ການ​ຮ່ວມ​ມື​ຄຸ້ມ​ຄອງ​ເຂດ​ຊາຍ​ແດນ ລາວ​ກາຍ - ຢຸນ​ນານ

16:00 | 26/07/2021

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 22 ກໍ​ລະ​ກົດ ຢູ່​ດ່ານ​ຊາຍ​ແດນສາ​ກົນ​ທາງ​ບົກ ລາວ​ກາຍ ຫວຽດ​ນາມ - ຮ່າ​ເຄົາ (ຈີນ), ຄະ​ນະ​ຜູ້​ແທນ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ ລາວ​ກາຍ ຫວຽດ​ນາມ ໄດ້​ມີ​ການໂອ້​ລົມ​ເຈ​ລະ​ຈາ​ວີ​ຊາ​ການ ກັບ​ຄະ​ນະ​ຜູ້​ແທນ​ໜ່ວຍ​ຄຸ້ມ​ຄອງ​ຊາຍ​ແດນ​ຮົ່ງ​ຮ່າ ສັງ​ກັດ​ປ້ອມ​ກວດ​ກາ​ຊາຍ​ແດນ​ເຂົ້າ​ອອກ​ ຢຸນ​ນານ (ຈີນ).

ຈ​ໍ​ແດນ​ເປີດກວ້າງ​ການ​ຮ່ວ​ມ​ມື - ລົງ​ທຶນ​ດ້ານ​ການ​ຄ້າ ກັບ ຫວຽດ​ນາມ ຈ​ໍ​ແດນ​ເປີດກວ້າງ​ການ​ຮ່ວ​ມ​ມື - ລົງ​ທຶນ​ດ້ານ​ການ​ຄ້າ ກັບ ຫວຽດ​ນາມ
ຫວຽດ​ນາມ - ຈ​ີນ​: ສອງຝ່າຍແກ້ໄຂບັນດາບັນຫາເຂດຊາຍແດນທາງບົກ ແລະ ເຂດອ່າວພາກເໜືອ ໃຫ້ເປັນຢ່າງດີຈະແມ່ນບົດຮຽນ, ປະສົບການອັນລ້ຳຄ່າເພື່ອແກ້ໄຂບັນຫາຢູ່ທະເລ ຫວຽດ​ນາມ - ຈ​ີນ​: ສອງຝ່າຍແກ້ໄຂບັນດາບັນຫາເຂດຊາຍແດນທາງບົກ ແລະ ເຂດອ່າວພາກເໜືອ ໃຫ້ເປັນຢ່າງດີຈະແມ່ນບົດຮຽນ, ປະສົບການອັນລ້ຳຄ່າເພື່ອແກ້ໄຂບັນຫາຢູ່ທະເລ
ການ​ຮ່ວມ​ມື​ຄຸ້ມ​ຄອງ​ເຂດ​ຊາຍ​ແດນ ລາວ​ກາຍ - ຢຸນ​ນານ
​ການໂອ້​ລົມ​ເຈ​ລະ​ຈາ​ວີ​ຊາ​ການ ກັບ​ຄະ​ນະ​ຜູ້​ແທນ​ໜ່ວຍ​ຄຸ້ມ​ຄອງ​ຊາຍ​ແດນ​ຮົ່ງ​ຮ່າ ສັງ​ກັດ​ປ້ອມ​ກວດ​ກາ​ຊາຍ​ແດນ​ເຂົ້າ​ອອກ​ ຢຸນ​ນານ (ຈີນ) (ພາບ: TTXVN)

ທີ່​ການໂອ້​ລົມ​ເຈ​ລະ​ຈາ, ສອງ​ຝ່າຍ​ໄດ້​ຕີ​ລາ​ຄາ​ວຽກ​ງານ​ສົມ​ທົບ​ກັນ​ແຕ່​ເດືອນ​ທັນ​ວາ ປີ 2019 ມາ​ຮອດ​ປັດ​ຈຸ​ບັນ, ຕາມ​ນັ້ນ​ແລ້ວ, ສອງ​ຝ່າຍ​ໄດ້​​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ທີ່​ໄດ້​ຮັບ​ການ​ການ​ລົງ​ນາມ ຢ່າງ​ເຂັ້ມ​ງວດ, ບັນ​ລຸ​ໄດ້​ຜົນ​ງານ​ພົ້ນ​ເດັ່ນຫຼາຍ​ຢ່າງ​ໃນ​ການ​ປະ​ຕິ​ບັດ​ວຽກ​ງານ​ລາດ​ຕະ​ເວນ​​ປະ​ສົມ​ກັບ​ການ​ປະ​ຕິ​ບັດ​ກົດ​ໝາຍ​ເຂດ​ຊາຍ​ແດນ, ແລກ​ປ່ຽນ​ຂໍ້​ມູນ, ມອບ​ຮັ​ບ​, ສືບ​ສວນ​, ແກ້​ໄຂ​ບັນ​ດາ​ເຫດ​ການ, ແກ້​ໄຂ​ບັນ​ດາ​ກໍ​ລະ​ນີ​ຮີບ​ດ່ວນ​ເຂດ​ຊາຍ​ແດນ, ໂຄ​ສະ​ນາ​ເຜີຍ​ແຜ່ກົດ​ໝາຍ, ພົວ​ພັນ​ແລກ​ປ່ຽນ​ມິດ​ຕະ​ພາບ, ການປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ເຂດ​ຊາຍ​ແດນ.

