ສຸມ​ທຸກ​ແຫຼ່ງ​ກຳ​ລັງ​ເພື່ອຄວບ​ຄຸມກວດ​ກາ​ເຂດ​ຊາຍ​ແດນ​ຢ່າງ​ເຄັ່ງ​ຄັດ

16:16 | 19/08/2021

ຍ​ສ​ໝ - ກອງ​ບັນ​ຊາ​ການ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ກາວ​ບັ່ງ, ປ້ອມ​ປ້ອງ​ກັນ​ຊາຍ​ແດນ​ດ່ານ​​ຊາຍ​ແດນຈ່າ​ລິງ ໄດ້​ສົ​ມ​ທົບ​ກັບ​ບັນ​ດາ​ກຳ​ລັງ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ປະ​ຕິ​ບັດ​ລາດ​ຕະ​ເວນ, ຄວບ​ຄຸມ​ເຂດ​ຊາຍ​ແດນ​, ດ່ານ​ຊາຍ​ແດນຢ່າງ​ເຄັ່ງ​ຄັດ, ເພື່ອ​ສະ​ກັດ​ກັ້ນ​ການ​ເຄື່ອນ​ໄຫວ​​​​ເຂົ້າ-​ອອກ​ເມືອງ​ແບບ​ຜິດ​ກົດ​ໝາຍ, ຕໍ່​ສູ້​ກັບ​ບັນ​ດາ​ອາດ​ຊະ​ຍາ​ກຳ ແລະ ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ ມີ 30% ແມ່ນ​ເພດ​ຍິງ ເຊິ່ງແມ່ນ​ສິ່ງ​ພິ​ສູດ​ໃຫ້​ແກ່​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ ຍິງ​ຊາຍ​ຢູ່ ຫວຽດ​ນາມ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ ມີ 30% ແມ່ນ​ເພດ​ຍິງ ເຊິ່ງແມ່ນ​ສິ່ງ​ພິ​ສູດ​ໃຫ້​ແກ່​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ ຍິງ​ຊາຍ​ຢູ່ ຫວຽດ​ນາມ
ກາ​ນ​ສະ​ເຫຼີມ​ສະຫຼອງ 54 ປີ​ແຫ່ງວັນ​ສ້າງ​ຕັ້ງອາ​ຊຽນ: ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ສາ​ມັກ​ຄີ​ກັນເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ​ພັດ​ທະ​ນາ​ຢ່າງ​ເຂັ້ມ​ແຂງ ກາ​ນ​ສະ​ເຫຼີມ​ສະຫຼອງ 54 ປີ​ແຫ່ງວັນ​ສ້າງ​ຕັ້ງອາ​ຊຽນ: ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ສາ​ມັກ​ຄີ​ກັນເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ​ພັດ​ທະ​ນາ​ຢ່າງ​ເຂັ້ມ​ແຂງ
ສຸມ​ທຸກ​ແຫຼ່ງ​ກຳ​ລັງ​ເພື່ອຄວບ​ຄຸມກວດ​ກາ​ເຂດ​ຊາຍ​ແດນ​ຢ່າງ​ເຄັ່ງ​ຄັດ
ພາບ​ປະ​ກອບ: .bienphong.com.vn

ປ້ອມ​ປ້ອງ​ກັນ​ຊາຍ​ແດ​ນ​ດ່ານ​ຊາຍ​ແດນ​ຈ່າ​ລິງ ຍາມ​ໃດ​ກໍ່​ຮັກ​ສາ​ 20 ກຸ່ມ​ຄວບ​ຄຸມກວດ​ກາ​ຄົງ​ທີ່​ຢ່າງເປັນ​ປະ​ຈຳ, 2 ກຸ່ມ​ຄວບ​ຄຸມກວດ​ກາເຄື່ອນ​ທີ່, ຈັດ​ຕັ້ງ​ການ​ລາດ​ຕະ​ເວນ, ສະ​ກັດ​ກັ້ນຕະຫຼອດ 24 ຊົ່ວ​ໂມງ ຢູ່​ຕາມທາງ​ນ້ອຍທາງຮ່ອມ, ເຂດ​ດ່ານ​ຊາຍ​ແດນ, ຢູ່​ບັນ​ດາ​​ພື້ນທີ່​ຈຸດ​ສຸມ​ທີ່​ມີ​ຄວາມ​ສ່ຽງ​​ມີ​ການ​ເຄື່ອນ​ໄຫວ​​ເຂົ້າ-​ອອກ​ເມືອງແບບ​ຜິດ​ກົດ​ໝາຍ .

