ຢັ້ງ​ຢືນ​ບົດ​ບາດ​ຂອງ​ການ​ເຄົາ​ລົບ​ກົດ​ໝາຍສາ​ກົນ​ໃນ​ບັນ​ຫ​າທະ​ເລ​ຕາ​ເວັນ​ອອກ

14:32 | 19/08/2021

ຍ​ສ​ໝ - ກຸ່ມເພື່ອນມິດຂອງ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ຫວ່າງມໍ່ໆມານີ້ ໄດ້ເປີດຕົວສຳນັກງານ ສປຊ ປະຈຳ ນິວຢອກ, ອາເມລິກາ ຢ່າງເປັນທາງການ. ນີ້ແມ່ນຂໍ້ລິເລີ່ມໂດຍ ຫວຽດນາມ ແລະ ເຢຍລະມັນ ຍົກອອກມາ ເຊິ່ງໄດ້ຮັບການສະໜັບສະໜູນ ແລະ ຕີລາຄາສູງຈາກບັນດາປະເທດສະມາຊິກ ສປຊ.

ນັກ​ຮຽນ​ຮູ້​ອີ​ຕາ​ລີ​ ຕີ​ລາ​ຄາ​ສູງ​ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ຄ​ວາມ​ໝັ້ນ​ຄົງ​ທາງ​ທະ​ເລ ຂອງ ຫວຽດ​ນາມ ນັກ​ຮຽນ​ຮູ້​ອີ​ຕາ​ລີ​ ຕີ​ລາ​ຄາ​ສູງ​ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ຄ​ວາມ​ໝັ້ນ​ຄົງ​ທາງ​ທະ​ເລ ຂອງ ຫວຽດ​ນາມ
ສື່​ມວນ​ຊົນ ອົດ​ສະ​ຕາ​ລີ: ບັນ​ດາ​ປັດ​​ໄຈ​ເສດ​ຖະ​ກິດ ຫວຽດ​ນາມ ຍັງ​ມີ​ການ​ເຕີບ​ໂຕ​ຢ່າງ​ແຮງ ສື່​ມວນ​ຊົນ ອົດ​ສະ​ຕາ​ລີ: ບັນ​ດາ​ປັດ​​ໄຈ​ເສດ​ຖະ​ກິດ ຫວຽດ​ນາມ ຍັງ​ມີ​ການ​ເຕີບ​ໂຕ​ຢ່າງ​ແຮງ
ຢັ້ງ​ຢືນ​ບົດ​ບາດ​ຂອງ​ການ​ເຄົາ​ລົບ​ກົດ​ໝາຍສາ​ກົນ​ໃນ​ບັນ​ຫ​າທະ​ເລ​ຕາ​ເວັນ​ອອກ
​ພາບ​ປະ​ກອບ

​ໃນເຫດການມີການເຂົ້າຮ່ວມຂອງ ທ່ານ Miguel de Serpa Soares ຮອງເລຂາທິການໃຫຍ່ສປຊ ຮັບຜິດຊອບບັນດາບັນຫານິຕິກຳ ທັງເປັນທີ່ປຶກສາດ້ານນິຕິກຳຂອງສປຊ ແລະ ຜູ້ຕາງໜ້າ 96 ປະເທດສະມາຊິກ. ນີ້ແມ່ນເວທີປາໄສທີ່ອາດຈະປຶກສາຫາລືຢ່າງເປີດອົກ​ເປີດ​ໃຈກ່ຽວກັບບັນຫາກົດໝາຍວ່າດ້ວຍທະເລ, ແກ້ໄຂຄວາມບໍ່ລົງລອຍກັນ, ຄຳໝັ້ນສັນຍາປະກອບສ່ວນໃຫ້ແກ່ UNCLOS1982 ຢ່າງມີສັນຕິພາບ, ຢັ້ງຢືນບົດບາດຂອງກົດໝາຍສາກົນໃນທະເລຕາເວັນອອກ.

ຄຳໝັ້ນສັນຍາປະກອບສ່ວນໃຫ້ແກ່ UNCLOS 1982 ຢ່າງມີສັນຕິພາບ

ຂໍ້ລິເລີ່ມສ້າງຕັ້ງກຸ່ມເພື່ອນມິດ UNCLOS1982 ໄດ້ຮັບຄວາມສົນໃຈເປັນຢ່າງຍິ່ງຈາກຜູ້ຕາງໜ້າບັນດາປະເທດສະມາຊິກ ສປຊ. ຂໍ້ລິເລີ່ມນີ້ ໄດ້ຕອບສະໜອງຄວາມສົນໃຈ ແລະ ຄວາມຕ້ອງການໃນການຍົກສູງບົດບາດ, ຄຸນຄ່າຂອງ UNCLOS 1982 ຢ່າງທັນການ, ຊຸກຍູ້ການປະຕິບັດຕາມ UNCLOS 1982, ສ້າງກົນໄກສົມທົບພ້ອມກັນແກ້ໄຂສິ່ງທ້າທາຍສຳລັບ UNCLOS 1982 ແລະ ສິ່ງທ້າທາຍໃນຂົງເຂດທະເລ ແລະ ມະຫາສະໝຸດ.

