຫວຽດນາມອາໄສຢູ່ ແຂວງຈໍາປາສັກ.
![]() |
ການໂອ້ລົມເຈລະຈາລະຫວ່າງສອງຝ່າຍ (ພາບ: daidoanket.vn) |
ການໂອ້ລົມເຈລະຈາໄດ້ດຳເນີນໄປໃນທ່າມກາງບັນຍາກາດແຫ່ງນ້ຳໃຈຄວາມຮັກແພງ ແລະ ມິດຕະພາບ, ບັນດາບັນຫາໄດ້ປຶກສາຫາລືຢ່າງເລິກເຊິ່ງກວ້າງຂວາງ ແລະ ແທດຈິງທີ່ສຸດ. ການນຳສອງແຂວງໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການເສດຖະກິດ - ສັງຄົມຂອງສອງແຂວງ, ການພົວພັນຮ່ວມມືໃນໄລຍະຜ່ານມາ, ການກຳນົດທິດພັດທະນາໃນໄລຍະຈະມາເຖິງ. ທ່ານເຈິ່ນງອກແທັງ ໄດ້ຕາງໜ້າການນຳແຂວງ ແຄ໊ງຮ່ວາ ແຈ້ງໃຫ້ຊາຍກ່ຽວກັບຈຸດພິເສດຂອງສະພາບການ, ຜົນງານທີ່ພົ້ນເດັ່ນຂອງແຂວງ ແຄ໋ງຮ່ວາ ແລະ ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ໃນຊຸມປີມໍ່ໆມານີ້.
ແນວໂຮມປະເທດຊາດທຸກຂັ້ນ ແລະ ບັນດາອົງການຈັດຕັ້ງສະມາຊິກໄດ້ເສີມຂະຫຍາຍບົດບາດຂອງຕົນໃນການຕິດຕາມກວດກາ ແລະ ສັງເກດຕີລາຄາສັງຄົມ, ເຂົ້າຮ່ວມການກໍ່ສ້າງພັກ, ກໍ່ສ້າງລັດຖະບານ, ເສີມຂະຫຍາຍບົດບາດຂອງຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ, ບັນດານັກຊ່ຽວຊານ, ນັກວິທະຍາສາດໃນຂົງເຂດ, ປະຊາຊົນທີ່ໄດ້ຮັບຜົນກະທົບຈາກນະໂຍບາຍ, ໄດ້ຖືວ່າເປັນຊ່ອງຂໍ້ມູນຂ່າວສານທີ່ສຳຄັນ ມີຄວາມຈຳເປັນ, ຊ່ວຍໃຫ້ຄະນະພັກ ແລະ ອຳນາດການປົກຄອງທຸກຂັ້ນໃນການນຳພາ, ຄຸ້ມຄອງ, ບໍລິຫານ ແລະ ເຂົ້າຮ່ວມການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ແລະ ຟຸ່ມເຟືອຍຢູ່ທ້ອງຖິ່ນ.
ໃນໄລຍະ 2019 – 2022, ໄດ້ເປັນປະທານກອງປະຊຸມ 120 ຄັ້ງ ເພື່ອກວດກາ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍ, ລາຍການ, ໂຄງການ ແລະ ບັນດາເອກະສານ 820 ສະບັບ ອັນໄດ້ປະກອບສ່ວນປົກປັກຮັກສາສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ; ເປັນປະທານກອງປະຊຸມເອົາຄຳເຫັນຈາກຊຸມຊົນ 14 ຄັ້ງ ສຳລັບໂຄງການລົງທຶນພາກລັດ.. ໃນເບື້ອງຕົ້ນຄະນະກຳມະການແນວໂຮມປະເທດຊາດແຂວງ ໄດ້ດຳເນີນກອງປະຊຸມເອົາຄຳເຫັນຈາກປະຊາຊົນທຸກຊັ້ນວັນນະ, ນັກຊ່ຽວຊານ, ອົງການສະມາຊິກກ່ຽວກັບຮ່າງກົດໝາຍທີ່ດິນ (ສະບັບປັບປຸງ. )...
ໂດຍຕາງໜ້າໃຫ້ຄະນະ, ທ່ານນາງ ວາດສະໜາ ສີລິມາ ໄດ້ຂອບໃຈການຕ້ອນຮັບຢ່າງອົບອຸ່ນຂອງການນຳແຂວງແຄ໋ງຮ່ວາ ເວົ້າສະເພາະ ແລະ ແນວໂຮມປະເທດຊາດແຂວງແຄ໋ງຮ່ວາ ເວົ້າລວມ. ຜ່ານການພົບປະ, ທ່ານນາງ ວາດສະໜາ ສີລີມາ, ຍັງໄດ້ແລກປ່ຽນບັນດາວິທີການທີ່ດີ, ບັນດາປະສົບການທີ່ດີເຊິ່ງແນວລາວສ້າງຊາດໄດ້ປະຕິບັດໃນໄລຍະຜ່ານມາ. ພ້ອມກັນນັ້ນ, ທ່ານນາງຍັງປາດຖະໜາວ່າ ແນວໂຮມ 2 ແຂວງແຄ໋ງຮ່ວາ ແລະ ຈຳປາສັກ ເວົ້າສະເພາະ, ແນວໂຮມປະເທດຊາດ ຫວຽດນາມ ແລະ ແນວລາວສ້າງຊາດ ຈະນັບມື້ນັບໝັ້ນຄົງເຂັ້ມແຂງ...
ເນື່ອງໃນໂອກາດນີ້, ການນຳແຂວງແຄ໋ງຮ່ວາ ໄດ້ເຊື້ອເຊີນການນຳ ແລະ ຄະນະຜູ້ແທນແຂວງຈຳປາສັກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 370 ວັນສ້າງຕັ້ງແຂວງ (ຄືວັນທີ 2 ເມສາ ປີ 1975 - ວັນທີ 2 ເມສາ 2023) ວັນປົດປ່ອຍແຂວງ ແຄ໊ງຮ່ວາ.
ບຸນຄົງ