ຮຽກຮ້ອງ ຈີນ ຢຸດເຊົາການຊ້ອມຮົບ, ບໍ່ລະເມີດອະທິປະໄຕຂອງຫວຽດນາມ

21:56 | 11/08/2021

ຍສໝ - ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ກ່າວວ່າ "ຫວຽດນາມ ຮຽກຮ້ອງໃຫ້ຈີນ ເຄົາລົບອະທິປະໄຕຂອງຫວຽດນາມ ສຳ​ລັບໝູ່ເກາະ ຮວ່າງຊາ, ຢຸດເຊົາ ແລະ ບໍ່ໃຫ້ເກີດການລະເມີດທີ່ຄ້າຍຄືກັນນີ້ ທີ່ເຮັດໃຫ້ສະຖານະການຢູ່ໃນທະເລຕາເວັນອອກສັບສົນ​ຂຶ້ນຕື່ມອີກ ".

ບໍລິສັດ Netflix ໄດ້ລຶບຮູບເງົາທີ່ມີເນື້ອໃນລະເມີດສິດອະທິປະໄຕຜືນແຜ່ນດິນຂອງຫວຽດນາມ ບໍລິສັດ Netflix ໄດ້ລຶບຮູບເງົາທີ່ມີເນື້ອໃນລະເມີດສິດອະທິປະໄຕຜືນແຜ່ນດິນຂອງຫວຽດນາມ
ກະຊວງການຕ່າງປະເທດຫວຽດນາມ ຄັດຄ້ານຕໍ່ບັນດາການກະທຳລ່ວງລ້ຳອາທິປະໄຕ, ສິດອະທິປະໄຕ, ສິດອຳນາດສານຂອງ ຫວຽດນາມ ຢູ່ ໝູ່ເກາະ ເຈື່ອງຊາ ແລະ ຮວ່າງຊາ ກະຊວງການຕ່າງປະເທດຫວຽດນາມ ຄັດຄ້ານຕໍ່ບັນດາການກະທຳລ່ວງລ້ຳອາທິປະໄຕ, ສິດອະທິປະໄຕ, ສິດອຳນາດສານຂອງ ຫວຽດນາມ ຢູ່ ໝູ່ເກາະ ເຈື່ອງຊາ ແລະ ຮວ່າງຊາ

ຕອນບ່າຍວັນທີ 6 ສິງຫາ, ໂດຍຍົກໃຫ້ເຫັນທັດສະນະ ກ່ຽວກັບການຊ້ອມຮົບຂອງຈີນ ຢູ່ໝູ່ເກາະຮວ່າງຊາ, ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ຢືນຢັນວ່າ ຫວຽດນາມມີຫຼັກຖານປະຫວັດສາດ ແລະ ພື້ນຖານນິ​ຕິ​ກຳອັນຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕຂອງຕົນ ສຳລັບໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ ທີ່​ສອດ​ຄ່ອງ​ກັບກົດໝາຍສາກົນ.

ຮຽກຮ້ອງ ຈີນ ຢຸດເຊົາການຊ້ອມຮົບ, ບໍ່ລະເມີດອະທິປະໄຕຂອງຫວຽດນາມ
ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ

ການປະຕິບັດການຊ້ອມຮົບຂອງຈີນ ຢູ່ໃນເຂດໝູ່ເກາະ ຮວ່າງຊາ ໄດ້ລະເມີດອະທິປະໄຕຂອງຫວຽດນາມ ສຳ​ລັບໝູ່ເກາະນີ້, ​ເຊິ່ງ​ໄປ​ຝືນ​ກັບຈິດໃຈຂອງຖະແຫຼງການວ່າດ້ວຍການປະພຶດຂອງ​ບັນ​ດາຝ່າຍຢູ່ທະເລຕາເວັນອອກ DOC, ​ອັນ​ໄດ້​ເຮັດໃຫ້ສະຖານະການສັບສົນ, ບໍ່ເອື້ອອຳນວຍໃຫ້​ແກ່ການເຈລະຈາໃນປະຈຸບັນ ລະຫວ່າງຈີນ ແລະ ອາຊຽນ ກ່ຽວກັບກົດການປະພຶດລະຫວ່າງບັນ​ດາຝ່າຍ​ຢູ່ທະເລຕາເວັນອອກ.

ໂຄສົກກະຊວງການຕ່າງປະເທດເໜັ້ນ​ໜັ​ກວ່າ "ຫວຽດນາມຮຽກຮ້ອງໃຫ້ຈີນເຄົາລົບອະທິປະໄຕຂອງຫວຽດນາມ ສຳ​ລັບໝູ່ເກາະ ຮວ່າງຊາ, ຢຸດເຊົາ ແລະ ບໍ່ໃຫ້ເກີດການລະເມີດທີ່ຄ້າຍຄືກັນ​ນີ້ ທີ່ເຮັດໃຫ້ສະຖານະການຢູ່ໃນທະເລຕາເວັນອອກ ສັບສົນຂຶ້ນຕື່ມອີກ".

ກ່ອນໜ້ານັ້ນ, ໃນວັນທີ 4 ສິງຫາ, ກົມການທະຫານທະເລ ແຂວງ Hainan (ຈີນ) ໄດ້ປະກາດວ່າ ຫ້າມບໍ່ໃຫ້ເຮືອ, ກ່ຳ​ປັ່ນເຂົ້າໄປໃນພື້ນທີ່ກວ້າງກວ່າ 100.000 ຕາລາງກິໂລແມັດຢູ່ທະເລຕາເວັນອອກ ເພື່ອຮັບໃຊ້ການຊ້ອມຮົບ. ພື້ນທີ່ນີ້ກວມເອົາເຄິ່ງໜຶ່ງໝູ່ເກາະ ຮວ່າງຊາ ຂອງຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.