ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ 70 ຄົນ ​ໄປ​ຢ້ຽມຢາມ ​ເຈື່ອງ​ຊາ, ເຮືອນຍາມ DK-I ​ເນື່ອງ​ໃນ​ໂອກາດ​ວັນ​ທີ 30 ເມສາ

12:09 | 03/05/2024

ຍສໝ - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 49 ປີ​ແຫ່ງ​ວັນ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (30 ​ເມສາ 1975 – 30 ​ເມສາ 2024) ​ແລະ ​ປົດ​ປ່ອຍ​ໝູ່​ເກາະ​ ເຈື່ອງ​ຊາ (29 ​ເມສາ 1975), ຄົບຮອບ 69 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ເຮືອ​ປະຊາຊົນ​ຫວຽດນາມ (7 ພຶດສະພາ 1955), ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ - ກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບກອງບັນຊາການທະຫານເຮືອ ໄດ້ຈັດຕັ້ງຄະນະຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄປຢ້ຽມຢາມ, ລະດົມກຳລັງໃຈໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນເມືອງເກາະ ເຈື່ອງຊາ ແລະ ເຮືອນຍາມ DK-I ​ໃນຂອບເຂດຄະນະປະຕິບັດງານ ເລກທີ 11.

ນັກ​ຮຽນ​ຮູ້ ອາກ​ຊັງ​ຕິນ ຍ້ອງ​ຍໍ​ຊົມ​ເຊີຍ​ໄຊ​ນະ​ນະ​ວັນ​ທີ 30 ເມ​ສາ ຂອງ ຫວຽດ​ນາມ ນັກ​ຮຽນ​ຮູ້ ອາກ​ຊັງ​ຕິນ ຍ້ອງ​ຍໍ​ຊົມ​ເຊີຍ​ໄຊ​ນະ​ນະ​ວັນ​ທີ 30 ເມ​ສາ ຂອງ ຫວຽດ​ນາມ
​ເຊື່ອມ​ຕໍ່​ຊາວ​ຕ່າງປະ​ເທດ​ທີ່​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ດົ່ງ​ນາຍ ​ເຊື່ອມ​ຕໍ່​ຊາວ​ຕ່າງປະ​ເທດ​ທີ່​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ດົ່ງ​ນາຍ

ລາຍການ ໄດ້​ດຳ​ເນີນ​ນັບ​ແຕ່​ວັນ​ທີ 24 – 30 ​ເມສາ 2024 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ຊາວຫວຽດນາມ ອາໄສຢູ່ຕ່າງປະ​ເທດ​ເກືອບ 70 ຄົນ​ທີ່​ກັບມາຈາກ 22 ປະ​ເທດ, ສະ​ແດງ​ຈິດ​ໃຈອວ່າຍໜ້າເມືອຫາ​ປະ​ເທດ​ຊາດ, ກັບມາເຂດແຄວ້ນອັນ​ສັກ​ສິດ​ຂອງ​ປະ​ເທດຊາດ, ​ແບ່ງ​ປັນ​ຄວາມ​ທຸກ​ຍາກ​ລຳ​ບາກ​ຂອງບັນດາທະ​ຫານ​ທີ່​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ໝູ່​ເກາະ​ບ້ານ​ເກີດ​ເມືອງ​ນອນ​ທັງ​ເວັນ​ທັງ​ຄືນ.

​ໃນ​ການ​ເດີນ​ເຮືອ​​ປີ​ນີ້, ບັນດາ​ຜູ້​ແທນ​​ຊາວຫວຽດນາມ ອາໄສຢູ່ຕ່າງປະ​ເທດ​ ​ໄດ້​ໄປ​ຢ້ຽມຢາມ 5 ​ເກາະ​ຄື: ຊິ່ງຕົນດົງ, ແລ່ນດາວ, ດ໋າດົງ, ດ໋າໄຕ, ເທດສະບານ ​ເຈື່ອງ​ຊາ ​ແລະ ເຮືອນຍາມ DK-I/14 ຝຸກເຕີ່ນ. ທີ່​ການ​ຢ້ຽມຢາມ, ລະດົມກຳລັງໃຈໃຫ້ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ຢູ່​ບັນດາ​ເກາະ ​ແລະ ເຮືອນຍາມ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້​ສະ​ແດງ​ຄວາມ​ເປັນກຽດ, ພາກພູມ​ໃຈ ເມື່ອໄດ້ໄປຢ້ຽມຢາມສ່ວນເຂດແຄວ້ນເລືອດເນື້ອຂອງ​ປະ​ເທດຊາດ; ໃຫ້ຄວາມນັບຖືຈິດໃຈພິລະອາດຫານຜ່ານຜ່າທຸກຄວາມຫຍຸ້ງຍາກ, ລຳບາກຍາກເຂັນຂອງກອງທັບ ແລະ ປະຊາຊົນຢູ່ບັນດາໝູ່ເກາະ ແລະ ເຮືອນຍາມ ເພື່ອສຳເລັດໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີ.

