ຍູ້ແຮງການເຜີຍແຜ່ກົດໝາຍວ່າດ້ວຍຕຳຫຼວດທະເລຫວຽດນາມ

14:54 | 05/07/2021

ຍ​ສ​ໝ - ເຜີຍແຜ່ເພື່ອ​ບັນ​ດາ​ປະ​ເທດ​ໃນ​ໂລກແລະໃນ​ພາກ​ພື້ນ​ເຂົ້າ​ໃຈ​ນະ​ໂຍ​ບາຍ, ກົດ​ໝາຍ​ວ່າ​ດ້ວຍ​ການ​ຄຸ້ມຄອງ, ປົກ​ປັກ​ຮັກ​ສາ​ທະ​ເລ​ໝູ່​ເກາະຂອງ​ຫວຽດ​ນາມເວົ້າ​ລວມແລະກົດ​ໝາຍວ່າ​ດ້ວຍ​ຕຳຫຼວດທະ​ເລຫວຽດ​ນາມເວົ້າ​ສະ​ເພາະຢ່າງ​ຄົບ​ຖ້ວນແລະຖືກ​ຕ້ອງ.

ຫວຽດນາມ ໄດ້ຢັ້ງຢືນທັດສະນະຂອງຕົນ ໃນກອງປະຊຸມບັນດາປະເທດສະມາຊິກ UNCLOS 1982 ຫວຽດນາມ ໄດ້ຢັ້ງຢືນທັດສະນະຂອງຕົນ ໃນກອງປະຊຸມບັນດາປະເທດສະມາຊິກ UNCLOS 1982
ຮຽກຮ້ອງໃຫ້ຝ່າຍຕ່າງໆບໍ່ມີການກະທຳເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ ຮຽກຮ້ອງໃຫ້ຝ່າຍຕ່າງໆບໍ່ມີການກະທຳເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ
ຍູ້ແຮງການເຜີຍແຜ່ກົດໝາຍວ່າດ້ວຍຕຳຫຼວດທະເລຫວຽດນາມ
ພາບ​ປະ​ກອບ: TTXVN

ວັນທີ1 ກໍລະກົດ2019, ກົດໝາຍວ່າດ້ວຍຕຳຫຼວດທະເລຫວຽດນາມມີຜົນສັກສິດຢ່າງເປັນທາງການ. ກົດໝາຍວ່າດ້ວຍຕຳຫຼວດທະເລຫວຽດນາມລວມມີ 8 ພາກ, 41 ມາດຕາ, ຂໍ້ກຳນົດກ່ຽວກັບທີ່ຕັ້ງ, ສິດ ແລະ ໜ້າທີ່, ການຈັດຕັ້ງແລະການເຄື່ອນໄຫວຂອງຕຳຫຼວດທະເລຫວຽດນາມ, ລະບອບ, ນະໂຍບາຍສຳລັບຕຳຫຼວດທະເລຫວຽດນາມ, ຄວາມຮັບຜິດຊອບຂອງອົງການ, ອົງການຈັດຕັ້ງ, ສ່ວນບຸກຄົນທີ່ກ່ຽວຂ້ອງ.

ວັນທີ 22 ສິງຫາ 2019, ທ່ານນາຍົກລັດຖະມົນຕີໄດ້ລົງນາມຂໍ້ຕົກລົງເລກທີ 1059/QD-TTg ຊຶ່ງຮັບຮອງເອົາແຜນຮ່າງການເຜີຍແຜ່ກົດໝາຍວ່າດ້ວຕຳຫຼວດທະເລຫວຽດນາມໄລຍະ2019 – 2023.

ຕາມນັ້ນແລ້ວ, ຕ້ອງເຜີຍແຜ່ເພື່ອໃຫ້ບັນດາປະເທດໃນໂລກແລະໃນພາກພື້ນເຂົ້າໃຈກ່ຽວກັບນະໂຍບາຍ, ກົດໝາຍຄຸ້ມຄອງ, ປົກປັກຮັກສາທະເລ, ໝູ່​ເກາະ​ຂອງຫວຽດ​ນາມແລະກົດໝາຍວ່າດ້ວຍຕຳຫຼວດທະເລຫວຽດນາມຢ່າງຄົບຖ້ວນແລະຖືຕ້ອງກ່ວາອີກ, ສ້າງ​​ພາບ​ພົດ ຫວຽດ​ນາມ ແມ່ນ​ປະ​ເທດ​ທີ່​ຮັ​ກ​ຫອມ​ສັນ​ຕິ​ພາບ, ເປັນສະ​ມາ​ຊິກ​ຂອງ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ​ປີ 1982, ມີ​ຄວາມ​ຮອບ​ຜິດ​ຊອບ, ຍາມ​ໃດ​ກໍ່​ເຄົາ​ລົບ, ປະຕິບັດບັນດາຄຳໝັ້ນສັນຍາສາກົນຢ່າງເຂັ້ມງວດແລະພ້ອມແລ້ວທີ່ຈະພ້ອມກັບປະຊາຄົມສາກົນຮັບມືກັບບັນດາສິ່ງທ້າທາຍຮ່ວມ, ມຸ່ງໄປເຖິງເປົ້າໝາຍຮັກສາເຂດທະເລທີ່ມີສະຖຽນລະພາບ, ສັນຕິພາບ, ເຊື່ອມໂຍງແລະພັດທະນາແບບຍືນຍົງ...

