ທາງລົດໄຟສາກົນຢ່າງສຳຄັນການເຊື່ອມຕໍ່ຫວຽດນາມກັບຈີນ, ຂ້າມອາຊີ - ເອີຣົບ
ຍສໝ - ໂດຍຄາດວ່າໃນອີກ 10 ປີຂ້າງໜ້າ, ທາງລົດໄຟຫວຽດນາມ ຈະເຊື່ອມຕໍ່ທາງລົດໄຟສາກົນ ທີ່ຜ່ານ 5 ເສັ້ນທາງຫຼັກ, ເຊິ່ງສ່ວນໃຫຍ່ຈະເຊື່ອມຕໍ່ກັບຈີນ ກ່ອນທີ່ຈະໄປສູ່ອາຊີກາງ, ຕາເວັນອອກກາງ, ແລະເອີຣົບ.
ຍສໝ - ໂດຍຄາດວ່າໃນອີກ 10 ປີຂ້າງໜ້າ, ທາງລົດໄຟຫວຽດນາມ ຈະເຊື່ອມຕໍ່ທາງລົດໄຟສາກົນ ທີ່ຜ່ານ 5 ເສັ້ນທາງຫຼັກ, ເຊິ່ງສ່ວນໃຫຍ່ຈະເຊື່ອມຕໍ່ກັບຈີນ ກ່ອນທີ່ຈະໄປສູ່ອາຊີກາງ, ຕາເວັນອອກກາງ, ແລະເອີຣົບ.
ຍສໝ - ກອງບັນຊາການທະຫານປ້ອງກັນຊາຍແດນ ກາວບັ່ງ, ປ້ອມປ້ອງກັນຊາຍແດນດ່ານຊາຍແດນຈ່າລິງ ໄດ້ສົມທົບກັບບັນດາກຳລັງທີ່ມີໜ້າທີ່ຮັບຜິດຊອບປະຕິບັດລາດຕະເວນ, ຄວບຄຸມເຂດຊາຍແດນ, ດ່ານຊາຍແດນຢ່າງເຄັ່ງຄັດ, ເພື່ອສະກັດກັ້ນການເຄື່ອນໄຫວເຂົ້າ-ອອກເມືອງແບບຜິດກົດໝາຍ, ຕໍ່ສູ້ກັບບັນດາອາດຊະຍາກຳ ແລະ ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ.
ຍສໝ - ກຳປັ່ນສູ້ຮົບ 2 ລຳ 015 ເຈິ່ນຮືງດ້າວ ແລະ 016 ກວາງຈູງ ຂອງກອງທັບເຮືອຫວຽດນາມ ໄດ້ເຂົ້າທຽບທ່າຢູ່ທີ່ນະຄອນ Vladivostok (ໃນເຂດຕາເວັນອອກໄກຂອງຣັດເຊຍ) ເພື່ອກຽມເຂົ້າຮ່ວມ Army Games 2021.
ຍສໝ - ກຸ່ມເພື່ອນມິດຂອງ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ຫວ່າງມໍ່ໆມານີ້ ໄດ້ເປີດຕົວສຳນັກງານ ສປຊ ປະຈຳ ນິວຢອກ, ອາເມລິກາ ຢ່າງເປັນທາງການ. ນີ້ແມ່ນຂໍ້ລິເລີ່ມໂດຍ ຫວຽດນາມ ແລະ ເຢຍລະມັນ ຍົກອອກມາ ເຊິ່ງໄດ້ຮັບການສະໜັບສະໜູນ ແລະ ຕີລາຄາສູງຈາກບັນດາປະເທດສະມາຊິກ ສປຊ.
ຍສໝ - ບັນດານັກຊ່ຽວຊານເຊັກໂກ ໄດ້ຕີລາຄາສູງຄຳປາໄສ ຂອງທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ທີ່ການສຳມະນາເປີດຂັ້ນສູງທາງອອນໄລທີ່ຜ່ານມາ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ດ້ວຍຫົວຂໍ້ “ເພີ່ມທະວີຄວາມໝັ້ນຄົງທາງທະເລ”.