ທ່ານ​ພັນ​ຕີ ຟານ​ດິ່ງ​ນິງ, ຜູ້​ຮັບ​ຜິດ​ຊອບ​ວຽກ​ງານສອດ​ແນມ ປ້ອມ​ປ້ອງ​ກັນ​ຊາຍ​ແດນ​ດ່ານ​ຊາຍ​ແດນ​ຈ່າ​ລິງ ພວມ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ຈຸດ​ປ້ອງ​ກັນ ​ຕ​າ​ແສງ ກົກ​ກາງ, ເທດ​ສະ​ບານ ຈຸ່ງ​ແຄງ ແບ່ງ​ປັນ​ວ່າ: “ເຖິງວ່າກາ​ນ​ປະ​ຕິ​ບັດ​ໜ້າ​ທີ່​ລາດ​ຕະ​ເວນ, ສ້າງ​ປ້ອມ​ສະ​ກັດ​ກັ້ນ​ຢູ່​ເຂດ​ຊາຍ​ແດນ ຍັງປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາ​ຍ​ຢ່າງ ແຕ່​ພວກ​ຂ້າ​ພະ​ເຈົ້າ​ຍັງ​ຄົງ​ອຸ່ນ​ອຽນ​ໃຈ​ປ​ະ​ຕິ​ບັດ​ໜ້າ​ທີ່​ທີ່​ໄດ້​ມອບ​ໝາຍ. ພ​ວກ​ຂ້າ​ພະ​ເຈົ້າ​ເພີ່ມ​ທະ​ວີ​ການ​ກຳ​ແໜ້ນ​ບໍ​ລິ​ເວນ, ສ້າງ​ເຄືອ​ຂ່າຍ​ປະ​ຊາ​ຊົນ ເຂົ້າ​ຮ່ວມ​ການກ່າວ​ປະ​ນາມໂທດອາດ​ຊະ​ຍາ​ກຳ. ຈາກ​ນັ້ນ ໄດ້​ສະ​ກັດ​ກັ້ນ​ບັນ​ດາ​ກໍ​ລະ​ນີ​ເຂົ້າ-ອອ​ກ​ເມືອງ​ແບບ​ຜິດ​ກົດ​ໝາຍຢ່າງ​ທັນ​ການ ແລະ ມີ​ປະ​ສິດ​ທິ​ຜົນ, ຕໍ່​ສູ້​ກັບ​ອາ​ຊະ​ຍາ​ກ​ຳ​​ປ​ະ​ເພດ​ຕ່າງໆ​ຢ່າງ​ມີ​ປະ​ສິດ​ທິ​ຜົນ”.

ພະ​ນັກ​ງານ, ນັກ​ຮົບ​ປ້ອມ​ປ້ອງ​ກັນ​ຊາຍ​ແດນ ຈ່າ​ລິງ ແຕ​່ລະ​ຄົນ ກໍ່​ແມ່ນ​ນັກ​ເຜີຍ​ແຜ່​ໂຄ​ສະ​ນາ​ທີ່​ຕັ້ງ​ໜ້າ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່​ເຂດ​ຊາຍ​ແດນ ກ່ຽວ​ກັບ​ລັກ​ສະ​ນະ​ຄວາມ​ອັນ​ຕະ​ລາຍ​ຂອງ ໂລກ​ລະ​ບາດ​ໂຄວິດ - 19, ຄວາມ​ສຳ​ຄັນ​ຂອງ​ການ​ປ້ອງ​ກັນ​ຕ້ານ​ການ​ເຂົ້າ​-ອອ​ກເມືອງ​ແບບ​ຜິດ​ກົດ​ໝາຍ.