ໂດຍໄດ້ເຫັນປະຈັກຕາການດຳລົງຊີວິດ​ຢູ່​ໝູ່​ເກາະ, ເຮືອນຍາມ​; ພົບປະແລກປ່ຽນສີລະປະ ແລະ ຢ້ຽມຢາມໂຮງຮຽນ, ຄອບຄົວ ແລະ ບັນດາວັດຢູ່ເກາະ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກໍສະແດງຄວາມປິຕິຊົມຊື່ນຍ້ອນເກາະ ແລະ ເຮືອນຍາມນັບມື້ນັບກາຍເປັນສີຂຽວ, ກວ້າງຂວາງ ແລະ ງາມຕາ, ຊີວິດການເປັນຢູ່ນັບມື້ນັບດີຂຶ້ນຍ້ອນການເບິ່ງແຍງດູແລຂອງພັກ ແລະ ລັດ, ການໜູນຊ່ວຍຂອງພີ່ນ້ອງ​ຮ່ວມ​ຊາດ​ທົ່ວປະ​ເທດ, ​ໃນ​ນັ້ ນ​ມີ​ຊາວ​ຫວຽດນາມ​ ຢູ່​ຕ່າງປະ​ເທດ.

ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ 70 ຄົນ ​ໄປ​ຢ້ຽມຢາມ ​ເຈື່ອງ​ຊາ, ເຮືອນຍາມ DK-I ​ເນື່ອງ​ໃນ​ໂອກາດ​ວັນ​ທີ 30 ເມສາ

ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ມອບ​ຂອງຂວັນ​ໃຫ້​ພະນັກງານ, ນັກຮົບເຮືອນຍາມ DK-I/14.

ພິ​ເສດ, ບັນດາ​ຜູ້​ແທນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ໄດ້​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ​ບັນດາ​ນັກຮົບ​ວິລະ​ຊົນ​ທີ່​ເສຍສະຫຼະ​ຊີວິດ​ ເພື່ອ​ປົກ​ປັກ​ຮັກສາ​ໝູ່​ເກາະຂອງ​ບ້ານ​ເກີດ​ເມືອງ​ນອນ, ​ເຂົ້າ​ຮ່ວມພິິທີມິດຕິງ ແລະ ແຫ່ຂະບວນສະ​ເຫຼີ​ມສະຫຼອງ 49 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ໝູ່​ເກາະ ​ເຈື່ອງ​ຊາ ຢູ່ເທດສະບານ ​ເຈື່ອງ​ຊາ; ​ເຂົ້າ​ຮ່ວມ​ພິທີ​ເຄົາລົບທຸງ, ພິທີຖະຫວາຍທູບທຽນ, ຖະຫວາຍດອກໄມ້​ຢູ່ອະນຸສາວະລີບັນດາວິລະຊົນ ແລະ ນັກຮົບທີ່ສະຫຼະຊີວິດເພື່ອຊາດ ​ແລະ ອະນຸສາວະລີ​ປະທານ ​ໂຮ່ຈິ​ມິນ ຢູ່ໝູ່ເກາະ.