ໂດຍປະຕິບັດຕາມຄໍາຊີ້ນໍາຂອງກອງບັນຊາການທະຫານແມ່ທັບນ້ອຍ 18 ແລະເອກະສານສະເໜີຂອງຄະນະກໍາມະການປະຊາຊົນແຂວງບ່າເຣ້ຍ-ວຸ້ງເຕົ່າ, ບໍລິສັດເຮລີກັອບແຕພາກໃຕ້ໄດ້ຈັດ 3 ຖ້ຽວບິນຂົນສົ່ງຊັບພະຍາກອນມະນຸດ, ອຸປະກອນການແພດ ແລະວັກຊິນໄປຍັງເມືອງກົນດາວ ເພື່ອສັກວັກຊິນກັນໂຄວິດ-19 ໃຫ້ແກ່ພະນັກງານ, ນັກຮົບ, ປະຊາຊົນ, ຮັບປະກັນຄວາມປອດໄພຢ່າງເດັດຂາດ.
ຍສໝ - ກຳລັງຕຳຫຼວດທະເລຫວຽດນາມ ໄດ້ຊຸກຍູ້ການຮ່ວມມືສາກົນ, ສ້າງຕັ້ງການພົວພັນສອງຝ່າຍ ແລະ ຫຼາຍຝ່າຍກັບອົງການຈັດຕັ້ງ ແລະ ກໍາລັງປະຕິບັດກົດໝາຍຂອງບັນດາປະເທດໃນພາກພື້ນ ແລະ ໃນໂລກ ...
ຍສໝ - ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ກ່າວວ່າ "ຫວຽດນາມ ຮຽກຮ້ອງໃຫ້ຈີນ ເຄົາລົບອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະ ຮວ່າງຊາ, ຢຸດເຊົາ ແລະ ບໍ່ໃຫ້ເກີດການລະເມີດທີ່ຄ້າຍຄືກັນນີ້ ທີ່ເຮັດໃຫ້ສະຖານະການຢູ່ໃນທະເລຕາເວັນອອກສັບສົນຂຶ້ນຕື່ມອີກ ".
ຍສໝ - ໃນການໂອ້ລົມທາງໂທລະສັບໃນວັນທີ 2 ສິງຫາ 2021 ລະຫວ່າງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນ ແລະ ເລຂາຄະນະພັກເຂດປົກຄອງຕົນເອງກວາງຊີຈູ (ຈີນ) Loc Tam Xa, ສອງຝ່າຍໄດ້ແລກປ່ຽນ ແລະ ເປັນເອກພາບກັນໃນຫຼາຍເນື້ອໃນການຮ່ວມມື ແລະ ມາດຕະການທີ່ຈຳເປັນ ເພື່ອຊຸກຍູ້ການພົວພັນດ້ານເສດຖະກິດ - ການຄ້າລະຫວ່າງຫວຽດນາມ ແລະ ກວາງຊີ.
ຍສໝ - ຫວ່າງແລ້ວນີ້, ໂດຍເຂົ້າຮ່ວມ ແລະ ກ່າວປາໄສຢູ່ກອງປະຊຸມລັດຖະມົນຕີພົວພັນຄູ່ຮ່ວມມື ແມ່ນໍ້າຂອງ - ສະຫະລັດອາເມລິກາ ຄັ້ງທີສອງ (MUSP) ໃນຮູບແບບອອນໄລ, ທ່ານລັດຖະມົນຕີການຕ່າງປະເທດ ບູຍແທັງເຊີນ ໄດ້ສະເໜີໂຄງການການນໍາຂັ້ນສູງ ແມ່ນໍ້າຂອງ - ສະຫະລັດອາເມລິກາ ເພື່ອແນໃສ່ເພີ່ມທະວີການໂອ້ລົມສົນທະນາ, ປຶກສາຫາລືກ່ຽວກັບນະໂຍບາຍ ຮັບໃຊ້ໃຫ້ແກ່ການພັດທະນາແບບຍືນຍົງໃນພາກພື້ນແມ່ນໍ້າຂອງ.
ຍສໝ - ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 54 (AMM-54) ແບບທາງໄກ ໄດ້ອອກຖະແຫຼງການຮ່ວມ, ໃນນັ້ນໄດ້ເຕື້ອງເຖິງສະພາບການທະເລຕາເວັນອອກ.
