ສະ​ຖານ​ທູ​ດ ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ ຈັດ​ຕັ້ງ​ການກວດ​ປິ່ນ​ປົວ​ພະ​ຍາດ​ໂດຍບໍ່​ເສຍ​ຄ່າ​ໃຫ້​ແກ່​ປະ​ຊາ​ຊົນ​ກຳ​ປູ​ເຈຍ 500 ຄົນ

00:20 | 21/03/2023

ຍ​ສ​ໝ - ນີ້​ແມ່ນ​ການກວດ​ປິ່ນ​ປົວ​ພະ​ຍາດ​ຄັ້ງ​ທຳ​ອິດ​ໃນ​ປີ 2023 ຂອງ​ໂຮງ​ໝໍ​ເຈີ​ໄຣ ພະ​ນົມ​ເປັນ ຕາມ​ໂຄງ​ການ​ຮ່ວມ​ມື​ຮັບະ​ກັນຊີວິດ​ສັງ​ຄົມ ໂດຍ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ​ກຳ​ປູ​ເຈຍ​ ປຸກ​ລະ​ດົມ.

ສື່ມວນ​ຊົນ​ລາວ ຍ້ອງ​ຍໍ​ສັນ​ລະ​ສັນ 93 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ສື່ມວນ​ຊົນ​ລາວ ຍ້ອງ​ຍໍ​ສັນ​ລະ​ສັນ 93 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ
ຫວຽດ​ນາມ ແລະ Trinidad & Tobago ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ ແລະ Trinidad & Tobago ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ

ວັນ​ທີ 18 ມີ​ນາ, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ ໄດ້​ສົມ​ທົບ​ກັບ​ໂຮງ​ໝໍ​ເຈີ​ໄຣ - ພະ​ນົມ​ເປັນ, ສະ​ມາ​ຄົມ​ຂະ​ແມ - ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ ແລະ ອຳ​ນາ​ດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຈັດ​ຕັ້ງ​ໂຄງ​ການກວດ​ປິ່ນ​ປົວ​ພະ​ຍາດ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ປະ​ຊາ​ຊົນ​ກຳ​ປູ​ເຈຍ ແລະ ຊາວ​ເຊື້ອ​ຊາດ ຫວຽດ​ນາມ ຢູ່​ເມືອງ Borebo, ແຂວງ Kampong Chhnang, ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ.

ສະ​ຖານ​ທູ​ດ ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ ຈັດ​ຕັ້ງ​ການກວດ​ປິ່ນ​ປົວ​ພະ​ຍາດ​ໂດຍບໍ່​ເສຍ​ຄ່າ​ໃຫ້​ແກ່​ປະ​ຊາ​ຊົນ​ກຳ​ປູ​ເຈຍ 500 ຄົນ
ກວດ​ປິ່ນ​ປົວ​ພະ​ຍາດ​ໂດຍບໍ່​ເສຍ​ຄ່າ​ໃຫ້​ແກ່​ປະ​ຊາ​ຊົນ​ກຳ​ປູ​ເຈຍ (ພາບ: TTXVN)

ນີ້​ແມ່ນ​ການກວດ​ປິ່ນ​ປົວ​ພະ​ຍາດ​ຄັ້ງ​ທຳ​ອິດ​ໃນ​ປີ 2023 ຂອງ​ໂຮງ​ໝໍ​ເຈີ​ໄຣ ພະ​ນົມ​ເປັນ ຕາມ​ໂຄງ​ການ​ຮ່ວມ​ມື​ຮັບປະ​ກັນຊີວິດສັງ​ຄົມ ໂດຍ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ​ກຳ​ປູ​ເຈຍ ​ປຸກ​ລະ​ດົມ. ມີ​ພໍ່​ແມ່​ປະ​ຊາ​ຊົນ 500 ຄົນ​ໃນ​ນັ້ນ​ມີ ຊາວ​ກຳ​ປູ​ເຈຍ 250 ຄົນ ແລະ ຊາວ​ເຊື້ອ​ຊາດ ຫວຽດ​ນາມ 250 ຄົນ ພວມ​ດຳ​ລົງ​ຊີ​ວິດ​ຢູ່​ບໍ​ລິ​ເວນ​ເມືອງ Borebo, ແຂວງ Kampong Chhnang ເຂົ້າ​ຮ່ວມ​ໂຄງ​ການ.

​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ່, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ ຫງວຽນ​ຮູຍ​ຕັງ ໄດ້​ສົ່ງ​ຄຳ​ຂອບ​ອົກ​ຂອບ​ໃຈ​ໄປ​ຍັງ​ອຳ​ນາດ​ການ​ປົກ​ຄອງ​ ແຂວງ Kampong Chhnang, ແລະ ອຳ​ນາດ​ການ​ປົກ​ຄອງ​ເມືອງ Borebo ທີ່ຍາມ​ໃດ​ກໍ່​ມີ​ຄວາມ​ເອົາ​ໃຈ​ໃສ່ໜູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ຊາວ​ເຊື້ອ​ຊາດ​ຫວຽດ​ນາມ ໃນ​ບໍ​ລິ​ເວນ​ເພື່ອ​ໃຫ້​ມີ​ການ​ດຳ​ລົງ​ຊີ​ວິດ​ທີ່ເປັນປົກກະຕິ, ຂອບ​ໃຈ​ຊາວ​ກຳ​ປູ​ເຈຍ​ທີ່​ໄດ້​ຊ່ວຍ​ເຫຼືອ, ແບ່ງ​ປັນກັບພໍ່​ແມ່​ປະ​ຊາ​ຊົນ​ເຊື້ອ​ຊາດ​ຫວຽດ​ນາມ​ ໃນ​ບໍ​ລິ​ເວນ​ທ້ອ​ງ​ຖິ່ນ.

​ໃນ​ໂອ​ກາດ​ນີ້, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ ໄດ້​ມອບ​ຂອງ​ຂວັນ 500 ພູດ​ໃຫ້​ແກ່​ຜູ້​ຕາງ​ໜ້າ​ບັນ​ດາ​ຄອບ​ຄົວ​ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢູ່ເມືອງ Borebo, ແຂວງ Kampong Chhnang, ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ.

ນີ້​ແມ່ນ​ການ​ກະ​ທຳ​ອັນ​ສູງ​ສົ່ງ, ມີ​ຄວາມ​ໝາຍ​ມະ​ນຸດ​ສະ​ທຳ​ຢ່າງ​ເລິກ​ເຊິ່ງ​ຂອງ​ບັນ​ດາ​ແພດ​ໝໍ​ໂຮງ​ໝໍ​ເຈີ​ໄຣ - ພະ​ນົມ​ເປັນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.