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ຢູ່​ເທດສະບານ ເຈື່ອງຊາ, ທ່ານ​ນາງ ກ່າວຮົງວິງ - ກຳມະການ​ຄະນະ​ບໍລິຫານ​ງານ​ສະມາຄົມຊາວຫວຽດນາມ, ຮອງ​ປະທານ​ສະມາຄົມ​ແມ່​ຍິງ ຫວຽດນາມ ປະຈຳ ໂປໂລຍ, ສະມາຊິກ​ຄະນະ​ຕິດຕໍ່ຊາວຫວຽດນາມ ອາໄສຢູ່ ເອີ​ລົບ ເພື່ອທະ​ເລ, ໝູ່​ເກາະ ຫວຽດນາມ - ມີຄວາມຮູ້ສຶກຕື້ນຕັນໃຈໃຫ້ຮູ້ວ່າ ນີ້​ແມ່ນ​ຄັ້ງ​ທີ 2 ທີ່ທ່ານ​ໂຊກ​ດີ​​ມີໂອກາດໄດ້​ມາ​ຢ້ຽມຢາມ ​ເຈື່ອງ​ຊາ ​ແລະ ເຮືອນຍາມ DK-I. ທ່ານ​ນາງ ວິງ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ເຫັນປະຈັກຕາການ​ພັດທະນາ​ໃນ​ທຸກ​ດ້ານ​ຢູ່​ທີ່​ນີ້. “ການ​ປ່ຽນ​ແປງ​ນີ້​ ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ອັນ​ໃຫຍ່​ຫຼວງ​ຂອງ​ພັກ, ລັດ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ​ໃນ​ການ​ຢັ້ງຢືນ​ອະທິປະ​ໄຕ​ຜືນ​ແຜ່ນດິນ​ອັນ​ສັກສິດ​ຂອງ​ປະ​ເທດ​ຊາດ”, ທ່ານ​ນາງ ວິງ ກ່າວ.

ທ່ານ​ນາງ​ແບ່ງປັນ​ວ່າ ພາຍຫຼັງ​ການ​ຢ້ຽມຢາມ ​ເຈື່ອງ​ຊາ ​ແຕ່​ປີ 2012 ມາ​ຮອດ​ປະຈຸ​ບັນ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໃນ​ທົ່ວ​ໂລກ​ ​ໄດ້​ມີ​ບັນດາ​ການ​ເຄື່ອນ​ໄຫວຢ່າງແທດຈິງຄື: ສ້າງ​ຕັ້ງ​ສະ​ໂມ​ສອນ ຮ່ວາງ​ຊາ - ​ເຈື່ອງ​ຊາ, ສະ​ໂມ​ສອນ​ຄົນ​ຮັກ​ທະ​ເລ​, ໝູ່​ເກາະ​ຫວຽດນາມ, ກອງ​ທຶນ​ເພື່ອ​ເຈື່ອງ​ຊາ, ຈັດຕັ້ງການສຳມະນາວິ​ທະ​ຍາ​ສາດ​ຫລາຍ​ຄັ້ງ ແລະ ງານ​ວາງ​ສະ​ແດງ​ກ່ຽວ​ກັບ​ໝູ່​ເກາະ ຫວຽດ​ນາມ ເພື່ອ​ສະ​ໜັບ​ສະ​ໜູນ, ເຜີຍ​ແຜ່​ຄວາມ​ຮັກ​ແພງ​ທະ​ເລ​, ​ໝູ່​ເກາະຕໍ່ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ໃນທົ່ວໂລກ ແລະ ເພື່ອນ​ມິດ​ສາ​ກົນ. ທ່ານນາງ ວິງ ຢືນຢັນວ່າ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດແຕ່ລະຄົນ, ພາຍຫຼັງກັບຄືນໄປປະເທດ, ຈະສືບຕໍ່ເສີມຂະຫຍາຍບົດບາດຂອງຕົນໃນການເຄື່ອນໄຫວມຸ່ງໄປເຖິງ ເຈື່ອງຊາ ທີ່ຮັກແພງ.

ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ 70 ຄົນ ​ໄປ​ຢ້ຽມຢາມ ​ເຈື່ອງ​ຊາ, ເຮືອນຍາມ DK-I ​ເນື່ອງ​ໃນ​ໂອກາດ​ວັນ​ທີ 30 ເມສາ

ຄະ​ນະປະຕິບັດງານຂອງຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດກ່ຽວກັບຊາວ​ຫວຽດນາມ ອາໄສຢູ່ຕ່າງປະ​ເທດ ແລະ ຜູ້​ແທນ​ຊາວ​ຫວຽດນາມ ອາໄສຢູ່ຕ່າງປະ​ເທດ ​ຖ່າຍຮູບ​ທີ່​ລະ​ນຶກ​ຢູ່​ເທດສະບານ ເຈື່ອງ​ຊາ.