ເພື່ອປະກອບສ່ວນຜັນຂະຫຍາຍແຜ່ຮ່າງດັ່ງກ່າວຂອງນາຍົກລັດຖະມົນຕີຢ່າງມີປະສິທິຜົນ, ຫວ່າງແລ້ວນີ້ກະຊວງປ້ອງກັນປະເທດໄດ້ປະກາດໃຊ້ແຜນການຈັດຕັ້ງກອງປະຊຸມທາງອອນລາຍທົ່ວໂລກຊອກຮູ້ກ່ຽວກັບກົດໝາຍວ່າດ້ວຍທະເລຫວຽດນາມ”. ການ​​ເສັງເພື່ອແນໃສ່ໂຄສະນາ, ເຜີຍແຜ່ກົດໝາຍວ່າດ້ວຍທະເລຫວຽດນາມແລະພາລະກິດແຫ່ງການຄຸ້ມຄອງ, ປົກປັກຮັກສາທະເລ, ໝູ່ເກາະຂອງປະເທດຊາດໃນບໍລິເວນທົ່ວປະເທດ, ຕິດພັນກັບໜ້າທີ່ໂຄສະນາ, ເຜີຍແຜ່ກົດໝາຍດ້ວຍຄວາມຮັບຜິດຊອບໃນການປະຕິບັດສິດ ແລະ ໜ້າທີ່ຂອງອົງການ, ອົງການຈັດຕັ້ງ. ພ້ອມທັງນັ້ນກໍ່ແມ່ນການເຄື່ອນໄຫວທີ່ເຮັດໃຫ້ປ່ຽນແປຄວາມຮັບຮູ້, ຄວາມຮັບຜິດຊອບຂອງພະນັກງານ, ສະມາຊິກພັກ, ລັດຖະການ, ພາລະກອນ, ຜູ້ອອແຮງງານແລະປະຊາຊົນທຸຊັ້ນວັນນະເມື່ອປະຕິບັດສິດ, ພັນທະຂອງພົນລະເມືອງໃນການຄຸ້ມຄອງ, ປົກປັກຮັກສາທະເລ, ໝູ່ເກາະຂອງປະເທດຊາດ, ປະກອບສ່ວນລະດົມກຳລັໃຈ, ສົ່ງເສີມບັນດາອົງການ, ອົງການຈັດຕັ້ງ, ພົນລະເມືອງຫວຽດນາມຢູ່ພາຍໃນແລະຕ່າງປະເທດຕອບສະໜອງ, ເຂົ້າຮ່ວມການສ້າງ, ສົມທົບ, ປະຕິບັດງານ, ໜູນຊ່ວຍ, ຊ່ວຍເຫຼືອຕຳຫຼວດທະເລຫວຽດນາມປະຕິບັດສິດ ແລະ ໜ້າທີ່ຕາມການມອບໝາຍ.

ທ່ານ​ພົນ​ຈັດ​ຕະ​ວາ ບຸຍ​ກວັກ​ອ​ວາຍ, ຜູ້​ຮັບ​ຜິດ​ຊອບ​ດ້ານ​ການ​ເມືອງ​ຕຳຫຼວດ​ທະ​ເລ ໃຫ້​ຮູ້​ວ່າ: ພາຍຫຼັງ​ການ​ປະ​ຕິ​ບັດ​ມາ​ເປັນ​ເວ​ລາ 2 ປີ, ກົດ​ໝາຍ​ວ່າ​ດ້ວຍ​ຕຳຫຼວດ​ທະ​ເລ ໄດ້​​ປະ​ກອບ​ສ່ວນ​ຍົກ​ສູງ​ສະ​ຕິ​ຄວາມ​ຮັບ​ຮູ້ດ້ານ​ກົດ​ໝາຍ​ຂອງ​ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ ແລະ ປະ​ຊາ​ຊົນ​ໝົດ​ທຸກ​ຄົນກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​ແຫ່ງ​ລັດ ດ້ວຍ​ກົດ​ໝາຍ​ໃນ​ບັນ​ດາ​ເຂດ​ທະ​ເລ, ໝູ່​ເກາະ​ຂອງປະ​ເທດ​ຊາດ ກໍ່​ຄື​ທີ່​ຕັ້ງ, ບົດ​ບາດ, ໜ້າ​ທີ່​ຂອງ​ກຳ​ລັງ​ຕຳຫຼວດ​ທະ​ເລ.