ກອງບັນຊາການທະຫານຊາຍແດນແຂວງກອນຕູມ ຈັດຕັ້ງພິທີມອບສະບຽງອາຫານ, ອຸປະກອນການແພດໜູນຊ່ວຍກໍາລັງການທະຫານ, ກໍາລັງປ້ອງກັນຄວາມສະຫງົບຂອງສອງແຂວງອັດຕະປື ແລະເຊກອງ ເພື່ອຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19...
ຍສໝ - ພາຍຫຼັງຜັນຂະຫຍາຍຂໍ້ສະເໜີແນະຂອງຄະນະກຳມະການເອີລົບ ກ່ຽວກັບການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ ໂດຍບໍ່ແຈ້ງການຂຸດຄົ້ນ, ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ມາເປັນເວລາເກືອບ 3 ປີ, ຊາວປະມົງບັນດາເຂດທະເລໄດ້ມີການຜັນປ່ຽນຢ່າງຕັ້ງໜ້າໃນການປະຕິບັດການຈົດ-ສົ່ງບົດບັນທຶກການຂຸດຄົ້ນ, ແຈ້ງໂມງທີ່ເຮືອ/ກ່ຳປັ່ນອອກ/ເຂົ້າທຽບທ່າ ແລະ ສະຕິຄວາມຮັບຮູ້ໃນການປະຕິບັດບັນດາຂໍ້ກຳນົດກົດໝາຍເມື່ອທຳມາຫາກິນໃນທະເລ.
ໃນໄລຍະຈະມາເຖິງກຳລັງຕຳຫຼວດຫວຽດນາມ ສືບຕໍ່ຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງກວ່າກັບ ລາວ ໃນທຸກຂົງເຂດ, ພິເສດແມ່ນໃນຂົງເຂດຮ່ວມມືປ້ອງກັນ, ຕ້ານຢາເສບຕິດ.
ໃນວິວັດການປະຕິບັດ, ທຸກອົງການທີ່ກ່ຽວຂ້ອງຄື: ຕຳຫຼວດຈະລາຈອນ, ພາສີ, ທະຫານປ້ອງກັນຊາຍແດນ… ຕະຫຼອດຮອດບັນດາວິສາຫະກິດ ລ້ວນແຕ່ປາດຖະໜາວ່າ ມີພື້ນຖານດ່ານຊາຍແດນດີຈີຕອນ ເພື່ອປ່ຽນແປງວິທີເຄື່ອນໄຫວ, ບໍລິຫານທີ່ພວມຄົງຕົວ.
ຍສໝ - ວັນທີ 21 ກໍລະກົດ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ເປັນປະທານກອງປະຊຸມທາງອອນລາຍກຸ່ມເພື່ອນມິດຂອງ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS) ດ້ວຍຫົວຂໍ້ “ຄວາມສຳຄັນຂອງ UNCLOS ໃນການປະຕິບັດ, ເປົ້າໝາຍພັດທະນາແບບຍືນຍົງເລກທີ 14 ຂອງ ສປຊ ກ່ຽວກັບການອະນຸລັກຮັກສາ ແລະ ນຳໃຊ້ທະເລ ແລະ ມະຫາສະໝຸດແບບຍືນຍົງ (SDG 14)”.
ຍສໝ - ຕອນເຊົ້າວັນທີ 22 ກໍລະກົດ ຢູ່ດ່ານຊາຍແດນສາກົນທາງບົກ ລາວກາຍ ຫວຽດນາມ - ຮ່າເຄົາ (ຈີນ), ຄະນະຜູ້ແທນທະຫານປ້ອງກັນຊາຍແດນແຂວງ ລາວກາຍ ຫວຽດນາມ ໄດ້ມີການໂອ້ລົມເຈລະຈາວີຊາການ ກັບຄະນະຜູ້ແທນໜ່ວຍຄຸ້ມຄອງຊາຍແດນຮົ່ງຮ່າ ສັງກັດປ້ອມກວດກາຊາຍແດນເຂົ້າອອກ ຢຸນນານ (ຈີນ).