ສອງ​ຝ່າຍ​ກໍ່​ຍົກ​ໃຫ້​ເຫັນ​ບັນ​ດາ​ບັນ​ຫາ​ທີ່​ຍັງ​ຄົງ​ຄ້າງ​ຢ່ງ​ເຂັ້ມ​ງວດ, ບົນ​ພື້ນ​ຖານ​ປຶກ​ສາ​ຫາ​ລື, ເຫັນ​ດີ​ເປັນ​ເອ​ກະ​ພາບ​ທິດ​ທາງ​ການ​ສົມ​ທົບ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ໄລ​ຍະ​ຕໍ່​ໄປ.

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ປັບ​ປຸງ, ເພີ່ມ​ທະ​ວີ​ກົນ​ໄກ​ໂທ​ລະ​ສັບ​ສາ​ຍ​ດ່ວນ​ຈາກ​ຂັ້ນ​ກອງ​ບັນ​ຊາ​ການ​ລົງ​ຮອດ​ບັນ​ດາ​ປ້ອມ​ປ້ອງ​ກັນ​ຊາຍ​ແດນເຂດ​ຊາຍ​ແດນ, ​ກົ​ມກອງ​ໃຫ​ຍ່​ ຈີນ, ພ້ອມ​ທັງ ຄົ້ນ​ຄ້​ວາ, ຊຸກ​ຍູ້​ເປີດ​ກ້​ວາງ​ຮູບ​ແບບ​ຕິດ​ຕໍ່ພົວ​ພັນ​ທາງ​ອອນ​ລາຍ, ເພື່ອ​ແນ​ໃສ່​ແຈ້ງ​ການ​ຢ່າງ​ທັນ​ການ, ແລ​ກ​ປ່ຽນ​ຂໍ້​ມູນ, ແກ້​ໄຂ​ບັນ​ດາ​ເຫດ​ການ​ທີ່​ເກີດ​ຂຶ້ນ​ຢູ່​ເຂດ​ຊາຍ​ແດນ​ຢ່າງ​ກົມ​ກຽວ, ສົມ​ເຫດ​ສົມ​ຜົນ.

ສື​ບ​ຕໍ່​ປັບ​ປຸງ​ກົນ​ໄກ​ສືບ​ສວນ​ບັນ​ດາ​ຄະ​ດີ, ອາດ​ຊະ​ຍາ​ກຳຂ້າມ​ຊາຍ​ແດນ, ​ຮ່ວມ​ມື​ຢັ້ງ​ຢືນ​ຕົນ​ເອ​ງ​ຢ່າງ​ເລິກ​ເຊິ່ງ. ສືບ​ສ​ວນ​ຢຶ​ດຫຼັກ​ຖານ, ມອບ​ຄົນ, ​ຂອງກ​າງ​ຂອງ​ບັນ​ດາ​ຄະ​ດີ​ທີ່​ກ່ຽວ​ຂ້ອງ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປ້ອງ​ກັນ, ຕ້ານ, ແກ້​ໄຂ​ບັນ​ດາ​ການ​ເຄື່ອນ​ໄຫວ​ສົ່ງ​ອອກ​ນຳ​ເຂົ້າ​ແບບ​ຜິດ​ກົດ​ໝາຍ, ຕໍ່​ສູ້​ຕ້ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ອາດ​ຊະ​ຍາ​ກຳ​ຂ້າ​ຊາດ.

ຫັນ​ວຽກ​ງານ​ແລກ​ປ່ຽນ​ຂໍ້​ມູນ, ສະ​ພາບ​ການ​ທີ່​ກ່ຽວ​ຂ້ອງ​ໃນ​ທຸກ​ດ້ານ​ຂອງວຽກ​ງານ​ເປັນ​ລະ​ອຽດ. ເພີ່ມ​ທະ​ວີ​ວຽກ​ງານ​ໂຄ​ສະ​ນາ​ເຜີຍ​ແຜ່, ການ​ສຶກ​ສາ, ເຜີຍ​ແຜ່​ກົດ​ໝາຍ.

ສອງ​ຝ່າຍ​ໄດ້​ເ​ຫັນ​ດີ​ເປັນ​ເອ​ກະ​ພາບຜັນ​ຂະ​ຫຍາຍ​​ຄັ້ງ​ຮີບ​ດ່ວນ​ໃນ​ການ​ຄວບ​ຄຸມ, ປົກ​ປ້ອງ​ຊາຍ​ແດນ, ຝຶກ​ຊ້ອມ​ແກ້​ໄຂ​ບັນ​ດາ​ບັນ​ຫາທີ່​ເກີດ​ຂຶ້ນ​ແບບ​ບັງ​ເອີນຢູ່​ເຂດ​ຊາຍ​ແດນ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.