ທ່ານ ເຈີ່ນຖັງ, ຊາວ​ຫວຽດນາມ ອາໄສຢູ່ອາ​ເມ​ລິ​ກາ​ ໄດ້​ແບ່ງປັນ​ເລື່ອງທີ່​ໄດ້​ຮັບ​ການ​ສົ່ງແຮງບັນດານ​ໃຈ​ຈາກ​ທະ​ເລ, ໝູ່​ເກາະຂອງບ້ານ​ເກີດ​ເມືອງ​ນອນ​, ​ໃນ​ປີ 2013-2014, ທ່ານ ໄດ້​ເກັບ​ກຳ​ແຜນ​ທີ່​ບູຮານ​ຄະດີ ຮ່ວາງ​ຊາ - ​ເຈື່ອງ​ຊາ ​ແລະ ຈີນ 150 ​ແຜ່ນ, ແລະ ວາງສະ​ແດງ​ຢູ່​ງານ​ວາງສະ​ແດງທຳອິດ​ຢູ່​ນະຄອນ​ ດາ​ນັງ​ ​ໃນ​ເດືອນ​ມັງກອນ ​ປີ 2014. ພາຍຫຼັງເຫດ ການນີ້, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ໄດ້ສັງລວມເອກະສານຂອງທ່ານ ແລະ ສະຖາບັນ ຫານໂນມ ເພື່ອສ້າງໂຄງການທະເລ, ໝູ່ເກາະ ຫວຽດນາມ ແລະ ຈັດຕັ້ງ 100 ງານວາງສະແດງທົ່ວປະເທດໃນປີ 2014 ແລະ 2015 ເພື່ອເຜີຍແຜ່ຄວາມພາກພູມໃຈຂອງບ້ານເກີດເມືອງນອນໃນໃຈປະຊາຊົນ. ໂດຍໄດ້​ເຂົ້າຮ່ວມການເດີນທະເລຢ້ຽມຢາມ ເຈື່ອງ​ຊາ ໃນ​ປີ​ນີ້, ທ່ານ ຖັງ ກໍສະແດງຄວາມຊົມຊື່ນ ແລະ ຕື້ນຕັນໃຈ, ​ເພາະວ່າ​ ສາມາດ “ໄປເພື່ອ​ຮູ້​ຄຸນຄ່າ​ອັນ​ສັກສິດ​ຂອງ​ປະ​ເທດຊາດ, ​ໄປ​ເພື່ອ​ເບິ່ງ​ທະ​ເລ, ໝູ່​ເກາະ​ຂອງ​ຫວຽດນາມ ສວຍ​ງາມຄືແນວໃດ; ​ແລະ​ສິ່ງທີ່ສຳຄັນທີ່​ສຸດແມ່ນພວກ​ເຮົາ​ສາມາດ​ເຫັນ​ໄດ້​ດ້ວຍ​ຕາ​ຕົນ​ເອງ​ເຖິງ​ຄວາມຕັ້ງໝັ້ນ ແລະ ການລົງຕົວຈິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ກອງທັບ​ເຮືອ​ຫວຽດນາມ ໃນດ່ານ​ໜ້າ​ປົກ​ປັກ​ຮັກສາ​ທະ​ເລ, ໝູ່​ເກາະ”.

​ແລະ ກໍ່​ໃນ​ມື້​ສຸດ​ທ້າຍທີ່​ຢູ່ເທິງ​ກຳ​ປັ່ນເລກທີ 561 ກັບ​ຄືນ​ສູ່​ແຜ່ນດິນ, ບັນດາ​ຜູ້​ແທນຊາວ​ຫວຽດນາມ ອາ​ໄສ​ຢູ່​ ອາຊີ ໃນຄະນະ ໄດ້​ພົບ​ປະ​ເຈລະຈາ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ຄະນະຕິຕໍ່ຊາວ​ຫວຽດນາມ ຢູ່ ອາຊີ - ປາຊີ​ຟິກ ເພື່ອທະ​ເລ, ໝູ່​ເກາະ​ ຫວຽດນາມ.