ວຽກ​ງານ​ສົມ​ທົບ​ກັນ ລະ​ຫວ່າງ ບັນ​ດາ​ອົງ​ການ, ກົມ​ກອງ​ຕຳຫຼວດ​ທະ​ເລກັບ​ບັນ​ດາ​ກົມ​ກອງ​ການ​ທະ​ຫານ​ກໍ່​ຄື​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ບັນ​ດາ​ຂະ​ແໜງ, ກະ​ຊວງ, ທ້ອງ​ຖິ່ນ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ທະ​ເລ​ໝູ່​ເກາະ, ການປະ​ຕິ​ບັດ​ກົດ​ໝາຍວ່າດ້ວບ​ທະ​ເລ ໄດ້​ຮັບການປະ​ຕິ​ບັດ​ຢ່າງ​ແໜ້ນ​ແຟ້ນ, ມີ​ແບບ​ມີ​ແຜນ ແລະ ມີ​ປະ​ສິ​ດ​ທິ​ຜົນ​ກ່​ວາ.

ການພົວພັນລະຫວ່າງຕຳຫຼວດທະເລກັບບັນດາກຳລັງປະຕິບັດກົດໝາຍຂອງບັນດາປະເທດອາຊຽນກໍ່ຄືບັນດາປະເທດທີ່ຊາຍແດນ​​ທະເລໄດ້ຮັບການຜັນຂະຫຍາຍຢ່າຖືກຕ້ອງ, ຕາມທັດສະນະກ່ຽວກັບການພົວພັນຕ່າງປະເທດການປ້ອງກັນຊາດທີິ່ຕິດພັນກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ປົກປັຮັກສາປະເທດຊາດໃນສະພາບການໃໝ່. ວຽກງານໂຄສະນາ, ຂົນຂວາຍປະຊາຊົນໃນການສ້າງຍຸດທະສາດປ້ອງກັນຄວາມສະຫງົບປະຊາຊົນໃນທະເລໄດ້ຮັບການປະຕິບັດຢ່າງມີປະສິດຜົນແລະສືບຕໍ່ສ້າງໄດ້​​ຄວາມໄວ້ເນື້ອເຊື່ອໃຈຂອງຊາວປະມົງຢູ່ທະເລ.

ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກອງ​ບັນ​ຊາ​ການ​ທະ​ເລ​ຕຳຫຼວດ​ຈະ​ສືບ​ຕໍ່​ຍູ້​ແຮງວຽກ​ງານ​ໂຄ​ສະ​ນາເຜີຍແຜ່, ຜ່ານບັນ​ດາ​ບັ້ນ​ໂຄ​ສະ​ນາ​ເຜີຍແຜ່ສຸມ​ໃສ່​ບັນ​ດາ​ອົງ​ການ, ກົມ​ກອງ​ໃນ​ທົ່ວ​ກຳ​ລັງ ແລະ ບັນ​ດາ​ທ້ອງ​ຖິ່ນແຕ່​ຂັ້ນ​ຕາ​ແສງ ເປັນ​ຕົ້​ນ​ແມ່ນ​ບັນ​ດາ​ຕາ​ແສງ​ຢູ່​ແຄມ​ທະ​ເລ. ຈາ​ກ​ນັ້ນແມ່ນເພື່ອ​ໃຫ້ປະ​ຊາ​ຊົນ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງແຫ່ງລັດດ້ວຍກົດໝາຍວ່າດ້ວຍທະເລໝູ່ເກາະ, ກຽມພ້ອມຮ່ວມແຮງຮ່ວມໃຈ ພ້ອມກັບກຳລັງ​ຕຳຫຼວດ​ທະ​ເລ ຫວຽດ​ນາມ, ປະ​ຕິ​ບັດ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ຜົນ​ປະ​ໂຫຍດ​ຂອງ ປະ​ເທດ​ຊາດໃນ​ທະ​ເລ, ຮັກ​ສາ​ຄວາມ​ໝັ້ນ​ຄົງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ໃຫ້​ແກ່​ບັນ​ດາ​ເຂດ​ທະ​ເລ​ໝູ່​ເກາະ​ອັນ​ສັກ​ກະ​ລະ​ບູ​ຊາ​ຂອງ​ປະ​ເທດ​ຊາດໃຫ້​ເປັນ​ຢ່າງ​ດີ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.