ຍສໝ - ກະຊວງຕຳຫຼວດ ຈະຊີ້ນຳບັນດາກຳລັງເພື່ອສືບສວນ ແລະ ຈັດການຢ່າງເຂັ້ມງວດຕໍ່ບັນດາອົງການຈັດຕັ້ງ ແລະ ບຸກຄົນທີ່ເປັນນາຍໜ້າ ແລະ ເຊື່ອມຕໍ່ໃຫ້ກຳປັ່ນຫາປາ ແລະ ຊາວປະມົງຫວຽດນາມໃນການຂຸດຄົ້ນສິນທະເລ ໃນເຂດນ່ານນ້ຳທີ່ຜິດກົດໝາຍ...
ຍສໝ - ໃນແຕ່ລະປີ, ບັນດາທ້ອງຖິ່ນແຄມຝັ່ງທະເລແຂວງເຫງະອ່ານ ແລະ ທະເລກຳລັງຕຳຫຼວດທະເລຫວຽດນາມ ຍາມໃດກໍ່ມີບັນດາການເຄື່ອນໄຫວທີ່່ແທດຈິງ, ມີຄວາມໝາຍ, ປະກອບສ່ວນເພີ່ມທະວີການພົວພັນສາມັກຄີລະຫວ່າງປະຊາຊົນ, ພ້ອມກັນມຸ່ງໄປເຖິງເປົ້າໝາຍພັດທະນາເສດຖະກິດສັງຄົມ…
ຍສໝ - ແຂວງແທັງຮວ່າ ພວມມານະພະຍາຍາມປະກອບສ່ວນພ້ອມກັບທົ່ວປະເທດ ເພື່ອແກ້ໄຂ “ບັດເຫຼືອງ” ຂອງສະຫະພາບເອີລົບ (EC) ກ່ຽວກັບເລື່ອງຕ້ານການຫາປາແບບຜິດກົດໝາຍ. ບັນດາອົງການທີ່ມີໜ້າທີ່ໄດ້ສຸມໃສ່ໂຄສະນາເຜີຍແຜ່, ແນະນຳຊາວປະມົງ, ແລະ ຕິດຕາມກວດກາ ເພື່ອຮັບປະກັນໃຫ້ບັນດາການເຄື່ອນໄຫວຂຸດຄົ້ນທະເລຖືກຕ້ອງຕາມຂໍ້ກຳນົດ…
ດ້ວຍກໍາລັງຜະລິດ 1.000 ເມກາວັດ, ນີ້ໄດ້ຮັບຖືວ່າເປັນຄວາມຫວັງວ່າແມ່ນໜຶ່ງໃນບັນດາຟາມໄຟຟ້າໃຊ້ພະລັງງານແຮງລົມຢູ່ທະເລແຫ່ງທຳອິດຂອງຫວຽດນາມ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫາກໍ່ປະກາດຂໍ້ຕົກລົງສະບັບເລກທີ 1230/QĐ-TTg ວ່າດ້ວຍການອະນຸມັດໂຄງການອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຫວຽດນາມ ໃຫ້ຍືນຍົງ ໄລຍະ 2021 – 2025.
ຍສໝ - ຂໍ້ມູນດັ່ງກ່າວນີ້ ໂດຍກົມກະຈາຍສຽງ, ໂທລະພາບ ແລະ ຂໍ້ມູນຂ່າວສານເອເລັກໂຕນິກ ໄດ້ແຈ້ງໃນວັນທີ 1 ກໍລະກົດ ຜ່ານທາງເວັບໄຊທ໌ abei.gov.vn.
ດ້ວຍຄວາມປາດຖະໜາຢາກຮ່ວມແຮງຮ່ວມໃຈພ້ອມກັບແຂວງຮ່າຕີ໋ງ ປ້ອງກັນ, ຕ້ານພະຍາດໂຄວິດ-19, ຕອນເຊົ້າວັນທີ 6 ກໍລະກົດ, ຢູ່ດ່ານສາກົນເກົ່າແຈວ (ແຂວງຮ່າຕີ໋ງ), ທ່ານ ບຸນມີ ພິມມະສອນ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ ພ້ອມກັບການນໍາບາງພະແນກ, ຂະແໜງການແຂວງຄຳມ່ວນ ໄດ້ມອບເງິນ 20.000 ໂດລາສະຫະລັດ ແລະເຂົ້າສານ 5 ໂຕນ (ຍອດມູນຄ່າແມ່ນ 500 ລ້ານດົ່ງ) ໜູນຊ່ວຍແຂວງຮ່າຕີ໋ງ.