ກ່ອນ​ການ​ຢ້ຽມຢາມ, ໂດຍຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຂອງ​ຄະນະ​ກຳມະການ​ແຫ່ງລັດກ່ຽວກັບຊາວຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ປະ​ເທດ​ຕ່າງໆ​ ​ໄດ້​ປະກອບສ່ວນຢ່າງ​ຕັ້ງໜ້າດ້ານງົບປະມານການໃຊ້ຈ່າຍເພື່ອ​ໜູນ​ຊ່ວຍ​ໂຄງການ “ທົ່ວ​ປະ​ເທດ​ເພື່ອ ​ເຈື່ອງ​ຊາ” ​ແລະ ຂອງຂວັນ​ເຊິ່ງແມ່ນບັນດາ​ວັດຖຸສິ່ງຂອງທີ່​ຈຳ​ເປັນ​ເພື່ອ​ໜູນ​ຊ່ວຍ​ໃນການດຳລົງຊີວິດ, ວຽກ​ງານຂອງກອງທັບ, ປະຊາຊົນເມືອງເກາະ ເຈື່ອງຊາ ແລະ ເຮືອນຍາມ DK-I.​ ຕາມ​ນັ້ນ​ແລ້ວ, ຍອດ​ຈຳນວນ​ເງິນ, ເຄື່ອງຂອງ​ທີ່​ໄດ້​ຮັບ​ການ​ອຸປະຖຳ​ໃນ​ຄັ້ງ​ນີ້​ມີ​ມູນ​ຄ່າ​ເກືອບ 1,6 ຕື້​ດົ່ງ; ​ໃນ​ນັ້ນ, ​ເກືອບ 850 ລ້ານ​ດົ່ງ​ໄດ້​ໜູນ​ຊ່ວຍ​ໂຄງການ “ທົ່ວ​ປະ​ເທດ​ເພື່ອ​ເຈື່ອງ​ຊາ” ​ແລະ ສິ່ງຂອງທີ່ຈຳເປັນໃນຊີວິດປະຈຳວັນ ລວມມູນ​ຄ່າ​ເກືອບ 750 ລ້ານ​ດົ່ງ​ໄດ້​ມອບ​ໃຫ້​ເຂດ​ໝູ່​ເກາະ ​ແລະ ເຮືອນຍາມ DK-I/14 ໂດຍ​ກົງ.

ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ 70 ຄົນ ​ໄປ​ຢ້ຽມຢາມ ​ເຈື່ອງ​ຊາ, ເຮືອນຍາມ DK-I ​ເນື່ອງ​ໃນ​ໂອກາດ​ວັນ​ທີ 30 ເມສາ

ທ່ານ​ນາງ ຫງວຽນ​ທິ​ຢຸງ, ຊາວ​ຫວຽດ​ນາມ ອາໄສຢູ່​ສາທາລະນະລັດເຊັກໂກ ໄດ້​ໂອ້​ລົມ​ກັບ​ບັນດາເດັກນ້ອຍ​ຢູ່ ເຈື່ອງ​ຊາ.

ທ່ານ ຫງວຽນ​ແມ້ງ​ດົງ - ຮອງ​ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ຫົວໜ້າ​ຄະນະ​ຜູ້​ແທນ​ຊາວຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ໃຫ້​ຮູ້​ວ່າ ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການຈັດ​ຕັ້ງ​ບັນດາ​ຄະນະປະຕິບັດງານ ເພື່ອມາ​ຢ້ຽມຢາມ ​ເຈື່ອງ​ຊາ ​ແລະ ເຮືອນຍາມ DK-I ໄດ້​ປະກອບສ່ວນ​ສຳຄັນໃນ​ການ​ເຜີຍ​ແຜ່​ຄວາມ​ຮັກ​ແພງ​ຕໍ່​ບ້ານ​ເກີດ​ເມືອງ​ນອນ, ທະ​ເລ, ໝູ່​ເກາະໃນ​ປະຊາ​ຄົມຊາວຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ແມ່ນ​ໂອກາດ ​ເພື່ອ​ໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ​ໄດ້​ເຫັນປະຈັກຕາ​ເຖິງ​ຄວາມ​ຕັດສິນ​ໃຈ ​ແລະ ບັນດາຜົນງານ​ຂອງ​ພັກ ​ແລະ ລັດ ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະອັນສັກສິດ​ຂອງ​ຫວຽດນາມ, ຜ່ານ​ນັ້ນ ກໍ່ສືບ​ຕໍ່​ຢືນຢັນ​ອະທິປະ​ໄຕ​ຂອງ​ຫວຽດນາມ ສຳລັບ​ໝູ່​ເກາະ ​ເຈື່ອງ​ຊາ ​ແລະ ຮ່ວາງ​ຊາ.

