ອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຫວຽດນາມ ໃຫ້ຍືນຍົງ

14:52 | 18/07/2021

ທ່ານນາຍົກລັດຖະມົນຕີຫວຽດນາມ ຫາກໍ່ປະກາດຂໍ້ຕົກລົງສະບັບເລກທີ 1230/QĐ-TTg ວ່າດ້ວຍການອະນຸມັດໂຄງການອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຫວຽດນາມ ໃຫ້ຍືນຍົງ ໄລຍະ 2021 – 2025.

ສ້າງ ແລະ ພັດທະນາບັນດາເຄື່ອງໝາຍຜະລິດຕະພັນພິເສດຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໃຫ້ຍືນຍົງ ສ້າງ ແລະ ພັດທະນາບັນດາເຄື່ອງໝາຍຜະລິດຕະພັນພິເສດຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໃຫ້ຍືນຍົງ
ແຂວງ ເຊີນລາ ອະນຸລັກຮັກສາ ອາຊີບຖັກແສ່ວ ຕັດຫຍິບຊຸດອາພອນປະຈຳເຜົ່າມົ້ງ ແຂວງ ເຊີນລາ ອະນຸລັກຮັກສາ ອາຊີບຖັກແສ່ວ ຕັດຫຍິບຊຸດອາພອນປະຈຳເຜົ່າມົ້ງ
ພາບປະກອບຄັດຈາກ: baodantoc.vn
ພາບປະກອບຄັດຈາກ: baodantoc.vn

ເປົ້າໝາຍຂອງໂຄງການແມ່ນແນໃສ່ອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າມໍລະດົກ, ກິດຈະກຳເຄື່ອນໄຫວທີ່ມີຄຸນຄ່າໂດດເດັ່ນຂອງຊາດ, ມີຄວາມໝາຍດ້ານການເມືອງ, ວັດທະນະທຳ, ປະຫວັດສາດ, ມູນເຊື້ອທີ່ເປັນເອກະລັກສະເພາະ, ປະກອບສ່ວນສ້າງ, ພັດທະນາວັດທະນະທຳ, ຊາວຫວຽດນາມ ເພື່ອການພັດທະນາແບບຍືນຍົງຂອງປະເທດຊາດ. ໜ້າທີ່ຕົ້ນຕໍຂອງໂຄງການແມ່ນສ້າງໃຫ້ສໍາເລັດການວາງແຜນຜັງອະນຸລັກ, ບູລະນະປະຕິສັງຂອນ, ຟື້ນຟູມໍລະດົກທີ່ໄດ້ຮັບການຮັບຮອງເອົາຈາກອົງການສຶກສາ, ວິທະຍາສາດ ແລະວັດທະນະທໍາຂອງ ສປຊ (UNESCO). ຄຽງຂ້າງນັ້ນ, ໂຄງການຍັງມີໜ້າທີ່ຜັນຂະຫຍາຍການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນມໍລະດົກວັດທະນະທຳ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດມໍລະດົກວັດທະນະທຳ, ໂຄສະນາເຜີຍແຜ່ມໍລະດົກວັດທະນະທຳຢູ່ພາຍໃນ ແລະຕ່າງປະເທດອີກດ້ວຍ.

la.qdnd.vn

ເຫດການ
302 Found

Found

The document has moved here.