ຍສໝ -ບົນເສັ້ນຊາຍແດນທີ່ຍາວກວ່າ 50 ກີໂລແມັດ, ທະຫານປ້ອງກັນຊາຍແດນ ແຂວງດົ່ງທາບ ໄດ້ຮັກສາ 26 ປ້ອມຄຸ້ມຄອງ, ປົກປ້ອງເຂດຊາຍແດນ, 33 ອົງການປະຕິບັດງານເຄື່ອນທີ່ທາງບົກ ແລະ ທາງນ້ຳ, ຈັດຕັ້ງການລາດຕະເວນເປັນປະຈຳ, ຄວບຄຸມຢ່າງເຄັ່ງຄັດເພື່ອແນໃສ່ສະກັດກັ້ນບັນດາການກະທຳຄ້າເຖື່ອນ ແລະ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19…
ຍສໝ - ກຸ່ມເພື່ອນມິດຂອງ UNCLOS ຈະປະກອບສ່ວນເຂົ້າໃນການສົ່ງເສີມການປະຕິບັດຕາມ UNCLOS, ສ້າງກົນໄກເພື່ອຮ່ວມກັນແກ້ໄຂສິ່ງທ້າທາຍຕໍ່ UNCLOS ແລະ ສິ່ງທ້າທາຍໃນທະເລ ແລະ ມະຫາສະໝຸດ…
ຍສໝ - ມູນຄ່າການນຳເຂົ້າ-ສົ່ງອອກ, ຊື້ຂາຍ ແລະແລກປ່ຽນສິນຄ້າຜ່ານດ່ານຊາຍແດນລາວກາຍ ໃນ 6 ເດືອນຕົ້ນປີ 2021 ບັນລຸເກືອບ 2,1 ຕື້ໂດລາ, ເພີ່ມຂຶ້ນ 42% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.
ຍສໝ - ເຜີຍແຜ່ເພື່ອບັນດາປະເທດໃນໂລກແລະໃນພາກພື້ນເຂົ້າໃຈນະໂຍບາຍ, ກົດໝາຍວ່າດ້ວຍການຄຸ້ມຄອງ, ປົກປັກຮັກສາທະເລໝູ່ເກາະຂອງຫວຽດນາມເວົ້າລວມແລະກົດໝາຍວ່າດ້ວຍຕຳຫຼວດທະເລຫວຽດນາມເວົ້າສະເພາະຢ່າງຄົບຖ້ວນແລະຖືກຕ້ອງ.
ກໍາລັງທະຫານປ້ອງກັນຊາຍແດນ ໄດ້ ຈັດສົ່ງທະຫານເພີ່ມເຕີມເກືອບ 8.000 ຄົນໄປປະຕິບັດໜ້າທີ່ໂດຍກົງຢູ່ຫຼາຍກວ່າ 1.900 ດ່ານກວດກາ, ເດັດດ່ຽວສະກັດກັ້ນການເຂົ້າເມືອງຢ່າງຜິດກົດໝາຍຜ່ານທາງນ້ອຍຢູ່ຕາມເສັ້ນຊາຍແດນ, ເຂດທະເລ.
ຍສໝ - ສະຖາບັນ ອາຊີ - ອາບຟຼິກກາ ຂອງມະຫາວິທະຍາໄລ Hamburg (ປະເທດເຢຍລະມັນ) ຈະຈັດກອງປະຊຸມສາກົນທາງອອນລາຍກ່ຽວກັບທະເລຕາເວັນອອກ ໃນວັນທີ 9 ກໍລະກົດ ດ້ວຍຫົວຂໍ້ “5 ປີພາຍຫຼັງຄຳຕັດສິນຂອງສານກຳມະການປະຈຳ PCA ກ່ຽວກັບທະເລຕາເວັນອອກ ວັນທີ 12 ກໍລະກົດ 2016: ການເຈລະຈາ ແລະ ບັນດາການກະທຳຂູ່ເຂັນແບບໃໝ່”.
The document has moved here.