ພ້ອມ​ກັນ​ນັ້ນ, ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ຈາກ​ຫຼາຍ​ປະ​ເທດ​ໃນ​ໂລກ​ໄດ້​ພົບ​ປະ, ​ແລກປ່ຽນ, ຕິດພັນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດນຳກັນ, ກັບ​ປະຊາຊົນ, ພະນັກງານ, ນັກຮົບ​ພາຍໃນປະເທດ, ປະກອບສ່ວນ​ເພີ່ມ​ທະວີກຸ່ມກ້ອນມະຫາສາມັກຄີທົ່ວປະ​ເທດ​ຊາດ, ຢືນ​ຢັນຈິດ​ໃຈ​ມຸ່ງໄປເຖິງ​ບ້ານ​ເກີດ​ເມືອງ​ນອນ, ຮ່ວມ​ມື​ກັບ​ປະ​ຊາ​ຊົນ​ພາຍໃນປະເທດໃນພາລະກິດແຫ່ງການສ້າງ​ສາ, ປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາບ້ານເກີດເມືອງນອນ ​ຫວຽດ​ນາມ.

ການສ້າງຕັ້ງຄະນະ​ຜູ້​ແທນຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ໄປ​ຢ້ຽມຢາມ ​ເຈື່ອງ​ຊາ ​ແລະ ​ເຮືອນຍາມ DK-I ໄດ້ເປັນການຢືນຢັນ​ນະ​ໂຍບາຍສະເໝີຕົ້ນສະເໝີປາຍຂອງ​ພັກ ​ແລະ ລັດ ​ໃນ​ການ​ຖື​ປະຊາ​ຄົມຊາວຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດເປັນ​ສ່ວນ​ໜຶ່ງ​ທີ່​ບໍ່​ສາມາດ​ຕັດ​ແຍກ​ອອກ​ຈາກ​ປະ​ເທດ​ຫວຽດນາມ, ປະກອບສ່ວນ​ເພີ່ມ​ທະວີຄວາມ​ສາມັກຄີໃຫຍ່​ ແລະ ຄວາມ​​ປອງ​ດອງ​ຊາດ, ຊ່ວຍ​ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະຊາຊົນພາຍໃນປະເທດ ​ແລະ ຊາວຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຮ່ວມ​ມື​ກັນປະກອບສ່ວນ​ເຂົ້າໃນວຽກງານຕໍ່ສູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ​ຂອງ​ບ້ານ​ເກີດ​ເມືອງ​ນອນ.

ກ່ອນ​ໜ້າ​ນັ້ນ, ວັນ​ທີ 20 ​ເມສາ 2024, ຫຼາຍ​ຄົນໃນຄະນະ​ຜູ້​ແທນຊາວຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ກໍ່​ໄດ້​ເຂົ້າ​ຮ່ວມ​ຄະນະ​ຜູ້​ແທນຊາວຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​​ໄປຖະຫວາຍທູບທຽນຢູ່ວິຫານ ຮຸ່ງ ​ເນື່ອງ​ໃນ​ໂອກາດ​ວັນ​ໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ (ວັນທີ 10 ເດືອນ 3 ​ຕາມປະຕິທີນຈັນທະຄະຕິ), ນຳເອົາເຫດການກາຍເປັນ​ບັນດາ​ການ​ເຄື່ອນ​ໄຫວກ່ຽວກັບແຫຼ່ງທີ່​ມີ​ຄວາມ​ໝາຍ​ທີ່​ສຸດ, ຢືນຢັນ​ນ້ຳ​ໃຈ​ມຸ່ງໄປເຖິງ​ບ້ານ​ເກີດ​ເມືອງ​ນອນ, ຕິດພັນເລືອດເນື້ອກັບກົກເຄົ້າເຫງົ້າກໍຂອງຊາດ, ປະກອບສ່ວນຍົກສູງຄວາມເອກອ້າງທະນົງໃຈ, ການເຊີດຊູຊາດຕົນຂອງພໍ່ແມ່່​ປະຊາຊົນຫວຽດນາມ ທີ່​ຫ່າງ​ໄກ​ຈາກ​ປະ​ເທດ​ຊາດ.

ມິງດຶກ

ເຫດການ
302 Found

Found

The document has moved here.