ຊຸກຍູ້ການຄ້າຊາຍແດນ ລະຫວ່າງຊາຍແດນ ຫວຽດນາມ ແລະ ກວາງຊີ (ຈີນ)

07:20 | 11/08/2021

ຍສໝ - ໃນການໂອ້ລົມທາງໂທລະສັບໃນວັນທີ 2 ສິງຫາ 2021 ລະຫວ່າງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນ ແລະ ເລຂາຄະນະພັກເຂດປົກຄອງຕົນເອງກວາງຊີຈູ (ຈີນ) Loc Tam Xa, ສອງຝ່າຍໄດ້ແລກປ່ຽນ ແລະ ​ເປັ​ນ​ເອ​ກ​ພາບກັນໃນຫຼາຍເນື້ອໃນການຮ່ວມມື ແລະ ມາດຕະການ​ທີ່​ຈຳ​ເປັນ ເພື່ອຊຸກຍູ້ການພົວພັນດ້ານເສດຖະກິດ - ການຄ້າລະຫວ່າງຫວຽດນາມ ແລະ ກວາງຊີ.

ສະຫະລັດອາເມລິກາ ຈະບໍ່ຈຳກັດການຄ້າຕໍ່ສິນຄ້າສົ່ງອອກຂອງຫວຽດນາມ ສະຫະລັດອາເມລິກາ ຈະບໍ່ຈຳກັດການຄ້າຕໍ່ສິນຄ້າສົ່ງອອກຂອງຫວຽດນາມ
ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການທ່ອງທ່ຽວລະຫວ່າງ ຫວຽດນາມ - ອີຢີບ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການທ່ອງທ່ຽວລະຫວ່າງ ຫວຽດນາມ - ອີຢີບ
ຊຸກຍູ້ການຄ້າຊາຍແດນ ລະຫວ່າງຊາຍແດນ ຫວຽດນາມ ແລະ ກວາງຊີ (ຈີນ)
ຊຸກຍູ້ການຄ້າຊາຍແດນ ລະຫວ່າງຊາຍແດນ ຫວຽດນາມ ແລະ ກວາງຊີ (ຈີນ).

ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໄດ້ສະເໜີໃຫ້ທ່ານເລຂາພັກ Loc Tam Xa ເອົາໃຈໃສ່ ແລະ ສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການທີ່ມີໜ້າທີ່ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວການຄ້າສອງຝ່າຍ ຄື: ຍົກລະດັບບັນດາດ່ານຊາຍແດນ; ຟື້ນຟູການຜ່ານດ່ານຢູ່ບາງດ່ານຊາຍແດນທີ່ຖືກປິດຊົ່ວຄາວ ເນື່ອງຈາກການລະບາດຂອງພະຍາດ COVID-19 ໂດຍ​ໄວ; ​ແກ່​ຍາວເວລາກວດກາ​ລະ​ບຽບ​ການຜ່ານດ່ານຢູ່ດ່ານຊາຍແດນ, ຕະຫຼາດ; ຊຸກຍູ້ການເປີດປະຕູ ໃຫ້ແກ່ຕະຫຼາດຜະລິດຕະພັນກະເສດຂອງຫວຽດນາມ…

ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໄດ້ສະເໜີໃຫ້ສອງຝ່າຍ ຮີບດ່ວນສ້າງຕັ້ງສາຍດ່ວ​ນ ເພື່ອ​ສົມ​ທົບ​ກັນ​ແ​ກ້​ໄຂວຽກງານທີ່ເປັນປົກກະຕິ ແລະ ກະທັນຫັນ, ຮັບປະກັນການແລກປ່ຽນມາດຕະການຄຸ້ມຄອງການນໍາເຂົ້າ ແລະ ​ບັນ​ດາການດັດປັບນະໂຍບາຍ ແລະ ຄວາມຕ້ອງການຂອງຕະຫຼາດຢ່າງວ່ອງໄວ ແລະ ທັນການ; ແລກປ່ຽນ ແລະ ລົງ​ນາມ​ໃນບົດບັນທຶກ​ຊ່ວຍ​ຈຳການຮ່ວມມື ລະຫວ່າງສອງອົງການ​ເຊື່ອມ​ຕໍ່ ເຊິ່ງແມ່ນກົມສົ່ງເສີມການຄ້າ ແລະ ກົມວາງສະແດງສາກົນກວາງຊີ, ບົດບັນທຶກ​ຊ່ວຍ​ຈຳກ່ຽວກັບການຮ່ວມມືສະໜັບ ສະໜູນການຂຸດ​ຄົ້ນເສັ້ນທາງລົດໄຟຂົນ​ສົ່ງ​ຄອ​ນ​ເທນ​ເນີ ຫວຽດນາມ-ຈີນ.

ທ່ານເລຂາ​ພັກ Loc Tam Xa ໄດ້ຢືນຢັນບົດບາດສໍາຄັນຂອງການຮ່ວມມື ຫວຽດນາມ - ກວາງຊີ ແລະ ສະແດງຄວາມພ້ອມທີ່ຈະປະສານສົມທົບກັບກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ໃນການຈັດຕັ້ງຜັນ​ຂະ​ຫ​ຍ​າຍ​ບັ​ນ​ດາມາດຕະການທີ່ຄົບຊຸດ ແລະ ທັນການ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ການຮ່ວມມືທາງດ້ານເສດຖະກິດ - ການຄ້າລະຫວ່າງສອງຝ່າຍ, ໂດຍສະເພາະແມ່ນກິດຈະກໍາການຄ້າຊາຍແດນ. ເພີ່ມທະວີການເປີດກວ້າງການຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າສອງຝ່າຍ, ຍູ້ໄວຄວາມສາມາດໃນການກວດກາ​ລະ​ບຽບ​ການຜ່ານດ່ານ ແລະ ເປີດກວ້າງ​ຂອບຂະໜາດຂອງເດີ່ນຂົນສົ່ງສິນຄ້າຢູ່ບໍລິເວນດ່ານຊາຍແດນ; ​ສົມ​ທົບ​ກັນຈັດງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 18 (CAEXPO 2021).

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.