ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືໃນການປ້ອງກັນ, ຕ້ານຢາເສບຕິດ

15:47 | 03/08/2021

ໃນໄລຍະຈະມາເຖິງກຳລັງຕຳຫຼວດຫວຽດນາມ ສືບຕໍ່ຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງກວ່າກັບ ລາວ ໃນທຸກຂົງເຂດ, ພິເສດແມ່ນໃນຂົງເຂດຮ່ວມມືປ້ອງກັນ, ຕ້ານຢາເສບຕິດ.

ຫວຽດນາມ ພ້ອມແລ້ວທີ່ ເພີ່ມທະວີການຮ່ວມມືໃນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ກັບປະເທດ ອັງໂກລາ ຫວຽດນາມ ພ້ອມແລ້ວທີ່ ເພີ່ມທະວີການຮ່ວມມືໃນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ກັບປະເທດ ອັງໂກລາ
ຫວຽດນາມ - ລາວ: ຊອກຫາວິທີການແຂ້ໄຂ ເພື່ອຍົກສູງປະສິດທິຜົນການສົມທົບ ກ່ຽວກັບການປ້ອງກັນ ແລະ ຕ້ານຢາເສບຕິດ ຫວຽດນາມ - ລາວ: ຊອກຫາວິທີການແຂ້ໄຂ ເພື່ອຍົກສູງປະສິດທິຜົນການສົມທົບ ກ່ຽວກັບການປ້ອງກັນ ແລະ ຕ້ານຢາເສບຕິດ
ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ (ພາບ: ກະຊວງຕຳຫຼວດ)
ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ (ພາບ: ກະຊວງຕຳຫຼວດ)

ຕອນບ່າຍວັນທີ 02 ສິງຫາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ໄດ້ເປັນປະທານການເຮັດວຽກກັບບາງຫົວໜ່ວຍ ທີ່ມີໜ້າທີ່ຂຶ້ນກັບກະຊວງ ເພື່ອປຶກສາຫາລືກ່ຽວກັບການຜັນຂະຫຍາຍ ບັນດາເນື້ອໃນຮ່ວມມືກັບ ລາວ ໃນຂົງເຂດປ້ອງກັນ, ຕ້ານຢາເສບຕິດ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານລັດຖະມົນຕີ ໂຕເລີມ ເນັ້ນໜັກວ່າ, ໃນໄລຍະຈະມາເຖິງ ກຳລັງຕຳຫຼວດຫວຽດນາມ ສືບຕໍ່ຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງກວ່າກັບ ລາວ ໃນທຸກຂົງເຂດ, ພິເສດແມ່ນໃນຂົງເຂດຮ່ວມມືປ້ອງກັນ, ຕ້ານຢາເສບຕິດ. ກົມຕຳຫຼວດສືບສວນອາດຊະຍາກຳຢາເສບຕິດເປັນປະທານ, ສົມທົບກັບກົມການຕ່າງປະເທດ, ກົມກົດໝາຍ ແລະ ປະຕິຮູບບໍລິຫານ, ຍຸຕິທຳ ສ້າງຮ່າງຂໍ້ຕົກລົງຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງຕຳຫຼວດ ລາວ ກ່ຽວກັບວຽກງານປ້ອງກັນ, ຕ້ານຢາເສບຕິດໃຫ້ສົມບູນແບບໂດຍໄວ. ໃນຂ້ໍຕົກລົງຕ້ອງມີບາງເນື້ອໃນຄື: ເພີ່ມທະວີການສົມທົບກັບບັນດາກຳລັງທີ່ມີໜ້າທີ່ຂອງລາວ ກຳນົດ, ຕໍ່ສູ້ຄະດີລວມກ່ຽວກັບອາດຊະຍາກຳຂ້າມຊາດ, ເພີ່ມທະວີການຮ່ວມມື, ສົມທົບກັນເພື່ອຕໍ່ສູ້, ໂຄສະນາ, ບຸກໂຈມຕີ, ປາບປາມອາດຊະຍາກຳຢາເສບຕິດ.

vovworld.vn

ເຫດການ
302 Found

Found

The document has moved here.