ຫຼາຍປະເທດ, ເອກອັກຄະລັດທູດຫຼາຍທ່ານ ໄດ້ສະແດງຄຳໝັ້ນສັນຍາທີ່​ຈະ​ແຈ້ງ​ໃນ​ການປະກອບສ່ວນໃຫ້ແກ່ UNCLOS 1982 ຢ່າງມີສັນຕິພາບ, ໃຫ້ຄຳໝັ້ນສັນຍາກະທຳໂດຍອີງໃສ່​ຂໍ້​ກຳ​ນົດກົດໝາຍ. ຜູ້ຕາງໜ້າຫຼາຍປະເທດ ໄດ້ຢັ້ງຢືນວ່າ UNCLOS 1982 ແມ່ນເອກະສານຢ່າງຮອບດ້ານ, ດັດປັບທຸກການເຄື່ອນໄຫວໃນທະເລ ແລະ ມະຫາສະໝຸດ, ແມ່ນຂອບເຂດໃຫ້ແກ່ການຮ່ວມມືສາກົນ, ພາກພື້ນ ແລະ ປະເທດຊາດ ໃນບັນດາຂົງເຂດທະເລ, ປະກອບສ່ວນເຂົ້າໃນການຄຸ້ມຄອງມະຫາສະໝຸດ, ຮັກສາຄວາມເປັນລະບຽບຮຽບຮ້ອຍທາງນິຕິກຳໃນທະເລ, ແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີ. ທຸກປະເທດ, ບໍ່ວ່າໃນເງື່ອນໄຂເສດຖະກິດ ສັງຄົມ, ພູມີສາດໃດ ກໍ່ລ້ວນແຕ່ມີຜົນປະໂຫຍດຢ່າງໜັກແໜ້ນໃນການເຄົາລົບ ແລະ ປະຕິບັດຕາມ UNCLOS 1982.

ໂດຍບໍ່ວ່າປະເທດໃດ, ເມື່ອເກີດການຂັດແຍ້ງກັນ, ປະທະກັນຂຶ້ນ ວິທີການແກ້ໄຂດີທີ່ສຸດແມ່ນອີງໃສ່ຂໍ້​ກຳ​ນົດກົດໝາຍ ແລະ UNCLOS 1982 ຄືສ່ວນໜຶ່ງທີ່ສຳຄັນໃນກົດໝາຍ ແລະ ຄວາມເປັນລະບຽບຮຽບຮ້ອຍສາກົນ, ແມ່ນພື້ນຖານກົດໝາຍໃຫ້ແກ່ບັນດາປະເທດ ເພື່ອປະຕິບັດບັນດາສິດຜົນປະໂຫຍດ ແລະ ຄວາມຮັບຜິດຊອບໃນທະເລ…

ບໍ່ພຽງແຕ່ບັນດາປະເທດໃຫຍ່ທີ່ມີຄວາມສົນໃຈຕໍ່ຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ກົດໝາຍສາກົນເທົ່ານັ້ນ, ຫາກຍັງມີຫຼາຍປະເທດນ້ອຍກໍ່ເຂົ້າຮ່ວມກຸ່ມເພື່ອນມິດຂອງ UNCLOS 1982 ຍ້ອນວ່າ ໃນກໍລະນີເກີດການຂັດແຍ້ງກັນ, ປະທະກັນຂຶ້ນ ເຂົາເຈົ້າຖືວ່າ ຕ້ອງອີງໃສ່ກົດໝາຍສາກົນ ທີ່ໂລກໄດ້ຮັບຮູ້ ຫາກບໍ່ແມ່ນກົດໝາຍຂອງປະເທດທີ່ເຂັ້ມແຂງ.