ພະ​ນັກ​ງານ, ນົກ​ຮົບ​ປ້ອມ​ປ້ອງ​ກັນ​ຊາຍ​ແດ​ນ​ດ່ານ​ຊາຍ​ແດນ​ຈ່າ​ລິງ ໄດ້​ເຜີຍ​ແຜ່​ໂຄ​ສະ​ນາ, ຂົນ​ຂວາຍ 1.031 ຄອຍ​ຄົວ​ເຊັນ​ຄຳ​ໝັ້ນ​ສັນ​ຍາ​ເຂົ້າ​ຮ່ວມ​ຂະ​ບວນ​ການ “ທົ່ວ​ປວງ​ຊົນ​ເຂົ້າ​ຮ່ວມ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ການ​ເຂົ້າ​-ອອກ​ເມືອງ​ແບບ​ຜິດ​ກົດໝາ​ຍ” ຢູ່​ເຂດ​ຊາຍ​ແດນ, ຈັດ​ຕັ້ງ​ການ​ໂຄ​ສະ​ນາ​ເຜີຍ​ແຜ່ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ປະ​ຊາ​ຊົນ ເຂດ​ຊາຍ​ແດນ 59 ຄັ້ງ, ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຊົນ 2950 ເທື່ອ​ຄົນ, ແຈກ​ຢາຍ​ໃບ​ປິວໂຄ​ສະ​ນາ​ເຜີຍ​ແຜ່​ກ່ຽວ​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ປະ​ຊາ​ຊົນ​ຢູ່​ເຂດ​ບໍ​ລິ​ເວນ 11.500 ໃບ.

ທ່ານ​ພັນ​ໂທ ບຸຍ​ຕ​ຽນ​ຢຸງ, ຫົວ​ໜ້າ​ປ້ອມ​ປ້ອງ​ກັນ​ຊາຍ​ແດນ ດ່ານ​ຊາຍ​ແດນ​ຈ່າ​ລິງ​ເນັ້ນ​ໜັກ​ວ່າ: ເຖິງວ່າ ເງື່ອນ​ໄຂ​ດຳ​ລົງ​ຊີ​ວິດ​ຢູ່​ບັນ​ດາ​ກົມ​ກອງ, ປ້ອມ ມີ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ກໍ​່​ຕາມ ແຕ່​ບັນ​ດາ​ພະ​ນັກ​ງານ, ນັກ​ຮົບ ຂອງ​ກົມ​ກອງ​ຍາມ​ໃດ​ກໍ່​ຕັດ​ສິນ​ໃຈ ປະ​ຕິ​ບັດ​ໜ້າ​ທີ່​ໃຫ້​ເປັນ​ຢ່າງ​ດີ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ຕັ້ງ​ໜ້າ​ສົມ​ທົບ​ກັບ​ກຳ​ລັງ​ທີ່​ມີ​ໜ້າ​ທີ່​ຄວາມ​ຮັບ​ຜິບ​ຊອບ ຝ່າຍຈີນ ໃນ​ການ​ປະ​ຕິ​ບັດ​ການ​ຄວບ​ຄຸມ, ປົກ​ປ້ອງ​ຊາຍ​ແດນ, ດ່ານ​ຊາຍ​ແດນ, ຄວບ​ຄຸມ​ການ​ເຄື່ອນ​ໄຫວ​ໄປ​ມາ​ຢ່າງ​ເຄັ່ງ​ຄັດ, ຕໍ່​ສູ້​ຕ້ານ​ອາດ​ຊະ​ຍາ​ກຳ​​ປະ​ເພດ​ຕ່າງໆ. ກົມ​ກອງ​ຍາມ​ໃດ​ກໍ່​ປະ​ຕິ​ບັດ​ທິດ​ນຳ 4 ກັບ​ທ​ີ່, ເປັນ​ເຈົ້າ​ການ​ໃນ​ການ​ປັບ​ປຸງ​​ຄ້າຍ​ບ່ອນ​ພັກ​ພາ​ອາ​ໄສ​ໃຫ້​ແກ່​ບັນ​ດາ​ກຸ່ມ, ປ້ອມ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19, ເອົາ​ໃຈ​ໃສ່​ເຖິງ​ການ​ດູ​ແລ​ຊີ​ວິດ​​ທາງດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃຫ້​ແກ່​ພະ​ນັກ​ງານ, ນັກ​ຮົບ, ເປັນ​ຕົ້ນ​ແມ່ນ​ພະ​ນັກ​ງານ, ນັກ​ຮົບ​ປະ​ຕິ​ບັດ​​ທີ່​ປະ​ຕິ​ບັດໜ້າ​ທີ່​ໂດຍ​ກົງ​ຢູ່​ເຂດ​ຊາຍ​ແດນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.