ຢັ້ງຢືນບົດບາດຂອງການເຄົາລົບກົດໝາຍສາກົນໃນານແກ້ໄຂບັນຢູທະເລຕາເວັນອອກ

ວັນທີ 1 ກໍລະກົດ, ເວັບໄຊຂອງ ສະພາລັດເຊຍ ກ່ຽວກັບບັນດາບັນຫາສາກົນ (RIAC) ໄດ້ລົງບົດຂຽນດ້ວຍຫົວຂໍ້ວ່າ "5 ປີແຫ່ງການຕັດສິນຂອງສານກຳມະການກ່ຽວກັບທະເລຕາເວັນອອກ: ບ່ອນປະ​ສານກັນ ລະຫວ່າງ ພູມມີປະເທດການເມືອງ ແລະ ກົດໝາຍສາກົນ" ຂອງທ່ານ ປ.ອ Alexander Korolev ແລະ ທ່ານ ປ.ອ Irina Strelnikova ສັງກັດ ມະຫາວິທະຍາໄລ ເສດຖະກິດ ຂັ້ນສູງ (ລັດເຊຍ) ໃນນັ້ນ ກໍ່ຢັ້ງຢືນຄຳຕັດສິນຂອງສານກຳມະການປະຈຳ La Haye (ປະເທດໂຮນລັງ) ໃນເດືອນກໍລະກົດ 2016 ໄດ້ກາຍເປັນຫຼັກໝາຍສຳຄັນໃນປະຫວັດການຂັດແຍ້ງເຂດນ້ຳແດນດິນ ຢູ່ທະເລຕາເວັນອອກ ແລະ ກົດໝາຍສາກົນ ມີບົດບາດສູງສຸດໃນການແກ້ໄຂບັນດາການຂັດແຍ້ງກັນນີ້.

ບັນດາຜູ້ຂຽນໄດ້ເນັ້ນໜັກເຖິງບົດບາດຂອງກົດໝາຍສາກົນໃນການແກ້ໄຂການຂັດແຍ້ງກັນລະຫວ່າງບັນດາຝ່າຍ ຢູ່ທະເລຕາເວັນອອກ, ຢັ້ງຢືນ UNCLOS 1982 ມີລັກສະນະຜູກມັດທາງ​ດ້ານນິຕິກຳສູງທີ່ສຸດສຳລັບທຸກໆຝ່າຍທີ່ໄດ້ລົງນາມ, ກໍ່ຄືບົດບາດຂອງຄຳຕັດສິນຂອງສານ ທີ່ໄດ້ຍົກອອກ​ໃນມາ 5 ປີກ່ອນ.

ຕາມບັນດານັກຊ່ຽວຊານລັດເຊຍແລ້ວ, UNCLOS 1982 ແມ່ນພື້ນຖານນິຕິກຳໜຶ່ງດຽວ ​ທີ່ສາມາດປ່ຽນແທນໃຫ້ບໍ່ວ່າສິດປະຫວັດສາດ ຫຼື ບັນດາສິດອະທິປະໄຕ ຫຼື ສິດອຳນາດສານໃດໆ ເຊິ່ງ ຈີນ ນຳໃຊ້ໃນການແກ້ໄຂບັນຫາຂັດແຍ້ງກັນຢູ່ທະເລຕາເວັນອອກ. ບັນດານັກຮຽນຮູ້ຂອງ ລັດເຊຍ ກໍ່ຕີລາຄາສູງເລື່ອງບັນດາປະເທດ ອາຊຽນ ພວມຕັ້ງໜ້າປຶກສາຫາລືກ່ຽວກັບຄວາມຈຳເປັນທີ່ຕ້ອງປ່​ຽນແທນ ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ປີ 2002 (DOC) ເຊິ່ງໄດ້ຮັບຖືວ່າຫຼ້າສະໄໝແລ້ວ ດ້ວຍກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ເຊິ່ງແມ່ນເຄື່ອງມືທີ່ມີລັກສະນະຜູກມັດທາງດ້ານນິຕິກຳ, ຈາກນັ້ນ ກໍ່ສວມບົດບາດພື້ນຖານໃນການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກ.

ກ່ອນໜ້ານັ້ນ, ຢູ່ກອງປະຊຸມທາງອອນລາຍ “ຕີລາຄາໄພນາບຂູ່ຈາກນະໂຍບາຍຂອງຈີນ ຢູ່ ທະເລຕາເວັນອອກ”, ບັນດານັກຊ່ຽວຊານອິນໂດເນເຊຍຖືວ່າ ຈຳເປັນຕ້ອງສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີຄຸນນະພາບ. ໃນຂະນະທີ່ຍັງບໍ່ມີ COC, ທຸກຝ່າຍຈົ່ງສືບຕໍ່ປະຕິບັດຕາມບັນດາຂອບເຂດກົດໝາຍສາກົນທີ່ມີຢູ່ແລ້ວຄື UNCLOS 1982 ແລະ ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ປີ 2002 (DOC).

ບຸນ​ຄົງ

ເຫດການ
302 Found

Found

The document has moved here.